• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທມີພະບາດສົມເດັດພະເຈົ້າມະຫາຊີວິດອົງໃໝ່ຢ່າງເປັນທາງການ


(ອົງ​ມົງ​ກຸ​ດ​ລາ​ຊະ​ກຸ່ມ​ມານ ມະ​ຫາ ວະ​ຈິ້​ຣາ​ລອງກອນ 
ກາຍ​ເປັນ​ພະ​ບ​າດ​ສົມ​ເດັດ​​ພະ​ເຈົ້າມະ​ຫາ​ຊີ​ວິດ​​ອົງທີ 10)
      ຕອນ​ຄ່ຳ​ວັນ​ທີ 01/12, ບັນ​ດາ​ຊ່ອງ​ໂທ​ລະ​ພາບ​ຂອງ​ໄທ ໄດ້​ຖ່າຍ​ທອດ​ສົດ​ຄຳ​ຖະ​ແຫຼງ​​ຂຶ້ນ​ຄອງ​ລາດ​ຂອງ​ອົງ​ມົງ​ກຸ​ດ​ລາ​ຊະ​ກຸ່ມ​ມານ ມະ​ຫາ ວະ​ຈິ້​ຣາ​ລອງກອນ ກາຍ​ເປັນ​ພະ​ບ​າດ​ສົມ​ເດັດ​​ພະ​ເຈົ້າມະ​ຫາ​ຊີ​ວິດ​​ອົງທີ 10 ຂອງ​ລາ​ຊະ​ອາ​ນາ​ຈັກໄທ. ຫຼັງ​ຈາກນັ້ນ, ປະ​ທານ​ສະ​ພານິ​ຕິ​ບັນ​ຍັດ - ສະ​ພາ​ແຫ່ງ​ຊາດ​ໄທ (NLA) ພອນ​ເພດ ວິ​ຈິດ​ຈົ​ນ​ໄຈ ກ​ໍ​ໄດ້​ມີ​ແຈ້ງ​ການ​ເຖິງ​ປະ​ຊາ​ຊົນ​ທຸກ​​ຊັ້ນ​ວັນ​ນະກ່ຽວ​ກັບ​ເລື່ອງ​ຂຶ້ນ​ຄອງ​ລາດ​ຂອງ​ພະ​ບ​າດ​ສົມ​ເດັດ​​ພະ​ເຈົ້າມະ​ຫາ​ຊີ​ວິດ​​ອົງທີ 10.
        ຄຳ​ຖະ​ແຫຼງນີ້​ໄດ້​ຍົກ​ອອກ​ມາ​ພາຍ​ຫຼັງ​ການ​ພົບ​ປະ​ລະ​ຫວ່າງ ອົງ​ມົງ​ກຸ​ດ​ລາ​ຊະ​ກຸ່ມ​ມານ ມະ​ຫາ ວະ​ຈິ້​ຣາ​ລອງກອນ ກັບ​ຄະ​ນະ​ຜູ້​ແທນ​ໂດຍ​ຜູ້​ສຳ​ເລັດ​ລ​າດ​ຊະ​ການ​ແທນ​ພະ​ອົງ ທ່ານ ​ບເຣັບ ຕິ​ສຸ​ນາ​ນົ​ນ, ນຳ​ໜ້າ​ດ້ວຍ​ຜ​ູ້​ຕາງ​ໜ້າ​ຂອງ 3 ຝ່າຍ​ແຫ່ງ​ສິດ​ອຳ​ນາດ​ໄທ​ ນັ້ນແມ່ນ: ນາ​ຍົກ​ລັດ​ຖະ​ມົນ​ຕີ, ປະ​ທານ NLA ແລະ ​ທ່ານປະ​ທານ​ສານ​ສູງ​ສຸດ.
        ຕອນ​ຄ່ຳ​ວັນ​ດຽ​ວ​ກັນ, ກົມ​ະ​ຊາ​ສຳ​ພັນ (PRD) ຂອງ​ລັດ​ຖະ​ບານ​ແຫ່​ງ​ລ​າ​ຊະ​ອາ​ນາ​ຈັກ​ໄທ ກ​ໍ​ຍົກ​ອອກ​ແຈ້ງ​ການ​ໃຫ້​ຮູ້​ວ່າ ນາມ​ກະ​ສັດຂອງ​ພະ​ບ​າດ​ສົມ​ເດັດ​​ພະ​ເຈົ້າມະ​ຫາ​ຊີ​ວິດ​​ອົງທີ 10​ ແມ່ນພະ​ບ​າດ​ສົມ​ເດັດ​​ພະ​ເຈົ້າມະ​ຫາ​ຊີ​ວິດ ມະ​ຫາ ວະ​ຈິ້​ຣາ​ລອງກອນ ບາ​ດີບ​ທໍ​ຣານ​ເທບ​ຣາ​ວະ​ຣານ​ກຸນ
(ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top