• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ແບກຕວຽດ - ສິລະປິນເອກ ລະຄອນລຳພື້ນເມືອງ

ໃນວົງການນັກຮ້ອງລະຄອນລຳພື້ນເມືອງແຖບດິນພາກໃຕ້ ຫວຽດນາມ(ຍັງເອີ້ນກັນວ່າ ກ໋າຍເລືອງ) ນັ້ນ, ສິລະປິນປະຊາຊົນ, ດຣ.ແບກຕວຽດ ແມ່ນຜູ້ທີ່ມີຊື່ກ້ອງດັງໄກຍ້ອນມີ ສຳນຽງສຽງຮ້ອງ ອັນຫວານຈ້ອຍເຖິງຂັ້ນທີ່ໄດ້ຮັບນາມມະຍົດວ່າ :“ກ໋າຍເລືອງ ຈີບ໋າວ” (“ສິ່ງປະເສີດ” ຂອງວົງການຂັບລຳກ໋າຍເລືອງ).

 

ສິລະປິນກ໋າຍເລືອງແບກຕວຽດໄດ້ກຳເນີດຢູ່ນະຄອນລອງຊວຽນ ເຊິ່ງແມ່ນແຜ່ນດິນ ທ່ີມີແມ່ນ້ຳລຳເຊຫຼາຍສາຍຄວັກໄຂວ່ກັນ ຂອງ ແຂວງ ອານຢາງ. ແຕ່ຄາວຍັງເປັນນັກຮຽນ, ນາງນ້ອຍຫງວຽນທິ ແບກຕວຽດ ໄດ້ເຜີຍໃຫ້ເຫັນພອນສະຫວັນໃນການອ່ານກອນຮ້ອງເພງ. ດ້ວຍເຫດນັ້ນ, ພວກອ້າຍເອື້ອຍຄູ ມັກພານາງໄປສະແດງສິລະປະໃນງານບຸນຕ່າງໆ ຂອງໂຮງຮຽນ.
ເໝືອນດັ່ງໝູ່ເພື່ອນ ໃນລຸ້ນລາວຄາວດຽວກັນ, ແບກຕວຽດກ່ໍມີຂວັນໃຈນັ້ນຄື ສິລະປິນແທງງານັກຮ້ອງສຽງທອງຂອງວົງການກ໋າຍເລືອງພາກໃຕ້ ຫວຽດນາມສະໄໝໜຶ່ງ. ໃນການພົບປະຄັ້ງໜຶ່ງ, ສິລະປິນແທງງາ ໄດ້ມີການສັງເກດໄວ້ວ່າ, ແບກຕວຽດເປັນຜູ້ມີ ພອນສະຫວັນໃນການ ຮ້ອງເພງກ໋າຍເລືອງ. ກ່ໍຍ້ອນຄຳເວົ້ານີ້ລະມັນໄດ້ກາຍເປັນແຮງບັນດານໃຈ ພາໃຫ້ນາງກ້າວເຂົ້າພາລະກິດ ການຮ້ອງເພງກ໋າຍເລືອງຊ່ວງໄລຍະ ຫຼັງນັ້ນ.

ສິລະປິນປະຊາຊົນ-ດຣ.ແບກຕວຽດ(ເດືອນກັນຍາ 2012).

ສິລະປິນແບກຕວຽດໃນບົດສະແດງ “ເຈນບ໊າຍເຈີນຈ່ຽວ”.
ພາບ: ເອກະສານ

ສິລະປິນແບກຕວຽດໃນບົດລະຄອນທົດລອງ:“ສະແດງລະຄອນຜູ້ດຽວ”.
ພາບ: ເອກະສານ

ສິລະປິນ ແບກຕວຽດ (ຄາວຍັງໜຸ່ມ) ທຳການສະແດງພ້ອມກັບ ນັກຮ້ອງຜູ້ມີຊື່ສຽງ ອຸດຈ່າໂອນ.
ພາບ: ເອກະສານ ຂອງວາລະສານເວທີສະແດງ
ນັກປະດິດແຕ່ງເພງ ດຽວຮ່ວຽນ ເປັນຜູ້ທຳອິດທີ່ໄດ້ຊ່ວຍພາແບກຕວຽດ ກ້າວຂຶ້ນເວທີສະແດງ ໂດຍເລີ່ມຈາກ ຢູ່ຄະນະລຳກ໋າຍເລືອງ ກຽນຢາງ ເມື່ອນາງຫາກໍ່ກ້າວເຂົ້າໄວ 16 ປີ ເຕັມ. ເພິ່ນກ່ໍຮັບນາງເປັນລູກລ້ຽງ ເພື່ອໃຫ້ການປະຄັບປະຄອງທີ່ຈຳເປັນ ທາງດ້ານຈິດໃຈ ໃຫ້ແກ່ສິລະປິນ ໜຸ່ມນ້ອຍ ເມື່ອຫາກໍ່ກ້າວເຂົ້າອາຊີບ. ອີກເຫດ ການໜຶ່ງ ອາດເວົ້າໄດ້ວ່າແມ່ນບາດລ້ຽວ ໃນພາລະກິດ ຂອງແບກຕວຽດ ນັ້ນຄື ປີ 1961 ເມື່ອ ຄະນະກຽນຢາງສະແດງບົດ “ລ໋າຖ໋ຳຈີຮົ່ງ” ຍ້ອນຜູ້ສວມບົດບາດເປັນຕົວລະຄອນເອກມາຊ້າ ແບກຕວຽດກ່ໍເລີຍໄດ້ມອບໃຫ້ຂຶ້ນແທນໂດຍ ສວມບົດເປັນສາວພາຍເຮືອເລ້ຈີ. ຜູ້ຊົມເປັນຕາງຶດງ້ໍຫຼາຍ ຕ່ໍການສະແດງຂອງນັກສະແດງຄົນ ໃໝ່ນີ້. ຕ່ໍຈາກນັ້ນແມ່ນບົດຕ່າງໆເຊັ່ນ: “ກ໋ຽບຈົ່ງຈູງ”(ຊາຕາຜູ້ເອົາ ຜົວຮ່ວມກັນ”, “ຊ໋ວຍເມີເຣັ່ນຟ໋າວເກ໋ືອຍ”… ຫຼັງຈາກນັ້ນ, ແບກຕວຽດ ໄດ້ຮັບການເຊື້ອເຊີນຈາກນັກຮ້ອງ ຜູ້ມີ ຊື່ສຽງ ອຸດຈ່າໂອນ ເພື່ອເຂົ້າມາຢູ່ຄະນະຖ໋ົງເຍີດ. ນະທີ່ນີ້, ຊື່ສຽງຂອງ ແບກຕວຽດ ເລີ່ມ ດັງຂຶ້ນຄູ່ກັບບົດ “ສຽງເພງມ່ວງເຕງ”.
 
ບາງຕົວລະຄອນ ທີ່ໂດດເດັ່ນເຊິ່ງສິລະປິນ ແບກຕວຽດ ໄດ້ສວມບົດບາດ:
- ພະລາຊະຊົນນີ ເຢືອງເວີນງາໃນບົດກ໋າຍເລືອງ “ພະລາຊະຊົນນີ ເຢືອງເວີນງາ”.
- ເລ້ຈີ ໃນບົດ “ລ໋າຖຳ໋ຈີຮົ່ງ”.
- ລວານໃນບົດ “ດ້ວານຕວຽດ”.
- ນາງລື້ວໃນບົດ “ຊີວິດນາງລື້ວ”.
- ເຈື່ອງອານໃນບົດ “ຕວຽດຕິ່ງກາ”.
- ເຕີ່ນເນືອງໃນບົດ “ເຕີ່ນເນືອງເຖິດ”.
- ຫຼີຈຽວຮວ່າງໃນບົດ “ຫຼີຈຽວຮວ່າງ”.
- ອານຕື ໃນບົດ “ກະສັດເຈີ່ນເຍີນຕົງ”.

 
ພຽງໃນສອງປີທີ່ປະກອບອາຊີບເປັນນັກຮ້ອງ, ປີ 1963 ແບກ ຕວຽດ ຄວ້າໄດ້ລາງວັນ ແທງເຕີມ ເຊິ່ງແມ່ນລາງວັນ ຈັດສະເພາະ ໃຫ້ນັກສະແດງຜູ້ມີຄວາມຫວັງດີ. ຫຼັງນັ້ນປີໜຶ່ງ, ນາງມາຢູ່ຮ່ວມ ກັບຄະນະ ຢ້າຫຼີເຮືອງ ແລະ ໄດ້ມີໂອກາດເຮັດວຽກນຳຜູ້ແຕ່ງບົດລຳ ທີ່ມີຊື່ສຽງ ໃນຄາວນັ້ນຄື ຮ່າຈ່ຽວ, ຮວາເຟື້ອງ ອັນໄດ້ເຮັດໃຫ້ ຄວາມສາມາດຂອງນາງນັບມື້ນັບຈະແຈ້ງ ແລະ ເດັ່ນຂຶ້ນ ຊັກໄຊ້. ປີ 1965, ນາງຍາດໄດ້ລາງວັນແທງເຕີມສະຫງວນໄວ້ໃຫ້ແກ່ ການສວມບົດບາດ ຕົວລະຄອນດີເດັ່ນໃນບົດ “ເຕີ່ນເນືອງເຖິດ”. ທີ່ ໂຮງລະຄອນກວກແທງ, ເມື່ອໄດ້ຊົມການ ສະແດງຂອງ ແບກຕວຽດ ໃນບົດ “ແຊກາດບ໋ຽນດົງ”, ຜູ້ແຕ່ງບົດລຳ ຮວາເຟື້ອງ ໄດ້ເວົ້າກັບ ຜູ້ແຕ່ງກຽນຢາງ ວ່າ: “ແບກຕວຽດແມ່ນກ໋າຍເລືອງຈີບ໋າວ, ນາງມີ ພອນສະຫວັນເປັນພິເສດ ໃນການປະດິດສ້າງ ທັງແມ່ນຜູ້ສະຫຼາດ ອີກ ແນ່ນອນຈະໄຕ່ເຕົ້າຂຶ້ນສູງຫຼາຍກວ່ານີ້ ຖ້າໄດ້ສວມ ບົດບາດຕົວລະຄອນທີ່ຍາກໆ”. ຜູ້ແຕ່ງ ຮວາເຟື້ອງ ຄົງຈະບ່ໍນຶກບ່ໍຝັນເລີຍວ່າ, ຕົນເອງໄດ້ຕາງ ໜ້າແທນໃຈໃຫ້ແຟນໆ ກ໋າຍເລືອງມອບໃຫ້ແບກຕວຽດ ນາມມະຍົດທີ່ສູງສົ່ງ ໂດຍປະລິຍາຍ ແລະ ແລ້ວມັນໄດ້ສະໜິດຕິດພັນກັບນາງແຕ່ເວລານັ້ນມາໂດຍຕະຫຼອດ.
ໃນທົດສະວັດທີ 80 ຂອງສະຕະວັດກ່ອນ ເມື່ອກຳລັງຢືນຢູ່ໃນຈຸດ ສູງ ທາງດ້ານສິລະປະ, ແບກຕວຽດ ຖືກແຕ່ງຕັ້ງໄປຮຽນຢູ່ ໂຊເຟຍ (ບຸນກາຣີ) ແລະ ນາງໄດ້ຮຽນຈົບຂະແໜງຜູ້ກຳກັບ ການສະແດງເທິງເວທີໃນປີ 1988. ຈາກນັ້ນ, ແຕ່ປີ 1988 ຮອດທ້າຍປີ 1995, ພາຍ ຫຼັງ 7 ປີແຫ່ງການໝົກໝົ້ນກັບການຄົ້ນຄວ້າ, ແບກຕວຽດ ໄດ້ປ້ອງ ກັນ ບົດນິພົນປະລິນຍາເອກ ທີ່ສະພາມະຫາບັນດິດ ລະຄອນລາຊະອານາຈັກອັງກິດ ແລະ ສະພາມະຫາບັນດິດການສ້າງ ຟີມຮູບເງົາ ແລະ ເວທີສະແດງໂຊເຟຍ(ບຸນກາຣີ)ຢ່າງສຳເລັດຜົນ ດ້ວຍຫົວເລື່ອງທີ່ວ່າ: “ການປັບຕົວຂອງສິລະປະການສະແດງເທິງເວທີ ອັນເປັນມູນເຊື້ອ ຂອງບັນດາປະເທດອາຊີອາຄະເນ ກັບເງື່ອນໄຂການດຳລົງຊີວິດແບບທັນສະໄໝ ຂອງຜູ້ຊົມສະຕະວັດທີ 21”. ນາງ ໄດ້ກາຍເປັນສິລະປິນກ໋າຍເລືອງຜູ້ທຳອິດ ແລະ ຜູ້ໜຶ່ງດຽວຂອງ ຫວຽດນາມບັນລຸວຸດທິປະລິນຍາເອກ.
ພິເສດ, ໃນຊຸມປີຫຍຸ້ງຍາກທີ່ສຸດຂອງສິລະປະກ໋າຍເລືອງນັ້ນ, ແບກ ຕວຽດ ພ້ອມດ້ວຍຜູ້ກຳກັບໜຸ່ມສອງຄົນຄື ຫງວຽນຮົ່ງຟຸກ ແລະ ມິງ ຫາຍ, ດຣ. ດົນຕີ ກວາງຫາຍ, ສິລະປິນປະຊາຊົນ - ນັກດົນຕີແທງ ຫາຍ ແລະ ສິລະປິນປະຊາຊົນ-ຈິດຕະກອນເລືອງດ໋ົງໄດ້ ຄົ້ນຄວ້າເພື່ອໃຫ້ສະແດງ ບົດລະຄອນ ແລະ ບົດກ໋າຍເລືອງ(ສຳລັບການສະແດງທົດລອງເຊິ່ງມີພຽງຕົວລະຄອນໜຶ່ງດຽວ) ນັ້ນຄື: “ສະແດງລະຄອນຜູ້ດຽວ”, “ມະເຫສີ ສອງກະສັດ” ຂອງນັກແຕ່ງ ເລຢີວແຮ້ງ. ການສະແດງທັງສອງບົດດັ່ງກ່າວ ຖືກຫາງສຽງ ແລະ ສື່ມວນຊົນ ພ້ອມທັງຜູ້ຊົມໃຫ້ຄວາມຍ້ອງຍໍສົ່ງເສີມ ຢ່າງສຸດໃຈ ເນື່ອງຈາກວ່າ ຈຸສິລະປິນໄດ້ສ້າງເປັນກະແສລົມໃໝ່ ພັດໃສ່ເວທີສະແດງສິລະປະ ພື້ນເມືອງ. ມາຮອດປີ 2012, ສິລະປິນ ແບກຕວຽດ ມີກຽດໄດ້ຮັບນາມມະຍົດສິລະປິນປະຊາຊົນ ໂດຍລັດເປັນຜູ້ມອບໃຫ້. ນີ້ເໝືອນດັ່ງການໃຫ້ລາງວັນທີ່ສົມກັບການປະກອບສ່ວນ ຢ່າງສຸດຈິດສຸດໃຈ ຕະຫຼອດຊີວິດຂອງສິລະປິນໃຫ້ແກ່ສິລະປະກ໋າຍເລືອງຂອງປະເທດຊາດ.

ສິລະປິນປະຊາຊົນ-ປະລິນຍາເອກ ແບກຕວຽດໃນບົດບາດເປັນກຳມະການໃນຄືນແຂ່ງຂັນຮອບສຸດທ້າຍ
“ລະຄັງຄຳ ວ້ອງໂກ -2012” (ແມ່ນແບບທຳນອງຂັບລຳທີ່ໄດ້ຮັບຄວາມນິຍົມຊົມຊອບຢູ່ແຂວງຕ່າງໆ
ທີ່ພາກຕາເວັນຕົກສຽງໃຕ້ ຫວຽດນາມ)

ຄ່ຳຄືນແຂ່ງຂັນຮອບຊິງຊະນະເລີດທີ່ມີຫົວຂໍ້ວ່າ“ລະຄັງຄຳ ວ້ອງໂກ” ໄດ້ຮັບຄວາມສົນໃຈເປັນພິເສດຈາກ
ໝູ່ມະຫາຊົນ ຜູ້ທີ່ມີຄວາມນິຍົມຊົມຊອບສິລະປະກ໋າຍເລືອງໃນທົ່ວປະເທດ.


ສິລະປິນປະຊາຊົນ-ດຣ.ແບກຕວຽດ ຕອບສຳພາດຕໍ່ວົງການໜັງສືພິມໃນຄືນແຂ່ງຂັນ
ຮອບຊິງຊະນະເລີດ “ລະຄັງຄຳ ວ້ອງໂກ- 2012”.

ສິລະປິນປະຊາຊົນ-ດຣ.ແບກຕວຽດ ແລະ ບັນດານັກສິລະປິນໃນຄືນແຂ່ງຂັນຮອບຊິງຊະນະເລີດ
“ລະຄັງຄຳ ວ້ອງໂກ- 2012”.

ສິລະປິນປະຊາຊົນ-ດຣ.ແບກຕວຽດ ຖ່າຍຮູບຮ່ວມກັນ ກັບບັນດານັກສະແດງໃນຄືນແຂ່ງຂັນຮອບຊິງຊະນະເລີດ
“ລະຄັງຄຳ ວ້ອງໂກ- 2012”.

ສິລະປິນປະຊາຊົນ-ດຣ.ແບກຕວຽດກັບແຟນເພງ.
ພາຍຫຼັງເຄ່ິງສະຕະວັດແຫ່ງການເຄື່ອນໄຫວ, ສິລະປິນກ໋າຍເລືອງ ແບກຕວຽດໄດ້ເຂົ້າຮ່ວມການສະແດງກວ່າ 400 ບົດລະຄອນ ໂດຍມີການ ສວມບົດບາດຕົວລະຄອນທຸກປະເພດຕ່າງກັນ. ບ່ໍ ພຽງແຕ່ສ້າງຄວາມປະທັບໃຈ ທີ່ຈົບງາມໃຫ້ແກ່ຜູ້ຊົມ ແລະ ເພື່ອນ ຮ່ວມງານດ້ວຍສຽງເພງ ອັນນີ້ມນວນຊວນໃຈ, ລີລາການເຮັດວຽກ ຢ່າງເຂັ້ມງວດ ແລະ ການຮຳ່ຮຽນດີເດັ່ນເທົ່ານັ້ນ, ນາງຍັງ ແມ່ນແບບຢ່າງອັນໃຫຍ່ຫຼວງກ່ຽວກັບ ຄວາມເກັ່ງກ້າສາມາດ, ຄວາມ ມານະພະຍາຍາມເຝິກຝົນຫຼ່ໍຫຼອມ ແລະ ປະດິດຄິດສ້າງດ້ານສິລະປະກ໋າຍເລືອງ ເພື່ອໃຫ້ຮຸ່ນສິລະປິນໜຸ່ມ ທຸກວັນນີ້ເອົາແບບ ແລະ ສຶກສາຮ່ຳຮຽນ, ປະກອບສ່ວນນຳສິລະປະກ໋າຍເລືອງຂອງປະເທດ ສືບຕ່ໍຂະຫຍາຍຕົວອີກດ້ວຍ.
ປີ 2007, ສູນປຶ້ມສະຖິຕິ ຫວຽດນານ (Vietbooks) ໃຫ້ການຮອງຮັບສິລະປິນປະຊາຊົນ, ດຣ.ແບກຕວຽດ ວ່າແມ່ນນັກສະຖິຕິຫວຽດນາມເນື່ອງຈາກວ່າເປັນຜູ້ທຳອິດທີ່ໄດ້ “ແປງພະທຳ ຄຳສັ່ງສອນຂອງພະພຸດທະເຈົ້າກາຍເປັນບົດລຳກ໋າຍເລືອງ”.

ບົດ:
ຫງວຽນຫວູ້ແທ່ງດາດ- ພາບ: ເລມິນ

bichlien

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top