• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂຊຸມວັນວັດທະນະທຳໄທຢູ່ຫວຽດນາມ

ການສະແດງສິລະປະໃນລາຍການ
(ພາບ: vietnamnet.vn)
      ຕອນ​ຄ່ຳ​ວັນ​ທີ 28/7, ຢູ່​ຮ່າ​ໂນ້ຍ, ກະຊວງ​ວັດທະນະທຳ​ລາຊະ​ອານາຈັກ ​ໄທ, ສະຖານທູ​ດ ​ໄທ ປະຈຳ ຫວຽດນາມ ​ໄດ້​ສົມທົບ​ກັບກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງທ່ຽວ ຫວຽດນາມ ​​ໄຂ​ຊຸມ​ວັນ​ວັດທະນະທຳ ​ໄທ ປະຈຳ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ​ໄທ (6/8/1976 – 6/8/2016). ​ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ລາຊະ​ອານາຈັກ ​ໄທ ປະຈຳ ຫວຽດນາມ ມະ​ບົນ​ໃຈ ວົງ​ພັກດີ ​ເນັ້ນ​ໜັກ​ວ່າ: ​ໃນ 40 ປີຜ່ານມາ, ການ​ພົວພັນ ຫວຽດນາມ - ​ໄທ ​ໄດ້​ເພີ່ມ​ທະວີຢ່າງ​ບໍ່​ຢຸດ​ຢັ້ງ, ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ຫຼາຍ​ຂົງ​ເຂດ​ຄື: ຮ່ວມ​ມື​ການ​ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ, ການ​ຄ້າ, ​ແຮງ​ງານ ​ແລະ ຫຼາຍ​ຂົງ​ເຂດອື່ນໆ​ອີກ.
        ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 28/7, ຢູ່ ຮ່າ​ໂນ້ຍ, ກະຊວງ​ວັດທະນະທຳລາຊະ​ອານາຈັກ ​ໄທ, ສະຖານທູດ ​ໄທ ປະຈຳ ຫວຽດນາມ ​ໄດ້​ສົມທົບ​ກັບ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ​ໄຂ​ງານ​ວາງສະ​ແດງ “ວັດທະ​ນະ​ທຳ ​ແລະ ສິລະ​ປະ ​ໄທ”. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ລັດຖະມົນ​ຕີ​ກະຊວງ​ວັດທະນະທຳ, ກິ​ລາ ​ທ່ອງ​ທ່ຽວ ຫວຽດນາມ ຮ່ິວ​ງຫວີງ​ອ໋າຍ, ​ໃຫ້​ຮູ້​ວ່າ:
        “​ໃນ​ຂອບ​ເຂດ​ຊຸມ​ວັນ​ວັດທະນະທຳ ​ໄທ ປະຈຳ ຫວຽດນາມ, ຜູ​້ຊົມ ຫວຽດນາມ ບໍ່​ພຽງ​ແຕ່​ໄດ້​ຮັບ​ຊົມ​ລາຍການ​ສິລະ​ປະ​ຂອງ​ຄະນະ​ສິລະ​ປະ​ລາຊະ​ອານາຈັກ ​ໄທ ທີ່ສະ​ແດງ​ຢູ່​ໂຮງ​ລະຄອນ​ໃຫຍ່ ຮ່າ​ໂນ້ຍ ​ແລະ ​ແຂວງ ກວາງ​ນີງ ​ເທົ່າ​ນັ້ນ ຫາກ​ບັນດາ​ຜູ້​ຊົມ ຫວຽດນາມ ຍັງ​ໄດ້​ສຳ​ພັດ​ກັບ​ວັດທະນະທຳ ​ໄທ ຜ່ານ​ງານ​ວາງສະ​ແດງ​ວັດທະ​ນະ​ທຳ ​ແລະ ສິລະ​ປະ​ໄທ​ອີກ​ດ້ວຍ. ຜ່ານ​ນັ້ນ, ຜູ້​ຊົມ​ສາ​ມາດ​ຮັບ​ຮູ້ໄດ້​ວັດທະນະທຳ​ທີ່​ມີຫຼາຍ​ຮູບ​ຫຼາຍ, ມີ​ຫົວຄິດ​ປະດິດ​ສ້າງ​ຜ່ານ​ບັນດາ​ປະ​ເພດ​ສິລະປະ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ໄທ ຄື​​ເຄື່ອງ​ຫັດຖະກຳ, ​​ແກະ​ຄວັດ​ສະຫຼັກ, ອາຫານ​ການ​ກິນ.”
        ງານ​ວາງສະ​ແດງ​ໄດ້​ດຳ​ເນີນ​ໄປຮອດ​ວັນ​ທີ 1/8.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top