• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ໝູ່ບ້ານສ້າງເຮືອນບູຮານ ຟູ່ອຽນ

ໝູ່ບ້ານຟູ່ອຽນ, ຕາແສງ ເຈື່ອງອຽນ, ເມືອງເຈືອງມີ໊ (ຮ່າໂນ້ຍ) ມີຊື່ສຽງໂດ່ງດັງໄປທົ່ວບ້ານໃກ້ບ້ານໄກ ວ່າມີບັນດານາຍຊ່າງຜູ້ມີ ສີມືດີ ເຮັດອາຊີບເຄື່ອງສິລະປະກຳ. ໂດຍຮູ້ໄດ້ທ່າແຮງ ຂອງ ທ້ອງຖິ່ນຕົນ, ຫຼາຍຄອບຄົວຢູ່ແຫ່ງນີ້ໄດ້ເຕົ້າໂຮມເຂົ້າກັນ, ຮັບເຫມົາ ສ້າງເຮືອນແບບບູຮານຢູ່ທົ່ວທຸກແຫ່ງມາຜະລິດຢູ່ໝູ່ບ້ານ ຊຶ່ງເປັນການເປີດທິດທາງພັດທະນາເສດຖະກິດອັນໃໝ່ ຈາກອາຊີບຜະລິດ ເຄື່ອງໄມ້ທີ່ເປັນມູນເຊື້ອ. 
ໜຶ່ງໃນຈຳນວນບຸກຄົນທຳອິດທີ່ຮັບວຽກສ້າງເຮືອນບູຮານມາໃຫ້ ຊາວບ້ານສ້າງແມ່ນທ່ານ ຫງວຽນຈີ໋ດ່ຽນ, ອາຍຸ 67 ປີ, ຊາວບ້ານ ຟູ່ອຽນ ໄດ້ເວົ້າວ່າ, ອາຊີບປຸກເຮືອນບູຮານຫາກໍປະກົດ ຢູ່ໝູ່ບ້ານນີ້ ແຕ່ປີ 1991. ໃນເວລານັ້ນ, ເຮືອນບູຮານຫຼັງທຳອິດທີ່ທ່ານ ດ່ຽນຮັບ ສ້າງໃນໝູ່ບ້ານແມ່ນໄດ້ໃຊ້ນາຍຊ່າງເຖິງ 20 ຄົນ  ແລະ ສ້າງ ຕະ ຫຼອດໄລຍະເວລາ 6 ເດືອນຈຶ່ງສຳເລັດ.

ຄອບຄົວຂອງທ່ານດ່ຽນມີອ້າຍນ້ອງ 4 ຄົນ, ທັງ 4 ຄົນໄດ້ຢຶດໝັ້ນ ອາຊີບສ້າງເຮືອນບູຮານ. ຕາມທ່ານດ່ຽນແລ້ວ, ປົກກະຕິ ການສ້າງ ເຮືອນບູຮານຫຼັງໜຶ່ງໆສຳເລັດຕ້ອງໃຊ້ເວລາປະມານ 6 ເດືອນ, ສະເພາະນາຍຊ່າງຄວັດຕ້ອງແມ່ນ 13 ຄົນ. ນາຍສ້າງ ເຮືອນບູຮານ ຕ້ອງກຳໄດ້ເຕັກນິກການເຈາະ, ການຖາກ,  ເພື່ອເຮັດແນວໃດໃຫ້ ປາກກົບຕ້ອງເຂົ້າກັນ ແລະ ແຈບດີ. ຄວາມກະລັກຂອງ ເຮືອນບູຮານ ແມ່ນທຸກສິ້ນສ່ວນໄມ້ຕ້ອງລະອຽດ ແລະ ຕ້ອງໄດ້ຮັບການແກະ ສະຫຼັກຢ່າງລະອຽດລະອໍ ແລະ ເກືອບວ່າ ບໍ່ຈຳເປັນຕ້ອງໃຊ້ເຫຼັກຕະປູ ຫຼື ຕະປູກຽວ ຫາກແທນດ້ວຍປາກກົບເພື່ອປະກອບໃສ່ກັນ. ເຮັດແນວນັ້ນ ທັງຮັບປະກັນຄວາມທົນທານ, ຄວາມແໜ້ນຫນາຂອງເຮືອນ ແລະ ຍິ່ງນານປີຍິ່ງເຫັນໄດ້ຄວາມປະສົມກົມກືນເຂົ້າກັນກັບໄມ້ແຕ່ລະແຜ່ນ.

ປະຈຸບັນ, ຊະນິດໄມ້ທີ່ໄດ້ຮັບຄວາມນິຍົມນຳໃຊ້ ເພື່ອປຸກເຮືອນ ບູຮານແມ່ນໄມ້ກະເດົາ, ໄມ້ແດງ ແລະ ໄມ້ມີ້. ເຮືອນບູຮານ ຫຼັງ ໜຶ່ງໆ ຖ້າເຮັດຈາກໄມ້ກະເດົາຈະມີລາຄາແຕ່ 7-8 ຮ້ອຍລ້ານດົ່ງ, ໄມ້ແດງປະມານ 2 ຕື້ດົ່ງ, ສ່ວນໄມ້ມີ້ຈະມີລາຄາ 3 ຕື້ກວ່າດົ່ງ.


ທ່ານ ຫງວຽນຈີ໋ເດື່ອງ ຢູ່ບ້ານຟູ່ອຽນ, ຕາແສງ ເຈື່ອງອຽນ, ເມືອງ ເຈືອງມີ໊ ກຳລັງແກະສະຫຼັກເທິງທ່ອນໄມ້ທ່ອນໜຶ່ງ. 


ໜຶ່ງໃນບັນດາຂັ້ນຕອນສຳຄັນຂອງການສ້າງເຮືອນບູຮານ ນັ້ນແມ່ນ ຊ່າງໄມ້ຕ້ອງໄດ້ແຕ້ມເປັນຮູບຮ່າງລາຍດອກກ່ອນຈິ່ງລົງມືແກະ. 


ໂຮງຊ່າງສ້າງເຮືອນບູຮານຂອງທ່ານ ຫງວຽນຈີ໋ເດື່ອງ ຢູ່ບ້ານຟູ່ອຽນ, ຕາແສງ ເຈື່ອງອຽນ, ເມືອງເຈືອງມີ໊. 


ພາບລວມຢູ່ທາງໃນໂຮງຊ່າງສ້າງເຮືອນບູຮານຂອງທ່ານ ຫງວຽນຈີ໋ຫງວຽນ


ສິລະປະຄວັດສະຫຼັກໄດ້ຮັບການປະຕິບັດຢ່າງປານີດແນບນຽນ ໂດຍສີມືການຊ່າງຢູ່ບ້ານຟູ່ອຽນ. 


ທ່ອນໄມ້ກະເດົາມີເສັ້ນຜ່າກາງ 50 ກວ່າ ຊມ ບັນດານາຍຊ່າງໄມ້ ໝູ່ບ້ານ ຟູ່ອຽນ ກຳລັງຄວັດ, ຖາກ ເພື່ອປຸກເຮືອນບູຮານ. 


ນາຍຊ່າງໄມ້ຜູ້ໜຶ່ງຢູ່ບ້ານຟູ່ອຽນກຳລັງຄວັດ ແກະ ລາຍດອກ ຢູ່ເທິງແຜ່ນໄມ້ສະຫຼັກຄຳຜະຫຍາ.


ບັນດາທ່ອນຂາງໄມ້ເຮືອນໄດ້ຄວັດ ແກະ ຮູບມັງກອນ, ຮູບຫົງຟ້າ ເພື່ອກະກຽມປຸກເຮືອນບູຮານຢູ່ບ້ານຟູ່ອຽນ. 


ທ່ານ ຫງວຽນຈີ໋ຕວຽນ, ນ້ອງຊາຍຂອງທ່ານ ຫງວຽນຈີ໋ເດືອງ ກຳລັງ ຄວັດສະຫຼັກຂາງໄມ້ເຮືອນທ່ອນໜຶ່ງ ເພື່ອປຸກເຮືອນບູຮານ. 


ເຕັກນິກຄວັດແກະລວດລາຍດອກຮູບມັງກອນຢູ່ເທິງຂາງໄມ້ເຮືອນ ໄດ້ຕັ້ງຂຶ້ນໂດຍບັນດານາຍຊ່າງໝູ່ບ້ານຟູ່ອຽນ. 


ເຮືອນບູຮານຫຼັງໜຶ່ງທີ່ໄດ້ຮັບການສ້າງຂຶ້ນ ຈາກນາຍຊ່າງ ໝູ່ບ້ານຟູ່ອຽນ. 


ເຮືອນບູຮານຫຼັງໜຶ່ງລວມມີ 3 ຫ້ອງຂອງຄອບຄົວທ່ານ ຫງວຽນຫືວ ເຍື້ອງ ຢູ່ບ້ານຟູ່ອຽນ, ເມືອງເຈືອງມີ໊ ໂດຍຈຸນາຍຊ່າງ
ຂອງທ່ານ ຫງວຽນເຖ໋ວິງ ເປັນຜູ້ປຸກສ້າງ ເມື່ອປີ 2013 ມີມູນຄ່າ ປະມານ 2 ຕື້ດົ່ງ. 

 
ອ້າຍ ຫງວຽນຈີ໋ບາ, ອາຍຸ 36 ປີ ເປັນລູກຊາຍຂອງທ່ານດ່ຽນ ລາວ ເຄີຍຕິດຕາມພໍ່ເຮັດອາຊີບເປັນຊ່າງໄມ້ແຕ່ຄາວຍັງນ້ອຍໃຫ້ຮູ້ວ່າ, ຄອບຄົວລາວໄດ້ສ້າງຕັ້ງວິສາຫະກິດ, ລົງທຶນຊື້ເຄື່ອງຈັກ, ນຳໃຊ້ ອຸ ປະກອນທີ່ທັນສະໄໝເຂົ້າສູ່ການສ້າງເຮືອນບູຮານ ເພື່ອຫຼຸດຜ່ອນ ໄລຍະເວລາການສ້າງກໍຄືກຳລັງແຮງງານໃນເວລາຂົນ, ແບກຫາມ.

ເຮືອນບູຮານທີ່ຄອບຄົວທ່ານບາ ຮັບປຸກສ້າງດົນສຸດໄລຍະມໍ່ໆນີ້ ແມ່ນຢູ່ ອານຟູ້ດົງ, ເມືອງ 9, ນະຄອນໂຮ່ຈີມິນ ເມື່ອປີ 2009. ໃນເວວລານັ້ນ, ກ່ອນຈະສ້າງເຮືອນບູຮານ ຫຼັງໜຶ່ງທີ່ມີ  36 ເສົາໄດ້, ຄອບຄົວລາວຕ້ອງໄດ້ເຊົ່າ 3 ຕູ້ ຄອນເທນເນີ  ເພື່ອຂົນໄມ້ທີ່ຜະລິດຢູ່ໂຮງຊ່າງຜະລິດໄມ້ ເຈື່ອງອຽນ ເຂົ້າມານະຄອນໂຮ່ຈີມິນ.

ດ້ວຍ ເນື້ອທີ່ໂຮງຜະລິດກວ້າງ 500 ແມັດມົນທົນຂອງທ່ານບາ, ປັດຈຸບັນ, ຍາມໃດກໍມີແຮງງານປະຈຳປະມານ 15-20 ຄົນ, ມີລາຍຮັບສະເລັ່ຍແຕ່ 200.000 -300.000 ດົ່ງຕໍ່ວັນ. ສຳລັບບັນດານາຍຊ່າງ ຜູ້ທີ່ມີສີມືດີ ຄ່າແຮງງານແມ່ນປະມານ 400.000-500.000 ດົ່ງຕໍ່ວັນ.

ປະຈຸບັນ, ອາຊີບປຸກເຮືອນບູຮານໄດ້ຮັບການຂະຫຍາຍຕົວຂຶ້ນ ຢູ່ຫຼາຍທ້ອງຖິ່ນທາງພາກເໜືອຂອງຫວຽດນາມເຊັ່ນ: ແຂວງ ຮ່າ ນາມ, ນາມດິ້ງ ແລະ ເງະອານ. ເຖິງຢ່າງໃດກໍ່ດີ, ຕາມການປຽບທຽບ ແລະ ການຕີລາຄາຂອງຫຼາຍຄົນເຫັນວ່າ ເຮືອນບູຮານທີ່ສ້າງຂຶ້ນໂດຍນາຍຊ່າງໝູ່ບ້ານ ຟູ່ອຽນມັກຈະມີລວດລາຍປະດັບງາມກວ່າ ທຽບໃສ່ນາຍຊ່າງສ້າງເຮືອນບູຮານຢູ່ແຫ່ງອື່ນ. ດ້ວຍເຫດຜົນດັ່ງກ່າວຈຶ່ງມີລູກຄ້າຢູ່ທຸກແຫ່ງຫົນມາຊອກຫາໝູ່ບ້ານ ຟູ່ອຽນເພື່ອສັ່ງຈອງ ສ້າງເຮືອນບູຮານ.

ຕາມທ່ານ ຫງວຽນຊວນເວີ່ນ, ຮອງປະທານຄະນະກຳມະການ ປະຊາຊົນຕາແສງ ເຈື່ອງອຽນ, ບ້ານ ຟູ່ອຽນແລ້ວ, ປັດຈຸບັນ ມີໂຮງຊ່າງຜະລິດເຄື່ອງໄມ້ຫລາຍກວ່າ 100 ແຫ່ງ, ໃນນັ້ນມີ 50 ກວ່າ ຄອບຄົວແມ່ນກ້າວເຂົ້າສູ່ການເຫມົາສ້າງເຮືອນບູຮານ, ສ່ວນທີ່ເຫຼືອ ແມ່ນຜະລິດເຄື່ອງໃຊ້ພາຍໃນເຮືອນຄື: ຕຽງ, ຕູ້, ໂຕະ, ຕັ່ງ ແລະ ອື່ນໆ. ໂດຍເຫັນໄດ້ຄວາມສຳຄັນຂອງອາຊີບປຸກເຮືອນບູຮານ, ອຳນາດການປົກຄອງທ້ອງຖິ່ນໄດ້ສ້າງຕັ້ງສະມາຄົມ ດຳເນີນທຸລະ ກິດເຮືອນບູຮານ ແລະ ກຳລັງສ້າງເອກະສານສຳເນົາເພື່ອຍື່ນຫາ ນະຄອນຮ່າໂນ້ຍ ຮັບຮອງບ້ານເຈື່ອງອຽນເປັນໝູ່ບ້ານອາຊີບທີ່ເປັນ ມູນເຊື້ອ.
ບົດ: ກີ່ວນແອງ - ພາບ: ຈິ້ງໂບ້

bichlien

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top