• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ໂສມໜ້າໃໝ່ຢູ່ເຂດຊາຍແດນ ຊິ໋ນເມີ່ນ

ຊິ໋ນເມີ່ນ ເປັນເມືອງຊາຍແດນ ມີຄວາມສາມາດບົ່ມຊ້ອນ ຂອງ ແຂວງ ຮ່າຢາງ, ພື້ນທີ່ເມືອງ ຊິ໋ນເມີ່ນ ຖືກອ້ອມຮອບ ໄປດ້ວຍ ພູຜາ ທີ່ສູງຊັນ ແລະ ເຫວເລິກ, ດັ່ງນັ້ນ ເສັ້ນທາງ ຄົມມະນາຄົມ ແມ່ນພົບຄວາມຫຍຸ້ງຍາກຫຼາຍທີ່ສຸດ ໃນ ການແລກປ່ຽນຄ້າຂາຍ ກັບເຂດໃກ້ຄຽງ. ເມື່ອຂົວ ກົກປ່າຍ ຖືກສ້າງດ້ວຍ ທຶນກູ້ຢືມ ຈາກອົງການຮ່ວມມື ສາກົນ ຍີ່ປຸ່ນ (JICA) ແລະ ທຶນສົມທົບ ຂອງລັດຖະບານຫວຽດນາມ, ບໍ່ພຽງແຕ່ຊ່ວຍແກ້ໄຂ ດ້ານຄົມມະນາຄົມ ໃຫ້ສະດວກສະບາຍ ເທົ່ານັ້ນ ຫາກຍັງຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ໃຫ້ແກ່ທ້ອງຖິ່ນ ອີກດ້ວຍ. 
ຄວາມປິຕິຊົມຊື່ນຢູ່ເຂດຊາຍແດນທີ່ຫ່າງໄກ

ຊິ໋ນເມີ່ນ ເປັນເມືອງຊາຍແດນ ຂອງ ແຂວງ ຮ່າຢາງ, ທິດເໜືອ ຕິດ ກັບ ສປ ຈີນ, ມີພົນລະເມືອງກວ່າ 58.000 ຄົນ, ມີ 16 ຊົນເຜົ່າ ສ່ວນໜ້ອຍ, ໃນນັ້ນຊົນເຜົ່ານຸ່ງ ກວມ 43%, ຊົນເຜົ່າມົ້ງ ກວມ 23%, ສ່ວນຍັງເຫຼືອແມ່ນຊົນເຜົ່າອື່ນໆຄື: ຢາວ, ໄຕ່, ລາຈີ໋ ແລະ ກິງ.

ກ່ອນໜ້ານີ້, ຢາກຕິດຕໍ່ວຽກກັບ ທີ່ວ່າການແຂວງ ຄືນະຄອນ ຮ່າ ຢາງ ຫຼື ເມືອງຕ່າງໆ ທີ່ໃກ້ຄຽງ, ປະຊາຊົນ ຊິ໋ນເມີ່ນ ຕ້ອງຂ້າມ ຜ່ານ ແມ່ນ້ຳໄຈ໋ ດ້ວຍຂົວອູ່ ທີ່ໃຊ້ງານມາດົນ, ຮັບນ້ຳໜັກ ໄດ້ບໍ່ພໍ ເທົ່າໃດ. ເມື່ອຍານພາຫະນະແລ່ນຜ່ານ ແຕ່ລະຄັ້ງ ຈະເຮັດໃຫ້ ຂົວ ສັ່ນສະເທືອນໄປມາຢ່າງແຮງ. ມື້ໃດມີຝົນຕົກ, ລົມແຮງ ການຂ້າມ ຂົວອູ່ ຍິ່ງພົບຄວາມ ຫຍຸ້ງຍາກຍິ່ງຂຶ້ນ.

ເພື່ອສ້າງຄວາມປອດໄພ ດ້ານຄົມມະນາຄົມ ແລະ ຊ່ວຍເຮັດ ໃຫ້ ຊີວິດ ການເປັນຢູ່ຂອງປະຊາຊົນທ້ອງຖິ່ນໃຫ້ດີຂຶ້ນ, ກະຊວງຄົມມະນາຄົມຂົນສົ່ງ ໄດ້ຕັດສິນໃຈ ລົງທຶນກໍ່ສ້າງຂົວ ກົກປ່າຍ ດ້ວຍມູນຄ່າການກໍ່ສ້າງ ກວ່າ 150 ຕື້ດົ່ງ.

ຂົວ ກົກປ່າຍ ໄດ້ເລີ່ມລົງມືກໍ່ສ້າງ ເມື່ອວັນທີ 26 ມັງກອນ 2015 ຫ່າງຈາກຂົວອູ່ ປະມານ 60 ແມັດ ໄປຕາມທາງທິດເໜືອ. ພາຍ ຫຼັງດຳເນີນກໍ່ສ້າງ ມາເປັນເວລາ 20 ເດືອນ, ຂົວໄດ້ເປີດນຳໃຊ້ ຢ່າງເປັນທາງການ ໃນຕົ້ນເດືອນ ພະຈິກ 2016. ການທີ່ ຂົວ ກົກ ປ່າຍ ຖືກເປີດນຳໃຊ້ ບໍ່ພຽງແຕ່ ເຊື່ອມຕໍ່ ເສັ້ນທາງ ຄົມມະນາຄົມ ລະຫວ່າງ ຊິ໋ນເມີ່ນ ແລະ ບັນດາທ້ອງຖິ່ນ ໃກ້ຄຽງເທົ່ານັ້ນ, ແຕ່ ຍັງ ເປີດອອກໂອກາດຫຼາຍຢ່າງ ໃນການພັດທະນາເສດຖະກິດ, ວັດ ທະນະທຳ ແລະ ສັງຄົມໃຫ້ແກ່ທ້ອງຖິ່ນອີກດ້ວຍ. ນັບແຕ່ນັ້ນ ເປັນ ຕົ້ນມາ, ຜະລິດຕະພັນກະສິກຳ ແລະ ບໍລິການທ່ອງທ່ຽວຂອງ ພີ່ ນ້ອງ ຊາວເຜົ່າຢູ່ ຊິ໋ນເມີ່ນ ໄດ້ມີໂອກາດເປີດ ສູ່ໂລກພາຍນອກ.

ອ້າຍ ຫຼີວັນຮ່າວ, ຊາວບ້ານ ຈຸງຈ໊າຍ ຢູ່ຫ່າງຈາກເທດສະບານ ກົກ ປ່າຍ 5 ຫຼັກ ໃຫ້ຮູ້ວ່າ “ແຕ່ລະອາທິດ ຊາວບ້ານ ໄດ້ນຳເອົາເຂົ້າ, ສາລີ ໄປຂາຍຢູ່ຕະຫຼາດຊາຍແດນ. ຕະຫຼາດຫ່າງຈາກບ້ານ 45 ຫຼັກ. ກ່ອນໜ້ານີ້, ຢາກໄປເຖິງຕະຫຼາດ ຕ້ອງຜ່ານຂົວອູ່ ຢູ່ເທດສະ ບານ ເມືອງ ຊຶ່ງມັກເພຢູ່ເປັນປະຈຳ, ສະນັ້ນຕ້ອງຍ່າງອ້ອມຂົວອູ່ ໄກ ອອກ ໄປປະມານ ສອງສາມຫຼັກ. ບັດນີ້ມີຂົວ ແຫ່ງໃໝ່ແລ້ວ, ພວກຂ້າ ພະເຈົ້າຈະໄດ້ໄປຮອດ ຕະຫຼາດໄວກວ່າ”.


ທ່ານ Fujita Yasuo, ຫົວໜ້າຜູ້ຕາງໜ້າອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ປະຈຳຫວຽດນາມ ພ້ອມກັບພວກນ້ອງນັກຮຽນ ຊົນ ເຜົ່າ ເມືອງຊິ໋ນເມີ່ນ
ເຂົ້າຮ່ວມການແຂ່ງຂັນ ແຕ້ມພາບ ທີ່ມີ ຫົວ ເລື່ອງ “ການປ່ຽນແປງໃໝ່ຢູ່ບ້ານເກີດເມືອງນອນຂອງຕົນ”. 



ນັກສະແດງ ລານເຟືອງ, ອຸປະທູດ ຂອງ JICA ຫວຽດນາມ ມາ ຢ້ຽມຢາມ ພີ່ນ້ອງ ຊາວຊົນເຜົ່າ ມົ້ງ ຢູ່ບ້ານ ຈຸງຈ໊າຍ,
ເທດສະບານ ກົກປ່າຍ, ເມືອງ ຊິ໋ນເມີ່ນ ໃນໂອກາດ ເປີດ ນຳໃຊ້ຂົວ ແລະ ເປີດ ຈຸດທ່ອງທ່ຽວ ຂົວ ກົກປ່າຍ. 



ບັນດາພາບແຕ້ມ ຂົວ ກົກປ່າຍ ສະແດງໃຫ້ເຫັນ ຄວາມໄຝ່ຝັນ ກ່ຽວກັບ ການປ່ຽນແປງ ຢູ່ບ້ານເກີດເມືອງນອນ
ຂອງ ພວກນ້ອງ ນັກຮຽນ ໂຮງຮຽນຊົນເຜົ່າກິນນອນ ເມືອງ ຊິ໋ນເມີ່ນ. 



ງານວາງສະແດງພາບແຕ້ມຂອງພວກນ້ອງນັກຮຽນ ໄດ້ຈັດ ຢູ່ເດີ່ນ ໂຮງຮຽນຊົນເຜົ່າກິນນອນ ເມືອງຊິ໋ນເມີ່ນ
ເນື່ອງໃນໂອກາດ ສະ ຫຼອງ ຜົນສຳເລັດການກໍ່ສ້າງ ຂົວກົກປ່າຍ. 



ທ່ານ Fujita Yasuo, ຫົວໜ້າຜູ້ຕາງໜ້າອົງການ JICA ປະ ຈຳ ຫວຽດນາມ ແລະ ທ່ານ ຮວ່າງຍີ້ເຊີນ, ປະທານຄະນະກຳມະການ ປະຊາຊົນ
ເມືອງ ຊິ໋ນເມີ່ນ ມອບລາງວັນ ໃຫ້ບັນດານ້ອງນັກຮຽນ ທີ່ໄດ້ຮັບລາງວັນ. 

ສ່ວນເອື້ອຍ ນົງທິຫວາ, ຄູສອນຢູ່ຕາແສງ ແທ່ນຟ່າງ ກ່າວດ້ວຍ ຄວາມດີໃຈວ່າ “ມື້ ໃດ ຝົນຕົກແຮງ, ດິນເຊາະເຈື່ອນ, ເອື້ອຍ ແລະ ບັນດາເພື່ອນຮ່ວມງານ ເມື່ອຂ້າມຂົວອູ່ ແມ່ນສຸດທີ່ອັນຕະລາຍ ຫຼື ທາງຕັນຍ້ອນ ຈຳນວນຄົນຂ້າມຂົວອູ່ ຫຼາຍເກີນໄປ ນັບແຕ່ມື້ມີຂົວ ກົກປ່າຍ, ພໍ່ແມ່ພີ່ນ້ອງ ພວກຂ້າພະເຈົ້າ ຮູ້ສຶກດີໃຈຫຼາຍ. ຂ້າພະ ເຈົ້າ ກໍບໍ່ຕ້ອງກັງວົນ ເມື່ອມີຝົນຕົກ, ລົມແຮງ ຫຼື ຂົວອູ່ເປ່ເພ ເພື່ອມາ ໂຮງຮຽນ ສອນໜັງສືພວກນ້ອງຢ່າງ ປອດໄພ. 

ຂົວກົກປ່າຍ - ເຮັດໃຫ້ຊີວິດການເປັນຢູ່ ເມືອງຊິ໋ນເມີ່ນ ມີຄວາມປ່ຽນ ແປງ

ຕັ້ງຢູ່ບ່ອນມີພູຜາປ່າໄມ້ ແມ່ນ້ຳລຳເຊທີ່ສວຍງາມກົມກຽວ ຂອງ ເມືອງ ຊິ໋ນເມີ່ນ, ຂົວ ກົກປ່າຍ ເປັນໜຶ່ງໃນຂົວຫຼາຍແຫ່ງ ນອນຢູ່ ໃນໂຄງການ ສິນເຊື່ອ ຂະແໜງຄົມມະນາຄົມ ໄລຍະ 2 ດ້ວຍແຫຼ່ງ ທຶນກູ້ຢືມຈາກອົງການຮ່ວມມືສາກົນຍີ່ປຸ່ນ (JICA) ແລະ ແຫຼ່ງທຶນ ສົມທົບຂອງລັດຖະບານ ຫວຽດນາມ. ຂົວມີ ລວງກວ້າງ 9 ແມັດ, ລວງຍາວຕະຫຼອດກິດຈະການແມ່ນ 832,77 ແມັດ ກັບ 11 ຂາງ ຂົວ, ລວມລວງຍາວຂົວ 337,28 ກັບ  5 ຂາງຂົວ; ທາງ ຂຶ້ນ ຂົວ ຍາວ 495,49 ແມັດ; ພິເສດ ຂົວ ມີ 2 ເສົາ P5, P6 ສູງ 60 ແມັດ. 

ຜູ້ຕາງໜ້າອົງການ JICA, ກະຊວງການຄົມມະນາຄົມຂົນສົ່ງ ແລະ ການນຳແຂວງຮ່າຢາງ ເປີດພິທີຕັດແຖບຜ້າ
ໃຫ້ລົດແລ່ນ ຜ່ານຂົວກົກປ່າຍ ແລະ ຮັບຮອງເອົາຈຸດທ່ອງທ່ຽວ ກົກປ່າຍ ຢ່າງ ເປັນທາງການ. 



ຜູ້ຕາງໜ້າອົງການ JICA, ກະຊວງການຄົມມະນາຄົມຂົນສົ່ງ ແລະ ການນຳແຂວງ ຮ່າຢາງ ເຂົ້າຢ້ຽມຊົມຂົວ ກົກປ່າຍ. 


ລາຍການສະແດງສິລະປະ ໂດຍພວກນ້ອງນັກຮຽນ ຊາວຊົນເຜົ່າ ເມືອງ ຊິ໋ນເມີ່ນ ເປັນຜູ້ສະແດງ ໃນມື້ເປີດການນຳໃຊ້ຂົວກົກປ່າຍ. 


ເປັນໜຶ່ງໃນຂົວຫຼາຍແຫ່ງນອນຢູ່ໃນຂອບເຂດ ໂຄງການສິນເຊື່ອ ຂະແໜງການຄົມມະນາຄົມ ໄລຍະ 2  ໂດຍກະຊວງ ການຄົມະ ນາຄົມຂົນສົ່ງ ເປັນອົງການ
ຮັບຜິດຊອບ ການບໍລິຫານ, ຂົວກົກ ປ່າຍສຳເລັດ ໄດ້ຊ່ວຍເຮັດໃຫ້ ການເຊື່ອມຕໍ່ ດ້ານ ຄົມມະນາຄົມ ລະຫວ່າງແຂວງຮ່າຢາງ
ແລະ ແຂວງ ລ່າວກາຍ ກໍຄືລະຫວ່າງ ເມືອງຊິ໋ນເມີ່ນ ແລະ ບັນດາທ້ອງຖິ່ນ ທີ່ໃກ້ ຄຽງໄດ້ດີຂຶ້ນ. 



ຕັ້ງຢູ່ຈຸດ ທີ່ມີພູຜາປ່າໄມ້ ແມ່ນ້ຳລຳເຊ ທີ່ໜ້າດຶງດູດໃຈ, ຂົວ ກົກ ປ່າຍ ມີບັນດາເສົາຂົວ ໄດ້ຮັບການອອກແບບຢ່າງສວຍງາມ
ແລະ ປະສົມກົມກຽວກັນກັບຄວາມສວຍງາມ ຂອງ ທຳມະຊາດ ຢູ່ເມືອງ ຊາຍແດນ ຊິ໋ນເມີ່ນ.
 


ບັນດາພວກນ້ອງນັກຮຽນ, ການນຳເມືອງ ຊິ໋ນເມີ່ນ ແລະ ຜູ້ຕາງ ໜ້າ ບັນດາໜ່ວຍງານ ທີ່ເຂົ້າຮ່ວມການກໍ່ສ້າງຂົວ ຖ່າຍຮູບ
ເປັນທີ່ ລະນຶກ ຢູ່ເທິງຂົວ ກົກປ່າຍ ຊຶ່ງໄດ້ສຳເລັດ ພາຍຫຼັງດຳເນີນ ກໍ່ສ້າງ ມາເປັນເວລາ 20 ເດືອນ.



ປະຊາຊົນເມືອງ ຊິ໋ນເມີ່ນ ເຕົ້າໂຮມກັນ ຢ່າງມ່ວນຊື່ນ ຄືກັບ ບາງ ບຸນ ເພື່ອຮ່ວມພິທີສະເຫຼີມສະຫຼອງ ການນຳໃຊ້ ຂົວ ກົກປ່າຍ
ຊຶ່ງ ເປັນຈຸດເດັ່ນໃນການ ຂຸດຄົ້ນ ແລະ ຊຸກຍູ້ການທ່ອງທ່ຽວ ຂອງ ທ້ອງຖິ່ນ. 



ພວກນ້ອງນັກຮຽນ ເມືອງ ຊິ໋ນເມີ່ນ ຢ້ຽມຊົມຂົວ ກົກປ່າຍ. 


ຂົວກົກປ່າຍ ໄດ້ຊ່ວຍເຮັດໃຫ້ຊີວິດການເປັນຢູ່ ຂອງ ປະຊາຊົນ ເມືອງ ຊາຍແດນ ຊິ໋ນເມີ່ນ ມີຄວາມ ອີ່ມໜຳສຳລານ. 

ເມື່ອຫວນເຖິງ ມື້ທຳອິດທີ່ກໍ່ສ້າງຂົວ ກົກປ່າຍ, ທ່ານ ຟ້າມຫງອກ ບຽນ, ຮອງຜູ້ອຳນວຍການໃຫຍ່ ຄະນະຄຸ້ມຄອງ ໂຄງການເລກ 6 ໃຫ້ຮູ້ວ່າ ເມື່ອຖ້ຽວລົດທຳອິດ ນຳພາຫະນະ ເຄື່ອງຈັກ ເຂົ້າກິດຈະ ກຳກໍ່ສ້າງ ບັນດາຜູ້ປະຕິບັດໂຄງການ ຈຶ່ງຮູ້ໄດ້ ຄວາມຫຍຸ້ງຍາກ ຂອງ ພູມສັນຖານ ທີ່ມີພູສູງ ເຫວເລິກ ຢູ່ແຫ່ງນີ້. ອຸປະກອນ ກໍ່ສ້າງທັງໝົດ ລ້ວນແຕ່ ຕ້ອງສົ່ງ ຈາກທິດ ລ່າວກາຍ ເຂົ້າມາ ແລະ ຕ້ອງ ຢຸດຫ່າງຈາກກິດຈະກຳ ກໍ່ສ້າງ 15 ກິໂລແມັດ. ຍິ່ງໄປ ກວ່າ ນັ້ນ ແມ່ນສະພາບອາກາດ ໂຫດຮ້າຍທີ່ສຸດ ເປັນສາຍເຫດ ສົ່ງ ຜົນກະ ທົບເຖິງ ຄວາມຄືບໜ້າຂອງການປະຕິບັດ ວຽກງານກໍ່ສ້າງ.

ຍ້ອນຮັບຮູ້ໄດ້ຄວາມຫຍຸ້ງຍາກໃນການດຳລົງຊີວິດ ກໍຄື ຄວາມມຸ່ງ ມາດປາດຖະໜາ ຂອງພໍ່ແມ່ປະຊາຊົນຢູ່ແຫ່ງນີ້, ບັນດາ ຜູ້ເປັນ ນາຍຊ່າງ ໄດ້ພະຍາຍາມຜ່ານຜ່າ ຄວາມຫຍຸ້ງຍາກ ເພື່ອ ເຮັດໃຫ້ ໂຄງການ ສຳເລັດຕາມແຜນ ທີ່ວາງໄວ້. ທ່ານ ບຽນ ໄດ້ສະແດງ ຄວາມດີໃຈອອກມາວ່າ: “ປັດຈຸບັນ, ຂົວແຫ່ງນີ້ ໄດ້ກາຍ ເປັນຈຸດ ເດ່ັນທາງປັດຕະຍະກຳ, ເຮັດໃຫ້ເທດສະບານກົກປ່າຍ ສວຍງາມ ຂຶ້ນຢ່າງແທ້ຈິງ. ສຳລັບພວກຂ້າພະເຈົ້າແລ້ວ, ນີ້ກໍ ເປັນການພິສູດ ໃຫ້ແກ່ ການຜັນຂະຫຍາຍ ຢ່າງມີປະສິດທິຜົນ ການລົງທຶນ ບັນດາໂຄງການ ຄົມມະນາຄົມ ດ້ວຍແຫຼ່ງທຶນ ODA ຂອງ ລັດຖະບານ ຍ່ີປຸ່ນ ແລະ ທຶນສົມທົບ ຂອງລັດຖະບານຫວຽດນາມ.

ຕາມທ່ານ ຮວ່າງຍີ້ເຊີນ, ປະທານຄະນກຳມະການປະຊາຊົນ ເມືອງ ຊິ໋ນເມີ່ນ ເຫັນວ່າ ເມື່ອ ຂົວກົກປ່າຍ ຖືກນຳໃຊ້ ຈະເຊື່ອມ ຕໍ່ ເມືອງ ຊິ໋ນເມີ່ນ (ຮ່າຢາງ) ກັບເມືອງ ບັກຮ່າ (ລ່າວກາຍ) ແລະ ເຊື່ອມຕໍ່ກັບທາງດ່ວນ ຮ່າໂນ້ຍ-ລ່າວກາຍ ແລະ ໃນອະນາຄົດ ຈະ ເຊື່ອມຕໍ່ກັບດ່ານຊາຍແດນ ຊິ໋ນເມີ່ນ-ຕູຫຼຸງ (ສປ ຈີນ). ສິ່ງດັ່ງ ກ່າວ ນີ້ ຈະປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການພັດທະນາເສດຖະ ກິດສັງຄົມ, ຮັບປະກັນດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຂອງເມືອງ ຊິ໋ນເມີ່ນ ກໍຄືຂອງ ສອງເມືອງ ຢູ່ທາງທິດ ຕາເວັນຕົກ ຂອງແຂວງ ຮ່າຢາງ.

ນອກຈາກນັ້ນ, ອຳນາດການປົກຄອງເມືອງ ຊິ໋ນເມີ່ນ ກໍຈະຊຸກຍູ້ ພັດທະນາການທ່ອງທ່ຽວຊຸມຊົນ ດ້ວຍການໃຫ້ປູກ ຕົ້ນໄມ້ ປະຈຳ ທ້ອງຖິ່ນ ຢູ່ຫົວຂົວ ທັງສອງເບື້ອງ ເພື່ອສ້າງພາບອັນສວຍງາມ. ນັກທ່ອງທ່ຽວເມື່ອມາເຖິງທີ່ນີ້ ຈະໄດ້ຊົມທຳມະຊາດ ໃຫຍ່ໂຕ ມະ ໂຫຖານ ໃນບັນຍາກາດ ທີ່ງຽບສະຫງົບ ແລະ ເຂົ້າຮ່ວມການ ຫາ ປາ, ເກັບຜັກ, ນອນເຮືອນຮ້ານ ແລະ ຊິມລົດຊາດ ຂອງອາຫານ ພື້ນບ້ານພ້ອມກັບ ຊາວທ້ອງຖິ່ນອີກດ້ວຍ.

ໄດ້ເຫັນກັບຕາຂົວ ກົກປ່າຍ ແຫ່ງໃໝ່ທີ່ໝັ້ນຄົງຖາວອນ, ພວກນ້ອງນັກ ຮຽນຊົນເຜົ່າເມືອງ ຊິ໋ນເມີ່ນ ລວມ 100 ຄົນ  ໄດ້ເຂົ້າຮ່ວມ ການ ແຂ່ງຂັນແຕ້ມພາບດ້ວຍຫົວເລື່ອງ: “ການປ່ຽນແປງໃໝ່ ຢູ່ ບ້ານ ເກີດເມືອງນອນ ຂອງນ້ອງ”. ພວກນ້ອງໄດ້ປະດິດແຕ້ມ ຄືນໃໝ່ ລຳຂົວ ກົກປ່າຍ ທີ່ຕັ້ງສະຫງ່າ ຂ້າມຜ່ານແມ່ນ້ຳໄຈ໋ ເໝືອນດັ່ງ ຄວາມຝັນ ກ່ຽວກັບການປ່ຽນແປງໃໝ່ ຢູ່ ບ້ານເກີດ ເມືອງນອນ ຂອງຕົນ.

ທ່ານ Fujita Yasuo, ຫົວໜ້າຜູ້ຕາງໜ້າອົງການ (JICA) ປະ ຈຳ ຫວຽດນາມ ກ່າວວ່າ: “ຂ້າພະເຈົ້າ ຫວັງວ່າ ການກໍ່ສ້າງຂົວ ກົກ ປ່າຍ ຈະຊ່ວຍໃຫ້ປະຊາຊົນ ຊິ໋ນເມີ່ນ ມີໂອກາດເຂົ້າໃຈຕື່ມອີກ ກ່ຽວກັບຄົນຍີ່ປຸ່ນ, ພ້ອມກັນນັ້ນ ກໍ່ຊ່ວຍ ໃຫ້ ຄົນຍີ່ປຸ່ນ ຮັບຮູ້ຫຼາຍ ກວ່າກ່ຽວກັບເມືອງ ຊິ໋ນເມີ່ນ ເວົ້າສະເພາະ ແລະ ແຂວງ ຮ່າຢາງ ອີກດ້ວຍ”. 
ບົດ: ເງິນຮ່າ - ພາບ: ຈ້ອງຈິ໋ງ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top