• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແນະນຳບັນດາການເຄື່ອນໄຫວທຳອິດໃນບັນດາເຫດການປີ APEC ຫວຽດນາມ2017

ພາບ​ປະ​ກອບ
           ກອງ​ປະ​ຊຸມບໍ່​ເປັນ​ທາງ​ການ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ APEC (ISOM) ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ກ່ຽວ​ຂ້ອງ​ຈະ​ໄດ້​ຈັດ​ຕັ້ງ​ແຕ່​ວັນ​ທີ 8 – 9/12/2016, ຢູ່​ສູນກອງ​ປະ​ຊຸມ​ແຫ່ງ​ຊາດ, ຮ່າ​ໂນ້ຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທຳ​ອິດ​ໃນ​ບັນ​ດາ​ເຫດ​ການ​ປີ APEC 2017 ເຊິ່ງ ຫວຽດ​ນາມ ຈັດ​ຕັ້ງ. ກອງ​ປະ​ຊຸມ​ຈະ​ລວມ​ມີ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ 3 ຢ່າງ. ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ບຸ​ລິ​ມະ​ສິດ​ຂອງ​ປີ APEC 2017, ນີ້ແມ່ນ​ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ກຳ​ແໜ້ນ​​ກ່ຽວ​ກັບ​ຄວາມ​ສົນ​ໃຈຂອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ​ຕື່ມ​ອີກ, ​ພ້ອມ​ທັງ​ຮັບ​ເອົາ​ບັນ​ດາ​ຄຳ​ເຫັນ​ຂອງ​ຜູ້​ແທນ, ບັນ​ດາ​ອົງ​ການ​ສາ​ກົນ, ວົງ​ການ​ນັກ​ຮຽນ​ຮູ້ ແລະ ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ APEC ກ່ຽວ​ກັບ​ທ່າ​ອ່ຽງ​ການ​ຮ່ວມ​ມື​ສາ​ກົນ ແລະ ພາກ​ພື້ນ​ກ່ຽ​ວ​ຂ້ອງ​ເຖິງ​ບັນ​ດາ​ທິດ​ບຸ​ລິ​ມະ​ສິດ​ເຊິ່ງ ຫວຽດ​ນາມ ໄດ້​​ນຳສະ​ເໜີ. ຄາດ​ວ່າ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີ່ງ​ມີງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ APEC 2017 ຈະ​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັ​ນ​ໄຂ​ກອງ​ປະ​ຊຸມ​ສ​ຳ​ມະ​ນາ. ການ​ໂອ້​ລົມ​ສົນ​ທະ​ນາ APEC ແລະ ວິ​ສາ​ຫະ​ກິດ “ສ້າງ​ກຳ​ລັງ​ໜູນ​ໃໝ່​ຊຸ​ກ​ຍູ້​ການ​ເຕີບ​ໂຕ ແລະ ເຊ​ື່ອມ​ຕໍ່ APEC”, ແມ່ນ​ຂໍ້​ລິ​ເລີ່ມ​ຂອງ ຫວຽດ​ນາມ ໃນ​ບົດ​ບາດ​ເປັນ​ປະ​ເທດ​ເຈົ້າ​ພາບ​ຈັດ​ຕັ້ງ.
        ກອງ​ປະ​ຊຸມບໍ່​ເປັນ​ທາງ​ການ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ APEC (ISOM) ແມ່ນ​ການ​ເຄື່ອນ​ໄຫວ​ສຳ​ຄັນ​ທີ່​ສຸດ​ຂອງວາ​ລະປະ​ຊຸມ​ຄັ້ງ​ນີ້. ກອງ​ປະ​ຊຸມ​ໂດຍ​ທ່ານ ບູ່ຍ​ແທງ​ເຊີນ, ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ປະ​ທານ​ບັນ​ດາ​ກອງ​ປະ​ຊຸມເຈົ້າ​ໜ້າ​ທີ່​ຂັ້ນ​ສູງ (SOM) APEC 2017 ເປັນ​ປະ​ທານ.
 (ແຫຼ່ງຄັດຈາກ VOV)
 

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top