11/09/2016 16:30 GMT+7 Email Print Like 0

ໂຕເງ-ສັດມົງຄຸນໃນວັດທະນະທຳຫວຽດນາມ

ດ້ວຍຄວາມຫຼົງໄຫຼ ແລະ ໝົດຈິດໝົດໃຈກັບວັດທະນະທຳ ບູຮານ ຫວຽດນາມ, ທ່ານນາງ ຫງວຽນທິຕູ້ແອງ ໄດ້ທຸ້ມເທ ເວລາ ແລະ ເຫື່ອແຮງຕະຫຼອດ 20 ປີຜ່ານມາເພື່ອການ ສະສົມຮູບໂຕເງທີ່ເປັນສັດມົງຄຸນໄດ້ 100 ໂຕທີ່ຜະລິດຈາກຫີນ, ດິນເຜົາ, ໄມ້, ດິນ ແລະ  ທອງໃນຫລາຍຂະຫນາດ ແລະ ສີສັນຕ່າງກັນ. 
ມາຢ້ຽມຢາມເຮືອນຂອງທ່ານນາງຕູ້ແອງຢູ່ເມືອງ 9, ນະຄອນ ໂຮ່ຈີມິນ, ທ່ານຜູ້ຊົມຈະຖືກເຖິງກັບຕົກສະເງີ້ຕໍ່ສຸດສະສົມ ເງລວມ 100 ໂຕ ມີອາຍຸເປັນຮ້ອຍປີໃນຮູບຊົງ ແລະ ສີສັນທີ່ແຕກຕ່າງກັນ ໄດ້ຮັບການວາງສະແດງຢູ່ທົ່ວທຸກບ່ອນຄືຢູ່ເທິງຖ້ານໃສ່ປຶ້ມ, ຫຼືເທິງຕູ້ໃສ່ຂອງ, ຂັ້ນໄດ.

ເມື່ອແບ່ງປັນເລື່ອງລາວຕ່າງໆທີ່ກ່ຽວພັນເຖິງສຸດສະສົມຂອງຕົນ, ນາງຕູ້ແອງໄດ້ໃຫ້ຮູ້ວ່າ, ຈາກວຽກງານທີ່ເປັນຜູ້ນຳທ່ຽວ ໄດ້ຊ່ວຍໃຫ້ນາງມີໂອກາດໄປທ່ຽວທຸກຫົນທຸກແຫ່ງ ຂອງປະເທດ. ແຕ່ລະເທື່ອພາແຂກມາຢ້ຽມຢາມສາລາ, ຫໍວິຫານ, ວັດວາອາຮາມແຫ່ງຕ່າງໆ, ໄດ້ຊົມຮູບສັດຫຼາຍຢ່າງທີ່ມີຄວາມງາມຂອງບູຮານໄດ້ເຮັດໃຫ້ນາງມີຄວາມຮູ້ສຶກສະໜິດຕິດພັນກັບປະເພດສັດມົງຄຸນນີ້. ນາງມີຄວາມເຊື່ອໝັ້ນ ວ່າ, ວຽກງານສະສົມເງກໍເປັນວິທີໜ່ຶ່ງເພື່ອຮັກສາສ່ວນໜຶ່ງວັດທະນະທຳແຫ່ງຄວາມເຊື່ອຖືທາງໃຈຂອງຊາວຫວຽດນາມໃນສະໄຫມກ່ອນໄວ້ໄດ້.

ໂຕເງແມ່ນສັນຍາລັກທີ່ມີສີສັນສະເພາະຂອງຄົນຫວຽດນາມ ແລະ ມັນໄດ້ກາຍເປັນຄຳສຸພາສິດເຊັ່ນວ່າ: “ຄົນໆໜຶ່ງຕ້ອງມີອາຊີບໃດໜຶ່ງ/ໂຕນົກຍູງຟ້ອນເງເປັນໂຕຮ້ອງ”. ສັດມົງຄຸນເຫລົ່ານີ້ແມ່ນການປະສົມປະສານຈາກສັດຫຼາຍໂຕທີ່ແຕກຕ່າງກັນ, ສະແດງໃຫ້ເຫັນຄວາມແຂງແກ່ນ, ຄວາມສະຫລາດ ແລະ ຄວາມວ່ອງໄວເຊັ່ນ: ເງມີຕົວຕົນຄືໝາ, ແຕ່ມີຄວາມສະຫງ່າຜ່າເຜີຍຄືດັ່ງສິງໂຕ, ພະລັງລິດທິນຸພາບຂອງມັງກອນ ແລະ ມີປີກບິນຂອງຮູບປັ້ນນົກຂຽນ, ນົກຫົງ.

ເງເປັນປະເພດສັດມົງຄຸນທີ່ເປັນເອກະລັກວັດທະນະທຳ ຫວຽດນາມແຕ່ສະໄໝກ່ອນ.


ໂຕເງໃນຊຸດສະສົມນີ້ໄດ້ຟອກຄຳປິວ, ມີອາຍຸ 200 ປີ. 


ໂຕເງທີ່ມີຄ່າຫາຍາກ ມີສີຂຽວອ່ອນ, ໄດ້ປະກົດຕົວຂຶ້ນ ແຕ່ ສະໄໝລາຊະວົງ ຫຼີ (ສະຕະວັດທີ XI)


ຄູ່ເງເຮັດດ້ວຍດິນເຜົາແຕ່ສະໄໝລາຊະວົງເຈີ່ນ(ສະຕະວັດທີ XIII)


ໂຕເງທີ່ມີອາຍຸໄດ້ຮ້ອຍປີຍັງຮັກສາສີສັນດັ້ງເດີມ.


ຄູ່ເງມີສາມສີດ້ວຍດິນເຜົາບາດຈ່າງ. 


ຄູ່ເງທີ່ເຄີຍໄດ້ຕັ້ງຢູ່່ເສົາສາລາ. 


ຄູ່ເງນຳໃຊ້ເພື່ອເຕັງເຈ້ຍ. 


ເງໃນຮູບຊົງຂອງໂຕສິງ. 


ໂຕເງຫີນທີ່ສະຫຼັກຮູບເກັດມັງກອນ.


ຄູ່ເງມີວັດຖຸທາດດ້ວຍໄມ້. 


ໂຕເງເປັນສັນຍາລັກມີສີສັນສະເພາະຂອງຄົນຫວຽດ. 


ເງທີ່ມີຮູບຮ່າງຂອງໂຕໝາ, ແຕ່ພັດມີຄວາມສະຫງ່າຄືກັນກັບ ສິງໂຕ, ກໍ່ຄືພະລັງລິດທິນຸພາບຂອງມັງກອນ
ແລະ ມີປີກບິນຂອງຮູບປັ້ນນົກຂຽນ, ນົກຫົງ.



ເງເປັນປະເພດສັດມົງຄຸນທີ່ເປັນເອກະລັກວັດທະນະທຳ ຫວຽດນາມມາແຕ່ສະໄໝກ່ອນ,
ເປັນສັນຍາລັກ ຂອງຄວາມ ຈ່ົງຮັກພັກດີ, ຄວາມຮູ້ຄວາມສາມາດ. 

 
ນາງຕູ້ແອງໄດ້ໃຫ້ຮູ້ວ່າ: “ໃນຊີວິດຄວາມເຊື່ອຖືທາງໃຈ, ຄົນຫວຽດຖືໂຕເງມີຄວາມສຳຄັນຄືດັ່ງໂຕມັງກອນ ແລະ ໂຕນົກຫົງເພາະວ່າເງໄດ້ນັບຖືເປັນສັນຍາລັກຂອງພູມປັນຍາ, ດ້ວຍເຫດນັ້ນເງມັກໄດ້ຕັ້ງຢູ່ສະຖານທີ່ບ່ອນຊົງກຽດ ຫຼື ໃນເຮືອນຂອງຄອບຄົວທີ່ມີຍົດສັກອຳນາດ. ຜ່ານຂະບວນການສະສົມ, ຂ້າພະເຈົ້າໄດ້ມີຄວາມຮູ້ດີກ່ຽວກັບເຕັກນິກການຄວັດລາຍເງປານີດແນບນຽນທີ່ສຸດຂອງປູ່ຍ່າຕາຍາຍ. ນອກຈາກນັ້ນ, ນ້ຳສີທີ່ທາໃສ່ໂຕເງກໍ່ຍັງຮັກສາໄວ້ໄດ້ເປັນຮ້ອຍປີຍັງບໍ່ປ່ຽນສີ, ຍັງຮັກສາຄຸນຄ່າຂອງສັດມົງຄຸນທີ່ໂດດເດັ່ນດັ່ງກ່າວໄວ້ຢ່າງຫມັ້ນຄົງ.

ຮູບປັ້ນໂຕເງທຳອິດໄດ້ປະກົດຕົວຂຶ້ນແຕ່ສະຕະວັດທີ XV ແລະ ມີການຂະຫຍາຍຕົວຢ່າງແຂງແຮງ ແລະ ເດັ່ນທີສຸດ ແມ່ນແຕ່ສະໄໝລາຊະວົງ ຫຼີ - ທ້າຍສະໄໝລາຊະວົງ ໄຕເຊີນ (ສະຕະວັດທີ XI ເຖິງສະຕະວັດທີ XVIII). ຕະຫຼອດຊ່ວງເວລາ 8 ສະຕະວັດນັ້ນ, ເງເປັນປະເພດສັດ ທີ່ຂາດບໍ່ ໄດ້ໃນສະຖານທີ່ທຳພິທີບູຊາ, ໄດ້ຖືກຕັ້ງໄວ້ ໃນບ່ອນທີ່ຊົງກຽດເຊ່ັນ: ພະລາຊະວັງ, ສາລາ, ຫໍວິຫານ, ວັດວາອາຮາມ ແລະ ຢູ່ໃນຫຼັງເຮືອນຂອງ ປະຊາຊົນຢູ່ເຂດຊົນນະບົດ. ຊ້ຳບໍ່ໜຳເງຍັງໄດ້ປະກົດຕົວຂຶ້ນຢູ່ໃນໂບດຫຼາຍແຫ່ງເນື່ອງຈາກເປັນການສະຫຼັບຊັບຊ້ອນລະຫວ່າງວັດທະນະທຳ. ບາງເທື່ອສັດປະເພດນີ້ໄດ້ຮັບການຄວັດສະຫຼັກຢ່າງສວຍງາມເພື່ອໃຊ້ເປັນເຄື່ອງເຕັງເຈ້ຍ ຫຼື ໃນຄອບຄົວທີ່ມີຍົດຖາບັນດາສັກ, ເງໃຊ້ເປັນຄູ່ຕັ້ງຢູ່ສອງຝາກຂອງເສົາເຮືອນ…

ນາງຕູ້ແອງໄດ້ແນະນຳກັບພວກຂ້າພະເຈົ້າຄູ່ເງຕ່າງໆທີ່ມີຄ່າຫາຍາກ ຫາກຕາມນາງແລ້ວແມ່ນສຸດທີ່ພິເສດເຊັ່ນ: ຄູ່ເງ ດ້ວຍດິນເຜົາແຕ່ສະໄໝລາຊະວົງເຈີ່ນ, ຢູ່ເທິງຫຼັງເງຈະມີຮູເພື່ອປັກທູບ; ຄູ່ເງດ້ວຍດິນເຜົາເຮືອງແກງແຕ່ສະໄໝອົງກະສັດບ່າວດ້າຍ ແລະ ອື່ນໆ… ເມື່ອປີ 2007, ຊຸດສະສົມເງຂອງນາງເຄີຍໄດ້ນຳໄປວາງສະແດງຢູ່ງານມະໂຫລານເຫວ້ ຊຶ່ງເປັນເຫດການວັດທະນະທຳ-ທ່ອງທ່ຽວ ທີ່ເປັນຕົວແທນຂອງຫວຽດນາມ. ນາງໄດ້ໄຂຄວາມໃນໃຈອອກມາວ່າ: “ຂ້າພະເຈົ້າມີຄວາມຮູ້ສຶກພາກພູມໃຈທີສຸດ ເມື່ອຊຸດສະສົມເງຂອງຕົນໄດ້ຮັບການວາງສະແດງຢູ່ໃນສະຖານສຸດທີ່ສວຍງາມ ແລະ ໄດ້ຮັບການຕ້ອນຮັບ ຂອງ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດນັບທັງບັນດານັກສະສົມທີ່ມາຢ້ຽມຊົມ. ຊົມຊຸດສະສົມດັ່ງກ່າວກໍແມ່ນໂອກາດໃຫ້ຄົນທັງຫຼາຍໄດ້ຮູ້ຈັກກ່ຽວກັບຄວາມຫຼາກຫຼາຍ ແລະ ຄວາມເປັນເອກະລັກຂອງບັນດາປະເພດສັດມົງຄຸນຂອງຫວຽດນາມ, ໃນນັ້ນ, ມີໂຕເງ, ຈາກນັ້ນເຂົາເຈົ້າກໍຈະເຂົ້າໃຈເລິກເຊິ່ງກວ່າກ່ຽວກັບວັດທະນະທຳຫວຽດນາມ.
ບົດ: ຫງວຽນຫວູແທ່ງດາດ - ພາບ: ດັ້ງກິມເຟືອງ
ບັນດາບົດທີ່ຖືກນຳສະເໜີ