• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານຕະຫຼາດນັດການຄ້າສາກົນຫວຽດນາມຄັ້ງທີ14 ຢູ່ນະຄອນໂຮ່ຈີມິນ

ພາບ​ປະ​ກອບ
      ງານ​ຕະຫຼາດ​ນັດ​ການ​ຄ້າ​ສາ​ກົນ ຫວຽດ​ນາມ ຄັ້ງ​ທີ 14 ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 30/11/2016, ຢູ່​ສູນ​ວາງ​ສະ​ແດງ ແລະ ກອງ​ປະ​ຊຸມ ໄຊ​ງ່ອນ (SECC), ນະ​ຄອນ ໂຮ່​ຈີ​ມິນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ປະ​ເທດ ແລະ ເຂດ​ແຄ້ວນ​ຄື: ອິນ​ໂດ​ເນ​ເຊຍ, ສ. ເກົາຫຼີ, ເນ​ປານ, ໄຕ​ຫວັນ (ປະ​ເທດ​ຈີນ), ລາວ, ກ​ຳ​ປູ​ເຈຍ ແລະ ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ນາງ ໂຮ່​ທິ​ກິມ​ທວາ, ​ຮອງລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫ​ະ​ກຳ ການ​ຄ້າ ຫວຽດ​ນາມ, ເນັ້ນ​ໜັກ​​ເຖິງຄວາມ​ໝາຍ​ສຳ​ຄັນ​​ຢ່າງແທດ​ຈິງ​ຂ​ອງ​ງານ​ຕະ​ຫຼາດ​ນັດ​ຄັ້ງ​ນີ້ວ່າ:
       “ດ້ວຍ​ຂອບ​ຂະ​ໜາດ​ກ່​ວາ 600 ຮ້ານ​ວາງ​ສະ​ແດງ, ​ມີກ່​ວາ 520 ວິ​ສາ​ຫະ​ກິດ​ທີ່​ມາ​ຈາກ 20 ປະ​ເທດ ແລະ ເຂດ​ແຄ້ວນ ໄດ້​ມີ​ໜ້າ​ໃນ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້. ກ່ຽວ​ກັບ​​ປະ​ສິດ​ທິ​ຜົນ ແລະ ຄຸນ​ນະ​ພາບ​ໃນ​ການ​​ແລກ​ປ່ຽນການ​ຄ້າ​ໃນ​ຕະຫຼອດ 13 ປີ​ທີ່​ຜ່ານ​ມາ, ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ມີ​ຂອ​ບ​ຂະ​ໜາດ​ໃຫຍ່​ກ່​ວາ. ງານ​ວາງ​ສະ​ແດງ​ແມ່ນ​ຂົວ​ຕໍ່​ແລກ​ປ່ຽນ​ຄ້າ​ຂາຍ​ທີ່ສະ​ຫງວນ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ສາ​ກົນ​​ໄດ້ພົບ​ປະ, ແລກ​ປ່ຽນ​ຮ່ວມມື​ດຳ​ເນີນ​ທຸ​ລະ​ກິດ, ຊຸກ​ຍູ້​ການ​ພັດ​ທະ​ນາ​​ດ້ານການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ໃນ​ໂລກ.”
(ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top