• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ແກງຫອຍກີ້ ກັບໝາກເຟືອງ

ແກງຫອຍກີ້ ກັບໝາກເຟືອງ ແມ່ນລາຍການອາຫານ ທີ່ ປະ ຊາຊົນ ຢູ່ເຂດທະເລພາກກາງຫວຽດນາມ ປຸງແຕ່ງ ໃນລະ ດູ ຮ້ອນ. ໄດ້ຊົດຖ້ວຍແກງຫອຍກີີ້ ກັບ ໝາກເຟືອງ ກໍສາມາດ ຮູ້ ສຶກໄດ້ຄວາມຫວານນົວຂອງຫອຍກີ້ ພ້ອມກັບ ຄວາມສົ້ມພໍດີ ຂອງໝາກເຟືອງ ເໝືອນດັ່ງ ໄດ້ລະບາຍຄວາມຮ້ອນ ອົບເອົ້າ ຈາກຮ່າງກາຍອອກໄປ.

ເຄື່ອງປຸງແຕ່ງ ແກງຫອຍກີ້ ກັບໝາກເຟືອງ ຖ້ວຍໜຶ່ງແມ່ນ ງ່າຍສົມຄວນ ປະກອບມີ: ຫອຍກີ້ປະມານ 10 ໂຕ, ໝາກ ເຟືອງ 2-3 ໜ່ວຍ, ໝາກເລ່ັນ, ຜັກຊີ, ຜັກບົ່ວ, ຜັກແພວ ພ້ອມ ເຄື່ອງເທດທົ່ວໄປຈຳນວນໜຶ່ງ.

     

ຫອຍກີ້ ມີຢູ່ທົ່ວໄປ ໃນທະເລ ຫວຽດນາມ ແລະ ລາຄາຂາຍ ບໍ່ແພງ.


ໝາກເຟືອງ ບາດເອົາສ່ວນລ່ຽມອອກນ້ອຍໜຶ່ງ ແລ້ວຕັດເປັນ ປ່ຽງຮູບ 5 ດາວ.


ຜັກຊີ ເປັນເຄື່ອງປຸງທີ່ຂາດບໍ່ໄດ້ໃນຖ້ວຍແກງຫອຍກີ້. 


ຫົວສີໄຄທຸບ ໃຫ້ແຕກ, ຕັດເປັນຕ່ອນຍາວ ປະມານ 5 ຊມ ໃສ່ໝໍ້ແກງຫອຍກີ້ ຈະມີລົດຊາດທີ່ເປັນເອກະລັກ. 


ແກງຫອຍກີ້ ກັບໝາກເຟືອງ ແມ່ນລາຍການອາຫານ ສຸດທີ່ ເໝາະສົມໃນຊຸມມື້ອາກາດຮ້ອນອົບເອົ້າ. 

ຫອຍກີ້ ເມື່ອຊື້ມາ ຕ້ອງແຊ່ນຳ້ປະສົມກັບຂີ້ເທົ່າ ຫຼື ນຳ້ມວກ ເພື່ອໃຫ້ຫອຍກີ້ ຄາຍຂີ້ຊາຍອອກໃຫ້ໝົດ, ໝາກເຟືອງ ບາດ ສ່ວນລ່ຽມອອກນ້ອຍໜຶ່ງ ແລ້ວຕັດເປັນປ່ຽງຮູບ 5 ດາວ. ໝາກເລ່ັນຜ່າເປັນປ່ຽງຄືຜ່າໜ່ວຍໝາກ, ຜັກບົ່ວ, ຜັກແພວ, ຜັກຊີ ຊອຍເປັນເສັ້ນສັ້ນໆ.

ຫອຍກີ້ ເມື່ອຕົ້ມ ພໍສຸກ ກໍຖອກໃສ່ຊາມ ເພື່ອເອົາສິ່ງເສດ ເຫຼືອອອກ. ເອົາໝາກເຟືອງ, ໝາກເລັ່ນ ລົງໝໍ້ຕົ້ມເມື່ອ ຫອຍ ກີ້ ງະເປືອກອອກ ກໍຖືວ່າ ສຸກແລ້ວ. ສຸດທ້າຍ ໃສ່ເຄື່ອງ ປຸງພໍ ກິນ, ໂຮຍຜັກບົ່ວ, ຜັກຊີ, ຜັກແພວໃສ່ໝໍ້ແກງ ແລະ ມອດໄຟ ກໍຖື ວ່າອາຫານໄດ້ສຳເລັດ.

ຫອຍກີ້ ມີຢູ່ທົ່ວໄປ ໃນທະເລ ຫວຽດນາມ ແລະ ລາຄາ ຂາຍ ບໍ່ແພງ. ດ້ວຍເຫດນັ້ນ ນີ້ກໍແມ່ນ ລາຍການ ອາຫານສາມັນ ທົ່ວໄປຂອງຄົນຫວຽດນາມ.



ຄວາມຫຼາກຫຼາຍຮູບແບບກ່ຽວກັບພູມສັນຖານ, ລັກສະນະ ທີ່ດິນ ແລະ ພູມອາກາດ ໄດ້ນຳມາຊຶ່ງຄວາມອຸດົມສົມບູນ ໃນ ສິລະປະອາຫານການກິນ ຂອງ ຄົນຫວຽດນາມ ຕາມແຕ່ລະ ດູການ. ແກ້ງຫອຍກີ້ ກັບໝາກເຟືອງ ແມ່ນເໝາະກັບ ລະດູ ຮ້ອນ ຊຶ່ງເປັນລະດູເກັບກ່ຽວຫອຍກີ້.  

ປະຕິບັດ: ຫງວຽນລວນ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top