• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

“ໂລກແຫ່ງລົດຍົນ” ຢູ່ ຮ້ານ Wheel House Café

ຮ້ານ Wheel House Café ຕັ້ງຢູ່ຖະໜົນ ຟານວັນຈີ້, ເມືອງ ງໍ່ເວີບ, ນະຄອນ ໂຮ່ຈີມິນ ເປັນຮ້ານກາເຟແຫ່ງໜຶ່ງທີ່ໄດ້ຮັບ ການຕົບແຕ່ງຕາມຮູບຈຳລອງຂອງລົດຍົນຕ່າງໆ, ບັນດາຊຸດໂຕະ, ຕັ່ງນັ່ງເຮັດດ້ວຍກົງລົດຢ່າງແປກໜ້າແປກຕາລວມເຖິງເຄື່ອງດື່ມກໍ່ຍັງກ່ຽວຂ້ອງກັບຍີ່ຫໍ້ລົດຕ່າງໆ…
Wheel House Café ເປັນສະຖານທີ່ທີ່​ໃນ​ສ່ວນ​ໃດ​ໜຶ່ງປະກົດ​ໃຫ້​ເຫັນ​ຄືນ​ຢ່າງ​ມີ​ຊີວິດ​ຊີວາ​ເລື່ອງ​ຮູບ​ເງົາ“ໂລກແຫ່ງລົດຍົນ” ຢູ່ນີ້ ໄດ້ວາງສະແດງຮູບຈຳລອງລົດຍົນ​ທຸກ​ຊະນິດ​ນັບແຕ່ລົດ ບັນທຸກຂະໜາດ​ໃຫຍ່, ລົດ​ເກງ​ແຕ່​ລະ​ລຸ້ນ, ຈົນ​ເຖິງ​ລົດ​ແຂ່ງ ​ເຊິ່ງຈໍາລອງ​ໄວ້​ຢູ່​ເທິງຝາ, ເທິງຕູ້ຖ້ານ ແລະ ໃນຕູ້ແກ້ວ.​ ເຈົ້າຂອງຮ້ານກໍ່​ມີ​ໃຈກວ້າງ​ຂວາງ​ພ້ອມ​ທີ່​ຈະເອົາໃຫ້ແຂກຜູ້​ໃດ​ກໍ່ຕາມ​ຕ້ອງການ​ຢາກ​ຢືມ​ຮູບ​ຈໍາລອງ​ລົດ​ມາ​ເບີ່​ງມາ​ຊົມ, ຊອກ​ຮູ້​ຊອກ​ເຫັນຫລື​ແລ່ນ​ລອງ​ຢູ່​ເທິງ​ໂຕະ. ຄວາມຈິງ​ແລ້ວ, ບັນດາຮູບຈຳລອງລົດຍົນ​ທີ່ວາງສະແດງຢູ່ Wheel House Café ແມ່ນຜົນຈາກຄວາມນິຍົມຊົມ​ຊອບ​ລົດຍົນຂອງເຈົ້າຂອງຮ້ານ ​ໃນເມື່ອເສຍສະຫລະເວລາກວ່າໜຶ່ງປີ ​ເພື່ອໄປຊອກຊື້ຮູບຈຳລອງລົດຍົນທີ່ຮ້ານຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດ. 

ມູນໜຶ່ງການວາງສະແດງຮູບຈຳລອງລົດຍົນຊະນິດຕ່າງໆທີ່ Wheel House Café.
























ຊຸດສະສົມຮູບຈຳລອງລົດຍົນທີ່ Wheel House Café.




ພ້ອມກັບບັນດາຮູບແຕ້ມກ່ຽວ​ກັບ​ລົດຍົນ​ລຸ້ນຕ່າງໆ​ໃນຕົ້ນສະຕະວັດທີ 20. 

ໃນຫວ່າງເວຫາພິເສດຂອງWheel House Café, ຜູ້ທີ່ມີ ຄວາມນິຍົມ​ຊົມ​ຊອບລົດຍົນສາມາດຄົ້ນພົບຄວາມ ຈັບໃຈໃນວິທີການປະດັບປະດາຢູ່ທີ່ນີ້. ສະແດງອອກຢ່າງຈະແຈ້ງທີ່ສຸດແມ່ນວິທີ​ອອກ​ແບບໂຕະຕັ່ງ​ໃນຮ້ານລ້ວນ​ແລ້ວ​ແຕ່​ເຮັດ​ດ້ວຍ​ວັດຖຸ ​ແລະ​ຈໍາລອງ​ຕາມຮູບຊົງຂອງລົດຍົນຊະນິດ​ຕ່າງໆ. ຕົວຢ່າງຄື: ຕັ່ງ​ເຮັດ​ດ້ວຍກົງລົດສອງ ໜ່ວຍປະກອບ​ເຂົ້າກັນ, ​ໂຄງໂຕະເຮັດດ້ວຍກົງລົດໜຶ່ງ​ກົງ, ໜ້າ​ໂຕະ​ວາງ​ດ້ວຍ​ແຜ່ນ​ກະຈົກ​ໄສ, ທັງໝົດປະສານກົມ​ກືນ​ກັນ, ສ້າງຄວາມສະບາຍໃຈໃຫ້ແກ່ແຂກທີ່ມາດື່ມກາເຟ​ເປັນ​ຢ່າງ​ຍິ່ງ.
 
ພ້ອມໆກັບໂຕະຕັ່ງ, ດອກໄຟປະດັບປະດາກໍ່ເຮັດດ້ວຍບັນດາເຄື່ອງອາໄຫຼ່ຂອງລົດຍົນ, ຊຸດສະສົມປ້າຍທະບຽນລົດຍົນ51 ລັດຂອງ ອາເມລິກາ…ກໍ່ເຮັດໃຫ້ແຂກທີ່ມາທີ່ນີ້ ຮູ້ສຶກ ແປກໃຈ ແລະ ມີຄວາມປະທັບໃຈຕໍ່ຄວາມ​ອະ​ອຽດລະ​ອໍຄວາມ​ພະຍາຍາມອັນລຳ້ເລີດ ຂອງເຈົ້າຂອງຮ້ານ.
 
ສັ້ນສອງຂອງ Wheel House Caféມີຄວາມແຕກຕ່າງ ໜ້ອຍໜຶ່ງທຽບກັບສັ້ນໜຶ່ງ ຍ້ອນແສງສະຫວ່າງອ່ອນໂຍນພໍດີໃຫ້ແຂກຮູ້ສຶກຄືກຳລັງຍ່າງເຂົ້າອູ່ສ້ອມ​ແປງ​ລົດຍົນແຫ່ງໜຶ່ງ. ນັ້ນແມ່ນຫວ່າງເວຫາທີ່ເຕັມໄປດ້ວຍ​ເຄື່ອງມື​ສ້ອມ​ແປງ:ກະເລ, ​ໄຂ​ຄວງ, ຈານແຂ້ວເຟືອງ ແລະ ອຸປະກອນຖືກ​ຈັດວາງຢູ່ທຸກມູມ, ທຸກແຈໃນຫ້ອງ.
 
ລາຍການອາຫານ​ເຄື່ອງ​ດື່ມຂອງ Wheel House Caféມີຫຼາກຫຼາຍຮູບ ແບບ, ພິເສດແມ່ນ W.H Drink, ປະເພດເຄື່ອງດື່ມທີ່ໄດ້ ຕັ້ງຊື່ຕາມບັນດາຍີ່ຫໍ້ລົດຍົນທີ່ມີຊື່ສຽງໃນໂລກ. ຕົວຢ່າງຄືຊື່ສຽງຂອງລົດຍີ່ຫໍ້ Mercedes ເໝາະສົມກັບລົດຊາດ ທີ່ສຸດຍອດຂອງນຳ້ໝາກໄມ້ຈອກໜຶ່ງ. ຄວາມທົນທານຂອງລົດຍົນຍີ່ຫໍ້ BMW ເໝາະສົມກັບນໍ້າ​ປັ່ນຈອກໜຶ່ງ, ກາເຟກົງກັບ Lamborghini, milkshare ກົງກັບ  Ferrari ທີ່ມີຊື່ສຽງ ໃນດ້ານຄວາມໄວ ແລະ ອື່ນໆ. 


ໂຕະຕັ່ງຂອງ Wheel House Caféກໍ່ເຮັດມາຈາກບັນດາ ເຄື່ອງອາໄຫຼ່ ແລະ ອອກແບບຕາມຮູບຊົງຂອງລົດ


ຫວ່າງເວຫາເທິງສັ້ນສອງຂອງ Wheel House Café ໄດ້ປະດັບປະດາຄືຮ້ານສ້ອມແປງລົດຍົນແຫ່ງໜຶ່ງ


ບັນດາຕັ່ງນັ່ງ​ທີ່​ເຮັດ​ດ້ວຍ“ກົງລົດ” ​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຮ້ານ.






ຫວ່າງເວຫາຂອງ Wheel House Café ເຕັມໄປດ້ວຍກະເລ, ​ໄຂ​ຄວງ, ຈານແຂ້ວເຟືອງ ແລະ ອຸປະກອນຕ່າງໆ
ຮັບໃຊ້ໃຫ້
ແກ່ການສ້ອມແປງລົດ.



ດອກໄຟປະດັບປະດາເຮັດດ້ວຍເຄື່ອງອາໄຫຼ່ຂອງລົດໃຫຍ່.


ປ້າຍໂຄສະນາຮູບເງົາ “I Love Lucy”-ຮູບເງົາ​ເລື່ອງໜຶ່ງ ທີ່ມີຊື່ສຽງໃນທົດສະວັດທີ 50 ຂອງສະຕະວັດກ່ອນ.  

ເວລາຫວ່າງເມື່ອນັ່ງກິນກາເຟຢູ່ Wheel House Café, ແຂກກໍ່ສາມາດຊອກຮູ້ ແລະ ອ່ານວາລະສານຫຼາຍສະບັບທີ່ໄດ້ ຂຽນກ່ຽວກັບລົດຍົນປະເພດຕ່າງໆທີ່ມີຊື່ສຽງໃນໂລກ.
 
Wheel House Caféຈຶ່ງ​ແມ່ນໂລກແຫ່ງລົດຍົນ​ຢ່າງ​ແທ້​ຈິງ ຕາມຄວາມໝາຍຂອງມັນ, ຍາມ​ໃດ​ກໍ່​ເປັນ​ບ່ອນ​ຄອຍ​ຕ້ອນຮັບ​ບັນດາ​ຊາວ​ໜຸ່ມ​ຍິງ​ສາວ​ຊາວນະຄອນ ໂຮ່ຈີມິນ ທີ່ມັກ​ຈະ​ສະ​ແຫວ​ງຫາ​ບັນຍາກາດສະຖານ​ທີ່​ແປກ​ໃໝ່​ເພື່ອ​ລິ້ມລອງ​ລົດ​ຊາດ​ກາ​ເຟຢູ່​ສະ​ເໝີ.

ບົດ: ຫງວຽນຫວູແທ່ງດາດ - ພາບ: ເລມິນ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top