• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂເວທີປາໄສຄູ່ຮ່ວມມືພັດທະນາ ຫວຽດນາມ 2015


(ໄຂເວທີປາໄສຄູ່ຮ່ວມມືພັດທະນາຫວຽດນາມ2015)
      ດ​້ວຍ​ຫົວ​ຂໍ້​ວ່າ “ມຸ່ງ​ໄປ​ເຖິງ​ການ​ແກ່ງ​ແຍ່ງ, ການ​ເຕ​ີບ​ໂຕ​ຢ່າງ​ຮອບ​ດ້ານ ແລະ ຍືນ​ຍົງ”, ເວ​ທີ​ປາ​ໄສ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ຫວຽດ​ນາມ (VDPF) 2015, ຖືກດຳ​ເນີນ​​ໃນ​ຕອນ​ເຊົ້າ​ວັນ​ທີ 05/12, ຢູ່​ຮ່າ​ໂນ້ຍໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂ​ອງ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ລົງ​ທຶນ​ຫວຽດ​ນາມ ບຸຍກວາງວິງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ ໄດ້​ເຂົ້າ​ຮ່ວມ ແລະ ມີ​ບົດ​ກ່າວ​ປາ​ໄສ​ສຳ​ຄັນ​ທີ່​ເວ​ທີ​ປາ​ໄສ. ເວ​ທີ​ປາ​ໄສ​ຄ​ູ່​ຮ່ວມ​ມື​ພັດ​ທະ​ນາ​ຫວຽດ​ນ​າມ ແ​ມ່ນ​ເວ​ທີ​ປາ​ໄສ​ສົນ​ທະ​ນານະ​ໂຍ​ບາຍ​ຂັ້ນ​ສູງ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ພັດ​ທະ​ນາ ກ່ຽວ​ກັບ​ບັນ​ດາ​ນະ​ໂຍ​ບາ​ຍ​ສຳ​ຄັນ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢ່າງ​ຮອບດ​້ານ​ຢູ່​ຫວຽດ​ນ​າມ.
     ທີ່ ເວ​ທີ​ປາ​ໄສ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ຫວຽດ​ນາມ 2015, ຜູ້​ຕາງ​ໜ້າ​ຂອງ​ບັນ​ດາ​ອົງ​ການ, ປະ​ເທດ​ຊາດ​ໃນ​ໂລກ​ໄດ້​ຍົກ​ອອກ​ຂໍ້​ສັງເກດ, ຄວາມ​ສົນ​ໃຈ ແລະ ຂໍ້​ສະ​ເໜີ​ແນະ​ສຳ​ລັບ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ຊຶ່ງ​ຕົ້ນ​ຕໍແມ່ນ​ຢູ່​ບັນ​ດາ​ເນື້ອ​ໃນ​ຕ່າງໆ​ເຊັ່ນ: ປະ​ຕິ​ຮູບ​ລະ​ບອບ, ປະ​ຕິ​ຮູບ​ລັດ​ວິ​ສາ​ຫະ​ກິດ, ປົວ​ແປງ​ສະ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ເພີ່ມ​ສະ​ມັດ​ທະ​ພາບ​ການ​ອອກ​ແຮງ​ງານ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ເອົາ​ໃຈ​ໃສ່​ພັດ​ທະ​ນາ​ເສດ​ຖະ​ກິດ​ຕິດ​ພັນ​ກັບ​ການ​ໜູນ​ຊ່ວຍ​ສັງ​ຄົມ ແລະ ກົດ​ໝາຍ.
       ເວ​ທີ​ປາ​ໄສ​ລວມ​ມີ 2 ພາກ, ພາກ​ທີ່​ໜຶ່ງ, ບັນ​ດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານໝາກ​ຜົນກ່ຽວ​ກັບ​ສະ​ພາບ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ຫວຽດ​ນາມ ປີ 2015; ບັນ​ດາ​ເນື້ອ​ໃນ​ຕົ້ນ​ຕໍ​ຂອງ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໄລ​ຍະ 2016 – 2020; ​ພິ​ເສດ​ແມ່ນ​ໃນ​ສະ​ພາບ​ຫວຽດ​ນາມ ເຊື່ອມ​ໂຍງ​ເຂົ້າ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ ໄລ​ຍະ 2016 – 2020 ຢ່າງ​ເລິກ​ເຊິ່ງ; ພາກ​ທີ 2 ແມ່ນ​ບັນ​ຫາ​ປະ​ຕິ​ບັດ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ສະ​ຫະ​ປະ​ຊາ​ຊາດ ຢູ່​ຫວຽດ​ນາມ. ໃນ​ວາ​ລະ​ປຶກ​ສາ​ຫາ​ລື​ທີ່ 2, ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ຂອດ​ບຸກ​ທະ​ລຸ​ຍຸດ​ທະ​ສາດ, ບັນ​ດາ​ຜູ້​ແທນ​ໄດ້​ຕີ​ລາ​ຄາ​​ໝາກ​ຜົນ​ປະ​ຕິ​ບັດ 2 ຂອດ​ບຸກ​ທະ​ລຸ​ຍຸດ​ທະ​ສາດກາງ​ສະ​ໄໝ ໃນ​ການ​ພັ​ດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ; ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ປະ​ຕິ​ບັດ​ຂອດ​ບຸ​ທະ​ລຸ​ຍຸດທະ​ສາດ​ພາຍ​ໃຕ້​ການ​ສັງ​ເກ​ດ​ຂອງ​ບັນ​ດາ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ໃນ​ຂົງ​ເຂດ​ສ້າງ​ລະ​ບອບ​ເສດ​ຖະ​ກິດ​ການ​​ຕະຫຼາດ​ທັນ​ສະ​ໄໝ, ການ​ເງິນ​ໃຫ້​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ, ພັດ​ທ​ະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ.   
      ກ່າວ​ຄຳ​ເຫັນ​ທີ່ ເວ​ທີ​ປາ​ໄສ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ຫວຽດ​ນາມ 2015, ທ່ານ​ນາ​ຍົກລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໃຫ້​ຮູ້​ວ່າ ຫວຽດ​ນາມ​ໄດ້​ວາງ​ຈຸດ​ສຸ​ມ​ໃຫ້​ແກ່​ໄລ​ຍະ​ພັດ​ທະ​ນາ 2016-2020 ແມ່ນ​ພັດ​ທະ​ນາ​ໄວ​ກວ່າ ແລະ ຍືນ​ຍົງ​ກວ່າ, ສູ້​ຊົນ​ບັນ​ລຸ​ລະ​ດັບ​ແຕ່ 6,5% ຫາ 7%. ການພັດ​ທະ​ນາ​ເສດ​ຖະ​ກິດ​ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ, ຮັບ​ປະ​ກັນ​ຄວາມ​ກ້າວ​ໜ້າ​ສັງ​ຄົມ, ຄວາມ​ຍຸດ​ຕິ​ທຳ, ການ​ໜູນ​ຊ່ວຍ​ສັງ​ຄົມ, ຍົກ​ສູງ​ສະ​ຫວັດ​ດີ​ການ​ສັງ​ຄົມ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ເທື່ອ​ລະ​ກ້າວ, ຖື​ມະ​ນຸດ​ເປັນ​ໃຈ​ກາງ​ຂອງ​ການ​ພັດ​ທະ​ນາ. ທ່ານ​ນາ​ຍົກລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ຊີ້​ແຈ້ງວ​່າ ລັດ​ຖະ​ບານ​ຫວຽດ​ນາມ​ໝັ້ນ​ໝາຍ​ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມ​ືອງ, ຄວາມ​ເປັນ​ລະ​ບຽ​​ບ ຮຽບ​ຮ້ອຍ​ສັງ​ຄົມ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ນັກ​ລົງ​ທຶນ ຊາວ​ຕ່າງ​ປະ​ເທດ​ເຂົ້າ​ມາ​ລົງ​ທຶນ, ດຳ​ລົງ​ຊີ​ວິດ ແລະ ທຳ​ມາ​ຄ້າ​ຂາຍ​ຢູ່​ຫວຽດ​ນາມ. ທ່ານ​ນາ​ຍົກລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ຫວຽດ​ນາມ​ມີ​ຄວາມ​ຫວັງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ, ເອົາ​ໃຈ​ໃສ່​ຊ່ວຍ​ເຫຼືອ​ຈາກ​ບັນ​ດາ​ຄູ່​ຮ່ວມ​ມື, ບັນ​ດາ​ອົງ​ການ​ສາ​ກົນ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.
(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top