• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ໂຮງງານຜະລິດໄຂ່ໄກ່ສະອາດ ĐTK

ໄດ້ຖືຄື “ໂຮງແຮມ 5 ດາວ”  ສຳລັບໃຫ້ໄກ່ໄຂ່, ໂຮງງານຜະລິດໄຂ່ໄກ່ສະອາດຂຶ້ນກັບບໍລິສັດຫຸ້ນສ່ວນ ĐTK ພວມ ນຳໃຊ້ເຕັກໂນໂລຊີລ້ຽງສັດແຖວໜ້າ ຂອງໂລກ ເພື່ອຜະລິດອອກ ບັນດາ ຜະລິດຕະພັນໄຂ່ໄກ່ທີ່ມີຄຸນນະພາບສູງ ເຖິງ 175 ລ້ານ ໜ່ວຍຕໍ່ປີ.
ດ້ວຍຍອດເງິນລົງທຶນກວ່າ 800 ຕື້ດົ່ງ, ໃນ 4 ເດືອນຜ່ານມາ, ໂຮງງານຜະລິດໄຂ່ໄກ່ສະອາດ ĐTK ທີ່ເມືອງ ຕາມນົງ, ແຂວງຝູ໋ເຖາະ ໄດ້ຈຳໜ່າຍໄຂ່ໄກ່ສະອາດ ແນວໄກ່ Hy-line ຂອງ ສ ອາເມລິກາ ອອກສູ່ຕະຫຼາດເປັນຄັ້ງທຳອິດ. ນີ້ຖືໄດ້ວ່າ ເປັນແຜນຍຸດທະສາດຂອງ ĐTK ເມື່ອເລືອກເອົາໄລຍະເວລາຈຳໜ່າຍຜະລິດຕະພັນ ອອກສູ່ຕະຫຼາດໃນຂະນະທີ່ຄວາມເປັນຫ່ວງກ່ຽວກັບຄວາມປອດໄພດ້ານສະບຽງອາຫານຢູ່ ຫວຽດນາມ ກຳລັງຢູ່ໃນສະພາບ “ເຕືອນໄພ”.
 
ເຕັກໂນໂລຊີຜະລິດໄຂ່ໄກ່ຂອງ ĐTK ໄດ້ຖ່າຍທອດ 100% ຈາກ ISE Foods -ກຸ່ມບໍລິສັດຜະລິດໄຂ່ໄກ່ຂະໜາດໃຫຍ່ທີ່ສຸດຂອງ ຍີ່ປຸ່ນ, ຕ່ອງໂສ້ການຜະລິດໄດ້ນຳເຂົ້າມາຈາກບໍລິສັດ Chubu Ecotec ຂອງ ຍີ່ປຸ່ນ, ລະບົບຂອງໂຮງງານແມ່ນ Agrotop ຂອງ ອິສຣາແອນ ເປັນຜູ້ສະໜອງ.
  
ໄດ້ມີໜ້າຢູ່ໂຮງງານຜະລິດໄຂ່ໄກ່ສະອາດຂອງ ĐTK ໃນມື້
ທຳອິດທີ່ໂຮງງານຈະຜະລິດໄຂ່ໄກ່ສະອາດ, ພວກຂ້າພະເຈົ້າ ຮູ້ ສຶກຕົກສະເງີ້ ຕໍ່ຄວາມທັນສະໄໝ ແລະ ລະບົບຄຸ້ມຄອງ ຢູ່ທີ່ນີ້. 

ລະບົບທຳຄວາມສະອາດ ເຄື່ອງນຸ່ງກ່ອນຈະເຂົ້າໃນໂຮງງານ.


ໄຂ່ໄກ່ໄດ້ເກັບແບບອັດຕະໂນມັດດ້ວຍຕ່ອງໂສ້ທີ່ທັນສະໄໝ
Hytem ຂອງ ຍີ່ປຸ່ນ ແລະ ສົ່ງໄປອະນາໄມ, ຈຳແນກປະເພດ, ຫຸ້ມຫໍ່ດ້ວຍລະບົບ Nabel ຂອງ ຍີ່ປຸ່ນ.



ລະບົບການຜະລິດເຄື່ອງໄຫວຢ່າງນິ້ມນວນ. 


ໄຂ່ຖືກເກັບເຂົ້າແຕະ ແບບອັດຕະໂນມັດ, ພະນັກງານພຽງ ແຕ່ຍົກໄຂ່ອອກຈາກສາຍສົ່ງ. 


ໄຂ່ ຖືກກວດກາຫາເຊື້ອດ້ວຍລະບົບເຄ່ືອງຈັກ UV ທີ່ທັນສະໄໝ. 


ລະບົບເຄື່ອງຈັກຈຳແນກປະເພດສິສັນ ແລະ ຂະໜາດ ຂອງ ໄຂ່ ຢ່າງສະໝ່ຳສະເໝີ.


ກວດກາສີຂອງໄຂ່ແດງຕາມລະບົບອຸປະກອນເຕັກນິກ. ຄວາມ ແຂງ ແລະ
ໜາຂອງໄຂ່ບັນລຸມາດຕະຖານ ຈຶ່ງໄດ້ສົ່ງ ໄປຂັ້ນ ຕອນອື່ນໆ. 



ໄຂ່ ຖືກນຳເຂົ້າກວດກາ ຄຸນນະພາບ ຄວາມສົດ ຕາມມາດ ຕະ ຖານ AA ຂອງ ກະຊວງກະສິກຳ ສ ອາເມລິກາ.


ກວດກາສີສັນ ແລະ ຂະໜາດຂອງໄຂ່ແຕ່ລະໜ່ວຍ.



ໄຂ່ໄກ່ສະອາດຫຼັງຈາກໄດ້ຜ່ານຂັ້ນຕອນການກວດກາເຕັກນິກ.


ຜະລິດຕະພັນໄຂ່ໄກ່ ສະອາດ ຂອງ ໂຮງງານ  ĐTK ໄດ້ຈຳໜ່າຍ ອອກ ສູ່ຕະຫຼາດ
ເມື່ອ ເດືອນ ເມສາ 2017 ດ້ວຍມາດຕະຖານ ສາກົນ.

ເພື່ອຮັບປະກັນສະພາບແວດລ້ອມທີ່ດີໃຫ້ໄກ່ຜະລິດອອກບັນດາ ຜະລິດຕະພັນທີ່ມີຄຸນນະພາບສູງທີ່ສຸດ, ໂຮງງານໄດ້ຕັ້ງຢູ່ເທິງພູ ຊຶ່ງຖືກຂັ້ນດ້ວຍໜອງນຳ້ ແລະ ເຂດປູກຕົ້ນຊາ ເພື່ອຮັບປະກັນ ບໍ່ໃຫ້ມີສຽງອຶກກະທຶກນຶກນັນລົບກວນ ແລະ ອາຍເສຍອ້ອມຂ້າງ.

ນອກຈາກນັ້ນ ເພື່ອຮັກສາບໍ່ໃຫ້ໄກ່ ຕິດພະຍາດເດັດຂາດ, ພະ ນັກງານ ຂອງ ໂຮງງານ ນັບແຕ່ປ້ອງກັນ ໄປຈົນເຖິງການນຳ ຕ້ອງປະຕິບັດວິທີການຄຸ້ມຄອງ ອະນາໄມອຸດສາຫະກຳ ທີ່ນຳ ເຂົ້າມາຈາກ ຍີ່ປຸ່ນ ຢ່າງເຄັ່ງຄັດ.
 
ປະຈຸບັນ, ĐTK ຝູ໋ເຖາະ ມີໂຮງລ້ຽງໄກ່ໄຂ່ 12 ຫຼັງ, ແຕ່ລະຫຼັງຈະໃຫ້ໄຂ່ 40.000 ໜ່ວຍຕໍ່ມື້. ກຳມະກອນ 110 ຄົນໄດ້ແບ່ງ ເປັນໜ່ວຍງານ ແລະ ກຸ່ມເຮັດວຽກທີ່ແຕກຕ່າງກັນ, ໃນນັ້ນ ມີ ນັກວິສາວະກອນ 46 ຄົນຈະຮັບຜິດຊອບວຽກງານ ດູແລໄກ່ໄຂ່. ນຳໃຊ້ທ່າແຮງດ້ວຍລະບົບຜະລິດໄຂ່ໄກ່ສະອາດແບບຄົບວົງຈອນ, ກ່ອນທີ່ຈະເອົາມາລ້ຽງຢູ່ໂຮງງານ ĐTK ຝູ໋ເຖາະ, ພັນໄກ່ Hy-line ທີ່ນຳເຂົ້າມາຈາກ ສ ອາເມລິກາ ໄດ້ລ້ຽງຢູ່ນິຍົມ ĐTK ຢູ່ເມືອງ ດ້ຽນບ່ານ, ແຂວງ ກວາງນາມ. ໄກ່ນ້ອຍຢູ່ທີ່ນີ້ ຈະໄດ້ສົ່ງມາໂຮງງານຜະລິດໄຂ່ໄກ່ສະອາດ ĐTK ຝູ໋ເຖາະ ເພື່ອລ້ຽງຈົນເຖິງຍາມໃຫ້ໄຂ່. ພາຍຫຼັງໃຫ້ໄຂ່ ໄດ້ 85 ອາທິດ ໄກ່ຈະຖືກນຳໄປສູ່ລະບົບເອົາຊີ້ນ.

ໄກ່ນ້ອຍ ທີ່ຫາກໍ່ແຕກອອກ ຖືກຂົນສົ່ງແຕ່ນິຄົມລ້ຽງໄກ່ແມ່ພັນຢູ່ ກວາງນາມ
ມາລ້ຽງຢູ່ໂຮງງານ
ĐTK ຝູ໋ເຖາະ ຈົນເຖິງໃຫ້ໄຂ່.



ເຮືອນລ້ຽງໄກ່ໄຂ່ ຂອງ ໂຮງງານ.


ເຮືອນລ້ຽງໄກ່ແຕ່ລະຫຼັງ ຈະຜະລິດໄດ້ໄຂ່ໄກ່ 40.000 ໜ່ວຍ ຕໍ່ມື້. 


ກຳມະກອນກວດກາສະພາບໄກ່ໄຂ່ ແລະ ບັນທຶກໄວ້ແຕ່ລະມື້.

ທ່ານ ເຄືອງຫງອກຂາຍ, ອຳນວຍການຂອງໂຮງງານ ໃຫ້ຮູ້ວ່າ “ປະຈຸບັນຢູ່ ຫວຽດນາມ, ການລ້ຽງໄກ່ເອົາໄຂ່ສ່ວນຫຼາຍແມ່ນ ລ້ຽງ ແບບທຳມະຊາດ ຫຼື ລ້ຽງຢູ່ໃນນິຄົມຕາມການຮ່ວມມືລະຫວ່າງ ຊາວກະສິກອນ ແລະ ວິສາຫະກິດ. ສ່ວນ ĐTK ໄດ້ທຳການຜະ ລິດໄຂ່ໄກ່ ສະອາດແບບຕ່ອງໂສ້ວົງຈອນປິດໃນການລ້ຽງ ແລະ ຈຳໜ່າຍຫົວອາຫານ, ສະນັ້ນຈິ່ງ ສາມາດຄວບຄຸມໄດ້ບັນດາຂັ້ນ ຕອນການຜະລິດ ນັບແຕ່ຕົ້ນໄປເຖິງຂັ້ນສຸດທ້າຍໄດ້ຢ່າງເຄັ່ງຄັດ”.

ທ່ານ ຂາຍ ຍັງໃຫ້ຮູ້ວ່າ ເປົ້າໝາຍຂອງໂຮງງານແມ່ນເອົາທຶນຄືນໃນໄລຍະເວລາ 10 ປີ ແລະ ອີກ 2 ປີຈະມີກຳໄລ. ປະຈຸບັນ, ໄຂ່ ໄກ່ສະອາດ ຂອງ ĐTK ຝູ໋ເຖາະ ໄດ້ວາງຂາຍຢູ່ຕາມບັນດາ
ຮ້ານຊັບພະສິນຄ້າ ຂອງ ຫວຽດນາມ ຄື: Unimart, Aeon Mall ລອງບຽນ. ĐTK ຝູ໋ເຖາະ ກຳລັງພະຍາຍາມເພື່ອສົ່ງໄຂ່ໄກ່ ສະອາດ ອອກໄປສູ່ບັນດາຕະຫຼາດຕ່າງໆ ຄື: ສ.ເກົາຫຼີ ແລະ ຍີ່ປຸ່ນ.



ເປັນເວລາ 30 ປີ ເຮັດທຸລະກິດໃນຂົງເຂດລ້ຽງສັດ, ປະຈຸບັນ ĐTK ພວມມີ 8 ສາຂາເຄື່ອນໄຫວໃນຫຼາຍດ້ານ, ນັບແຕ່ການຜະລິດອາຫານສັດ, ນິຄົມຜະລິດພັນໄກ່, ນຳເຂົ້າ-ສົ່ງອອກ ຈົນເຖິງການຈຳ ໜ່າຍຜະລິດຕະພັນຂັ້ນສຸດທ້າຍ. ĐTK ຖືກຈັດຢູ່ໃນອັນດັບທີ 200 ໃນຈຳນວນ 500 ວິສາຫະກິດເອກະຊົນ ຫວຽດນາມ, ໄດ້ຮັບ ລາງວັນ ຮວງເຂົ້າຄຳ ແລະ ວິສາຫະກິດ ເພື່ອຊາວກະສິກອນ, ບັນ ຊີກຽດຕິຍົດຄຳ ສຳລັບສະມາຄົມ ລ້ຽງສັດປີກ ຫວຽດນາມ ມອບ ໃຫ້.

ບົດ: ບິກເວີນ - ພາບ: ແທງຢາງ

FITO PHARMA ກ້າວສູ່ລະດັບສາກົນ

FITO PHARMA ກ້າວສູ່ລະດັບສາກົນ

ດ້ວຍ​ຄວາມຝັນອັນແຮງກ້າ ​ແລະ ວິ​ໄສ​ທັດ ​ທີ່​ຈະ​ກາຍ​ເປັນ​ຍີ່ຫໍ້ ​ຜະລິດ​ຕະພັນ​ສະໝຸນ​ໄພ​ຊັ້ນ​ນຳ​ ຂອງ​ ຫວຽດນາມ ​ແລະ ​ໃນ​ລະດັບ​ສາກົນ, ຈາກ​ວິ​ສາ​ຫະກິດ​ຄອບຄົວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1999, ​ໂດຍ​ອີງ​ໃສ່​ພື້ນຖານ ​ແລະ ກຳລັງ​ແຮງ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດ​ຢາ​ພື້ນ​ເມືອງ, ພາຍຫຼັງ 2 ທົດ​ສະ​ວັດ​ແຫ່ງ​ການ​ພັດທະນາ, ບໍລິສັດ​ການຢາ FITO PHARMA ຈຳກັດ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ບໍລິສັດ ​ການຢາ​ທີ່​ມີ​ຊື່​ສຽງ​ຂອງ​ ຫວຽດນາມ, ມີບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ໄປ​ຍັງ​ຫຼາຍ​ປະ​ເທດ​ໃນ​​ໂລກ.

Top