• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ເຮືອນບູຮານ ກາຍເກື່ອງ

ຕັ້ງຢູ່ຄຽງຂ້າງຝັ່ງ ກາຍມວຍທີ່ມີເຮືອແພຢ່າງຄັບຄາໜາແໜ້ນ, ເຮືອນບູຮານ ກາຍເກື່ອງ (ຕາແສງບິ່ງຮ່ວາເຟືອກ, ເມືອງລອງໂຮ່, ແຂວງຫວີງລອງ ໄດ້ເປັນທີ່ຮູ້ຈັກເຖິງຄືດັ່ງ ກິດຈະກຳແຫ່ງໜ່ຶງທີ່ມີການປະສານສົມທົບຢ່າງກົມກຽວກັນ ລະຫວ່າງ ສະຖາປັດຕະຍະກຳ ຂອງພາກຕາເວັນຕົກ ແລະ ອາຊີຕາເວັນອອກ ໃນປາງກ່ອນ. ປັດຈຸຸບັນ, ຫຼັງເຮືອນດັ່ງກ່າວ ໄດ້ກາຍເປັນຈຸດນັດພົບຂອງແຂກຄົນ ໃນສາຍທາງເດີນຄົ້ນພົບ ເຂດສວນປູກຕົ້ນໄມ້ກິນໝາກ ອັນກວ້າງໃຫຍ່ຢູ່ເຂດຕາເວັນຕົກຂອງພາກໃຕ້ຫວຽດນາມ.

 

ເຮືອນຫຼັງດັ່ງກ່າວ ແມ່ນຂອງຄອບຄົວທ່ານ ຟ້າມວັນໂບ່ນ, ມະຫາເຈົ້າທີ່ດິນຄົນໜຶ່ງ ຂອງທ້ອງຖິ່ນໃນປາງກ່ອນ. ຕາມນາງ ໝິ໊ແຮ້ງ, ຜູ້ນຳທ່ຽວ ຂອງບໍລິສັດຫຸ້ນສ່ວນທ່ອງທ່ຽວຫວີງລອງແລ້ວ, ທ່ານ ຟ້າມວັນໂບ່ນ ເປັນເສດຖີລ້ຳລວຍທີ່ສຸດຢູ່ໃນເຂດນີ້, ດັ່ງນັ້ນ ທ່ານໄດ້ຮັບຄົນທັງຫຼາຍ ເອີ້ນວ່າ ກາຍເກ່ືອງ (ນາຍເກື່ອງ).
ເຮືອນບູຮານ ກາຍເກື່ອງໄດ້ຮັບການກໍ່ສ້າງໃນເມື່ອປີ 1885 ເປັນຮູບຄ້າຍຄືຕົວໜັງສື “T” ລວມມີເຮືອນສອງຫຼັງຕັ້ງສາກຕາມແບບຫົວເຮືອນ ຢູ່ທາງຫຼັງ ແລະ ກາງເຮືອນຢູ່ທາງໜ້າຕໍ່ໃສ່ກັນ. ດ້ານໜ້າຂອງເຮືອນຫັນໄປທາງທິດເໜືອ ມອງສູ່ລຳຄອງ ກາຍມວຍ. ຈຸດພິເສດສະເພາະຂອງ ເຮືອນດັ່ງກ່າວນັ້ນແມ່ນ ການປະສົມປະສານ ສະຖາປັດຕະຍະກຳຂອງພາກຕາເວັນອອກ ແລະ ພາກຕາເວັນຕົກໃນລະຫວ່າງການຕົບແຕ່ງ ພາຍໃນ ແລະ ພາຍນອກ. ນີ້ແມ່ນການອອກແບບ ຕາມແນວໂນ້ມປະສົມປະສານລະຫວ່າງແບບສະຖາປັດຕະຍະກຳຂອງຫວຽດນາມ ແລະ ຝຣັ່ງ, ຫາກໃນນັ້ນ ການຕົບແຕ່ງພາຍໃນ ກົງກັບແບບສິລະປະກຳແລະ ວັດທະນະທຳອັນເປັນມູນເຊື້ອ ຂອງພາກຕາເວັນອອກ, ສ່ວນການ ຕົບແຕ່ງຢູ່ທາງນອກ ແມ່ນມີການກົມກຽວກັນກັບແບບສະຖາປັດຕະຍະກຳຂອງພາກຕາເວັນຕົກ. 
 

ເຮືອນບູຮານກາຍເກື່ອງ ເປັນກິດຈະກຳ ສະຖາປັດຕະຍະກຳ ທີ່ມີການປະສານສົມທົບຢ່າງກົມກຽວກັນ ລະຫວ່າງ
ສະຖາປັດຕະຍະກຳ ຂອງພາກຕາເວັນຕົກ ແລະ ພາກຕາເວັນອອກ ທະວີບອາຊີ ໃນປາງກ່ອນ.

ລະບຽງຂອງຫຼັງເຮືອນໄດ້ຮັບການອອກແບບ ຕາມແບບຂອງທະວີບເອີຣົບສະໄໝຟື້ນຟູ.
ດ້ານໜ້າເຮືອນໄດ້ຮັບການຕົກແຕ່ງພາບຄວັດສະຫຼັກນູນ ສະໄໝຟື້ນຟູ.
ຂັ້ນໄດຂຶ້ນເຮືອນ ທີ່ມີແຖວລູກຕິ່ງແບບຝຣັ່ງ.
ເຮືອນບູຮານມີລວງກວ້າງ 15 ແມັດ, ແຖວເສົາກາງຢູ່ກາງເຮືອນເຮັດດ້ວຍໄມ້ແດງທີ່ມີຄວາມສູງເຖິງ 6 ແມັດ ຊຶ່ງຄ້ຳຊັ້ນຫຼັງຄາມຸງດ້ວຍດິນຂໍ ສອງຊັ້ນ ແລະ ຊັ້ນດິນຂໍຮູບເກັດປາຂວຳ້ໃສ່ກັນ ທີ່ເຄີຍມີພຽງໃນສະໄໝເກົ່າເທົ່ານັ້ນ. ຢູ່ທາງໜ້າຫຼັງເຮືອນ ແມ່ນລະບຽງ ມີປະຕູລ່ວງທັງສອງ ເບື້ອງ ແລະ ຂັ້ນໄດໂຄ້ງເຂົ້າຄືຮູບຄັນທະນູ ຢ່າງສວຍງາມ. ບັນດາເສົາຄ້ຳ ແລະ ຝາຜະໜັງ ໄດ້ຮັບການຕົບແຕ່ງ ດ້ວຍພາບຄວັດສະຫຼັກນູນ ແຕ່ສະໄໝຟື້ນຟູ, ທັງມີປັດໃຈດ້ານສະຫງວນຄວາມງາມ ທັງເຮັດໃຫ້ຜົນສະທ້ອນຂອງແດດກ້າ ຝົນຕົກຖືກຫຼຸດລົງ. ສ່ວນລະບຽງຢູ່ກາງແຈ້ງ ມີຂັ້ນໄດສອງໜ່ວຍ ຕັ້ງເຄິ່ງຄຽງກັນ ເພື່ອຂຶ້ນເຮືອນ ແລະ ຫໍວິຫານຫຼັງນ້ອຍຕັ້ງຢູ່ກາງ ປິ່ນໜ້າສູ່ ໃຈກາງຫຼັງເຮືອນ ຊຶ່ງເປັນຈຸດລັກສະນະ ສະຖາປັດຕະຍະກຳ ແລະ ວັດທະນະທຳທີ່ພິເສດສະເພາະຂອງພາກໃຕ້. ປະຕູຂອງເຮືອນໄດ້ຮັບການກໍ່ສ້າງ ຮູບເຄິ່ງວົງມົນ. ສິ່ງດັ່ງກ່າວ ໄດ້ ສະແດງວ່າ ເຈົ້າຂອງເຮືອນເປັນຄົນຮ່ັງມີ ແລະ ມີ “ອິດທິພົນ” ຕໍ່ສັງຄົມ.
ຢູ່ທາງໃນຂອງເຮືອນ, ຮ່າງປະກອບສຳຄັນທັງໝົດ ລ້ວນແຕ່ໄດ້ເຮັດຈາກໄມ້ທີ່ມີຄ່າ ແລະ ໄດ້ຮັບການຕົບແຕ່ງຕາມແບບສະຖາປັດຕະຍະກຳ ຂອງພາກຕາເວັນອອກ. ເຮືອນແບ່ງເປັນສາມສ່ວນຄື: ເຮືອນໜ້າ, ເຮືອນກາງ ແລະ ເຮືອນຫຼັງ. ເຮືອນໜ້າ ແລະ ເຮືອນກາງ ເປັນຍ່ານວ່າງ ທີ່ກວ້າງຂວາງ ຊຶ່ງເປັນບ່ອນເຈົ້າຂອງເຮືອນ ວາງໂຕະຕັ່ງ ຕ້ອນຮັບແຂກຄົນທີ່ມາຢາມ. ຂັ້ນແບ່ງສອງຫຼັງເຮືອນນັ້ນແມ່ນຝາຜະໜັງດ້ວຍໄມ້ທີ່ໃຫຍ່ໂຕ. ສ່ວນໃຈກາງ ຂອງຫຼັງເຮືອນມີແຜ່ນໄມ້ສະຫຼັກຄຳພີດ້ວຍຕົວອັກສອນຈີນບູຮານ “ຟ້າມຝູເດື່ອງ” ຊຶ່ງມີຄວາມໝາຍວ່າ ຫຼັງເຮືອນຂອງສະກຸນ ຟ້າມ ໄດ້ແຂວນຢູ່ເທິງຝາ ແລະ ແທ່ນບູຊາຫຼາຍແທ່ນ ຂອງຄອບຄົວທ່ານ ກາຍເກື່ອງ ໄດ້ຕັ້ງຢູ່ສອງເບື້ອງ. ເຮືອນຫຼັງໄດ້ແບ່ງເປັນ 3 ຫ້ອງ, ຫ້ອງກາງ ຖືກປະວ່າງ ມີປະຕູອອກສູ່ຫຼັງສວນ, ສອງຫ້ອງຢູ່ສອງເບື້ອງຂ້າງ ເປັນຫ້ອງນອນ ທີ່ຕັ້ງເຄິ່ງຄຽງກັນ ມີຝາຜະໜັງ ອ້ອມຮອບ ລ້ວນແຕ່ໄດ້ກໍ່ດ້ວຍໄມ້ແດງ. ເຖິງແມ່ນວ່າ ແບບຄວັດສະຫຼັກ ບໍ່ມີຄວາມພິຖີພິຖັນ ແລະ ເງົາງາມ ກໍຕາມ ແຕ່ມັນຍັງຄົງບໍ່ເຮັດໃຫ້ດ້ານສະຫງວນຄວາມງາມ ແລະ ຄວາມປານີດຂອງຫຼັງເຮືອນຖືກຂາດໄປແຕ່ຢ່າງໃດ. ປ່ອງຢ້ຽມຫຼາຍ ປ່ອງໄດ້ເປີດອອກ, ເຄື່ອງຕົບແຕ່ງພາຍໃນເຮືອນໄດ້ຈັດວາງຢ່າງກະທັດຮັດ ແລະ ເປັນລະບຽບຮຽບຮ້ອຍ ເຮັດໃຫ້ຫຼັງເຮືອນຍິ່ງເພີ່ມຄວາມງາມ ແບບຫຼູຫຼາ.
ຈຸດເດັ່ນທີ່ສຸດຂອງເຄື່ອງຕົກແຕ່ງພາຍໃນ ທີ່ເຮັດໃຫ້ເຮືອນມີຄວາມສວຍງາມ ນັ້ນແມ່ນສາກກັ້ນໝົດທຸກແຜ່ນໄດ້ເຮັດດ້ວຍໄມ້ ຄວັດສະຫຼັກຮູບ ມັງກອນ, ຫົງຄຳ, ນົກໜູ, ກົກໄມ້ຫຼາຍຊະນິດ. ທັງໝົດນັ້ນ ລ້ວນແຕ່ໄດ້ຮັບການທາສີ ແລະ ຟອກຄຳຢູ່ທາງນອກ ອັນໄດ້ເຮັດໃຫ້ຈັບຕາ ຈັບໃຈ ຜູ້ຊົມເບິ່ງ. ນອກຈາກນັ້ນ, ເຄື່ອງໃຊ້ໄມ້ສອຍຕ່າງໆຄື: ແທ່ນບູຊາ, ຕູ້ເສື້ອຜ້າ, ໂຕະ ຕັ່ງ, ເບາະນັ່ງຍາວ, ຕຽງໄມ້ແປ້ນ ແລະ ອື່ນໆ… ລ້ວນແຕ່ເຮັດດ້ວຍໄມ້ແດງ ຫຼື ໄມ້ Xylia xylocarpa ແຕ່ທ້າຍສະຕະວັດທີ XIX ແລະ ໄດ້ຮັບການຮັກສາໄວ້ ເກືອບຄືວ່າເໝືອນເດີມ ຈາກຄອບຄົວທ່ານ ກາຍເກື່ອງຜ່ານຫຼາຍເຊັ່ນຄົນ. ພື້ນເຮືອນສູງກວ່າໜ້າເດີ່ນ 1 ແມັດ ແລະ ໄດ້ປູດ້ວຍຫີນຂຽວ ທີ່ເປັນປະເພດຫີນເຊິ່ງເຈົ້າ ຂອງເຮືອນສັ່ງຊື້ມາແຕ່ປະເທດຝຣັ່ງ ອັນໄດ້ເຮັດໃຫ້ເຮືອນຫຼັງນີ້ຍິ່ງມີຄວາມສວຍງາມສະຫງ່່າ.

ສາກກັ້ນ ແລະ ແຜ່ນໄມ້ສະຫຼັກຄຳພີດ້ວຍຕົວອັກສອນຫານ ໄດ້ຄວັດສະຫຼັກລວດລາຍແລະ ຟອກຄຳຢູ່ທາງນອກຢ່າງພິຖີພິຖັນ.
ແທ່ນບູຊາບັນພະບຸລຸດຢູ່ໃນຫຼັງເຮືອນ.
ພາບແຕ້ມຖຸຍມັກ (ແບບບິທີການແຕ້ມຮູບດ້ວຍນ້ຳມຶກທີ່ມີມູນຕົ້ນແຕ່ຈີນບູຮານ) ໄດ້ຮັບການຕົກແຕ່ງຢູ່ໃນຫ້ອງຮັບແຂກ.
ຊົມເບິ່ງສະແດງຂັບ “ເດີ່ນກາຕ່າຍຕື໊” ຢູ່ໃນຫຼັງເຮືອນບູຮານ.
ມາຮອດປັດຈຸບັນ, ເຮືອນກາຍເກື່ອງ ໄດ້ຮັບການຄຸ້ມຄອງຈາກ ທ່ານ ຫວໍຮີ່ວນລອງ, ຜູ້ເປັນຫຼານລຸ້ນທີ 3 ຂອງຕະກູນຟ້າມ. 15 ປີ ກ່ອນນີ້, ທ່ານ ລອງໄດ້ໃຫ້ບໍລິສັດຫຸ້ນສ່ວນທ່ອງທ່ຽວກື່ວລອງຈຳກັດເຊົ່າ ເພື່ອນຳໃຊ້ບໍລິການແຂກທ່ອງທ່ຽວ. ບໍລິສັດໄດ້ດຳເນີນການປະຕິສັງຂອນ, ສ້ອມແປງ ແລະ ເປີດບໍລິການທ່ອງທ່ຽວຄື: ຢ້ຽມຢາມ, ສະແດງຂັບ“ເດີ່ນກາຕ່າຍຕື໊”, ເດັດໝາກໄມ້ຢູ່ໃນສວນ… ພິເສດວ່າ, ນັກທ່ອງທ່ຽວ ສາມາດພັກແຮມຄືນທີ່ຫ້ອງນອນສອງຫ້ອງຂອງຄອບຄົວທ່ານກາຍເກື່ອງ. ເຂົາເຈົ້າກໍສາມາດດື່ມນ້ຳຊາ, ຮັບຟັງເລື່ອງລາວຕ່າງໆໃນອະດີດ ຫຼື ເຂົ້າຮ່ວມການແຕ່ງກິນພ້ອມກັບລຸ້ນລູກຫຼານຂອງເຈົ້າຂອງເຮືອນ ເພື່ອຊອກຮູ້ກ່ຽວກັບແບບແຜນການດຳເນີນຊີວິດ ທີ່ໄດ້ຄົງຕົວຫຼາຍເສັ່ນຄົນ ມາແລ້ວ ຂອງຜູ້ຄົນຊາວພາກໃຕ້. ຜູ້ນຳທ່ຽວກໍຈະແນະນຳກ່ຽວກັບ ການປະກອບສ້າງ ແລະ ວິທີຫຼິ້ນເຄື່ອງດົນຕີພື້ນເມືອງຊະນິດຕ່າງໆ ເພື່ອ ຊ່ວຍໃຫ້ນັກທ່ອງທ່ຽວມີຄວາມເຂົ້າໃຈຢ່າງລະອຽດກ່ຽວກັບຊີວິດການເປັນຢູ່ ແລະ ວັດທະນະທຳຂອງຊາວທ້ອງຖິ່ນຕື່ມອີກ.
ບົດ: ໂດ໊ວັນ - ພາບ: ຫງວຽນລວນ

bdLao

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top