• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ໝາກພິກໄທຫວຽດນາມ

ຫຼາຍໆປີຜ່ານມາ, ວົງການທຸລະກິດສິນຄ້າກະສິກຳ ແລະ ເຄື່ອງປຸງແຕ່ງອາຫານທົ່ວໂລກ ໄດ້ຮູ້ຈັກກັບ ຫວຽດນາມຄືເປັນ ຜູ້ສົ່ງອອກ ໝາກພິກໄທອັນດັບໜຶ່ງຂອງໂລກ. ປີ 2014, ຂະແໜງຫມາກ ພິກໄທ ສົ່ງອອກຂອງ ຫວຽດນາມບັນລຸ 58% ອັດຕາສ່ວນຕະ ຫຼາດພິກໄທທົ່ວໂລກ ແລະ ບັນລຸວົງເງິນ ການຄ້າເຖິງ 1 ຕື້ກວ່າ USD. ປະລິມານການຜະ ລິດ ກວມ 41% ຂອງຈຳນວນ ຜູ້ຜະລິດທັງໝົດໃນບັນດາປະເທດປູກພິກໄທໃນພິພົບ. 
ຄວາມອາດສາມາດບົ່ມຊ້ອນ ແລະ ຄວາມຄາດຫວັງ

ຕົ້ນໝາກພິກໄທມີຊື່ທາງວິທະຍາສາດແມ່ນ Piper nigrum ຂຶ້ນກັບ ຕະກູນ Piperaceae, ມີຕົ້ນກຳເນີດຈາກປະເທດ ອິນເດຍ ແລະ ຊາວຝຣັ່ງ ນຳມາປູກຢູ່ຫວຽດນາມ ແຕ່ສະຕະວັດທີ XVII. ມາຮອດ ທ້າຍ ສະຕະວັດທີ XIX, ໝາກພິກໄທໄດ້ ກາຍເປັນສິນຄ້າ ແລະ ໄດ້ ປູກຢູ່ ຝູ໋ກວກ, ຮ່ອນຈົ່ງ ແລະ ຮ່າຕຽນ(ແຂວງ ກຽນຢາງ). ຕົ້ນສະຕະ ວັດທີ XX, ເນື້ອທີ່ປູກຕົ້ນພິກໄທ ໄດ້ເປີດກວ້າງ ອອກ ປູກຢູ່ເຂດ ດິນແດງ ບາຢານ ທາງທິດ ຕາເວັນອອກ ສຽງໃຕ້ ແລະ ພາກກາງ.  ຊຸມປີ 1970, ເນື້ອທີ່ປູກຕົ້ນພິກໄທມີພຽງປະມານ 400 ເຮັກຕາ ແລະ ປະລິມານການຜະລິດໄດ້ປະມານ 500 ໂຕນ.

ປະຈຸບັນ, ຫວຽດນາມມີ 6 ແຂວງທີ່ສຸມໃສ່ຜະລິດໝາກພິກໄທ ຊຶ່ງລວມມີ: ແຂວງບິ່ງເຟຶອກ 12.148  ເຮັກຕາ, ດັກນົງ 11.154 ເຮັກຕາ, ດັກລັກ 12.082  ເຮັກຕາ, ບ່າເຣ້ຍ-ຫວຸງເຕົ່າ 9.074 ເຮັກຕາ ແລະ ຢາລາຍ 11.245 ເຮັກຕາ. ໃນນັ້ນ, ເຂດພູພຽງ ແລະ ເຂດພາກຕາເວັນອອກສຽງໃຕ້ ຢືນຢູ່ອັນດັບໜ້າກ່ຽວກັບເນື້ອທີ່ປູກ, ສະມັດຕະພາບ ແລະ ປະລິມານການຜະລິດ. ນອກນັ້ນ ຍັງມີເຂດປູກພິກໄທອື່ນໆອີກຄື: ຝູ້ກວັກ(ແຂວງກຽນຢາງ) ທີ່ເຄີຍ ມີເຄື່ອງໝາຍການຄ້າລືຊື່ມາແຕ່ດົນນານແລ້ວ ແລະ ເຂດປູກ ຢູ່ແຂວງ ກວາງຈິ ອີກດ້ວຍ.

ຫວຽດນາມມີບໍລິມາດການສົ່ງອອກພິກໄທເພີ່ມຂຶ້ນ ໄລ່ສະເລັ່ຍ 15-20 % ໃນແຕ່ລະປີ, ປີ 2001, ເປັນຄັ້ງທຳອິດທີ່ ຫວຽດນາມ ເປັນ ປະເທດສົ່ງອອກພິກໄທຫລາຍທີສຸດຂອງໂລກ ດ້ວຍຍອດມູນຄ່າການສົ່ງອອກຈຳນວນ 50.506 ໂຕນ, ບັນລຸວົງເງິນ ສົ່ງອອກ ປະມານ 90 ລ້ານ USD. ປີ 2014, ຂະແໜງການພິກໄທ ໂລກຖືກຕົກຕຳ່ ຍ້ອນການເກັບກ່ຽວບໍ່ຄ່ອຍດີ ດັ່ງນັ້ນລາຄາຫມາກພິກໄທແພງຂຶ້ນ; ສະເພາະຫວຽດນາມ ຍັງເປັນປົກກະຕິດີ, ບັນລຸເນື້ອທີ່ປູກໄດ້ 73.500 ກວ່າເຮັກຕາ, ຜົນການຜະລິດໄດ້ປະມານ 140.000 ໂຕນ, ສົ່ງອອກ 156.396 ໂຕນ (ລວມທັງປະລິ ມານການນຳເຂົ້າ ແລ້ວສົ່ງອອກຄືນ), ແລະ ຍອດມູນຄ່າສົ່ງອອກ 1.204,98 ຕື້ USD.



ຫມາກພິກໄທສຸກທີ່ເມືອງເອກພິກໄທຢາລາຍ. ພາບ: ຫງວຽນລວນ


ດິນແດງ ບາຢານທີ່ເມືອງເອກພິກໄທ ຢາລາຍ ເໝາະກັບການປູກຕົ້ນພິກໄທທີສຸດ. ພາບ: ຫງວຽນລວນ


ການຕິດຕາມດິນປູກພິກໄທ. ພາບ: ຫງວຽນລວນ


ບົວລະບັດສວນກ້າເບ້ຍພິກໄທຂອງບັນດາຄອບຄົວຢູ່ແຂວງຢາລາຍ. ພາບ: ຫງວຽນລວນ


ການຫົດນ້ຳແບບລະບົບອັດຕະໂນມັດ. ພາບ: ຫງວຽນລວນ


ການບົວລະບັດຕົ້ນພິກໄທໃນລະດູແຫ້ງແລ້ງ. ພາບ: ຫງວຽນລວນ


ການເຮັດອານາໄມໃຫ້ຟຸ່ມພິກໄທສະອາດ. ພາບ: ຫງວຽນລວນ


ທ່ານ ຫງວຽນບ໋າຖິງ (ຜູ້ຢືນ)ເປັນນັກຊ່ຽວຊານໃນການປູກຕົ້ນພິກໄທພວມແລກປ່ຽນ
ດ້ານເຕັກນິກກັບບັນດາຊາວກະສິກອນຜູ້ປູກພິກໄທ. ພາບເ ຫງວຽນລວນ



ພະນັກງານ ສະມາຄົມໝາກພິກໄທ ຈືເຊ ພວມແລກປ່ຽນເຕັກນິກປູກຕົ້ນພິກໄທທີ່ສວນພິກໄທ
ຂອງຄອບຄົວທ່ານ  ດົ່ງກວັກບ່າວ, ເມືອງຈືເຊ, ແຂວງຢາລາຍ. ພາບ: ຫງວຽນລວນ



ລະບົບຫົດນຳ້ໂດຍອັດຕະໂນມັດພວມເຄື່ອນໄຫວໃນສວນພິກໄທ ໂດຍທ່ານເຈີ່ນຫືວຖັ໋ງຢູ່ເມືອງຊວນລົກ,
ແຂວງດົ່ງນາຍເປັນຜູ້ປະດິດສ້າງ. ພາບ: ຫງວຽນລວນ



ການເກັບກ່ຽວໝາກພິກໄທດ້ວຍການເລືອກ ແລະ ເກັບພິກໄທໃຫ້ໄດ້ຕາມມາດຕະຖານແຕ່ຢູ່ເທິງຕົ້ນ. ພາບ: ຫງວຽນລວນ


ການຈັດປະເພດພິກໄທຫຼັງການເກັບກ່ຽວ. ພາບ: ຫງວຽນລວນ


ຮຸກຖູເພື່ອແຍກເມັດພິກໄທອອກຈາກກ່າງພິກໄທ. ພາບ: ຫງວຽນລວນ


ການຕາກໝາກພິກໄທໃຫ້ແຫ້ງ ຢູ່ເມືອງລົກນິງ, ແຂວງບິ່ງເຟືອກ. ພາບ: ຫງວຽນລວນ


ສາງເກັບຫມາກພິກໄທຂອງບໍລິສັດ ເປັນໜຶ່ງໃນສະມາຊິກ ບໍລິສັດ ເຮືອງມາຍ ຈຳກັດ ຢູ່ເມືອງ ຈືເຊ, ແຂວງຢາລາຍ. ພາບ: ຫງວຽນລວນ
 
ປະຈຸບັນ, ໝາກພິກໄທຫວຽດນາມໄດ້ສົ່ງອອກໄປ 97 ປະເທດ ແລະ ເຂດແຄ້ວນສັງກັດທະວີບອາຊີ, ເອີຣົບ, ອາເມລິກາ ແລະ ອາຟຣິກ ກາ. ພິເສດ, ຜະລິດຕະພັນໝາກພິກໄທທີ່ມີຄຸນນະ ພາບສູງຂອງ ຫວຽດນາມ ໄດ້ສົ່ງອອກໄປປະເທດ ອາເມລິກາ ແລະ ບັນດາປະ ເທດອີຢູໃນຈຳນວນນັບມື້ເພີ່ມຂຶ້ນ. ບັນດາປະເທດ ເອີຣົບ ກວມອັດຕາສ່ວນຕະຫຼາດ 40%, ໄດ້ຮັບການຮັບຮອງ ດ້ານເຕັກໂນ ໂລຊີ ການຜະລິດພິກໄທ ແລະ  ລາຍການເຄື່ອງເທດຕ່າງໆທີ່ ປຸງແຕ່ງ ຈາກໝາກພິກໄທຂອງຫວຽດນາມ.

ປີ 2005, ຫວຽດນາມເຂົ້າຮ່ວມປະຊາຄົມໝາກພິກໄທສາກົນ (IPC). ນັບຕັ້ງແຕ່ເມື່ອຫວຽດນາມເຂົ້າເປັນສະມາຊິກຂອງ WTO, ຂະແໜງການ ພິກໄທຫວຽດນາມຍິ່ງແຊກຊຶມເຂົ້າເຖິງ ຕະຫຼາດສາ ກົນ ແລະ ສາມາດເຂົ້າເຖິງປະເທດທີ່ມີຮົ້ວກັ້ນທາງເຕັກນິກ ທີ່ເຂັ້ມງວດສຸດຄື: ຍີ່ປຸ່ນ, ໂຮນລັງ, ອາເມລິກາ, ເຢຍລະມັນ ແລະ ຝຣັ່ງ…

ເພື່ອສາມາດເຂົ້າໃຈລະອຽດກ່ຽວກັບຂະແໜງການພິກໄທ, ພວກຂ້າ ພະເຈົ້າໄດ້ໄປເມືອງ ຈືເຊ-ເມືອງເອກແຫ່ງໝາກພິກໄທ ຂອງ ແຂວງ ຢາລາຍເຂດພູພຽງ ຊຶ່ງເປັນພື້ນທີ່ທີ່ມີ ການຜະລິດ ໝາກພິກໄທເປັນຈຳນວນຫລາຍ ແລະ ໃຫ່ຍທີສຸດປະເທດ ແລະ ທັງໄດ້ສ້າງສຳເລັດເຄື່ອງຫມາຍຍີ່ຫໍ້ ພິກໄທ ຈືເຊ.

ພວກຂ້າພະເຈົ້າໄດ້ໄປຢ້ຽມຢາມນິຄົມປູກໝາກພິກໄທຂອງທ່ານ ນົງ ກວັກບ່າວ, ລາວເກີດຢູ່ ນະຄອນຫາຍຟ່ອງ ໄດ້ຍົກຍ້າຍມາ ຢູ່ບ້ານ ລູເຮີ, ຕາແສງ ກົງເຮີຕົກ, ເມືອງ ຈືເຊ. ລາວຢຶດໝັ້ນກັບການ ປູກຕົ້ນ ພິກໄທກ່ອນນີ້ 10 ປີ, ປະຈຸບັນສວນປູກຫມາກພິກໄທຂອງລາວມີ 7000 ກວ່າຟຸ່ມ, ໃນນັ້ນ 2000 ຟຸ່ມສາມາດ ເກັບກູ້ ໄດ້ແລ້ວ.  ຫຼັງ ຫັກຄ່າໃຊ້ຈ່າຍທັງໝົດ,  ລາວເກັບລາຍຮັບໄດ້ ຫຼາຍຮ້ອຍລ້ານດົ່ງ ຕໍ່ປີ. ປະຈຸບັນ, ລາວເປັນກຳມະການຄະນະ ບໍລິຫານງານສະມາ ຄົມໝາກພິກໄທ ຈືເຊ ແລະ ໄດ້ຊ່ວຍເຫຼືອ ຄົນອື່ນໆຢູ່ໃນເຂດປູກ ພິກໄທ. ນອກນັ້ນ, ແຕ່ລະປີ, ລາວກ້າເບ້ຍພິກໄທທີ່ມີຄຸນນະພາບ ໄດ້ນັບຫຼາຍຮ້ອຍຕົ້ນ ເພື່ອສະໜອງໃຫ້ແກ່ຜູ້ປູກ, ສ້າງວຽກເຮັດງານ ທຳໃຫ້ແກ່ຊາວຜູ້ອອກແຮງງານໃນທ້ອງຖິ່ນເປັນຈຳນວນຫຼາຍ. ປະຈຸບັນ, ລາວມີແຜນການລົງທຶນໃສ່ ຕ່ອງໂສ້ການ ປຸງແຕ່ງໝາພິກ ໄທຂາວ ຂະໜາດຄອບຄົວຊ່ວຍຊາວກະສິກອນ.

ຢູ່ພາກຕາເວັນອອກສຽງໃຕ້, ມີສອງຄົນເປັນຊ່ຽວຊານ ໃນການ ປູກຕົ້ນພິກໄທ, ສະມາຄົມໝາກພິກໄທສາກົນໄດ້ມອບໃບຢັ້ງຢືນວ່າເປັນ “ຜູ້ປູກພິກໄທເກ່ັງສຸດຈາກຫວຽດນາມ”. ນັ້ນຄືທ່ານ ເຈີ່ນ ຫືວຖັ໋ງ ຢູ່ຕາແສງຊວັນເທາະ, ເມືອງ ຊວັນລົກ, ແຂວງ ດົ່ງນາຍ ແລະ ທ່ານ ຫງວຽນບ້າຖິງ ຢູ່ຕາແສງລົກອານ, ເມືອງລົກນິງ, ແຂວງບິ່ງ ເຟຶອກ.

ກ່ອນນີ້ 10 ກວ່າປີ, ທ່ານ ເຈີ່ນຫືວຖັ໋ງ ໄດ້ຊອກຮູ້ຮຳ່ຮຽນ ດ້ວຍຕົນ ເອງ ກ່ຽວກັບຕົ້ນຫມາກພິກໄທແລ້ວເລີ່ມຕັດສິນໃຈປູກ ດ້ວຍການ ແບ່ງເຂດສວນຂອງຕົນເປັນສາມສ່ວນ ແລະ ທົດລອງການປູກ, ການບົວລະບັດດ້ວຍສາມວິທີທີ່ແຕກຕ່າງກັນ. ລາວເລືອກເຝັ້ນເອົາ ວິທີທີ່ ມີສະມັດຕະພາບສູງສຸດ ເພື່ອຂະຫຍາຍປູກຕໍ່ໃນເນື້ອທີ່ ທັງໝົດ. ວິທີດັ່ງກ່າວຊ່ວຍໃຫ້ສວນພິກໄທຂອງ ລາວບັນລຸປະ ລິມານການຜະລິດ ແລະ ມີຄຸນນະພາບສູງ, ແຫຼ່ງລາຍຮັບກໍ່ເພີ່ມ ຂຶ້ນໃຫ້ແກ່ຄອບຄົວລາວ. ຍ້ອນມີແຫຼ່ງກຳໄລຫຼວງຫຼາຍຈາກ ຕົ້ນໄມ້ ຊະນິດນີ້, ລາວໄດ້ຕັດສິນໃຈຊື້ທີ່ດິນຕື່ມອີກ ເພື່ອຂະຫຍາຍ ເນື້ອທີ່ ປູກຕົ້ນພິກໄທ ແລະ ລົງທຶນໃສ່ການຜະລິດ. ເມື່ອສູນຊວັນລົກ ມອບເຄື່ອງ ຫົດນຳ້ທີ່ປະຢັດ ແລະ ໃສ່ຝຸ່ນໂດຍຜ່ານທໍ່, ທ່ານໄດ້ເປັນ ຜູ້   ນຳໜ້າລົງທຶນ, ນຳໃຊ້ເຕັກນິກເຕັກໂນໂລຢີໃໝ່ດັ່ງກ່າວ. ຫຼັງຈາກນຳໃຊ້ເຕັກນິກໃຫ່ມມາເປັນເວລາໜຶ່ງປີ, ສວນພິກໄທຂອງລາວ ບັນລຸ ສະມັດຕະພາບແຕ່ 7-10 ໂຕນ ຕໍ່ເຮັກຕາ ຕໍ່ປີ, ເພີ່ມຂຶ້ນ 2 ເທົ່າຕົວເມື່ອທຽບກັບໄລຍະກ່ອນຫນ້ານັ້ນ. ປີໃດໄດ້ຮັບຜົນລະປູກດີຄອບ ຄົວຂອງລາວມີລາຍຮັບນັບຫຼາຍຕື້ດົ່ງ.

ທີ່ແຂວງ ບິ່ງເຟຶອກ, ທ່ານ ຫງວຽນບ໋າຖິ້ງ ກໍເປັນຜູ້ທີ່ມີປະສົບການ ປູກຕົ້ນພິກໄທມາເປັນເວລາຫຼາຍປີ. ມີຈຳນວນ 3,5 ເຮັກຕາປູກຕົ້ນ ພິກໄທ ຂອງລາວບັນລຸສະມັດຕະພາບສູງ, ບໍ່ຄ່ອຍຖືກພະຍາດ ຈາກແມງໄມ້. ລາວໄດ້ປະດິດສ້າງລະບົບຫົດນ້ຳ, ໃສ່ຝຸ່ນ ແລະ ສີດຢາປາບສັດຕູພືດ.  ລາວໄດ້ຮັບລາງວັນທີໜຶ່ງ ໃນງານ ແຂ່ງຂັນຫົວຄິດປະດິດສ້າງດ້ານເຕັກນິກ ຂອງແຂວງ ບິ່ງເຟຶອກ, ໄດ້ຮັບລາງ ວັນທີ 3 ໃນງານແຂ່ງຂັນທົ່ວປະເທດ.

ສາມາດເວົ້າໄດ້ວ່າ, ຍ້ອນມີທ່າແຮງບົ່ມຊ້ອນ ແລະ ທ່າໄດ້ປຽບດັ່ງ ທີ່ກ່າວມາຂ້າງເທິງ, ຫຼາຍປີມານີ້, ໝາກພິກໄທ ຫວຽດນາມ ໄດ້ກາຍ ເປັນເປົ້າຫມາຍອັນສຳຄັນ ຂອງຂະແໜງສິນຄ້າຫມາກພິກໄທຂອງ ໂລກ.



ຮັກສາທີ່ຕັ້ງນຳໜ້າໂລກ ກ່ຽວກັບ ການສົ່ງອອກ ໝາກພິກໄທ

ຕະຫຼອດ 14 ປີຜ່ານມາ, ຫວຽດນາມຍັງຮັກສາສະຖິຕິນຳໜ້າໂລກ ກ່ຽວກັບການຜະລິດ ແລະ ສົ່ງອອກໝາກພິກໄທ, ປະກອບສ່ວນ ອັນສຳຄັນ ເຂົ້າໃນການຈະເລີນເຕີບໂຕເສດຖະກິດແຫ່ງຊາດ ແລະ ເພີ່ມລາຍຮັບໃຫ້ແກ່ຜູ້ປູກຫມາກພິກໄທ. ໝາກພິກໄທຫວຽດນາມ ໄດ້ຮັບການສົ່ງອອກເຖິງ 97 ປະເທດ ແລະ ເຂດແຄ້ວນໃນ ທະວີບ ອາຊີ, ເອີຣົບ, ອາເມລິກາ ແລະ ອາຟຣິກກາ
(ທ່ານ ໂດ໊ຮ່ານາມ, ປະທານສະມາຄົມໝາກພິກໄທ ຫວຽດນາມ)
ປະຈຸບັນ, ຫວຽດນາມມີປະມານ 200 ວິສາຫະກິດປຸງແຕ່ງ ແລະ ດຳເນີນທຸລະກິດກ່ຽວກັບໝາກພິກໄທ, ໃນນັ້ນ ມີ 15 ວິສາຫະກິດ ຢືນຢູ່ແຖວໜ້າ, ກວມ 70% ຂອງຈຳນວນພິກໄທສົ່ງອອກ ທົ່ວປະ ເທດ. ພິເສດ, ມີ 5 ວິສາຫະກິດ ເປັນການລົງທຶນຕ່າງປະເທດ, ກວມປະມານ 30% ອັດຕາສ່ວນຕະຫຼາດສົ່ງອອກ.

ປະຈຸບັນ,  95 % ຂອງປະລິມານການຜະລິດ ໝາກພິກໄທ ທັງໝົດແມ່ນເພື່ອສົ່ງອອກ. ເຕັກໂລໂລຢີນຳໃຊ້ປຸງແຕ່ງ ໝາກພິກໄທ ຂອງຫວຽດນາມ ໄດ້ບັນລຸ ໃນລະດັບກາງ ແລະ ສາມາດຕອບສະ ໜອງຄວາມຕ້ອງການຊົມໃຊ້ໃນທົ່ວໂລກ. ເຖິງແມ່ນວ່າ ປະລິມານ ການຜະລິດ ຈາກບັນດາວິສາຫະກິດທີ່ ມີໂຮງງານ ປຸງແຕ່ງດ້ວຍ ເຕັກໂນໂລຢີສູງຕາມມາດຕະຖານ ASTA, ESA, JSSA ແລະ ຕາມທິດສ້າງຜະລິດຕະພັນເປັນ ຫຼາຍຮູບຫຼາຍ ແບບ ເຊ່ັນ: ພິກໄທດຳ, ພິກໄທຂາວເປັນເມັດ, ພິກໄທບົດ ແລະ ພິກໄທຫຸ້ມຫໍ່ເປັນຖົງນ້ອຍໆ… ໄດ້ເພີ່ມຂຶ້ນກໍຕາມ, ແຕ່ຫວຽດນາມຍັງຄົງ ສົ່ງອອກໝາກພິກໄທດິບ ເປັນສ່ວນຫຼາຍ, ມູນຄ່າການສົ່ງອອກບັນລຸ 7.738 USD ຕໍ່ໂຕນ, ຕຳ່ກວ່າລາຄາ ຂາຍຂອງປະເທດອື່ນໆ. ຖ້າວ່າ ຂະແໜງພິກໄທຫວຽດນາມ ໄດ້ມີການປຸງແຕ່ງທີ່ດີກວ່າ ຈະ ເຮັດໃຫ້ມູນຄ່າການສົ່ງອອກເພີ່ມຂຶ້ນ, ລາຄາໝາກພິກໄທ ຫວຽດ ນາມຈະເທົ່າ ຫລື ອາດສູງກວ່າ ລາຄາຂອງ ບາງປະເທດໃນໂລກ.

ດ້ວຍເຫດນັ້ນ, ສະມາຄົມໝາກພິກໄທຫວຽດນາມ ສົ່ງເສີມການ ຍົກສູງຄຸນນະພາບຜະລິດຕະພັນ ເລີ່ມແຕ່ຂອດປູກຝັງ ເຖິງຂອດ ການປຸງແຕ່ງ. ບັນດາວິສາຫະກິດລົງທຶນໃສ່ການປຸງແຕ່ງ, ປູງແຕ່ງໃຫ້ສະອາດ ແລະ ຫັນຜະລິດຕະພັນເປັນຫລາຍຮູບຫລາຍແບບ, ເຂົ້າເຖິງຫລາກຫລາຍຕະຫຼາດ, ສາມາດແຊກຊືມເຂົ້າເຖິງເຄືອຄ່າຍ ການສະໜອງໝາກພິກໄທທົ່ວໂລກ.
  


ໂຮງງານປຸງແຕ່ພິກໄທປອດສານພິດ ຂະໜາດໃຫຍ່ ຂອງບໍລິສັດ ຫຸ້ນສ່ວນ ຟຸກຊິງ ທີ່ແຂວງບິ່ງເຢືອງ. ພາບ: ຫງວຽນລວນ


ບັນຍາກາດການເຮັດວຽກ ຢູ່ພາຍໃນໂຮງງານຜະລິດ ໝາກພິກໄທ ປອດສານພິດ ຂອງບໍລິສັດຫຸ້ນສ່ວນ INTIMEX. ພາບ: ເລມິງ


ມູນໜຶ່ງຂອງໂຮງງານຜະລິດພິກໄທປອດສານພິດຟຸກຊິງ. ພາບ: ເລມິງ


ລັດຖະກອນ ໂຮງງານຜະລິດພິກໄທປອດສານພິດບໍລິສັດຫຸ້ນສ່ວນ ຝຸກຊິງ ກຳລັງກວດກາຄຸນນະພາບພິກໄທ. ພາບ: ເລມິງ


ຫ້ອງທົດລອງຂອງໂຮງງານຜະລິດພິກໄທປອດສານພິດ, ບໍລິສັດຫຸ້ນສ່ວນຟຸກຊິງ. ພາບ: ເອກະສານ


ວັດແທກຄວາມຊຸ່ມເພື່ອຕີລາຄາຄຸນນະພາບ ຂອງຜະລິດຕະພັນ ພິກໄທ ສຳເລັດຮູບ. ພາບ: ຫງວຽນລວນ
 
ໃນຕົວຈິງເຫັນວ່າ, ມີຫຼາຍວິສາຫະກິດທີ່ລົງທຶນໃສ່ການປຸງແຕ່ງ ໝາກພິກໄທເພື່ອສົ່ງອອກ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ພົ້ນເດັ່ນກວ່າຫມູ່ແມ່ນບໍລິສັດຫຸ້ນສ່ວນ ຟຸກຊິງ ຕະຫລອດ 5 ປີລຽນຕິດທີ່ເປັນ “ເຈົ້າ” ສົ່ງອອກໝາກພິກໄທຂອງຫວຽດນາມ ກວມເອົາ 6% ອັດຕາສ່ວນຕະຫຼາດໂລກ, ກວມ 15-17% ຂອງອັດຕາສ່ວນສົ່ງອອກໝາກພິກໄທຫວຽດນາມອອກສູ່ຕະຫລາດໂລກ. ໃນຊຸມປີມໍ່ໆນີ້, ບໍລິສັດຫຸ້ນສ່ວນຟຸກຊິງ ມີຍອດການຜະລິດໝາກພິກໄທສົ່ງອອກ ສະເລັ່ຍບັນລຸ 20.000 ກວ່າໂຕນຕໍ່ປີ.

ບໍລິສັດ ຟຸກຊິງ ໄດ້ສ້າງຕັ້ງເມື່ອປີ 2001 ດ້ວຍມູນຄ່າການລົງທຶນ ພຽງເລັກໜ້ອຍ, ແຕ່ໄດ້ບືນຂຶ້ນເປັນຜູ້ນຳໜ້າໂດຍໄວ ຈາກວິທີການ ຜະລິດສະເພາະທີ່ບໍ່ຊຳ້ແບບໃຜ. ທາງບໍລິສັດໄດ້ເລືອກໝາກພິກໄທ ໃຫຍ່ໆ ເພື່ອຂາຍໃຫ້ລູກຄ້າ ຜູ້ມີຄວາມຕ້ອງການ, ນຳໜ້າໃນການ ຜະລິດພິກໄທຂາວ, ລົງທຶນຜະລິດພິກໄທປອດສານພິດແລ້ວອະ ເຊື້ອ ແລະ ອື່ນໆ ເພື່ອດຶງດູດໃຈລູກຄ້ານັບມື້ຫຼາຍຂຶ້ນ, ນອກຈາກ ມີ ພອນສະຫວັນ ດ້ານການເຈາະຕະຫຼາດແລ້ວ ທາງບໍລິສັດຍັງສະຫງວນເວລາ ຊອກຮູ້ກ່ຽວກັບວັດທະນະທຳ, ຄວາມຕ້ອງ ການຂອງຜູ້ຊື້ ແລະ  ສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ລູກຄ້າ….  ຟຸກຊິງ ຍັງລົງທຶນພັດທະນາເຕັກໂນໂລຢີການປຸງແຕ່ງ, ຕິດຕັ້ງຫ້ອງທົດ ລອງ, ນຳໃຊ້ລະບົບຄຸ້ມຄອງຄຸນນະພາບ ຕາມມາດຕະຖານສາກົນ, ເລືອກເຟັ້ນ ແລະ ຄວບຄຸມເຂັ້ມງວດ ວັດຖຸດິບແຕ່ສົ້ນເຂົ້າ… ປີ 2010, ຟຸກຊິງ ກາຍເປັນວິສາຫະກິດ ຫວຽດນາມທຳອິດທີ່ ສະມາ ຄົມໝາກພິກໄທໂລກຄັດເລືອກເປັນຜູ້ສົ່ງອອກໝາກພິກໄທດີເດັ່ນ. 

ນອກຈາກບໍລິສັດຟຸກຊິງ, ກຸ່ມບໍລິສັດຫຸ້ນສ່ວນ Intimex ກໍໄດ້ຮັບການຕີລາຄາວ່າເປັນຫົວໜ່ວຍທີ່ເຂັ້ມແຂງ ໃນຂະແໜງການພິກໄທຫວຽດນາມ. ດ້ວຍປະລິມານການຜະລິດປະມານ 10.000 ໂຕນຕໍ່ປີ, Intimex ຢືນໃນອັນດັບທີສາມ ກ່ຽວກັບການສົ່ງອອກພິກໄທ. Intimex ມີໂຮງງານປຸງແຕ່ງໝາກພິກໄທປອດສານພິດຢູ່ແຂວງ ບິ່ງເຢືອງ. ປີ 2010, Intimex ໄດ້ຮັບລາງວັນ “ນັກປຸງແຕ່ງພິກໄທດີເດັ່ນ” ຈາກສະມາຄົມໝາກພິກໄທສາກົນມອບໃຫ້.

ສະມາຄົມໝາກພິກໄທຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2001 ມີບົດບາດເປັນຂົວຕໍ່ລະຫວ່າງຜູ້ຜະລິດ, ບັນດາອົງການຈັດຕັ້ງ ແລະ ວິສາຫະກິດ… ເພື່ອສ້າງກຳລັງແຮງລວມໃຫ້ແກ່ການພັດທະນາຜະລິດ, ດຳເນີນທຸລະກິດ ແລະ ສົ່ງອອກ. ຈາກນັ້ນ, ສະມາຄົມໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນການ ຊຸກຍູ້ສົ່ງເສີມການຄ້າແຫ່ງຊາດ, ເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານ ກ່ຽວກັບລາຍການສິນຄ້າທັງພາຍໃນ ແລະ ຕ່າງປະເທດ, ລະດົມສົ່ງເສີມການຜະລິດຕາມທິດໃຫ້ມີຄວາມປອດໄພ, ສ້າງຄວາມຜູກພັນລະຫວ່າງວິສາຫະກິດກັບຊາວກະສິກອນ ແນໃສ່ລົງທຶນພັດທະນາການຜະລິດ ແລະ ສ້າງແຫຼ່ງວັດຖຸດິບທີ່ສະອາດ, ໝັ້ນຄົງ ແລະ ມີຄຸນນະພາບສູງໃຫ້ແກ່ຂະແໜງອຸດສາຫະກຳປຸງແຕ່ງ.



ສຳມະນາສາກົນກ່ຽວກັບພິກໄທ. ພາບ: ເອກະສານ


ຫ້ອງວາງສະແດງຜະລິດຕະພັນພິກໄທ ຂອງບໍລິສັດຫຸ້ນສ່ວນ INTIMEX ທີ່ງານຕະຫຼາດນັດ Sial ຢູ່ແຂວງ ຊຽງໄຮ, ຈີນ. ພາບ:  ເອກະສານ


ຫ້ອງວາງສະແດງຜະລິດຕະພັນພິກໄທຂອງບໍລິສັດຫຸ້ນສ່ວນ ຟຸກຊິງ ທີ່ງານຕະຫຼາດນັດສາກົນຢູ່ອາເມລິກາ. ພາບ:  ເອກະສານ


ບັນດາຜະລິດຕະພັນພິກໄທປອດສານພິດ ຂອງບໍລິສັດຫຸ້ນສ່ວນ ຟຸກຊິງ. ພາບ: ເລມິງ


ຜະລິດຕະພັນພິກໄທ ຝູ໋ກວກ ທີ່ມີຊື່ສຽງໂດ່ງດັງດ້ານຄຸນນະພາບຢູ່ທັງພາຍໃນ ແລະ ໂລກ ພາບ: ເລມິງ
 
ໃນແຜນກຳນົດທິດພັດທະນາແບບຍືນຍົງ ຂະແໜງການພິກໄທ ຈະຕ້ອງໄດ້ປະສານສົມທົບກັນຢ່າງມີປະສິດທິຜົນລະຫວ່າງ 4 ຝ່າຍຄື: ຝ່າຍລັດຖະບານ, ຝ່າຍນັກວິທະຍາສາດ, ຝ່າຍວິສາຫະກິດ ແລະ ຊາວກະສິກອນ. ບົນພື້ນຖານດັ່ງກ່າວນັ້ນ, ລັດຕ້ອງບຸລິມະສິດໃຫ້ແກ່ບັນດາກິດຈະການຄົ້ນຄວ້າທາງວິທະຍາສາດ ເຕັກນິກທີ່ມີລັກສະນະລວມສູນ ເພື່ອຄຸ້ມຄອງບັນດາປັດໃຈສົ້ນເຂົ້າຂອງການຜະລິດ ແລະ ບູລິມະສິດໃຫ້ແກ່ການຄົ້ນຄວ້າພັດທະນາແນວພັນ, ການບົວລະບັດ ແລະ ການປົກປັກຮັກສາ, ສ້າງວົງຈອນການຜະລິດຕາມທິດ VietGAP ຢູ່ບັນດາເຂດທີ່ປູກເປັນຈຳນວນຫລາຍ. ຜູ້ປູກພິກໄທຕ້ອງລົງທຶນການຜະລິດກະເສດສູມແບບຍືນຍົງ, ນຳໃຊ້ຝຸ່ນ ແລະ ຢາປາບແມງໄມ້ຢ່າງເໝາະສົມ ເພື່ອຫຼີກລ້ຽງຄວາມສ່ຽງ ຍ້ອນໂລກລະບາດ, ປົກປັກຮັກສາອາຍຸໄຂຂອງສວນ ແລະ ຮັກສາສະມັດຕະພາບ, ຄຸນນະພາບຂອງຜະລິດຕະພັນສະຫມ່ຳສະເຫມີ. ບັນດາວິສາຫະກິດຕ້ອງການລົງທຶນໃສ່ດ້ານເຕັກໂນໂລຢີສູງ ແລະ ເພື່ອ ເພີ່ມມູນຄ່າຜະລິດຕະພັນ. ບັນດາກະຊວງ, ຂະແໜງການຕ້ອງໃຫ້ການຮ່ວມມື ເພື່ອເຮັດໃຫ້ຂະແໜງການພິກໄທຫວຽດນາມ ຮັກສາຕະຫຼາດມູນເຊື້ອ ແລະ ພັດທະນາຕະຫຼາດແຫ່ງໃໝ່ໄດ້ຕື່ມອີກ. 
ບົດ: ເວີນກຸ໋ຍ - ພາບ: ເລມິງ, ຫງວຽນລວນ ແລະ ເອກະສານ

bichlien

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຫ່າງຈາກນະຄອນ ຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 70 ກມ, ແຂວງ ຮ່ວາບິ່ງ ເປັນທ່ີຮູ້ກັນວ່າ ເປັນ “ດິນແດນ ແຫ່ງລຳເລື່ອງປະຫວັດສາດ”, ບ່ອນທີ່ຊາວເຜົ່າ ເມື່ອງ ເຕົ້າໂຮມດຳລົງຊີວິດ. ຜ່ານຫຼາຍຮຸ່ນຄົນ, ຊາວເຜົ່າ ເມື່ອງ ຢູ່ທີ່ນີ້ ໄດ້ສ້າງ ມໍລະດົກ ວັດທະ ນະທຳ ຫຼາຍຢ່າງ ທີ່ເປັນເອກະລັກ, ປະກອບສ່ວນ ເຮັດໃຫ້ ສີສັນ ວັດ ທະນະທຳ ບັນດາເຜົ່າ ຫວຽດນາມ ອຸດົມສົມບູນຍິ່ງຂຶ້ນ. 

Top