• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ໄຟຟ້າພະລັງລົມຢູ່ໝູ່ບ້ານຊາວປະມົງ

ເທິງຫຼັງຄາເຮືອຂອງ 10 ຄອບຄົວ ໝູ່ບ້ານ ຊາວປະມົງຢູ່ ຫາດດອນຊາຍລະຫວ່າງກາງແມ່ນ້ຳ ຮົ່ງ (ແມ່ນ້ຳ ແດງ), ບ້ານຕືລຽນ, ຮ່າໂນ້ຍ, ໄດ້ຕິດຕັ້ງເສົາ tuabin ໄຟຟ້າໃຊ້ພະລັງແຮງລົມພິເສດ, ໂດຍມີປີກພັດລົມແມ່ນນຳໃຊ້ຊາມປຼາສຕິກ. ເຄື່ອງກຳເນີດກະແສໄຟຟ້າທີ່ສຸດງ່າຍດາຍນີ້ ໂດຍແມ່ນນັກສະຖາປານິກ ເລຫວູເກື່ອງ ເປັນຜູ້ອອກແບບໄດ້ນຳເອົາແຫຼ່ງພະລັງງານທີ່ສະອາດມາຊ່ວຍໃຫ້ຊີວິດການເປັນຢູ່ຂອງປະຊາຊົນໝູ່ບ້ານຊາວປະມົງຫຼດພົ້ນຄວາມທຸກຍາກລຳບາກໃນລະດູຮ້ອນ ທີ່ອົບເອົ້າ.
ໝູ່ບ້ານຊາວປະມົງຢູ່ແຄມແມ່ນ້ຳແດງເປັນບ່ອນດຳລົງຊີວິດ ຂອງ 20 ຄອບຄົວທີ່ເຮັດອາຊີບຄ້າຂາຍ, ຂົນສົ່ງເຄື່ອງ ປັ້ນດິນເຜົາ ຫຼື ເກັບຊື້ເຄື່ອງເສດ. 20 ກວ່າປີ ຜ່ານມາ, ເຂົາເຈົ້າໃຊ້ຊີວິດຢູ່ໃນເຮືອເຫຼັກເກົ່າ ແລະ ຈຳຕ້ອງຊື້ໄຟຟ້າ ລາຄາສູງ, ຕ້ອງຈ່າຍເພີ່ມຄ່າຫລຸ້ຍຫ້ຽນສາຍໄຟຟ້າໃນ ແຕ່ລະເດືອນ. 

ໝູ່ບ້ານຊາວປະມົງຢູ່ບ້ານຕື໋ລຽນເປັນບ່ອນດຳລົງຊີວິດ ຂອງບັນດາຄອບຄົວທີ່ເຮັດອາຊີບຄ້າຂາຍ, ຂົນສົ່ງ ເຄື່ອງປັ້ນດິນເຜົາຈອດ
ຢູ່ແຄມຫາດດອນຊາຍ ແມ່ນ້ຳແດງ. ຫຼາຍປີຜ່ານ ມາເຂົາເຈົ້າຕ້ອງຊື້ໄຟຟ້າໃນລາຄາ 4.000-5.000 ດົ່ງ/ກິໂລວັດໂມງ. 



ນັກສະຖາປານິກ ເລຫວູເກື່ອງ ເປັນຜູ້ປະດິດສ້າງຕົວແບບ ໄຟຟ້າພະລັງແຮງລົມຂະໜາດນ້ອຍຢູ່ຫາດດອນຊາຍແມ່ນ້ຳແດງ. 


ກະແສໄຟຟ້າຈາກເຄື່ອງປັ່ນໄຟຟ້າຂະໜາດນ້ອຍໄດ້ເກັບຮັກສາໄວ້ໃນໝໍ້ເກັບໄຟເພື່ອນຳໃຊ້ໃຫ້ດອກໄຟຮຸ່ງສະຫວ່າງ.


ຊາມປຼາສຕິກນຳໃຊ້ເປັນປີກພັດລົມຂອງເຄື່ອງປັ່ນໄຟຟ້າ ພະລັງແຮງລົມຂະໜາດນ້ອຍ. 


ການຕິດຕັ້ງ tuabin ໄຟຟ້າໃຊ້ພະລັງແຮງລົມໄດ້ຖືກຕິດຕັ້ງໃນຊານຂອງເຮືອເລີຍ. 


ຊາມປຼາສຕິກສາມາດປິ່ນໄດ້ທັນທີທັນໃດເມື່ອມີລົມພັດມາເບົາໆ. 


ຕົວແບບໄຟຟ້າພະລັງແຮງລົມລວມມີ:, ເສົາເຫຼັກ, ຖ່ານພະລັງງານ, ລະບົບປີກລົມ, ຊຸດປັບການສາກ, ແປງໄຟ, ໝໍ້ໄຟ, ດອກຫຼອດໄຟ LED 9 ວັດ.
 
ໃນພາບແມ່ນລະບົບຖ່ານເກັບພະລັງງານໄດ້ຕິດຕັ້ງຢູ່ເທິງຫຼັງ ຄາເຮືອເພື່ອຊ່ວຍໝູນປີກພັດລົມ. 


ປັດຈຸບັນໂຄງການໄຟຟ້າໃຊ້ພະລັງແຮງລົມດັ່ງກ່າວເປັນພຽງການຕິດຕັ້ງທົດລອງເທິງເຮືອ 10 ລຳ ຢູ່ໝູ່ບ້ານຊາວປະມົງ ຕື໋ລຽນ, ຮ່າໂນ້ຍ. 
 
ຕໍ່ໜ້າສະພາບຄວາມຫຍຸ້ງຍາກໃນການນຳໃຊ້ໄຟຟ້າຂອງ ປະຊາຊົນໝູ່ບ້ານຊາວປະມົງ, ນັກສະຖາປານິກ ເລຫວູ ເກື່ອງ, ຜູ້ອຳນວຍການບໍລິສັດສະຖາປັດຕະຍະກຳຂຽວ 1516 ພ້ອມດ້ວຍທີມງານໄດ້ເກີດມີແນວຄວາມຄິດກ້າຄິດກ້າທຳຕິດຕັ້ງລະບົບໄຟຟ້າໃຊ້ພະລັງແຮງລົມຂຶ້ນຢູ່ທີ່ນີ້. ນັກສະຖາປານິກ ເລຫວູເກື່ອງ ໃຫ້ຮູ້ວ່າ: “ຂ້າພະເຈົ້າ ໄດ້ຄົ້ນຄວ້າ ແລະ ຊອກຫາຮູ້ບັນດາຕົວແບບໄຟຟ້າໃຊ້ພະລັງງານແຮງລົມຂະໜາດນ້ອຍທີ່ນຳໃຊ້ຢູ່ຕາມຕົວເມືອງໃນໂລກ, ຫຼັງຈາກນັ້ນຈິ່ງມາໝູ່ບ້ານຊາວປະມົງເພື່ອສຳຫຼວດຕົວຈິງ. ການນຳໃຊ້ຊາມປຼາສຕິກເປັນປີກພັດລົມ ແມ່ນປັດໃຈທີ່ສອດຄ່ອງກັບປະຊາຊົນຢູ່ທີ່ນີ້ນັ້ນຄືລາຄາຖືກ, ມີຢູ່ ທົ່ວໄປ ແລະ ສາມາດປ່ຽນແທນໄດ້ງ່າຍ”.

ເມື່ອຮູ້ວ່າກອງທຶນ Live & Learn ຫວຽດນາມ,  ໂຄງການ Plan ຢູ່ຫວຽດນາມ ແລະ ອົງການພັດທະນາສາກົນ ອົສຕາລີ ໄດ້ເປີດກອງທຶນຊ່ວຍເຫລືອໃຫ້ແກ່ບັນດາໂຄງການພະລັງງານຂຽວ, ທ່ານ ເລຫວຸເກື່ອງ ໄດ້ນຳສະເຫນີໂຄງການ ແລະ ໄດ້ກອງທຶນ Live & Learn ຫວຽດນາມ ພິຈາລະນາອຸປະຖຳຄ່າໃຊ້ຈ່າຍໃຫ້ແກ່ 10 ຄອບຄົວຢູ່ທີ່ນີ້ ເພື່ອຕິດຕັ້ງທົດລອງ tuabin ໄຟຟ້າໃຊ້ພະລັງແຮງລົມ ທີ່ໂດດເດັ່ນດັ່ງກ່າວ.

ຈາກຊາມປຼາສຕິກ ນຳໃຊ້ເປັນປີກພັດລົມໄດ້ສ້າງເປັນກະແສໄຟຟ້າ, ໄຕ້ຮຸ່ງສະຫວ່າງເທິງເຮືອເຫຼັກທີ່ເກົ່າແກ່ຢູ່ໝູ່ບ້ານຊາວປະມົງ. ນັບແຕ່ນັ້ນເປັນຕົ້ນມາ, ທ່ານເລຫວູ ເກື່ອງ ຍັງໄປມາຢ້ຽມຢາມຖາມຂ່າວເລື້ອຍໆ, ວັດແທກຕົວເລກເປັນປະຈຳ ເພື່ອປັບປຸງປົວແປງ tuabin ໃຊ້ແຮງລົມພິເສດນີ້ຂອງຕົນ. ໃນໄລຍະຈະມາເຖິງນີ້, ທ່ານເກື່ອງ ແລະ ບັນດາເພື່ອນຮ່ວມງານຈະສືບຕໍ່ຄົ້ນຄວ້າ ປະດິດແຫຼ່ງ ໄຟຟ້າທີ່ມີກຳລັງການຜະລິດສູງກວ່າເພື່ອໃຫ້ປະຊາຊົນສາມາດນຳໃຊ້ແຫຼ່ງໄຟຟ້າພະລັງແຮງລົມ ເພື່ອໃຊ້ ກັບພັດລົມ, ໝໍ້ຫຸງເຂົ້າໄຟຟ້າ, ຕູ້ເຢັນ ແລະ ອື່ນໆ…


ລະບົບແສງສະຫວ່າງລວມມີ: ຫຼອດໄຟ LED ຂະຫນາດ 9 ວັດ 1 ຫຼອດ, ລະດັບແສງສະຫວ່າງ ເທົ່າກັບປະເພດຫຼອດ ໄຟ 60 ວັດທຳມະດາ.
ແຕ່ແລ້ວ, ຈຳນວນຫຼອດໄຟສາມາດ ເພີ່ມຂຶ້ນ 1-2 ດອກ ກໍ່ໄດ້ຂຶ້ນກັບຄວາມຕ້ອງການຂອງຜູ້ ຊົມໃຊ້. 



ຫຼອດໄຟໜຶ່ງໆນຳໃຊ້ພະລັງແຮງລົມສາມາດ ໃຫ້ແສງ ສະຫວ່າງທົ່ວພາຍໃນລຳເຮືອ. 


ທ່ານນາງຢຸງເປັນຄົນຫນຶ່ງທີ່ອາໄສຢູ່ຕາມລຳເຮືອໃຫ້ຮູ້ວ່າ, ລະບົບພະລັງງານນີ້ມີຜົນປະໂຫຍດທີສຸດ, ແຕ່ລະເດືອນ ຄອບຄົວຂອງນາງ
ປະຢັດໄດ້ຊາວ-ສາມສິບພັນດົ່ງຍ້ອນນຳໃຊ້ຕົວແບບໄຟຟ້າພະລັງແຮງລົມນີ້.



ແຫຼ່ງໄຟຟ້າທີ່ສະຫນອງໃຫ້ແກ່ດອກໄຟມີພຽງພໍເພື່ອ ໃຫ້ແສງສະຫວ່າງໃນລັດສະໝີປະມານ 2 ແມັດ, ສະນັ້ນ, ຊ່ວຍໃຫ້ທຸກການດຳລົງຊີວິດ
ຂອງຄອບຄົວເທິງເຮືອໄດ້ ສະດວກສະບາຍກວ່າເກົ່າ. 



ທຸກການດຳລົງຊີວິດຂອງຄອບຄົວຊາວປະມົງແມ່ນໄດ້ ຖືກຈັດສັນຢູ່ເທິງເຮືອເຫລັກເກົ່າ. 


ພ້ອມກັນກັບແຫຼ່ງໄຟຟ້າ ພະລັງແຮງລົມສົ່ງແສງໄຟໂດຍກຸ້ມຕົນເອງແລ້ວ, ປະຊາຊົນຢູ່ໝູ່ບ້ານຊາວປະມົງ ຢູ່ທີ່ນີ້
ຍັງປູກຜັກປອດສານພິດຢູ່ເທິງເຮືອເພື່ອແກ້ໄຂຊີວິດການເປັນຢູ່ຂອງຕົນອີກດ້ວຍ. 



ຫຼາຍຄອບຄົວຢູ່ໝູ່ບ້ານຊາວປະມົງປະຢັດລາຍຈ່າຍ ໄດ້ປະມານ 30-50 ພັນດົ່ງ/ເດືອນ ເມື່ອນຳໃຊ້ຕົວແບບໄຟຟ້າພະລັງລົມ. 


ການປະກົດຂຶ້ນຂອງລະບົບໄຟຟ້າພະລັງລົມ ໄດ້ມີຄວາມຫວັງວ່າຈະສະໜອງເພີ່ມແຫຼ່ງ ພະລັງງານໃໝ່, ຊ່ວຍຫຼຸດຜ່ອນລາຍຈ່າຍຄ່າໄຟຟ້າ
ຂອງປະຊາຊົນທີ່ດຳລົງຊີວິດຢູ່ໝູ່ບ້ານຊາວປະມົງແຫ່ງນີ້. 



“ຫ້ອງຝຶກແອບ gym” ຢູ່ເທິງຫຼັງຄາເຮືອ, ບ່ອນທີ່ຕິດຕັ້ງ tuabin ໄຟຟ້າພະລັງລົມ. 


ຕົວແບບພະລັງງານແຮງລົມຂະໜາດນ້ອຍຄືດັ່ງ ໝູ່ບ້ານຊາວປະມົງຕື໋ລຽນ, ຮ່າໂນ້ຍໄດ້ປະກອບສ່ວນ ຫຼຸດ ຜ່ອນຜົນກະທົບຈາກການປ່ຽນແປງ
ຂອງດິນຟ້າອາກາດລົງ ແລະ ກໍ່ທັງເປັນຂອງຂວັນທີ່ມີຄວາມຫມາຍສຳຄັນຕໍ່ຊາວ ຜູ້ອອກແຮງງານທີ່ທຸກຍາກ.



ລະບົບໄຟຟ້າໃຊ້ພະລັງແຮງລົມໂດຍນັກສະຖາປານິກ ເລຫວູເກື່ອງເປັນຜູ້ອອກແບບ ເຄື່ອນຕາມຫຼັກການ ລົມພັດເຮັດໃຫ້ຊາມປຼາສຕິກ ແລະ ເພົາຈັກປີ່ນ, ສ້າງເປັນ ພະລັງງານໄຟຟ້າ. ປະລິມານພະລັງງານໄຟຟ້າ ຈະໄດ້ ຮັກສາໄວ້ຢູ່ໝໍ້ໄຟ ແລະ ຈະຖືກນຳໄປໄຕ້ແສງສະຫວ່າງໄດ້ໜຶ່ງເຖິງ ສອງດອກໆໄຟ LED ມີກຳລັງ ການຜະລິດ 9 ວັດ ມີລະດັບແສງສະຫວ່າງເທົ່າທຽມກັບປະເພດ ຫຼອດໄຟ  60 ວັດທຳມະດາ. 

 
ບົດ ແລະ ພາບ: ເຈີ່ນກົງດາດ

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top