• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ແໜມ ໝາກກ້ວຍ ສິນທະເລ ຈືນ

ເນື່ອງຈາກມີອາກາດຮ້ອນຕະຫຼອດປີ ດັ່ງນັ້ນ ບັນດາເຍື່ອງອາຫານຈືນ ກິນແກ້ມກັບຜັກສົດໄດ້ກາຍເປັນຄວາມນິຍົມຂອງ ຊາວພາກໃຕ້ຫຼາຍຄົນ. ແໝມໝາກກ້ວຍສິນທະເລຈືນ ແມ່ນໜຶ່ງໃນບັນດາປະເພດອາຫານດັ່ງກ່າວ.

 

ສ່ວນປະກອບຂອງເຍື່ອງອາຫານ ແໜມໝາກກ້ວຍ ສິນທະເລຈືນລວມມີ ກ້ວຍ ຊຶ່ງເປັນປະເພດໝາກໄມ້ ທີ່ສາມາດຫາໄດ້ງ່າຍ ກັບເຄື່ອງທະເລຈຳນວນໜຶ່ງຄື: ກຸງ, ປາມຶກ ແລະ ມັນເພົາ, ເຫັດຫູໜູ… ວັດຖຸດິບ ທັງໝົດນັ້ນ ນຳໃຊ້ແຜ່ນເຂົ້າຂຽບຫໍ່ເປັນແໜມ.
ທີ່ນະຄອນໂຮ່ຈີມິນ, ເຖິງວ່າ ເປັນຮ້ານອາຫານລະດັບຊັ້ນສູງ ຫຼືສາມັນຊົນ ລ້ວນແຕ່ຈະມີຊື່ຂອງອາຫານ ເຍື່ອງນີ້ ໃນລາຍການອາຫານ. ອ້າຍ ລືວຢາເຍີນ, ຫົວໜ້າພໍ່ຄົວຢູ່ຮ້ານອາຫານ Garden, ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ, ມີພໍ່ແມ່ປະຊາຊົນຫວຽດນາມທີ່ອາໄສຢູ່ຕ່າງປະເທດຫຼາຍຄົນ ເມື່ອກັບມາຢ້ຽມຢາມ ນະຄອນ ໂຮ່ຈີມິນ ມັກຊອກມາແຫ່ງນີ້ ຮັບປະທານເຍື່ອງອາຫານ ແໜມ ໝາກກ້ວຍສິນທະເລຈືນ ເພື່ອສາມາດ ໄດ້ ຫວນຄິດຄືນຫຼັງ ເຍື່ອງອາຫານ ທີ່ມີລັກສະນະສາມັນຊົນຢູ່ບ້ານເກີດເມືອງນອນຂອງຕົນ.
ວິທີການປຸ້ງແຕ່ງ:
- ວັດຖຸດິບ: (ສຳລັບ 4 ຄົນ)
- ໝາກກ້ວຍ: 3 ໜ່ວຍ
- ກຸ້ງ: 100 ກຣາມ
- ປາມຶກ: 80 ກຣາມ
- ເຫັດຫູໜູ: 10 ກຣາມ
- ມາຍອງເນັດ (mayonaise): 2 ບ່ວງໃຫຍ່
-ມັນເພົາ: 100 ກຣາມ
- ແຜ່ນເຂົ້າຂຽບ “ເບັ໋ຍ”(ເຮັດຈາກແປ້ງໝີ່): 10 ແຜ່ນ
- ເກືອ, ພິດໄທ, ໄຂ່, ແປ້ງທອດ, ໝາກເຜັດ ແນວລະໜ້ອຍ.
ພິທີປຸງ:
- ໝາກກ້ວຍກຕັດເປັນຮູບໃນພິລາ
- ກຸ້ງ, ປາມຶກ, ມັນເພົາ, ເຫັດ ລ້າງໃຫ້ສະອາດ, ກໍຕັດເປັນຮູບ ໃນພິລາຄືກັນ, ເອືອບກັບເກືອ, ພິກໄທແລ້ວ ນຳໄປຂົ້ວ ຢ່າງໄວ. ປົນກັບໝາກກ້ວຍ ທີ່ໄດ້ກະກຽມມານັ້ນ, ຫຼັງຈາກນັ້ນ ໃຊ້ແຜ່ນເຂົ້າຂຽບ “ເບັ໋ຍ” ຫໍ່ເປັນແໜມ.
- ໄຂ່ຕີໃຫ້ລະລາຍ, ເອົາແໜມທີ່ຫໍ່ແລ້ວນັ້ນລົງໄຂ່ ກີ້ງໄປກີ້ງມາ ແລະ ຈຸບກັບແປ້ງໝີ່ແລ້ວ ລົງກະທະນຳ້ມັນຮ້ອນ ຈືນ ເຖິງເມື່ອມີສີເຫຼືອງກອບ ແມ່ນວ່າໄດ້.
- ອາຫານເຍື່ອງນີ້ຮັບປະທານກັບ ນ້ຳຊອັດ ມາຍອງເນັດ ຫຼື ນ້ຳຊອັດ ໝາກເຜັດ ແລ້ວແຕ່ຄວາມມັກ.
ບົດ: ບິກເວີນ - ພາບ: ຈ່າມີ

bichlien

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top