• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ເອກະລັກງານບຸນ “ເວີດເກົ່າ”

ບຸນເວີດເກົ່າທີ່ໝູ່ບ້ານຖຸ໋ຍລິ້ງ, ເມືອງຮວ່າງມາຍ, ຮ່າໂນ້ຍ ໄດ້ດຳ ເນີນຂຶ້ນແຕ່ມື້ວັນທີ 4-6 ຂອງບຸນເຕັດຕາມຈັນທະປະຕິທິນທຸກ ປີ, ຊຶ່ງເປັນງານແຂ່ງຂັນກຳລັງແຮງ ແລະ ຄວາມສະຫຼາດ ສະຫຼຽວຂອງລຸ້ນຄົນຕ່າງໆ. ຄວາມມ່ວນຂອງງານບຸນແຂ່ງຂັນ ເວີດເກົ່າແມ່ນໃຜກໍສາມາດເຂົ້າຮ່ວມໄດ້ຂໍພຽງແຕ່ເປັນຜູ້ຊາຍ ເທົ່ານັ້ນ. 
ພໍຕົກມາໂອກາດຕົ້ນປີໃໝ່ປະເພນີ, ຊາວບ້ານຖຸ໋ຍລິ້ງ (ແຕ່ກ່ອນ ມີຊື່ເອີ້ນວ່າ ຖຸ້ຍອ໋າຍ, ບ້ານລິ້ງນາມ, ເມືອງ ຮວ່າງມາຍ, ຮ່າ ໂນ້ຍ), ປະຊາຊົນໃນຫມູ່ບ້ານຖຸ໋ຍລິ້ງ, ມັກຈະຈັດງານບຸນຂອງ ໝູ່ບ້ານຂຶ້ນ ຊຶ່ງແມ່ນງານບຸນແຂ່ງຂັນເວີດເກົ່າຕົ້ນປີ, ເປັນໃຈ ກາງຂອງວັດທະນະທຳທີ່ດຶງດູດໃຈ, ໂດດເດັ່ນທີ່ສຸດໃນງານບຸນ.

ຕາມບັນດາຜູ້ເຖົ້າຜູ້ແກ່ຢູ່ໃນເຂດ, ວິຊາເວີດເກົ່າເປັນວິຊາຝຶກແອບການທະຫານຂອງລາຊາບຸດ ດຶກແທ໋ງຮາຍ ເປັນນາຍພົນ ລີງລາງ. ແຕ່ກີ້, ແຕ່ລະຄັ້ງທີ່ຝຶກແອບທະຫານກ່ອນຈະໄປຕີສັດຕູ, ທ່ານໄດ້ນຳໃຊ້ວິຊາເວີດເກົາເພື່ອອອກກຳລັງກາຍ ແລະ ຝຶກແອບດ້ານການທະຫານໃຫ້ແກ່ກອງທະຫານ ກ່ອນເຂົ້າບັ້ນຮົບ. ມາຮອດປັດຈຸບັນ, ເພື່ອລະນຶກເຖິງສິນທຳ ແລະ ຄຸນງາມ ຄວາມດີຂອງຄົນລຸ້ນກ່ອນ, ແຕ່ລະປີ ຊາວບ້ານໄດ້ຈັດຕັ້ງບຸນ ເວີດເກົ່ານີ້ຂຶ້ນໃນຊຸມມື້ຕົ້ນປີໃໝ່ແຕ່ລະປີ.

ບັນດາທ່ານຜູ້ອາວຸໂສຕີກອງສົ່ງກຳລັງແຮງເຊຍໃຫ້ແກ່ບັນດາຊາວໜຸ່ມເຂົ້າຮ່ວມການແຂ່ງຂັນ. 


ແຂ່ງຂັນແຕ່ລະຄັ້ງມີສີ່ຈຸ, ຈຸໜ່ຶງມີສອງຄົນເຂົ້າຮ່ວມ ເພື່ອຍາດຊີງຫມາກບານທີ່ເຮັດດ້ວຍໄມ້. 


ຜູ້ຫຼິ້ນພຽງຍາດຊິງໝາກບານ, ຫຼີກລ້ຽງການເກີດບາດເຈັບໃຫ້ຄູ່ຕໍ່ສູ້. 


ຊາຍສະກັນໝູ່ບ້ານຖຸ໋ຍລິ້ງ ເຂົ້າຮ່ວມການແຂ່ງຂັນ. 
 

ທິມເວີດເກົ່າເດັກນ້ອຍໝູ່ບ້ານຖຸ໋ຍລິ້ງ. 


ໜ່ວຍໝາກບານເຮັດຈາກໄມ້ໝາກມີ້ມີນ້ຳໜັກ 20 ກວ່າກິໂລໄດ້ຍົກ, ໂຍນຂຶ້ນແລ້ວກິ້ງໄປກິ້ງມາ ແລະ ຍາດຊິງກັນເພື່ອໃຫ້ຫມາກດັ່ງກ່າວ
ລົງ ສູ່ 4 ຂຸມຢູ່ 4 ມູມເດີ່ນ.ຜ່ານການແຂ່ງຂັນດັ່ງກ່າວບັນດາຊາຍຫນູ່ມໝູ່ບ້ານໄດ້ສະແດງອອກ
ກຳລັງແຮງ ແລະ ຄວາມສະຫຼາດສະຫຼຽວຂອງຕົນໃນບັ້ນແຂ່ງຂັນ. 

 

ມີປະຊາຊົນຊາວບ້ານຖຸ໋ຍລິ້ງເປັນຈຳນວນຫຼວງຫຼາຍ ມາຊົມການລະຫຼິ້ນບຸນປະເພນີຂອງບ້ານ. 
 
ເວີດເກົ່າເປັນກິລາປະເພດໜຶ່ງບໍ່ພຽງແຕ່ຕ້ອງການກຳລັງແຮງ, ຄວາມໜຽວແໜ້ນທົນທານເທົ່ານັ້ນ ຫາກຍັງຮຽກຮ້ອງໃຫ້ຜູ້ຫຼິ້ນ ຕ້ອງມີຄວາມສະຫຼຽວສະຫຼາດ, ມີແຜນຍຸດໂທບາຍ ແລະ ຄວາມຮ່ວມມືກັນເປັນຢ່າງດີອີກດ້ວຍ. ເຂົ້າຮ່ວມການແຂ່ງຂັນ ຄັ້ງໜຶ່ງລວມມີສີ່ຈຸ, ຈຸໜຶ່ງມີສອງຄົນຮັດສາຍແອວສີດຽວກັນ. ເດີ່ນເວີດເກົ່າລວມມີ 5 ຂຸມ, ມີຂຸມຫນຶ່ງຢູ່ໃຈກາງ,  4 ຂຸມແມ່ນຈັດຢູ່ 4 ມູມຂອງເດີ່ນ. ຈຸແຂ່ງຂັນມີ 4 ຈຸ ແຕ່ລະຈຸມີ 2 ຄົນຈະນຳໃຊ້ທຸກວິທີການເພື່ອຍາດເອົາໝາກບານມາໃສ່ຂຸມຂອງຕົນເອງ, ທິມໃດສາມາດຍາດຫມາກບານມາໃສ່ຂຸມຕົນເອງໄດ້ສາມຄັ້ງໃນຊຸດແຂ່ງຂັນດັ່ງກ່າວຈະເປັນທິມຊະນະ.

ຕາມການບັງຄັບບັນຊາຂອງກຳມະການ.ໃນງານແຂ່ງຂັນຈະມີນຳ້ໜັກຫມາກບານແຕກຕ່າງກັນ, ຂຶ້ນກັບໄວອາຍຸຂອງຜູ້ເຂົ້າຮ່ວມການແຂ່ງຂັນ. ຕາມທຳມະດາ, ເດັກນ້ອຍຫຼິ້ນກັບໜ່ວຍໝາກຟຸກທີ່ໄດ້ຮັບການບູຊາ 3 ວັນໃນມື້ບຸນຕົ້ນປີໃໝ່, ສຳລັບພວກຊາວໜຸ່ມ ແລະ ໄວກາງຄົນຫມາກບານແມ່ນໄດ້ເຮັດດ້ວຍໄມ້ໝາກມີ້ ມີນ້ຳໜັກແຕ່ 15-30 ກິໂລກຣາມ. ວິທີການຫລິ້ນ, ຜູ້ທີ່ເຂົ້າຮ່ວມການແຂ່ງຂັນມີແຕ່ອອກແຮງຍາດຫມາກບານ ບໍ່ແມ່ນປ້ຳຄົນ, ບໍ່ເຮັດໃຫ້ເກີດການບາດເຈັບຕໍ່ຄູ່ຕໍ່ສູ້, ແຕ່ລະຄັ້ງແຂ່ງຂັນຖ້າຝ່າຍໃດສາມາດຍາດໄດ້ຫມາກບານມາໃສ່ຂຸມຕົນເອງໄດ້ຫນຶ່ງຄັ້ງຈະໄດ້ຮັບລາງວັນນ້ອຍ. ຖ້າບັນລຸໄດ້ 3 ຄັ້ງແມ່ນໄດ້ຮັບໄຊຊະນະ.   

ປະຈຸບັນ, ເຖິງແມ່ນວ່າຈະມີການຫັນເປັນຕົວເມືອງ, ໝູ່ບ້ານ ລິ້ງນາມຍັງຄົງຮັກສາໄວ້ໄດ້ຮີດຄອງເກົ່າດັ່ງເດີມ ແລະ ວັດທະ ນະທຳຂອງຕົນຊຶ່ງງານບຸນເວີດເກົ່າເປັນໜຶ່ງໃນຈຳນວນງານ. ບຸນເວີດເກົ່າໄດ້ເຮັດໃຫ້ມີບັນຍາກາດເບີກບານມ່ວນຊື່ນໃຫ້ແກ່ໝູ່ບ້ານໃນແຕ່ລະຄັ້ງໂອກາດປີໃໝ່ວຽນມາ.

ໜ່ວຍໝາກບານເຮັດຈາກໄມ້ໝາກມີ້ມີນ້ຳໜັກ 20 ກວ່າກິໂລໄດ້ຍົກ, ໂຍນຂຶ້ນແລ້ວກິ້ງໄປກິ້ງມາ ແລະ ຍາດຊິງກັນເພື່ອໃຫ້ຫມາກດັ່ງກ່າວລົງ ສູ່ 4 ຂຸມຢູ່ 4 ມູມເດີ່ນ. ຜ່ານການແຂ່ງຂັນດັ່ງກ່າວບັນດາຊາຍຫນູ່ມໝູ່ບ້ານໄດ້ສະແດງອອກກຳລັງແຮງ ແລະ ຄວາມສະຫຼາດສະຫຼຽວຂອງຕົນໃນບັ້ນແຂ່ງຂັນ. 

ປະຕິບັດ: ຫວຽດເກື່ອງ
 

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top