• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂເວທີປາໄສບັນດາຝ່າຍທີ່ກ່ຽວຂ້ອງເຖິງຂົງເຂດກ່ຽວກັບສະພາຄົ້ນຄວ້າ ແລະ ໂຄງການເຂື່ອນໄຟຟ້ານ້ຳຕົກປາກແບງ, ລາວ


ເວ​ທີ​ປາ​ໄສ​ດ້ວຍ​ຫົວ​ຂໍ້​ວ່​າ “ແບ່ງ​ປັນ, ຮັບ​ຟັງ ແລະ ກະ​ທຳ”
(ພາບ: vietnamplus.vn)
      ຕອນ​ເຊົ້າ​ວັນ​ທີ 22/02, ຢູ່​ເມືອງ​ເກ​ົ່າ​ຫຼວງ​ພະ​ບາງ, ປະ​ເທດ​ລ​າວ, ໄດ້​ໄຂ​ເວ​ທີ​ປາ​ໄສ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ເຖິງ​ຂົງ​ເຂດ​ກ່ຽວ​ກັບ​ສະ​ພາ​ຄົ້ນ​ຄວ້າ​ແລະ​ໂຄງ​ການ​ເ​ຂື່ອນ​ໄຟ​ຟ້​າ​ນ້ຳ​ຕົກ​ປາກ​ແບງດ້ວຍ​ຫົວ​ຂໍ້​ວ່​າ “ແບ່ງ​ປັນ, ຮັບ​ຟັງ ແລະ ກະ​ທຳ”. ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ໂດຍ​ທ່ານ​ຜູ້​ອຳ​ນວຍ​ການ​ຄະ​ນະ​ກຳ​ມ​າ​ທິ​ການແມ່​ນ້ຳ​ຂອງ (MRC) ຟ້າມ​ຕ໋ວນ​ຟານ ​ເຂົ້າ​ຮ່ວມ. ທີ່​ເວ​ທີ​ປາ​ໄສ, ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ໄດ້​ສຸມ​ໃສ່​ເຂົ້າ 2 ເນື້ອ​ໃນ​ຕົ້ນ​ຕໍ​ນັ້ນ​ແມ່ນ: ເຜີຍ​ແຜ່​ບັນ​ດາ​ນິ​ຍາມ, ບົດ​ນິ​ພົນກ່ຽວ​ຂ້ອງ​ເຖິງ​ການ​ຄົ້ນ​ຄວ້າ, ຕີ​ລາ​ຄາ​ກ່​ຽວ​ກັບ​ຜົນ​ກະ​ທົບ​ຂອງ​ໂຄງ​ການ​ເ​ຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ເວົ້າ​ລວ​ມ ເພື່ອ​ເປັນ​ພື້ນ​ຖານ​ໃຫ້​ການ​ຄົ້ນ​ຄວ້າ, ຕີ​ລາ​ຄາ​ສຳ​ລັບ​ໂຄງ​ການເ​ຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ປາກ​ແບງ; ແລກ​ປ່ຽນ ແລະ ປຶ​ກ​ສາ​ຫາ​ລື​ລົງ​ເລິກ​ກ່ຽວ​ກັບ​ໂຄງ​ການເ​ຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ປາກ​ແບງ. ນອກນັ້ນ, ເວ​ທີ​ປາ​ໄສ​ກໍ່​ຈະ​ຮັບ​ຟັງ​ບັນ​ດາບ​ົດ​ຮຽນ​​ນັບ​ແຕ່ການ​ປະ​ຕິ​ບັດ​ວິ​ວັດ​ທະ​ນາ​ການ​ທາບ​ທາມ​ຄວາມ​ເຫັນ​ຂອງ​ໂຄງ​ການ ໄຊ​ຍະ​ບູ​ລີ ແລະ ດອນ ສະ​​ຫົງ; ບັນ​ດາເປົ້າໝາຍ​ຂອງ​ການ​ທາບ​ທາມ​ຄວາມ​ເຫັນ​ເ​ຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ປາກ​ແບງ; ຍຸ​ດ​ທະ​ສາດ​ການ​ພັດ​ທະ​ນາເ​ຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ຢ່າງ​ໝັ້​ນ​ຄົງ​ຂອງ​ລາວ ເວົ້າ​ລວມ ແລະ ຂອງ​ໂຄງ​ການເ​ຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ປາກ​ແບງ ເວົ້າ​ສະ​ເພາະ.
 (ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top