• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ໄປຢ້ຽມຢາມທະເລຊາຍ ໂກບີ

ເຄີຍໄດ້ຮັບຂະໜານນາມວ່າເປັນ “ດິນແດນທີ່ມີເງື່ອນໄຂການດຳລົງຊີວິດຍາກທີ່ສຸດໃນໜ່ວຍພິພົບ” ຊຶ່ງເຕັມໄປດ້ວຍບັນດາ ປອມພູຊາຍ ມະຫຶມາ, ພະຍຸທະເລຊາຍທີ່ຮຸນແຮງ ແລະ ພວກກຸ່ມໂຈນຄອຍຊຸ່ມປຸ້ນ ຂ້າ, ແຕ່ມາຮອດປະຈຸບັນ ທະເລຊາຍ ໂກບີ ຊໍ້າພັດກາຍມາເປັນຈຸດນັດພົບໃນຝັນຂອງນັກທ່ອງທ່ຽວທຸກຄົນໃນໂລກ.
ໂກບີ ແມ່ນທະເລຊາຍທີ່ໃຫຍ່ກວ່າໝູ່ຢູ່ອາຊີ ມີເນື້ອທີ່ 1.300.000 ກິໂລຕາແມັດ, ໃຫຍ່ອັນດັບ 4 ໃນໂລກ ເຊິ່ງຢັ່ງຢາຍໄປທົ່ວເຂດຕາເວັນຕົກສ່ຽງເໜືອຂອງຈີນ ແລະ ພາກໃຕ້ຂອງມົງໂກນ. ໂດຍມີຄວາມແຕກຕ່າງກັບແນວຄວາມຄິດຂອງຫຼາຍຄົນ, ໂກບີ ບໍ່ພຽງແຕ່ມີຊື່ສຽງທາງດ້ານຫາດຊາຍເທົ່ານັ້ນ ຫາກຍັງມີຊື່ສຽງທາງດ້ານແຮ່ຊາຍ; ໂນນຊາຍ ແລະ ພູຫີນອີກດ້ວຍ.
ໂກບີ ແມ່ນເຂດທະເລຊາຍແຫ່ງໜຶ່ງທີ່ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ດຶງດູດຈິດໃຈຂອງທັງຈີນ ແລະ ມົງໂກນ ແຕ່ວ່າປອມພູຊາຍ ມິນຊາ ( Mingsha ເປັນສະຖານທີ່ທ່ອງທ່ຽວທີ່ໜ້າຈັບໃຈທີ່ສຸດ ເຊິ່ງແມ່ນພາກສ່ວນໜຶ່ງຂອງທະເລຊາຍ ໂກບີ ຂຶ້ນກັບແຂວງການຊູ(Kansu) ແຫ່ງປະເທດຈີນ, ພູຊາຍມິນຊາ ຫ່າງຈາກໃຈກາງນະຄອນ ຕວນຮວ່າງ (Dunhuang) ພຽງແຕ່ປະມານ 5 ກິໂລແມັດ, ເລາະລຽບໄປຕາມ “ເສັ້ນທາງແພໄໝ” ທີ່ເຊື່ອມຕໍ່ລະຫວ່າງ ຈີນ ແລະ ເຂດອາຊີຕາເວັນຕົກ ທີ່ມີຊື່ສຽງມາກ່ອນນີ້ນັບພັນປີ. 

ເພື່ອປະຕິບັດການໄປທ່ອງທ່ຽວຄົ້ນຫາຂອງຕົນ, ນອກຈາກຊື້ປີ້ຜ່ານປະຕູເຂົ້າສູ່ທະເລຊາຍໃນລາຄາ 100 ຢວນແລ້ວ, ແຂກທ່ອງທ່ຽວຍັງຈະໄດ້ຊື້ປີ້ຂີ່ອູດຕື່ມອີກ. ນອກນັ້ນ, ບັນດາເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ການເດີນທາງເຂົ້າໄປໃນທະເລຊາຍຄື: ແວ່ນຕາກັນຂີ້ຊາຍ, ໝວກ, ຜ້າແພ ເພື່ອປົກຫົວ ແລະ ຄຽນຄໍ, ຄີມກັນແດດ, ຖົງຊຸບເກີບເພື່ອກັນຂີ້ຊາຍບໍ່ໃຫ້ເຂົ້າໄປໃນເກີບ… ກໍ່ຕ້ອງໄດ້ກະກຽມຢ່າງຄົບຖ້ວນກ່ອນທີ່ຈະອອກເດີນທາງ.

ໂດຍໄດ້ຮັບຂະໜານນາມວ່າແມ່ນ “ເຈົ້າແຫ່ງທະເລຊາຍ ”, ອູດ Bactria ສອງໜອກ ແມ່ນປະເພດສັດໜຶ່ງດຽວທີ່ມີຢູ່ໂກບີ ແລະ ແມ່ນພາຫະນະເຄື່ອນຍ້າຍໄດ້ດີທີ່ສຸດຢູ່ທະເລຊາຍ. ປະຈຸບັນ ມີອູດ Bactria ປະມານກວ່າ 1.000 ໂຕ ແລະ ນັບທັງ “ຜູ້ພາທາງ” 100 ຄົນ ທີ່ເຮັດອາຊີບຈູງອູດ, ຖ່າຍຮູບເປັນທີ່ລະນຶກໃຫ້ແຂກທ່ອງທ່ຽວໃນທະເລຊາຍ ຢູ່ພູຊາຍມິນຊາ.


ຢູ່ສະຖານທີ່ເຕົ້າໂຮມ, ບັນດາອູດ Bactria 2 ໜອກ ເຊິ່ງແມ່ນສັດປະເພດທີ່ໄດ້ຮັບການຂະໜານນາມວ່າແມ່ນ “ ເຈົ້າແຫ່ງທະເລຊາຍ”
ລໍຖ້າຮອດຄິວຂອງຕົນເພື່ອຕ່າງແຂກໄປຢ້ຽມຢາມທະເລຊາຍ.



ເພື່ອປະຕິບັດການໄປຢ້ຽມຢາມ, ທັດສະນະສຶກສາ ແລະ ບຸກເບີກທະເລຊາຍ ໂກບີນັ້ນ, ແຂກທ່ອງທ່ຽວຄວນມີອູດທີ່ແຂງແຮງໂຕໜຶ່ງ
ແລະ “ຜູ້ພາທາງ” ເກັ່ງຄົນໜຶ່ງ ເພື່ອໄປທ່ຽວໃນທະເລຊາຍ.



ປ້າຍຊີ້ບອກ, ແນະນຳຂໍ້ມູນແຜ່ນໜຶ່ງ ໄດ້ຈຳລອງຮູບພາບອູດ Bactria 2 ໜອກ ຢູ່ເຂດທ່ອງທ່ຽວພູມິນຊາ ແລະ ຫວ້ຍ ຫງວຽດຍາ.


ສະພາບອາກາດໂຫດຮ້າຍທີ່ສຸດ ແລະ ເສັ້ນທາງການເຄື່ອນຍ້າຍແມ່ນລຳບາກພໍສົມຄວນ ແຕ່ວ່າເຂດພູຊາຍມິນຊາ
ຂອງທະເລຊາຍໂກບີ ຍັງຄົງແມ່ນຈຸດນັດພົບອັນດູດດື່ມຂອງແຂກທ່ອງທ່ຽວ.



ປະຈຸບັນມີອູດ Bactria ກວ່າ 1.000 ໂຕ ແລະ ຜູ້ພາທາງປະມານ 100 ຄົນ ທີ່ເຮັດອາຊີບຈູງອູດໃຫ້ແຂກທ່ອງທ່ຽວຢູ່ພູຊາຍມິນຊາ.


ແຕ່ລະຈຸລວມມີອູດ 5 ໂຕ ໂດຍແມ່ນຜູ້ພາທາງຜູ້ໜຶ່ງເປັນຜູ້ຮັບຜິດຊອບ ພາທາງໃຫ້ແຂກທ່ອງທ່ຽວ
ຕະຫຼອດໄລຍະການເດີນທາງເລິກ ເຂົ້າໄປໃນທະເລຊາຍ 4 ກິໂລແມັດ.



ແຂກທ່ອງທ່ຽວບໍ່ຄວນພາດໂອກາດ ສະເໜີໃຫ້ “ຜູ້ພາທາງ” ເຮັດອາຊີບຈູງອູດ ຊ່ວຍຖ່າຍຮູບພາບຕ່າງໆອັນມີຄ່າ
ໃຫ້ ເພື່ອເປັນທີ່ລະນຶກໃນການເດີນທາງທ່ອງທ່ຽວເທິງຫລັງອູດ.



ອູດທັງຫລາຍພາກັນນອນພັກຜ່ອນຢູ່ຈຸດພັກເຊົາຊົ່ວຄາວ ເພື່ອໃຫ້ແຂກທ່ອງທ່ຽວຊົມທິວທັດຂອງທະເລຊາຍ.


ເມື່ອລົງຈາກຫຼັງອູດ Bactria ແລ້ວ, ແຂກທ່ອງທ່ຽວອາດຈະປີນຂຶ້ນໄປຈອມພູດ້ວຍຕົນເອງ, ເພື່ອຊົມທິວທັດຂອງທະເລຊາຍອັນມະຫຶມາ.


… ຫຼື ເຂົ້າຮ່ວມການຫຼິ້ນຕ່າງໆຄື: ຂີ່ສະເກັດເທິງເປີ້ນຊາຍ ຫຼື ຕະລູດຂີ້ຊາຍ, ຂັບຂີ່ລົດວິບາກ, ຂີ່ຈ້ອງເວີ່ນຢູ່ເທິງເວຫາເພື່ອຊົມທິວທັດທຳມະຊາດ…


… ແລະ ຢອກຫຼິ້ນຂີ້ຊາຍຢູ່ຈຸດທີ່ຢຸດໃຫ້ແຂກພັກຜ່ອນໃນທະເລຊາຍ.


ໃນທ່າມກາງທຳມະຊາດອັນກວ້າງໃຫຍ່ໄພສານ ທຸກດ້ານເຕັມໄປ ດ້ວຍກະແສລົມ, ໂນນຊາຍນັ້ນ
ແຂກທ່ອງທ່ຽວຄົນໜຶ່ງໃຊ້ໂທລະສັບມືຖືຖ່າຍຮູບຕົນເອງພ້ອມກັບທະເລຊາຍ.



ຫ້ວຍຫງວຽດຍາ, ຫາດດອນຊາຍ ມີອາຍຸເກືອບ 2.000 ປີ ຖືໄດ້ວ່າເປັນສະຖານທີ່ແຫ່ງໜຶ່ງທີ່ພວກພໍ່ຄ້າທາງໄກບົນ
“ເສັ້ນທາງແພໄໝ” ພັກຜ່ອນກ່ອນຈະຂ້າມຜ່ານທະເລຊາຍໂກບີ. 



ຢູ່ຟາກຫ້ວຍຫງວຽດຍາ ມີວັດໜຶ່ງສ້າງດ້ວຍສະຖາປັດຕະຍະກຳທີ່ເປັນມູນເຊື້ອຂອງຈີນ, ເຊິ່ງໄດ້ຮັບການກໍ່ສ້າງແຕ່ສະໄໝລາຊະວົງຫ໋ານ.


ອູດແຕ່ລະຈຸຕ່າງແຂກນັກທ່ອງທ່ຽວຍ່າງລຽນແຖວກັນໄປຍາວຢຽດ ໄປຕາມພື້ນຊາຍທີ່ເຫຼືອງເຫຼື້ອມຂອງທະເລຊາຍໂກບີ
ເປັນພາບອະນຸສອນທີ່ບໍ່ສາມາດຫຼົງລືມໄດ້ສຳລັບແຂກທ່ອງທ່ຽວເມື່ອມາຢ້ຽມຢາມ, ທັດສະນະສຶກສາ ແລະ ຄົ້ນຫາ.

 
ແຕ່ລະຈຸລວມມີອູດ 5 ໂຕ ໂດຍຜູ້ພາທາງຜູ້ໜຶ່ງເປັນຜູ້ຮັບຜິດຊອບ ພາທາງໃຫ້ແຂກທ່ອງທ່ຽວຕະຫຼອດໄລຍະການເດີນທາງເລິກ ເຂົ້າໄປໃນທະເລຊາຍ 4 ກິໂລແມັດ. ຝູງອູດແຕ່ລະຝູງຍ່າງຕາມຫຼັງກັນໄປເປັນແຖວເທິງສາຍພູຊາຍມິນຊາເຮັດໃຫ້ແຂກນັກທ່ອງທ່ຽວຫງໍາຄິດເຫັນພາບຂອງຂະບວນພໍ່ຄ້າທາງໄກ ຂົນສິນຄ້າເລາະຂາຍຕາມເສັ້ນທາງທີ່ເຊື່ອມຕໍ່ຈາກພາກຕາເວັນອອກຂອງປະເທດຈີນ,ຜ່ານອາຊີກາງໄປເຖິງທະເລເມດີແຕລາເນພັນປີຜ່ານມາ.

ນັ່ງເທິງຫຼັງອູດ, ແນມເບິ່ງປ້ອມພູຊາຍມິນຊາ ປຽບເໝືອນພາບແຕ້ມກ່ຽວກັບຫາດຊາຍທີ່ສວຍງາມແຜ່ນໜຶ່ງ ຊຶ່ງປະກອບດ້ວຍບັນດາໂນນຊາຍທຳມະຊາດທີ່ຄົດລ້ຽວຄົບທຸກຮູບແບບ ແລະ ຍາວຢຽດສຸດສາຍຕານັບພັນໄມຂອງທະເລຊາຍ. ຢູ່ແຕ່ລະຈຸດຢຸດພັກຜ່ອນຊົ່ວຄາວ, ແຂກທ່ອງທ່ຽວສາມາດຍ່າງເລາະເທິງດິນຊາຍ ເພື່ອຊົມທິວທັດແຫ່ງທະເລຊາຍອັນກວ້າງໃຫຍ່ໄພສານ ຫຼື ປີນຂຶ້ນໄປເທິງຈອມພູດ້ວຍຕົນເອງ, ຫຼິ້ນກິລາພະຈົນໄພເທິງດິນຊາຍປະເພດຕ່າງໆຄື: ຂັບຂີ່ລົດຈັກ, ຂີ່ສະກີເທິງເປີ້ນຊາຍ…

ເມື່ອລົງຈາກຫຼັງອູດແລ້ວ, ແຂກທ່ອງທ່ຽວສືບຕໍ່“ລຸຍ” ເຂົ້າໄປເລິກໃນທະເລຊາຍ ແມ່ນຫ້ວຍນໍ້າ ຫງວຽດຍາ (Crescent Lake), ຫາດດອນຊາຍນ້ອຍແຫ່ງໜຶ່ງ ມີອາຍຸເກືອບ 2.000 ປີ ແລ້ວ ນອນໃນທ່າມກາງສິ່ງແວດລ້ອມອ້ອມຮອບດ້ວຍທະເລຊາຍອັນມະຫຶມາ. ຢູ່ໃຈກາງເຂດທະເລຊາຍທີ່ແຫ້ງແລ້ງນັ້ນ, ຫ້ວຍ ຫງວຽດຍາ ມີຄວາມຍາວ 218 ແມັດ ໄຫລແຕ່ພາກຕາເວັນອອກຫາພາກຕາເວັນຕົກ, ມີລວງກ້ວາງ 54 ແມັດ ນັບແຕ່ເໜືອຮອດໃຕ້, ນ້ຳຂຽວໃສດີ. ເປັນເວລານັບພັນໆປີມາແລ້ວ ໜອງນ້ຳແຫ່ງນີ້ຍັງບໍຖືກດິນຖົມຈັກເທື່ອ, ນ້ຳໃນໝອງໃສຕະຫຼອດປີ. ຕາມການເລົ່າຂານກັນມາວ່າ ໝອງແຫ່ງນີ້ຍັງບໍ່ທັນມີຍາມໃດນ້ຳໃນໜອງຈະຖືກພະຍຸຊາຍພັດເຂົ້າເຮັດໃຫ້ນ້ຳຂຸ່ນ ກໍ່ຄືບົກແຫ້ງຈັກເທື່ອ.

ຂີ່ອູດໃນທ່າມກາງລົມຊາຍທີ່ກວ້າງໃຫຍ່ໄພສານທັງສີ່ທິດເປັນເວລາພຽງແຕ່ສອງຊົ່ວໂມງກວ່າເທົ່ານັ້ນ, ທະເລຊາຍໂກບີຍັງຈະເປັນສະຖານທີ່ທ່ອງທ່ຽວທີ່ໜ້າຈົດຈຳ ຂອງແຂກທ່ອງທ່ຽວບໍ່ວ່າຜູ້ໃດເມື່ອມາຢ້ຽມຢາມທະເລຊາຍທີ່ໃຫ່ຍທີ່ສຸດໃນໂລກນີ້.



ໂດຍມີລວງກວ້າງ 31. 200 ກິໂລຕາແມັດ, ປອມພູຊາຍ ມິນຊາ ມີລວງຍາວ ກວ່າ 40 ກິໂລແມັດ ນັບແຕ່ພາກຕາເວັນອອກ ຫາ ພາກຕາເວັນຕົກ, ຈອມສູງທີ່ສຸດເໜືອລະດັບໜ້ານ້ຳທະເລແມ່ນ 1.715 ແມັດ. ເຂດທ່ອງທ່ຽວພູມິນຊາ, ຫວ້ຍຫງວຽດຍາ ແມ່ນໜຶ່ງໃນບັນດາທັດສະນິຍະພາບຈຸດສຸມແຫ່ງຊາດຂອງປະເທດຈີນ ແລະ ເຄີຍໄດ້ຮັບນາມມະຍົດ “ແມ່ນໜຶ່ງໃນຫ້າມະຫາທະເລຊາຍທີ່ສວຍງາມທີ່ສຸດຂອງປະເທດຈີນ” ມາແລ້ວ ໃນປີ 1994.

ບົດ ແລະ ພາບ: ຈອງຈິ໋ງ


ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top