• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ເຮືອນວົງຄະນະຍາດຂອງໝູ່ບ້ານ ສວຍແຣ່

ໄດ້ຮັບການອອກແບບຕາມສະຖາປັດຕະຍະກຳ ທີ່ເຕັມໄປດ້ວຍລັກສະນະທຳມະຊາດ, ກິດຈະກຳເຮືອນວົງຄະນະຍາດ ຂອງໝູ່ບ້ານ ສວຍແຣ່ ຢູ່ຕາແສງ ກືອຽນ, ເມືອງເລືອງ ເຊີນ, ແຂວງ ຮວ່າບິ່ງ ມີກຽດທີ່ໄດ້ຮັບລາງວັນ Green Good Design 2012 ຂອງ ອາເມລິກາ, ລາງວັນ International Architecture Awards (IAA) ຂອງ ອາເມລິກາ ແລະ ໄດ້ຄັດເລືອກເຂົ້າໃນກຸ່ມກິດຈະກຳກໍ່ສ້າງ 7 ແຫ່ງທີ່ໄດ້ຮັບລາງວັນ Ecowan ຂອງອົງການ World Architecture News.

 

ເຮືອນວົງຄະນະຍາດຂອງໝູ່ບ້ານ ສວຍແຣ່ ຕັ້ງຢູ່ເຄິ່ງກາງພູໜ່ວຍໜຶ່ງ, ໄດ້ຮັບການກໍ່ສ້າງດ້ວຍອຸປະກອນຈາກທຳມະຊາດຄື: ດິນ, ໄມ້ໄຜ່, ໄມ້ເຮ່ຍ, ໃບໄມ້ … ແລະ ກຳມະກອນ ເປັນຊາວທ້ອງຖິ່ນ. ເຮືອນຫຼັງນີ້ ມີສອງຊັ້ນ, ຊັ້ນໜຶ່ງກວ້າງ 90 ຕາລາງແມັດ, ໂດຍນັກສະຖາປານິກ ຮວ່າງທຸກຮ່າວ, ນັກສະຖາປານິກ ຫງວຽນຢຸຍແທງ ແລະ ບໍລິສັດ 1+1>2 ເປັນຜູ້ອອກແບບ ແລະ ປະຕິບັດການກໍ່ສ້າງ. ເບິ່ງແຕ່ຕີນພູຂຶ້ນໄປ, ເຮືອນຫຼັງນີ້ ເຫັນຄ້າຍ ຄືເຫັດດອກໜຶ່ງ.
ນັກສະຖາປານິກ ຮວ່າງທຸກຮ່າວ ໃຫ້ຮູ້ວ່າ ລະດັບຊີວິດການເປັນຢູ່ທີ່ຕົວເມືອງ ແລະ ຊົນນະບົດ ໄດ້ຍົກສູງຂຶ້ນ ຊຶ່ງເຮັດໃຫ້ການພົວພັນໃນ ປະຊາຄົມ ບໍ່ມີຄວາມສະໜິດຕິດພັນກັນ ແລະ ອາດຈະຕົກໃນສະພາບຖືກແຕກສະຫຼາຍ. ທີ່ບັນດາໝູ່ບ້ານເຂດພູດອຍ, ສະຖານທີ່ໄດ້ນຳໃຊ້ ເພື່ອຈັດຕັ້ງບັນດາ ການເຄື່ອນໄຫວຂອງປະຊາຄົມ, ໂຮງຮຽນອະນຸບານ, ຫໍສະໝຸດ… ຍັງເປັນສິ່ງທີ່ຫາຍາກ, ຖ້າມີກໍ່ມີແບບຊົ່ວຄາວ, ວັດທະນະທຳຢູ່ເຂດດັ່ງກ່າວ ຖືກຕົກໃນຮູບແບບທີ່ບໍ່ມີລັກສະນະສະເພາະ. ຍ້ອນແນວນັ້ນ, ກຸ່ມນັກສະຖາປານິກ ຈຶ່ງມີການອອກແບບ, ກໍ່ສ້າງ ຕົວແບບເຮືອນວົງຄະນະຍາດ ໃຫ້ແກ່ໝູ່ບ້ານ ສວຍແຣ່ ດ້ວຍຈຸດປະສົງຈະແກ້ໄຂບັນຫາດັ່ງກ່າວນັ້ນ ເພື່ອນຳມາເຊິ່ງຕົວແບບສະຖາປັດຕະຍະກຳ ໃໝ່ທີ່ເໝາະສົມກັບສະພາບແວດລ້ອມ ການເຄື່ອນໄຫວດ້ານວັດທະນະທຳຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ ເຂດພູດອຍໃນສະໄໝປະຈຸບັນ.

ເຮືອນຫຼັງນີ້ ຕັ້ງຢູ່ກາງຂອງພູໜ່ວຍໜຶ່ງ.

ເຮືອນຫຼັງນີ້ ທັງກໍ່ສ້າງຕາມສະຖາປັດຕະຍະກຳເຮືອນ 5 ຫ້ອງຂອງຊາວພາກເໜືອ,
ທັງໄດ້ກໍ່ສ້າງຕາມສະຖາປັດ ຕະຍະກຳເຮືອນຮ້ານຂອງຊາວເຜົ່າເມືອງອີກດ້ວຍ.


ເຮືອນຫຼັງນີ້ ມີຝາຜະໜັງທີ່ກໍ່ດ້ວຍຫີນ ແລະ ປະຕູໄດ້ເຮັດດ້ວຍໄມ້ໄຜ່.

ທາງໜ້າມີເດີ່ນກວ້າງເພື່ອຫຼິ້ນກິລາ ແລະ ບັນດາການເຄື່ອນໄຫວຕ່າງໆ ຢູ່ທາງນອກ.

ລະບົບລະບຽງສູງ ແລະ ກວ້າງ.

ຂັ້ນໄດເຮັດດ້ວຍໄມ້, ຄ້າຍຄືຂັ້ນໄດໃນເຮືອນພື້ນເມືອງ ຂອງພໍ່ແມ່ປະຊາຊົນເຂດພູສູງ.

ທາງເຂົ້າເຮືອນວົງຄະນະຍາດຂອງໝູ່ບ້ານ ສວຍແຣ່ ຕ້ອງເດີນຂ່າມຜ່ານຂົວແຂວນໜ່ວຍໜຶ່ງ.
ນັກສະຖາປານິກ ຫງວຽນຈຶກລວ້ຽນ, ອະດີດປະທານສະມາຄົມນັກສະຖາປານິກ ຫວຽດນາມ ມີການຕີລາຄາວ່າ: “ສິ່ງທີ່ງ່າຍດາຍ ແຕ່ມີ ຜົນປະໂຫຍດ ຂອງເຮືອນລວມ ເຮັດໃຫ້ພວກເຮົາຄິດວ່າ ຕ້ອງເຮັດແນວໃດເພື່ອນຳສະຖາປັດ ຕະຍະກຳເຂົ້າໃນຊີວິດການ ເປັນຢູ່ ຂອງ ປະຊາຊົນ, ເປັນຕົ້ນແມ່ນ ຊາວກະສິກອນຢູ່ຫວຽດນາມ ມີເຖິງ 70-80%. ກິດຈະກຳດັ່ງກ່າວ ໄດ້ສ້າງຂຶ້ນເພື່ອຮັບໃຊ້ໃຫ້ຊາວບ້ານ ສວຍແຣ່. ນີ້ເປັນຕົວແບບສະຖາປັດຕະຍະກຳທີ່ດີ, ອາດຈະເປັນໄປໄດ້, ສົມຄວນທີ່ໄດ້ຮັບການຂະຫຍາຍອອກຢ່າງ ກວ້າງຂວາງ ແລະ ກາຍເປັນ ຂະບວນການ ກໍ່ສ້າງເຮືອນ ລວມໃນບັນດາໝູ່ບ້ານຂອງຫວຽດນາມ, ຈາກນັ້ນ ຈຶ່ງ ປະກອບສ່ວນຍົກລະດັບຊີວິດການເປັນຢູ່ ໃຫ້ແກ່ພໍ່ແມ່ ປະຊາຊົນບັນດາເຜົ່າ”.
ດ້ວຍເປົ້າໝາຍ “ຂຽວ” ຕັ້ງແຕ່ໄລຍະອອກແບບ, ນັກສະຖາປານິກ ຮວ່າງທຸກຮ່າວ ແລະ ບັນດາເພື່ອນຮ່ວມງານ ໄດ້ສະເໜີ 3 ມາດຕະຖານ ຕົ້ນຕໍຄື: ສິ່ງແວດລ້ອມ “ສີຂຽວ”, ວັດທະນະທຳ “ສີຂຽວ”, ເສດຖະກິດ-ເຕັກນິກ “ສີຂຽວ”. ກິດຈະກຳມີທີ່ຕັ້ງສະດວກ, ອາດສາມາດທົນ ທານຕໍ່ລົມພາຍຸ, ນ້ຳຖ້ວມ, ດ້ານໜ້າຫັນໄປສູ່ຮ່ອມພູ. ໂຄງປະກອບຂອງຫວ່າງເວຫາໄດ້ກໍ່ສ້າງແບບຊັ້ນຕໍ່ຊັ້ນ, ທາງໜ້າມີເດີ່ນທີ່ກວ້າງຂວາງ, ໄດ້ນຳໃຊ້້ເພື່ອຈັດຕັ້ງ ບັນດາການເຄື່ອນໄຫວຢູ່ທາງນອກ. ສະຖານທີ່ໄດ້ນຳໃຊ້ເພື່ອຈັດຕັ້ງບັນດາການເຄື່ອນໄຫວທີ່ສຳຄັນຢູ່ທາງກາງ, ທັງໝົດມີ 2 ຊັ້ນ, ຊັ້ນເທິງແມ່ນ ໂຮງລ້ຽງເດັກ, ໂຮງຮຽນອະນຸບານ ສົມທົບກັບຫໍສະໝຸດ… ຊັ້ນລຸ່ມໄດ້ແຝງຕົວຢູ່ບ່ອນດິນວ້ຳເຂົ້າ, ສະນັ້ນ ຈຶ່ງຊ່ວຍເຮັດໃຫ້ເຮືອນຫຼັງນີ້ ອຸ່ນໃນລະດູໜາວ ແລະ ເຢັນໃນລະດູຮ້ອນ. ທາງຫຼັງ ຫັນໜ້າໄປຫາພູ ແລະ ປ່າໄມ້ໄຜ່, ຊາວບ້ານສາມາດ ເຕົ້າໂຮມກັນ, ພາກັນທຳອາຊີບສຳຮອງ, ເປັນຕົ້ນແມ່ນເດັກ ນ້ອຍ ແລະ ຜູ້ເຖົ້າຜູ້ແກ່ສາມາດດຳເນີນຊີວິດຢູ່ຊັ້ນລຸ່ມໃນລະດູໜາວ ແລະ ລະດູຮ້ອນ.
ຫຼາຍປີທີ່ຜ່ານມາ, ຊາວເຜົ່າກິງ ແລະ ຊາວເຜົ່າເມືອງ ພ້ອມກັນອາໄສເທິງແຜ່ນດິນທີ່ມີວັດທະນະທຳສະຫຼັບສັບປົນກັນ, ສະນັ້ນ ເຮືອນຫຼັງນີ້ ທັງໄດ້ ກໍ່ສ້າງຕາມສະຖາປັດ ຕະຍະກຳເຮືອນ 5 ຫ້ອງຂອງຊາວພາກເໜືອ, ທັງໄດ້ກໍ່ສ້າງຕາມສະຖາປັດຕະຍະກຳເຮືອນຮ້ານ ຂອງຊາວ ເຜົ່າເມືອງອີກດ້ວຍ.
ວິທີການກໍ່ສ້າງໄດ້ປະຕິບັດຕາມແບບງ່າຍດາຍ, ປະຢັດ, ອຸປະກອນທີ່ມີພ້ອມຕາມຫຼັກການ: ຊັ້ນລຸ່ມໄດ້ກໍ່ຫີນແບບເປັນຫຼຸບ ເປັນໂນນ, ປະສານ ສົມທົບກັບປະຕູເຮັດດ້ວຍໄມ້ໄຜ່. ຊັ້ນເທິງໄດ້ກໍ່ດ້ວຍດິນ, ຫຼັງຄາມຸງດ້ວຍໄມ້ໄຜ່, ໄມ້ເຮ່ຍ, ໃບໄມ້… ໂຄງປະກອບຂອງຫຼັງເຮືອນແມ່ນ ທາງລຸ່ມໜັກ ແລະ ທາງເທິງເບົາ. ເຮືອນຫຼັງນີ້ ຍັງໄດ້ປະກອບລະບົບອ່າງຕອງນ້ຳຝົນ, ດອກໄຟ LED ປະຢັດໄຟຟ້າ, ອ່າງນ້ຳເປື້ອນ 5 ຫ້ອງ… ນີ້ເປັນບັນດາວິທີ ກໍ່ສ້າງທີ່ເຕັມໄປດ້ວຍສະຖາປັດ ຕະຍະກຳສີຂຽວ, ປະຢັດພະລັງງານ, ບໍ່ເປັນຜິດຕໍ່ທຳມະຊາດ ແລະ ວົງຄະນະຍາດ. 

ທາງໃນກວ້າງຂວາງ ແລະ ອາດສາມາດນຳໃຊ້ເປັນເຮືອນລ້ຽງເດັກໄດ້.

ສະຖານທີ່ຈັດຕັ້ງການເຄື່ອນໄຫວດ້ານວັດທະນະທຳຂອງຊາວທ້ອງຖິ່ນ.

ສະຖານທີ່ຈັດຕັ້ງການເຄື່ອນໄຫວດ້ານສິນລະປະວັນນະຄະດີຂອງວົງຄະນະຍາດ.

ສະຖານທີ່ອ່ານປື້ມຂອງຊາວທ້ອງຖິ່ນ.
ພາຍຫຼັງການກໍ່ສ້າງໃນເວລາ 15 ເດືອນ ດ້ວຍການລົງທຶນກໍ່ສ້າງປະມານ 35.000 ໂດລາສະຫະລັດ, ເຮືອນຫຼັງນີ້ ສຳເລັດການກໍ່ສ້າງ ແລະ ໄດ້ເປີດນຳໃຊ້ຢ່າງເປັນທາງການເມື່ອເດືອນທັນວາ 2012. ເຮືອນລວມຂອງໝູ່ບ້ານ ສວຍແຣ່ ໄດ້ເປີດນຳໃຊ້ ບໍ່ພຽງແຕ່ສ້າງສະຖານທີ່ໜຶ່ງ ເພື່ອຈັດຕັ້ງບັນດາ ການເຄື່ອນໄຫວດ້ານວັດທະນະທຳ-ສັງຄົມໃຫ້ແກ່ຊາວທ້ອງຖິ່ນເທົ່ານັ້ນ, ຫາກຍັງໄດ້ຢືນຢັນທິດທາງໃໝ່ຂອງສະຖາປັດ ຕະຍະກຳໜຶ່ງຢູ່ ຫວຽດນາມ ອີກດ້ວຍ, ນັ້ນຄືສະຖະປັດ ຕະຍະກຳສີຂຽວ, ໃກ້ຊິດກັບທຳມະຊາດ, ໃກ້ຊິດກັບຊີວິດການເປັນຢູ່ຂອງປະຊາຊົນ.
ຫຼັງຈາກສຳເລັດການກໍ່ສ້າງກິດຈະກຳເຮືອນວົງຄະນະຍາດຂອງໝູ່ບ້ານ ສວຍແຣ່, ນັກສະຖາປານິກ ຮວ່າງທຸກຮ່າວ ແລະ ບັນດາເພື່ອນ ຮ່ວມງານ ກໍ່ສືບຕໍ່ສຳເລັດການກໍ່ສ້າງເຮືອນລວມຂອງໝູ່ບ້ານ ຕາຟິ່ນ ຢູ່ເມືອງຊາປາ, ແຂວງ ລາວກາຍ.
ປີ 2012, ກິດຈະກຳສະຖາປັດຕະຍະກຳເຮືອນລວມຂອງໝູ່ບ້ານ ສວຍແຣ່ ໄດ້ຮັບຫຼາຍລາງວັນທີ່ມີຊື່ສຽງໃນໂລກ, ໃນນັ້ນ ມີລາງວັນ Green Good Design 2012 ຂອງອາເມລິກາ, ລາງວັນ International Architecture Awards (IAA) ຂອງ ອາເມລິກາ ແລະ ໄດ້ຄັດເລືອກເຂົ້າໃນກຸ່ມກິດຈະກຳກໍ່ສ້າງ 7 ແຫ່ງທີ່ໄດ້ຮັບລາງວັນ Ecowan ຂອງອົງການ World Architecture News. ປີ 2013, ເຮືອນວົງຄະນະຍາດຂອງໝູ່ບ້ານ ຕາຟິ່ນ ກໍ່ໄດ້ຮັບລາງວັນ Green Good Design 2012 ແລະ ໄດ້ຄັດ ເລືອກເຂົ້າໃນລາຍຊື່ກິດຈະກຳກໍ່ສ້າງ 5 ແຫ່ງທີ່ມີຊື່ສຽງຂອງເວັບໄຊ archdaily.com, ເວັບໄຊໜຶ່ງກ່ຽວກັບສະຖາປັດຕະຍະກຳ ທີ່ມີ ຊື່ສຽງໃນໂລກຂອງ ອາເມລິກາ.
ບົດ: ຫວິງຮຶງ - ພາບ: ຫງວຽນຢຸຍແທງ

bdLao

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top