• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ໝູ່ບ້ານຜະລິດວີ ຈ່າງເຊີນ

ຈາກຄວາມຕ້ອງການຂອງຕະຫຼາດ, ຊາວບ້ານ ຈ່າງເຊີນ, ເມືອງ ແທກເທີດ, ຮ່າໂນ້ຍ ໄດ້ມີການພັດທະນາອາຊີບ
ຜະລິດວີມູນເຊື້ອ ຕາມທິດທາງໃໝ່, ເໝາະສົມກັບຄວາມຕ້ອງການຂອງຜູ້ບໍລິໂພກ, ນຳແຫຼ່ງລາຍຮັບທີ່ໝັ້ນຄົງມາໃຫ້ແກ່ປະຊາຊົນຢູ່ທີ່ນີ້.

ເປັນໝູ່ບ້ານອາຊີບໜຶ່ງທີ່ມີສື່ສຽງຂອງແຂວງ ຮ່າໄຕ ເກົ່າ (ປະຈຸບັນຂຶ້ນກັບ ຮ່າໂນ້ຍ), ເມື່ອເວົ້າເຖິງ ຈ່າງເຊີນ, ພວກເຮົາກໍ່ເລີຍຄິດເຖິງໝູ່ບ້ານແຫ່ງໜຶ່ງທີ່ມີຫຼາຍອາຊີບຄື: ຜະລິດກຸບ, ແກະສະຫຼັກຮູບປັ້ນ,  ກໍ່ສ້າງເຮືອນບູຮານ, ທາສີ ແລະ ອື່ນໆ ແຕ່ອາຊີບຜະລິດວີ ເປັນໜຶ່ງໃນບັນດາ ອາຊີບ ທີ່ໄດ້ສ້າງຊື່ສຽງຮຽງນາມຂຶ້ນໃຫ້ແກ່ ຈ່າງເຊີນ. ອາຊີບຜະລິດວີຂອງຊາວບ້ານ ຈ່າງເຊີນ ໄດ້ຮັບການ ສ້າງຕັ້ງຂຶ້ນມານັບເປັນເວລາຫຼາຍຮ້ອຍປີແລ້ວ, ຊາວບ້ານ ຈ່າງເຊີນ ແຕ່ເດັກນ້ອນອາຍຸ 8 ປີເຖິງຜູ້ເຖົ້າຜູ້ແກ່ອາຍຸ 80 ປີ, ໃຜໆ ກໍ່ຮູ້ວິທີການຜະລິດວີ.

ຊ່າງຜະລິດວີຢູ່ ຈ່າງເຊີນ ຕ້ອງໄປຊອກຫາໄມ້ໄຜ່ ຄົບມາດຕະຖານ ມາເພື່ອຜະລິດວີ.

ທຸກໆ ເສັ້ນທາງຢູ່ບ້ານ ຈ່າງເຊີນ ເຕັມໄປດ້ວຍໄມ້ໄຜ່ ໄດ້ນຳໃຊ້ເພື່ອຜະລິດວີ.

ແຕ່ລະຄອບຄົວຢູ່ ຈ່າງເຊີນ ໄດ້ຮັບຜິດຊອບຂັ້ນຕອນໜຶ່ງ ໃນການຜະລິດວີ.

ກ່ອນທີ່ຈະຕິດເຈ້ຍ, ວີໄດ້ແຍກອອກແຕະໄມ້ໄຜ່ຕາມຮູບ ເຄິ່ງວົງເດືອນ.

ຈັດວາງແຕະໄມ້ໄຜ່ເພື່ອກະກຽມໃຫ້ຂັ້ນຕອນຕິດເຈ້ຍ.

ສຳລັບວີທີ່ເຮັດດ້ວຍແພທີ່ດີ ຈະໄດ້ນຳໃຊ້ໄມ້ໄຜ່ຊະນິດ ທີ່ແໜ້ນໜາເພື່ອຮັບປະກັນໃຫ້ແກ່ຄວາມທົນທານ. 
ຕາມການແນະນຳ, ພວກຂ້າພະເຈົ້າໄດ້ມາຫາໂຮງງານ ຜະລິດວີທີ່ມີຂະໜາດໃຫຍ່ທີໜຶ່ງ, ທີສອງຂອງຕາແສງ, ນັ້ນແມ່ນໂຮງງານຜະລິດວີຂອງຄອບຄົວເອື້ອຍ ຮວ່ຽນ ແລະ ອ້າຍ ຂາຍ. ເອື້ອຍ ຫງວຽນທິຮວ່ຽນ ໃຫ້ຮູ້ວ່າ ນອກຈາກການຈ້າງແຮງງານມາເຮັດວຽກຢູ່ໃນໂຮງ, ຄອບຄົວລາວຍັງເປັນບ່ອນຮັບຈຳໜ່າຍຜະລີດຕະພັນວີ ຊ່ວຍໃຫ້ແກ່ທຸກໆ ຄອບຄົວຢູ່ໃນຕາແສງອີກດ້ວຍ.
 
ຢູ່ ຈ່າງເຊີນ ມີໂຮງງານຜະລິດ, ຮັບຈຳໜ່າຍຜະລິດຕະພັນ ວີດ້ວຍຂະໜາດໃຫຍ່ຄືຄອບຄົວເອື້ອຍ ຮວ່ຽນ, ອ້າຍຂາຍ ທັງໝົດ 5 ແຫ່ງ, ຜະລິດສະເພາະວີປະດັບປະດາ ແລະ ວີເຈ້ຍທຳມະດາ. ຖ້ານັບຈຳນວນແຮງງານທີ່ກຳລັງເຮັດວຽກ ໃຫ້ແກ່ຄອບຄົວເອື້ອຍ ຮວ່ຽນ ຈະຂຶ້ນເຖິງຫຼາຍຮ້ອຍຄົນ.

ປະຈຸບັນ, ວີເຈ້ຍ ຂອງ ຈ່າງເຊີນ ໄດ້ຮັບການຜະລິດຢ່າງ ຫຼາກຫຼາຍຮູບແບບ, ບັນດາຄອບຄົວຜະລິດວີຢູ່ທີ່ນີ້ ຍັງມີການຜະລິດວີແພຫຼາຍຊະນິດ ເພື່ອຮັບໃຊ້ໃຫ້ແກ່ ບັນດາງານບຸນ ຫຼື ຮັບໃຊ້ໃຫ້ແກ່ຂະແໜງສິລະປະກຳ.

ເພື່ອໄດ້ຮູ້ແຈ້ງຕໍ່ສິ່ງດັ່ງກ່າວ, ພວກຂ້າພະເຈົ້າຈຶ່ງມາຫາ ໂຮງງານຜະລິດວີຂອງຄອບຄົວເອື້ອຍ ເຢືອງທິຍຸງ. ໂຮງງານຜະລິດວີຂອງຄອບຄົວເອື້ອຍ ຍຸງ ສະເພາະຜະລິດ ວີຟ້ອນ, ວີແພຕາມໃບສັ່ງຊື້ສິນຄ້າ. ເອື້ອຍ ຍຸງ ໃຫ້ຮູ້ວ່າ ວີຂອງຄອບຄົວລາວ ໄດ້ເອົາໄປວາງສະແດງໃນໂອກາດ ສະເຫຼີມສະຫຼອງ 1000 ປີທັງລອງ, ສະນັ້ນ ຈຶ່ງໄດ້ຮັບ ຫຼາຍໃບສັ່ງຊື້ສິນຄ້າທີ່ຝາກມາຈາກທົ່ວທຸກບ່ອນ. ແຕ່ລະເດືອນ, ໂຮງງານຂອງລາວ ໄດ້ຈຳໜ່າຍອອກວີຫຼາຍ ຊະນິດ, ຫຼາຍສີສັນ ແລະ ຫຼາຍຂະໜາດ ນັບເປັນຈຳນວນ ຫຼາຍພັນໜ່ວຍ. 


ງ່າຍທີ່ຈະພົບເຫັນຮູບພາບຊາວບ້ານ ຈ່າງເຊີນ ກຳລັງ ຕາກວີເຈ້ຍ ຢູ່ບັນດາເສັ້ນທາງພາຍໃນບ້ານ.

ມູມໜຶ່ງໃນໂຮງງານຜະລິດວີແພຂອງຄອບຄົວເອື້ອຍ ເຢືອງທິຍຸງ ຢູ່ ຈ່າງເຊີນ.

ຜະລິດຕະພັນວີສຳເລັດຮູບໄດ້ຈັດເປັນແຕ່ລະໂຫຼ ດ້ວຍຫຼາຍສີສັນທີ່ແຕກຕ່າງກັນ.

ສຳລັບຊ່າງຜະລິດວີທີ່ມີປະສົບການຢູ່ ຈ່າງເຊີນ, ເຂົາເຈົ້າສາມາດ ຕິດໄດ້ແຕ່ 1200-1300 ໜ່ວຍຕໍ່ມື້.

ວີແພໄດ້ພິມໜັງສືດ້ວຍຫຼາຍສີແຕກແຕ່ງກັນ ແລະ ກຳລັງ
ເປັນຊະນິດທີ່ໄດ້ຮັບຄວາມນີຍົມຊົມຊື້ຫຼາຍຈາກລູກຄ້າຢູ່ ຈ່າງເຊີນ.


ວີໜ່ວຍໜຶ່ງໄດ້ຄວັດລວດລາຍຕາມວີຊະນິດມູນເຊື້ອ.

ຕໍ່ການພັດທະນາຂອງເຕັກໂນໂລຊີຜະລິດຄວາມເຢັນ ທີ່ທັນສະໄໝ, ຄ້າຍຄືວ່າ ອາຊີບຜະລິດວີເຈ້ຍ ຈະບໍ່ຕະຫຼາດຈຳໜ່າຍອີກແລ້ວ, ແຕ່ອາຊີບຜະລິດວີຢູ່ ຈ່າງເຊີນ ຍັງພັດທະນາຂຶ້ນຢ່າງເລື້ອຍໆ. ນັ້ນເປັນສັນຍານ ດີ, ເປັນຫຼັກຖານພະຍານໃຫ້ຄວາມຍືນຍົງຄົງຕົວຂອງບັນດາໝູ່ບ້ານອາຊີບມູນເຊື້ອ ທີ່ເຕັມໄປດ້ວຍລັກສະນະ ວັດທະນະທຳ ຫວຽດນາມ.
ບົດ: ຖ໋າວວີ - ພາບ: ຫວຽດເກື່ອງ

bichlien

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top