• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄວໜຸ່ມນະຄອນຫຼວງ ຮ່າໂນ້ຍ ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ຫວຽດນາມ -ລາວ

      ວັນທີ 18 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ໄດ້ເລີ່ມຕົ້ນບັນດາການເຄື່ອນໄຫວອາສາສະໝັກຂອງໄວໜຸ່ມນະຄອນຫຼວງ ຮ່າໂນ້ຍ ຢູ່ ວຽງຈັນ ປີ 2017. 

ເລຂາທີ 1 ຄະນະຊາວໜຸ່ມ ລາວ ມອບຂອງຂວັນໃຫ້ຄະນະປະຕິບັດງານ ຫວຽດນາມ
(ພາບ: ສື່ເອເລັກໂຕນິກຕ໋ຽນຟອງ)
      ດ້ວຍຫົວຂໍ້ “ຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ”, ມີຫຼາຍການເຄື່ອນໄຫວມີຄວາມໝາຍ ຈະໄດ້ຮັບການຈັດຕັ້ງໃນຕະຫຼອດບັ້ນອາສາສະໝັກ ລະດູຮ້ອນຂຽວຂອງໄວໜຸ່ມ ນະຄອນຫຼວງ ຮ່າໂນ້ຍ ຄື ການພົບປະແລກປ່ຽນແບ່ງປັນບົດຮຽນໃນວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມອະນຸຊົນ ເຍົາວະຊົນຂອງ 2 ນະຄອນຫຼວງ ຮ່າໂນ້ຍ ແລະ ວຽງຈັນ; ການກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນ 1.500 ຄົນຢູ່ເມືອງ ສີໂຄດຕະບອງ; ໂຄສະນາເຜີຍແຜ່ການປ້ອງກັນ, ຕ້ານການເກີດອຸບັດຕິເຫດ, ຖ່າຍທອດວິທະຍາສາດ ເຕັກນິກກ່ຽວກັບການລ້ຽງສັດໃຫ້ແກ່ປະຊາຊົນ… ບັນດາການເຄື່ອນໄຫວອາສາສະໝັກຂອງໄວໜຸ່ມນະຄອນຫຼວງ ຮ່າໂນ້ຍ ຢູ່ ວຽງຈັນ ປີ 2017 ຈະຊ່ວຍຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງໄວໜຸ່ມ 2 ປະເທດ ຫວຽດນາມ - ລາວ ເວົ້າລວມ ກໍ່ຄືໄວໜຸ່ມນະຄອນຫຼວງ ຮ່າໂນ້ຍ - ວຽງຈັນ ເວົ້າສະເພາະ, ຊ່ວຍໃຫ້ບັນດາເພື່ອນໜຸ່ມມີຄວາມສຳຜັດໄດ້ກ່ຽວກັບພຶດຕິກຳຕົວຈິງໃນການພົວພັນມິດຕະພາບ, ຄວາມບໍລິສຸດຜຸດຜ່ອງ, ຄວາມສາມັກຄີແບບພິເສດລະຫວ່າງ 2 ຊາດ ຫວຽດນາມ ແລະ ລາວ. ບັນດາການເຄື່ອນໄຫວອາສາສະໝັກຂອງໄວໜຸ່ມ ຮ່າໂນ້ຍ ຢູ່ ວຽງຈັນ ປີ 2017 ຈະໄດ້ຈັດຕັ້ງຮອດວັນທີ 24 ສິງຫາ.
(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top