• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ແວ່ນ “ຕາທິບ” ຂອງຄົນຕາບອດ

ປີ 2015 ໄດ້ມີເຫດການສຸດພິເສດອັນໜຶ່ງເກີດຂຶ້ນໃນ ແວດວົງວິທະຍາສາດໜຸ່ມທົ່ວປະເທດ. ນັ້ນຄືທີ່ງານພົບ ປະສັງສັນ ລະຫວ່າງບັນດານັກວິທະຍາສາດໜຸ່ມທົ່ວປະ ເທດ, ພາຍຫຼັງໄດ້ຮັບຟັງ ດຣ.ຫງວຽນບ້າຫາຍ ຈາກມະ ຫາວິທະຍາໄລສ້າງຄູເຕັກນິກເຕັກໂນໂລຊີນະຄອນໂຮ່ ຈີມິນນຳສະເໜີກ່ຽວກັບການຄົ້ນຄິດ, ຄວາມຫວັງກໍຄື ຄວາມສາມາດເປັນໄປໄດ້ຂອງໂຄງການຜະລິດແວ່ນ ຕາສະຫລາດທີ່ຖືວ່າເປັນ “ຕາທິບ”,  ເປັນເຄື່ອງອຸປະກອນ ນຳທາງສຳລັບຄົນຕາບອດຢູ່ຫວຽດນາມ, ນາຍົກ ລັດຖະມົນຕີ ຫງວຽນເຕິນຢຸງ ໄດ້ຕົກລົງວ່າ: ລັດຖະບານ ຈະສະຫນັບສະໜູນຄ່າໃຊ້ຈ່າຍທັງໝົດ ໃຫ້ແກ່ໂຄງການ ຂອງ ຫງວຽນບ້າຫາຍ ເພື່ອຜະລິດແວ່ນຕາທິບຮັບໃຊ້ຄົນ ຕາບອດພາຍໃນປະເທດ. ການຕົກລົງທັນທີທັນໃດຂອງ ທ່ານນາຍົກລັດຖະມົນຕີ ບ່ໍພຽງແຕ່ເປັນແຮງບັນດານໃຈ ອັນໃຫຍ່ຫຼວງຕ່ໍວົງການວິທະຍາສາດໜຸ່ມທົ່ວປະເທດ ເທົ່ານັ້ນ, ຫາກຍັງມີຄວາມໝາຍດ້ານມະນຸດສະທຳທີ່ ໃຫຍ່ຫຼວງຕ່ໍຄົນຕາບອດຈຳນວນ 1,2 ລ້ານຄົນໃນທົ່ວປະ ເທດອີກດ້ວຍ.
ສູນສຶກສາກຳມະວິທີດີຈີຕອນຕັ້ງຢູ່ໃນສວນຕົ້ນໄມ້ທີ່ຂຽວງາມໃນບໍລິເວນມະຫາວິທະຍາໄລສ້າງຄູເຕັກນິກເຕັກໂນໂລຊີນະຄອນໂຮ່ຈີມິນເປັນສຳນັກງານ ແລະ ທັງເປັນ ບ່ອນທີ່ ດຣ.ຫງວຽນບ້າຫາຍພ້ອມດ້ວຍເພື່ອນຮ່ວມງານ ໄດ້ຄົ້ນຄວ້າ ແລະ ຜະລິດ ແວ່ນຕາທີ່ເປັນ “ຕາທິບ” ອອກ ຫຼາຍພັນໜ່ວຍເພື່ອມອບໃຫ້ຄົນຕາບອດຢູ່ແຂວງຕ່າງໆຄື: ຝູ້ອຽນ, ບິ່ງດິ້ງ, ລອງອານ… ໂດຍບ່ໍຕ້ອງຈ່າຍຄ່າ.

ຫງວຽນບ້າຫາຍເກີດປີ 1983, ບ້ານເກີດຢູ່ແຂວງແທງ ຮວ້າ, ປັດຈຸບັນເປັນຫົວໜ້າທີມງານຄົ້ນຄວ້າສະເພາະ ຫຸ່ນ ເຄື່ອງຈັກຊີວະສາດ (Robot) ຂອງມະຫາວິທະຍາໄລສ້າງ ຄູເຕັກນິກເຕັກໂນໂລຊີ ນະຄອນໂຮ່ຈີມິນ. ຫາຍເປັນຄົນທີ່ ມີຄວາມກະຕື້ລືລົ້ນ, ຫຼັກແຫຼມ, ຫລົງໄຫລກັບວິທະຍາ ສາດມາແຕ່ຄາວຍັງເປັນນັກຮຽນ. ພົບເຫັນຄົນຕາບອດ ມີຄວາມຫຍຸ້ງຍາກຫຼາຍປະການ ໃນການໃຊ້ຊີວິດປະຈຳ ວັນ, ລາວໄດ້ໃຫ້ຄຳໝັ້ນໝາຍກັບຕົນເອງວ່າຈະປະດິດ ສ້າງເຄື່ອງອຸປະກອນໃດໜຶ່ງເພື່ອຊ່ວຍໃຫ້ຄົນຕາບອດຫລຸດ ຜ່ອນຄວາມຫຍຸ້ງຍາກ. ຄວາມນຶກຄິດດັ່ງກ່າວມັນໄດ້ຝັງໃນສະຫມອງຫາຍຕະຫຼອດເວລາ, ລວມນັບທັງຊຸມປີທີ່ກຳລັງສຶກສາຮຳ່ຮຽນຢູ່ ສ.ເກົາຫຼີ. ພາຍຫຼັງປ້ອງກັນສຳເລັດ ບົດວິທະຍານິພົນປະລິນຍາເອກກ່ຽວກັບຫຸ່ນເຄື່ອງຈັກ ຊີວະສາດທີ່ ສ.ເກົາຫຼີ ກັບມາຫວຽດນາມ, ລາວ ໄດ້ ລົງມືປະຕິບັດໂຄງການ “ຕາທິບ” ຂອງຕົນໂດຍທັນທີ.

“ຕາທິບ” ແມ່ນແວ່ນຕາທີ່ສະຫລາດ, ສາມາດຮັບຮູ້ສິ່ງຂີດຂວາງຢູ່ແຕ່ໄກ, ຊ່ວຍໃຫ້ຄົນຕາບອດຮູ້ ແລ້ວຫລີກເວັ້ນໄດ້ ສະນັ້ນຈະເຮັດໃຫ້ເຂົາເຈົ້າໄປມາໄດ້ຢ່າງສະດວກ, ບ່ໍສະ ດຸດລົ້ມ. ເພື່ອໄດ້ມີຕົວແບບ “ຕາທິບ” ທີ່ກະທັດລັດເບົາ ບາງດັ່ງປັດຈຸບັນ, ລາວຕ້ອງໃຊ້ ເວລາເຖິງ 4 ປີດຳເນີນການ ຄົ້ນຄວ້າ ແລະ ຜ່ານບໍ່ຈັກເທົ່າໃດຄັ້ງເພື່ອດັດປັບ. ບາງຄັ້ງຄິດວ່າພົບທາງຕັນເມື່ອການທົດລອງບ່ໍໄດ້ຮັບຜົນ, ແຕ່ລາວກໍ່ບ່ໍໄດ້ທ້ໍຖອຍໃຈ, ຕັດສິນໃຈຊອກຫາສາເຫດ ເພື່ອແກ້ໄຂ. ຮູບແບບທຳອິດເປັນຮູບກຸບ ໜັກປະມານ 3 ກິໂລກຼາມ, ແລ້ວຈາກນັ້ນຮູບແບບທີ 2 ແມ່ນໃຊ້ສາຍ ຄຽນຮອບຫົວ… ແລະ  ຮອດຮູບແບບທີ  9 ຈິ່ງປະສົບ ຜົນສຳເລັດ ດ້ວຍຮູບຮ່າງແບບແວ່ນຕາທຳມະດາ ດັ່ງທີ່ ໄດ້ເຫັນປັດຈຸບັນ. ຜະລິດຕະພັນຄວ້າໄດ້ລາງວັນເພື່ອ ມະນຸດສະທຳໃນງານປະກວດ Tech Show Robocon ປີ 2012, ລາງວັນທີໜຶ່ງສັບປະດາປະດິດສ້າງຫວຽດນາມປີ 2013.
ດຣ. ຫງວຽນບ້າຫາຍ ປັດຈຸບັນເປັນຮອງຜູ້ອຳນວຍການ ສູນບຳລຸງ ແລະ ກ່ໍສ້າງແຮງງານເຕັກໂນໂລຊີສູງຂອງມະ ຫາວິທະຍາໄລສ້າງຄູເຕັກນິກເຕັກໂນໂລຊີນະຄອນໂຮ່ຈີ ມິນ. ລາວໄດ້ສຳເລັດ ແລະ  ຈົດສິດທິບັດການປະດິດສ້າງ ສາກົນ 5 ໃບໃນໄວອາຍຸ 28 ປີ, ເປັນພົນລະເມືອງດີເດັ່ນ ຂອງນະຄອນໂຮ່ຈີມິນ ປີ 2012 ແລະ ກໍ່ເປັນໜ່ຶງ ໃນຈຳ ນວນ 10 ແບບຢ່າງໄວໜຸ່ມດີເດັ່ນຫວຽດນາມ ປີ 2014.

ດຣ. ຫງວຽນບ້າຫາຍ ແລະ ຮູບແບບຕ່າງໆກ່ຽວກັບເຄື່ອງອຸປະກອນເອເລັກໂທຣນິກ “ຕາທິບ” ຂອງຕົນ. ພາບ: ທົງຫາຍ/VNP


ດຣ. ຫງວຽນບ້າຫາຍ ກວດກາຄືນລະບົບສັ່ນສະເທືອນ ຂອງ “ຕາທິບ” ກ່ອນຈະປະກອບຕິດຕັ້ງ. ພາບ: ທົງຫາຍ/VNP


ດຣ. ຫງວຽນບ້າຫາຍ ພ້ອມກັບເພື່ອນຮ່ວມງານທີ່ໂຮງຜະ ລິດອຸປະກອນ “ຕາທິບ”. ພາບ: ທົງຫາຍ/VNP


ສິ້ນສ່ວນສັນຍານສົ່ງທາງໄກຂອງ “ຕາທິບ”. ພາບ: ທົງຫາຍ/VNP


ພາບເບິ່ງໃກ້ຂອງແວ່ນຕາສະຫລາດທີ່ໄດ້ຕິດຕັ້ງເຄື່ອງອຸ ປະກອນ “ຕາທິບ” ໂດຍ ດຣ. ຫງວຽນບ້າຫາຍ ປະດິດ ສ້າງຂຶ້ນ.  ພາບ: ທົງຫາຍ/VNP

ຫງວຽນບ້າຫາຍ ໃຫ້ຊາບວ່າ, ເພື່ອກວດ ແລະ ຢັ້ງຢືນຄືນເບິ່ງຄວາມສະຫລາດຂອງອຸປະກອນ “ຕາທິບ” ນີ້, ລາວໄດ້ທົດລອງຕົວຈິງຕ່ໍສອງກໍລະນີສຳເລັດຜົນ ນັ້ນມີ ທ່ານ ກວາງມິງ, ພ່ໍເຖົ້າທີ່ຖືກຕາບອດມາແຕ່ກຳເນີດປະ ກອບອາຊີບ ຂາຍຂະໜົມເຄັກ ຢູ່ໃກ້ຂົວ ຫງວຽນຈີເຟືອງ ເມືອງ 10, ນະຄອນໂຮ່ຈີມິນ ແລະ ອີກກໍລະນີໜຶ່ງ ແມ່ນ ທ່ານເລຢາງ ປະກອບອາຊີບຂາຍຫ້ວຍ ພັດທະນາທີ່ ເມືອງ ກູຈີ. ນັບແຕ່ມື້ມີແວ່ນ “ຕາທິບ” ຂອງ ດຣ.ຫງວຽນບ້າ ຫາຍ, ທັງພ່ໍເຖົ້າມິງ ແລະ ພໍ່ເຖົ້າຢາງສາມາດ ໄປມາ ໄດ້ ຢ່າງສະບາຍ ແລະ ມີຄວາມສະດວກໃນການຊອກ ຫາລ້ຽງຊີບທຸກໆວັນທົ່ວທຸກຖະໜົນຫົນທາງໄດ້ດີ.

ການປະດິດ “ຕາທິບ” ຂອງ ດຣ.ຫງວຽນບ້າຫາຍ ໄດ້ຮັບ ການສັ່ງຊື້ລິຂະສິດຈາກຫຼາຍອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດໃນມູນຄ່າຕັ້ງເປັນຕື້ໆດົ່ງ, ແຕ່ລາວຕັດສິນໃຈບ່ໍຂາຍ. ຫງວຽນບ້າຫາຍ ເຜີຍຄວາມໃນໃຈອອກ ມາວ່າ: “ຖ້າຂ້ອຍຂາຍ “ຕາທິບ”, ບັນດາບໍລິສັດດັ່ງກ່າວ ຈະຜະລິດ ແລະ ຂາຍອອກໃນລາຄາແພງທີ່ສຸດເພື່ອຫາ ກຳໄລ. ເວລານັ້ນ, ຄົນຕາບອດ ໂດຍສະເພາະແມ່ນຜູ້ ທີ່ ທຸກຍາກຈະບ່ໍມີໂອກາດໄດ້ນຳໃຊ້. ດ້ວຍເຫດນັ້ນ, ຂ້ອຍ ຈິ່ງບ່ໍຂາຍການປະດິດສ້າງຂອງຕົນ. ຂ້ອຍຈະມອບສິ່ງ ປະດິດສ້າງນີ້ໃຫ້ແກ່ສັງຄົມ, ໃຫ້ແກ່ຄົນຕາບອດ”. ຍ້ອນແນວນັ້ນ, ລາວຈຶ່ງໄດ້ກ່ໍຕັ້ງບໍລິສັດກ້ຽນບິ່ງມິງ ແລະ ຮຽກ ຮ້ອງໃຫ້ບັນດາຜູ້ອະນຸເຄາະ ແລະ ວົງຄະນາຍາດຮ່ວມ ແຮງຮ່ວມໃຈກັນ ໃນການຜະລິດແວ່ນຕາເພື່ອມອບໃຫ້ ຄົນຕາບອດທີ່ຍາກຈົນ.

ພິເສດ, ວັນທີ 11/9/2015 ທີ່ງານພົບປະບັນດານັກວິທະ ຍາສາດໜຸ່ມດີເດັ່ນທົ່ວປະເທດ, ເມື່ອໄດ້ຮັບຟັງ ດຣ. ຫງວຽນບ້າຫາຍ ສະເໜີການຄົ້ນຄິດກໍຄືຄວາມສາມາດ ເປັນໄປໄດ້ກ່ຽວກັບໂຄງການແວ່ນ “ຕາທິບ”, ນາຍົກລັດ ຖະມົນຕີ ຫງວຽນເຕິນຢຸ້ງໄດ້ຕົກລົງມອບໃຫ້ບັນດາກະ ຊວງ, ຂະແໜງການທີ່ກ່ຽວຂ້ອງຄົ້ນຄວ້າສະຫນັບສະໜູນ ລົງທຶນ ຊ່ວຍ ດຣ. ຫງວຽນບ້າຫາຍ ຈັດຕັ້ງປະຕິບັດໂຄງການການຜະລິດແວ່ນ “ຕາທິບ” ບໍລິການຄົນຕາບອດ ທົ່ວປະເທດ. ຕາມທີ່ຮູ້, ຫວຽດນາມ ປັດຈຸບັນມີ ຄົນ ຕາບອດໃນລະດັບ ຕ່າງໆ ປະມານ 1,2 ລ້ານຄົນ, ໃນນັ້ນ ມີ 300.000 ຄົນ ເປັນຄົນຕາບອດຖາວອນ. ດ້ວຍເຫດນັ້ນ, ໂຄງການຜະລິດແວ່ນ “ຕາທິບ” ຂອງ ດຣ. ຫງວຽນ ບ້າຫາຍໄດ້ຮັບການສະຫນັບສະໜູນຄ່າໃຊ້ຈ່າຍ ຖືເປັນ ຂ່າວດີອັນໃຫຍ່ຫຼວງສຳລັບວົງການຄົນຕາບອດຫວຽດນາມ, ໂດຍສະເພາະແມ່ນຄົນຕາບອດ ທີ່ທຸກຍາກ.

ຕົວແບບທຳອິດຂອງເຄື່ອງອຸປະກອນ “ຕາທິບ”. ພາບ: ເອກະສານ


ດຣ. ຫງວຽນບ້າຫາຍ ທົດລອງຕົວແບບ “ຕາທິບ” ສະບັບ ທີສອງ. ພາບ: ເອກະສານ


ພາຍຫຼັງການດັດແປງເປັນຫຼາຍຄັ້ງ,  ຮູບແບບ “ຕາທິບ” ອັນທີ 9 ເປັນແວ່ນຕາສະຫລາດ
ທີ່ມີຮູບຊົງນ້ອຍກະທັດລັດເບົາບາງ ແລະ ງົດງາມກວ່າ.  ພາບ: ເອກະສານ



ອຸປະກອນ “ຕາທິບ” ຊ່ວຍໃຫ້ຄົນຕາບອດສາມາດໄປມາ ໄດ້ສະດວກກວ່າ. ພາບ: ເອກະສານ


ຍ້ອນມີແວ່ນຕາທີ່ຕິດຕັ້ງ “ຕາທິບ” ຂອງດຣ. ຫງວຽນ ບ້າ ຫາຍ, ທ່ານກວາງມິງ ສາມາດໄປມາສະດວກ
ໃນການ ເລາະຂາຍຂະໜົມເພື່ອຫາລ້ຽງຊີບ.  ພາບ: ທົງຫາຍ/VNP



ດຣ. ຫງວຽນບ້າຫາຍໃນພິທີມອບ “ຕາທິບ” ໃຫ້ແກ່ຄົນຕາ ບອດ. ພາບ: ເອກະສານ


ດຣ. ຫງວຽນບ້າຫາຍ ໃນລາຍການອອກໂທລະພາບ ນຳສະເໜີກ່ຽວກັບແວ່ນ “ຕາທິບ”. ພາບ: ທົງຫາຍ/VNP

 
ບົດ: ຫງວຽນແອວງ - ພາບ: ທົງຫາຍ ແລະ ເອກະສານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top