• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານມະໂຫລານດົນຕີພື້ນເມືອງບັນດາປະເທດອາຊຽນ 2015


ງານມະໂຫລານດົນຕີພື້ນເມືອງບັນດາປະເທດອາຊຽນ 2015
 (
ພາບ: nhandan.com.vn)
        ກ່າວ​ຄ​ຳ​ເຫັນ​ທີ່ພິທີໄຂ​ງານ​ມະ​ໂຫລານ​ດົນ​ຕີພື້ນ​ເມືອງບັນດາ​ປະ​ເທດ​ອາ​ຊຽນ 2015, ຊຶ່ງຖືກ​ດຳ​ເນ​ີນ​ໄປ​ໃນ​ຕອນ​ຄໍ່​າວັນ​ທີ 01/08, ຢູ່​ແຂວງ ​ແທງ​ຮ໋ວາ, ທ່ານ​ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ວັດ​ທະນະ​ທຳ, ກິລາ ​ແລະ ທ່​ອງທ່ຽວ ​ເວື້​ອງຢຸຍບຽນ ​ເນັ້ນ​ໜັກ​ວ່າ: ງານ​ມະ​​ໂຫລານ​ເພື່ອ​ແນ​ໃສ່​ໂຄສະນາ ​ແລະ ​ເຊີດ​ຊູຈຸດ​ຍອດ​ຍິ່ງ​ຂອງ​ດົນ​ຕີ​ພື້ນ​ເມືອງ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້; ​ໂຄສະນາ​ຄຸນ​ຄ່າ, ຄວາມ​ສາມາດ​ບົ່ມ​ຊ້ອນ​ມໍ​ລະ​ດົກ​ວັດທະນະທຳ​ບັນດາ​ເຜົ່າ ​ເຖິງ​ນັກ​ທ່​ອງທ່ຽວ​ສາກົນ ​ແລະ ​ໄດ້​ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ຂອງ​ຂະ​ແໜງທ່ອງ​ທ່ຽວ​ຂອງ​ຫວຽດນາມ ​ກໍ​ຄື​ການທ່ອງທ່ຽວ​ອາ​ຊຽນ. ງານ​ມະ​ໂຫລານຖືກ​ດຳ​ເນີນ​ໄປ​​​ໃນເວລາ 5 ວັນ ​ແລະ 5 ຄືນ, ດ້ວຍ​ບັນດາ​ລາຍການ​ທີ່ມີ​ເນື້ອ​ໃນ​ອຸດົມ​ສົມ​ບຸນ​. ​ໃນ​ຂອບ​ເຂດ​ງານ​ມະ​ໂຫລານ​ດົນຕີ​ພື້ນ​ເມືອງຄັ້ງ​ນີ້ ຍັງ​​ໄດ້ຈັດ​ກອງ​ປະຊຸ​ມສຳ​ມະ​ນາ​ວິທະຍາສາດ​ດ້ວຍ​ຫົວ​ຂໍ້ “ດົນຕີ​ພື້ນ​ເມືອງ​ບັນດາ​ປະ​ເທດ​ອາ​ຊຽນ - ​ເປັນ​ເອກະ​ພາບ​ໃນ​ຫຼາຍ​ຮູບ​ຫຼາຍສີ”. ງານ​ມະ​ໂຫລານຈະ​​ອັດ​ລົງ​ໃນ​ວັນ​ທີ 06/08.
(ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top