• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອກອັກຄະລັດຖະທູດ ຟ້າມແຊງເຈົາ, ນັກການທູດມໍລະດົກ

      ຢາກເຮັດໄດ້ສິ່ງທີ່ມະຫັດສະຈັນຕ້ອງມີຄວາມຫວັງຢ່າງແຮງກ້າ, ນັ້ນແມ່ນຄວາມສຳນຶກຂອງທ່ານ ຟ້າມແຊງເຈົາ, ເອກອັກຄະລັດຖະທູດ - ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ, ທູດພິເສດຂອງນາຍົກລັດຖະມົນຕີ ກ່ຽວກັບບັນດາບັນຫາຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງສະຫະປະຊາຊາດ (UNESCO). ໃນຈິດໃຈຂອງທ່ານ ເກືອບຄືວ່າຍາມໃດກໍ່ຄິດເຖິງແນວຄິດນຳວັດທະນະທຳ ຫວຽດນາມ ອອກສູ່ໂລກ. ບົດຂຽນຂອງນັກຂ່າວ ລານແອງ.
ທ່ານເອກອັກຄະລັດຖະທູດ ຟ້າມແຊງເຈົາ  
      ໂດຍແມ່ນນັກການທູດມີຄວາມຊຳນານງານ, ທ່ານເອກອັກຄະລັດຖະທູດ ຟ້າມແຊງເຈົາ ໄດ້ຮັບການບຳລຸງສ້າງຢ່າງລະອຽດທັງຢູ່ ຫວຽດນາມ ແລະ ຢູ່ເອີລົບ. ທ່ານມີຄວາມສາມາດນຳໃຊ້ຫຼາຍພາສາ, ພິເສດແມ່ນພາສາ ອັງກິດ ແລະ ພາສາ ຝຣັ່ງ. ທ່ານເອກອັກຄະລັດຖະທູດ ຟ້າມແຊງເຈົາ ໄດ້ຮັບການຮູ້ຈັກເຖິງແມ່ນຜູ້ມີຄຸນງາມຄວາມດີນຳມໍລະດົກຂອງ ຫວຽດນາມ ໄປແນະນຳໃນໂລກ ພາຍຫຼັງເວລາເກືອບ 18 ປີທີ່ໄດ້ຕິດພັນກັບບັນດາການເຄື່ອນໄຫວວັດທະນະທຳ, ມໍລະດົກ ແລະ UNESCO. ໃນຈຳນວນມໍລະດົກ ຫວຽດນາມ ຫຼາຍແຫ່ງທີ່ໄດ້ຮັບການຮັບຮູ້ ແລະ ເຊີດຊູແມ່ນມໍລະດົກໂລກຈາກ UNESCO, ທ່ານ ເລຂາທິການໃຫຍ່ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ຟ້າມແຊງເຈົາ ມີຄຸນງາມຄວາມດີໃນການແນະນຳ ແລະ ຂົນຂວາຍມໍລະດົກຫຼາຍແຫ່ງໃຫ້ບັນລຸຜົນສຳເລັດ. ດັ່ງນັ້ນ, ທ່ານຖືກຂະໜານນາມວ່າແມ່ນ “ນັກການທູດມໍລະດົກ” ແຖວໜ້າຂອງ ຫວຽດນາມ.  ທ່ານເອກອັກຄະລັດຖະທູດ ຟ້າມແຊງເຈົາ ຖືວ່າ: ຍິ່ງໄດ້ໄປຫຼາຍບ່ອນ, ຍິ່ງໄດ້ສຳພັດຫຼາຍພື້ນຖານອະລິຍາທຳໃຫຍ່ໃນໂລກ ທ່ານຍິ່ງມີຄວາມມຸ່ງມາດປາດຖະໜາຢາກຂຸດຄົ້ນຄວາມສາມາດບົ່ມຊ້ອນກ່ຽວກັບການທ່ອງທ່ຽວ, ວັດທະນະທຳ, ທຳມະຊາດຂອງ ຫວຽດນາມ ເພື່ອແນະນຳ, ໂຄສະນາເຖິງເພື່ອນມິດສາກົນ:
        ໂອກາດທີ່ຂ້າພະເຈົ້າໄດ້ຜູກພັນກັບບັນດາການເຄື່ອນໄຫວວັດທະນະທຳແມ່ນເມື່ອປີ 1999. ຄາວນັ້ນ, ທ່ານ ຫງວຽນແມ້ງເກີ່ມ, ອະດີດຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດໄດ້ເວົ້າໃຫ້ຂ້າພະເຈົ້າຄວນດຳລົງຕຳແໜ່ງເອກອັກຄະລັດຖະທູດອາຍຸການໜຶ່ງ. ຂ້າພະເຈົ້າຮູ້ພາສາ ອັງກິດ ແລະ ຝຣັ່ງ, ກະໂຕຂ້າພະເຈົ້າມີຮູບຊົງວັດທະນະທຳ, ນິຍົມວັດທະນະທຳ ດັ່ງນັ້ນທ່ານຮອງນາຍົກລັດຖະມົນຕີ ໄດ້ແຕ່ງຕັ້ງຂ້າພະເຈົ້າດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຢູ່ UNESCO ແລະ ອົງການໃຊ້ພາສາຝຣັ່ງ. ນັບແຕ່ນັ້ນມາ, ຊີວິດຂອງຕົນໄດ້ຕິດພັນກັບບັນດາເຫດການວັດທະນະທຳ. ຂ້າພະເຈົ້າຂໍຂອບອົກຂອບໃຈນຳອະດີດຮອງນາຍົກລັດຖະມົນຕີ ຫງວຽນແມ້ງເກີ່ມ ຫຼາຍໆ.
        ດ້ວຍສາຍຕາຂອງນັກການທູດຜູ້ໜຶ່ງ, ທ່ານໄດ້ສັງເກດວ່າ ວັດທະນະທຳນີ້ເອງ, ໄດ້ນຳມະນຸດສຳພັດກັບບັນດາສິ່ງຍອດຍິ່ງຂອງແຕ່ລະປະເທດ ແລະ ກໍ່ແມ່ນຂົວເຊື່ອມຕໍ່ລະຫວ່າງບັນດາປະຊາຊາດໃນໂລກ. ດັ່ງນັ້ນ, ຍາມໃດທ່ານກໍ່ຊອກຫາທິດທາງເພື່ອໃຫ້ບັນດາມໍລະດົກທີ່ລ້ຳຄ່າຂອງ ຫວຽດນາມ ໄດ້ຮັບການຮັບຮູ້, ເຊີດຊູຈາກໂລກ. ເຮັດໄດ້ຄືແນວນັ້ນຈຶ່ງຮູ້ຈັກຫຼາຍກ່ວາ, ເຂົ້າໃຈກ່ວາກ່ຽວກັບປະເທດ ຫວຽດນາມ ຜ່ານບັນດາມໍລະດົກອັນລ້ຳຄ່ານີ້:
        ຂ້າພະເຈົ້າໄດ້ໄປຫຼານບ່ອນ ແລະ ໄດ້ຮັບຟັງໝູ່ເພື່ອນເວົ້າວ່າ, ປະຈຸບັນ, ໃນໂລກສິ່ງໃດກໍ່ມີໝົດ, ສິ່ງໃດກໍ່ເຮັດໄດ້ໝົດ, ເວັ້ນເສຍແຕ່ອັນໜຶ່ງທີ່ເຂົາເຈົ້າເຮັດບໍ່ໄດ້ນັ້ນແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດ. ຍ້ອນວ່ານັ້ນແມ່ນທຳມະຊາດ, ບໍ່ສາມາດກໍ່ສ້າງໄດ້. ໂຊກດີຫຼາຍຍ້ອນ ຫວຽດນາມ ມີມໍລະດົກທຳມະຊາດ ແລະ ວັດທະນະທຳຫຼາຍແຫ່ງໂດຍລຸ້ນພໍ່ລຸ້ນອ້າຍປະໄວ້ໃຫ້ ກໍ່ຄືທຳມະຊາດໄດ້ດົນບັນດານໃຫ້. ດັ່ງນັ້ນ ທັງຂຸດຄົ້ນ ທັງຕ້ອງອະນຸລັກຮັກສາມໍລະດົກນັ້ນໄດ້ເໝືອນເດີມ
ທ່ານເອກອັກຄະລັດຖະທູດ ຟ້າມແຊງເຈົາ ແນະຊຸດເສື້ອຍາວຂອງ ຫວຽດນາມ
              ຊຸມປີຜ່ານມາ, ນັກການທູດ ຟ້າມແຊງເຈົາ ພ້ອມກັບນັກຄົ້ນຄ້ວາຫຼາຍຄົນພາຍໃນປະເທດໄດ້ໄປທຸກແຖບຖິ່ນຂອງປະເທດຊາດເພື່ອຄົ້ນຄ້ວາຊອກຫາບັນດາສິ່ງຍອດຍິ່ງດ້ານວັດທະນະທຳ ຫວຽດນາມ ເພື່ອແນະນຳໃຫ້ເພື່ອນມິດສາກົນ. ທ່ານເອກອັກຄະລັດຖະທູດ ຟ້າມແຊງເຈົາ ແມ່ນຜູ້ປະກອບກຳລັງເຫື່ອແຮງຂອງຕົນເພື່ອຂົນຂວາຍມໍລະດົກຫຼາຍແຫ່ງຂອງ ຫວຽດນາມ ສຳເລັດຜົນ. ທ່ານກໍ່ເປັນຜູ້ມີຄຸນງາມຄວາມດີເພື່ອໃຫ້ ຫວຽດນາມ ມີເຂດນິເວດທຳມະຊາດໂລກ 6 ແຫ່ງຢູ່ ເກີ່ນເຢີ໋, ກາດບ່າ, ກູ່ລາວຈ່າມ, ຝູ່ກາດ, ກາເມົາ, ກຽມຢາງ ພ້ອມກັບອ່າວທະເລ 2 ແຫ່ງງາມສຸດຢູ່ໃນໂລກນັ້ນແມ່ນ ຍາຈາງ ແລະ ລັງໂກ. ທ່ານເອກອັກຄະລັດຖະທູດ ຟ້າມແຊງເຈົາ ກໍ່ແມ່ນຜູ້ມີການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນວິວັດການນຳ ຟອງຍາ - ເກ໋ບາງ ກາຍເປັນມໍລະດົກທຳມະຊາດໂລກ. ຍາມໃດ ທ່ານຟ້າມແຊງເຈົາ ກໍ່ມີຄວາມປາດຖະໜາວ່າ: ຍາມໃດຍັງມີກາລະໂອກາດ ທ່ານຈະສືບຕໍ່ປະກອບກຳລັງເຫື່ອແຮງຂອງຕົນເພື່ອໃຫ້ປະເທດ ຫວຽດນາມ ນັບມື້ນັບມີມໍລະດົກຫຼາຍແຫ່ງໄດ້ຮັບການເຊີດຊູບົນເວທີສາກົນ:
        ຂ້າພະເຈົ້າມີຄວາມສຸດຈິດສຸດໃຈເພື່ອໂຄສະນານ້ຳປາ ຟູ໋ກວກ. ຂ້າພະເຈົ້າຄິດວ່າ, ຖ້າໄດ້ດຳລົງຕຳແໜ່ງຕໍ່ໄປ ຂ້າພະເຈົ້າຈະຊ່ວຍໃຫ້ນ້ຳປາ ຟູ໋ກວກ ກາຍເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງເປັນຕົວແທນຂອງມວນມະນຸດ. ຫວ່າງມໍ່ໆມານີ້, ບາງປະເທດໄດ້ຮັບຮູ້ ບຸນເຕັດ ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງ. ບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ ງາມຫຼາຍ, ໄດ້ຈັດຕັ້ງດ້ວຍຂອບຂະໜາດໃຫຍ່ ແລະ ສົມກັບການຮັບຮອງເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງ.
 (ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ຕອນບ່າຍວັນທີ 22/4, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ເນື່ອງໃນໂອກາດມາຫວຽດນາມ ເພື່ອເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ 2024

Top