• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຜນການປະຕິບັດສົນທິສັນຍາລາໄຮປີ1965

(ພາບປະກອບ)
      ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫາ​ກໍ່ອະນຸມັດ​ຜ່ານ​ແຜນການ​ປະຕິບັດ​ສົນທິສັນຍາ ລາ​ໄຮ ປີ 1965 ກ່ຽວ​ກັບ​ເອກະສານດ້ານ​ຍຸດຕິ​ທຳ ​ແລະ ນອກ​ຍຸດຕິ​ທຳ​ໃນ​ຂົງ​ເຂດ​ພົນລະ​ເຮືອນ ຫຼື ດ້ານການ​ຄ້າ​ຂອງ ຫວຽດນາມ ທີ່​ສົ່ງ​ໄປ​ຕ່າງປະ​ເທດ​. ​​ເປົ້າໝາຍ​ຂອງ​ແຜນການ ​​ແມ່ນ​ເພື່ອແນ​ໃສ່​ຂຸດ​ຄົ້ນ​ບັນດາ​ຜົນ​ປະ​​ໂຫຍດ​ຢ່າງສຸດຂີດ, ພ້ອມ​ທັງ​ປະຕິບັດ​​ຄວາມ​ຮັບຜິດຊອບ​ເປັນ​ສະມາຊິກ​ສົນທິສັນຍາ​ຂອງ ຫວຽດນາມ ຢ່າງ​ຄົບ​ຖ້ວນ; ຍົກ​ສູງກຳລັງ​ຄວາມ​ສາມາດ ​ແລະ ປະສິດທິ​ຜົນ​ວຽກ​ງານການມອບສິດ​ໃນ​ການ​ສົ່ງ​ເອກະສານ​ດ້ານ​ຍຸ​ດຕິ​ທຳຂອງ ຫວຽດນາມ; ສ​້າງ​ເງື່ອນ​ໄຂສະດວກ​ໃຫ້ການ​ສ້າງກົ​ດໝາຍ​ພາຍ​ໃນ​ປະ​ເທດ​ກ່ຽວ​ກັບການ​ໜູນ​ຊ່ວຍ​ຍຸດຕິ​ທຳ​ໃນ​ຂົງ​ເຂ​ດພົນລະ​ເຮືອນ​​ໃຫ້​ສົມບູນ​ແບບຕາມ​ມາດຕະຖານ​ສາກົນ. ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ດັ່ງກ່າວ, ​ແຜນການ​ໄດ້​ຍົກ​ອອກ​ບັນດາ​ມາດ​ຕະການ​ຄື​: ​ໂຄສະນາ​ເຜີຍ​ແຜ່, ຝຶກ​ອົບຮົມ, ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ສົນທິ​ສັນຍາ; ບູລະນະ​ການຈັດ​ຕັ້ງ ​ແລະ ຍົກສູງ​ກຳລັງ​ຄວາມ​ສາມາດ​ໃຫ້​ແກ່​ຖັນ​ແຖວ​ພະນັກງານ​ປະຕິບັດ​ສົນ​ທິ​ສັນຍາ; ຄົ້ນຄວ້າ, ສະ​ເໜີ​ໃຫ້ສ້າງ​ລະບອບ​ລະບຽບ​ການ​ດ້ານ​ກົດໝາຍ​ກ່ຽວ​ກັບ​ການ​ສົ່ງເອກະສານ​ໃຫ້​ສົມບູນ​ແບບ; ຈັດ​ແບ່ງ​ແຫຼ່ງການ​ເງິນ​ໃຫ້​ເໝາະ​ສົມ ​ເພື່ອ​ຮັບປະກັນ​ການ​ປະຕິບັດ​​ບັນດາ​ສິດ​ ​ແລະ ພັນທະ​ເປັນ​ສະມາຊິກ​ສົນ​ທິສັນຍາ​ຂອງ ຫວຽດນາມ ຢ່າງ​ຄົບ​ຖ້ວນ.
 (ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top