• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ເຫວ້, ນະຄອນແຫ່ງງານມະໂຫລານ ແລະ ການທ່ອງທ່ຽວ

ຕັ້ງຢູ່ໃຈກາງຂອງພາກກາງຫວຽດນາມ, ເຫວ້ມີພຽບພ້ອມທ່າແຮງບົ່ມຊ້ອນ ແລະ ທ່າໄດ້ປຽບເພື່ອພັດທະນາໃຫ້ກາຍເປັນ         “ເຂດສັກສິດ” ທາງດ້ານທ່ອງທ່ຽວຂອງຫວຽດນາມ. 
ນະຄອນແຫ່ງງານມະໂຫລານ

ສອງປີຕໍ່ຄັ້ງ ແລະ ຈັດໃສ່ປີຄູ່, ເຫວ້ຈັດຕັ້ງງານມະໂຫລານຂຶ້ນໃນລະດັບສາກົນ. ເລີ່ມແຕ່ປີ 2000 ມາຮອດປັດຈຸບັນເຫວ້ໄດ້ ຈັດຕັ້ງງານມະໂຫລານໄດ້ 9 ຄັ້ງແລ້ວ. ຫຼາຍຄົນໄດ້ປຽບງານ ມະໂຫລານທີ່ເຫວ້ກັບງານທີ່ຍິ່ງໃຫຍ່ໃນໂລກຄື: ງານມະໂຫລານ Avignon ຂອງ ຝຣ່ັງ, ງານ Edinburg ຂອງ ສກົດແລນ, ງານ Adelaide ຂອງອົສຕາລີ ຫຼື ງານ Geyongju ຂອງ ສ.ເກົາຫຼີ ຍ້ອນຄວາມໂດດເດັ່ນ ແລະ ຂະໜາດໃຫຍ່ໂຕມະໂຫຖານ ຂອງມັນ.

ປີນີ້, ງານມະໂຫລານເຫວ້ໄດ້ຈັດຂຶ້ນໃນທ້າຍເດືອນເມສາຊຶ່ງກົງ ກັບໂອກາດວັນພັກວັນທີ 30 ເດືອນເມສາ (ວັນປົດປ່ອຍພາກໃຕ້) ແລະ ວັນທີ 1 ພຶດສະພາ ສະນັ້ນຈຳນວນແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຫລັ່ງໄຫລເຂົ້າມາທ່ຽວຄາດຄະເນ ປະມານ 1 ລ້ານເທື່ອຄົນ.


ພິທີເປີດງານມະໂຫລານເຫວ້ 2016. ພາບ: ເຕິດເຊີນ/VNP


ເຕ໋ຢາວ, ພິທີພາວະນາດິນຟ້າທີ່ຂຶ້ນຊື່ລືສຽງຂອງລາຊະວົງ ຫງວຽນ, ໄດ້ຮັບການຟື້ນຟູຄືນໃໝ່
ທີ່ງານມະໂຫລານເຫວ້ 2016. ພາບ: ເຈີ່ນແທງຢາງ/VNP



ຈຳລອງງານດອງຂອງເຈົ້າຍິງສະໄໝລາຊະວົງ ຫງວຽນໄດ້ ຮັບການປະກົດຕົວຄືນໃໝ່ທີ່ງານມະໂຫລານເຫວ້ 2016. ພາບ: ເຕິດເຊີນ/VNP


ງານບຸນອ໋າວຢາຍ (ເສື້ອຍາວ) ທີ່ງານມະໂຫລານເຫວ້ 2016. ພາບ: ເຕິດເຊີນ/VNP


ລາຍການສະແດງຂອງຄະນະສິລະປະຟ້ອນໃນລາຊະວັງ ຂອງປະເທດ ສ.ເກົາຫຼີ
ຢູ່ຕາມຖະໜົນທີ່ງານມະໂຫລານເຫວ້ 2016. ພາບ: ເຕິດເຊີນ/VNP



ນັກທ່ອງທ່ຽວ ແລະ ປະຊາຊົນເຫວ້ນັບຫຼາຍໝື່ນຄົນພ້ອມກັນ ເຂົ້າຮ່ວມບັນຍາກາດ
ໃນງານມະໂຫລານຢູ່ຕາມຖະໜົນ ສາຍຕ່າງໆ. ພາບ: ເຈີ່ນແທງຢາງ/VNP



ບັນດານັກຟ້ອນຂອງຄະນະສິລະປະກວາງຕຸງ-ຈີນເປັນຄັ້ງທຳ ອິດທີ່ມີໜ້າທີ່ງານມະໂຫລານເຫວ້ 2016. ພາບ: ເຈີ່ນແທງຢາງ/VNP


ຄະນະສິລະປະພື້ນເມືອງ ຍີ່ປຸ່ນ ເຂົ້າຮ່ວມການສະແດງຢູ່ຕາມ ຄຸ້ມຖະໜົນໃນງານມະໂຫລານເຫວ້ 2016. ພາບ: ເຈີ່ນແທງຢາງ/VNP


ບາລູນຂອງ ອິນເດຍ ເວີ່ນຢູ່ກາງຫາວໃນພື້ນທີ່ຂອງກຸ່ມປູຊະ ນີຍະສະຖານກຸງເກົ່າເຫວ້
ໃນງານບູນບາລູນສາກົນທີ່ງານມະໂຫ ລານເຫວ້ 2016. ພາບ: ຮວ່າງແອງ

 

ພວກເຮົາມີຄວາມເອກອ້າງທະນົງໃຈກ່ຽວກັບເຫວ້, ດ້ວຍໄລຍະເວລາ 710 ປີແຫ່ງການກຳເນີດເກີດຂຶ້ນ ແລະ ພັດທະນາ, ໃນນັ້ນ, ມີ 150 ປີຮັກສາບົດບາດເປັນສູນກາງການປົກຄອງ ຂອງ  “ດ່າງຈອງ” (ທາງພາກໃຕ້ຫວຽດນາມແຕ່ປີ 1626-1775) ແລະ ປະມານ 160 ປີ (1788-1945) ເປັນນະຄອນຫຼວງຂອງ ປະເທດຫວຽດນາມເອກະພາບ. ເຫວ້ແມ່ນໜຶ່ງໃນຈຳນວນສະຖານທີ່ປະຫວັດສາດທີ່ຮັກສາມູນມໍລະດົກວັດທະນະທຳຂອງຫວຽດນາມຫຼາຍປີທີສຸດ. ພວກເຮົາມີຄວາມເອກອ້າງທະນົງໃຈຍ້ອນນະແຫ່ງນີ້ ເປັນບ່ອນຮັກສາໄວ້ໄດ້ຄຸນຄ່າອັນຍອດຍິ່ງຫຼາຍຢ່າງຂອງຊາດ ຫວຽດນາມ ແລະ ໄດ້ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງສະຫະປະຊາຊາດ (UNESCO) ຮັບຮອງວ່າເປັນມູນມໍລະດົກ ລວມຂອງມວນມະນຸດ”.
(ຄັດຈາກຄຳກ່າວປາໄສທີ່ພິທີເປີດງານມະໂຫລານເຫວ້ 2016 ຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ຟ້າມບິ່ງມິນ)
ຊຸມມື້ດຳເນີນງານມະໂຫລານ, ບໍ່ຫົວຊາເຖິງຄວາມອົບເອົ້າທີສຸດ ຂອງຕົ້ນລະດູແລ້ງໃນເຫວ້, ນັບເປັນຈຳນວນຫຼາຍແສນຄົນຫຼັ່ງໄຫຼ ກັນເຂົ້າມາສະຖານຈັດການສະແດງສິລະປະພື້ນເມືອງ ແລະ ສິລະປະຍຸກໃໝ່ ຖືກຈັດການສະແດງຕະຫລອດທັງກາງເວັນ ແລະ ກາງຄືນທົ່ວທຸກແຫ່ງຫົນທັງໃນເມືອງ ແລະ  ນອກເມືອງ.

ຊາວເມືອງເຫວ້ເຂົ້າຮ່ວມງານມະໂຫລານບໍຄືຢູ່ບ່ອນອື່ນ. ເຂົາເຈົ້າບໍ່ວົນແຊວ, ບໍ່ຟ້າວຟັ່ງຫາກພາກັນຄ່ອຍໆອອກລົງສູ່ຖະໜົນ, ຄ່ອຍໆເຊື່ອມຕົວເຂົ້າກັບກະແສຄົນ ແລະ ກໍ່ຄ່ອຍໆມ່ວນຊື່ນຂຶ້ນໃຈ, ແລ້ວ ແຕກລະເບີດເປີດເປີງຖືກຕາມອຸປະນິດໄສແບບຄ່ຽມຄົມສຸພາບ ທັງມີສ່ວນຕະຂິດຕະຂວາງທີ່ເຄີຍມີມາຂອງຕົນ. ກໍຍ້ອນນິໄສທັງ ດູດດື່ມເລິກຊຶ້ງ ທັງເຂັ້ມແຂງນັ້ນໄດ້ສ້າງຄວາມມີສະເໜ່ແບບລຶກ ລັບ ທີ່ແຕກຕ່າງ ໄດ້ກາຍເປັນພະລັງຈູງໃຈ ນັກທ່ອງທ່ຽວໄດ້ງ່າຍ ເມື່ອເຂົາເຈົ້າມານະຄອນມະໂຫລານນີ້.

ບັນຍາກາດຄຶກຄື້ນຂອງງານມະໂຫລານເໝືອນວ່າໄດ້ປຸກຄວາມ ສະຫງົບງຽບເຊິ່ງມີມາແຕ່ໃດໆຂອງເຫວ້, ດິນແດນທີ່ເປັນ ເມືອງ ຫຼວງເກົ່າແກ່ຊຶ່ງມີແຕ່ຄວາມສັນຕິຕະຫຼອດປີ. ແຕ່ມາບັດນີ້, ຜູ້ຄົນເຂົ້າຮ່ວມງານບຸນຢູ່ຕາມຖະໜົນ, ບໍ່ພຽງແຕ່ລຸ້ນໄວໜຸ່ມເທົ່າ ນັ້ນຫາກຍັງມີທັງລຸ້ນຄົນອາວຸໂສນຳອີກ. ອາດເປັນຍ້ອນແນວນັ້ນຈຶ່ງເຮັດໃຫ້ມີຫຼາຍຄົນເຫັນວ່າ, ງານມະໂຫລານໄດ້ສ້າງໃຫ້ມີການ ປ່ຽນແປງໃຫມ່ຫລາຍຢ່າງທັງໃນລັກສະນະວັດທະນະທຳກໍຄືຜູ້ຄົນ ເມືອງເຫວ້ອີກດ້ວຍ.

ກໍອາດເປັນຍ້ອນແນວນັ້ນແຫຼະໃນພິທີປິດງານມະໂຫລານເຫວ້ 2016, ທ່ານຫງວຽນວັນກາວ, ປະທານຄະນະກຳມະການ ປະຊາ ຊົນແຂວງເທື່ອທຽນເຫວ້ໄດ້ກ່າວວ່າ: “ງານມະໂຫລານເຫວ້ 2016 ບໍ່ພຽງແຕ່ມຸ່ງໃສ່ການໂຄສະນາເຜີຍແຜ່ພາບພົດຂອງເມືອງເກົ່າ ເຫວ້ທີ່ເຕັມໄປດ້ວຍສີສັນວັດທະນະທຳມູນເຊື້ອແຫ່ງຊາດເທົ່ານັ້ນ ຫາກຍັງເຮັດໃຫ້ແຂກຜູ້ມາທ່ຽວຊົມຄິດຮອດຄິດເຖິງເວລາທີ່ສວຍ ງາມໜ້າອັດສະຈັນໃນຄວາມສະຫງົບສຸກ, ແປກໃໝ່ໃນຄວາມຄຸ້ນເຄີຍ, ສຳລານໃຈ ແລະ ມີຄວາມອົບອຸ່ນຂອງເຂດດິນແດນນະຄອນ ເກົ່າແກ່”.

ຜ່ານ 16 ປີ ແລະ  ຈັດຕັ້ງງານມະໂຫລານ 9 ຄັ້ງ ເປັນໄລຍະເວລາທີ່ບໍ່ສັ້ນ ແລະ ກໍ່ບໍ່ຍາວເກີນໄປ, ເຫວ້ໄດ້ປະຕິບັດຫຼາຍສິ່ງຫຼາຍ ຢ່າງເພື່ອເຮັດໃຫ້ຄວາມຝັນພັດທະນາຂອງຕົນກັບກາຍມາເປັນ ຄວາມຈິງ. ໃນເບື້ອງຕົ້ນ, ເຫວ້ໄດ້ຈັດງານມະໂຫລານທີ່ມີຮູບແບບສະເພາະ, ມີສີສັນພິເສດ ແລະ ກໍ່ໄດ້ສ້າງຊື່ສຽງກ້ອງດັງໄປທົ່ວໂລກ ເພື່ອໂຄສະນາເຜີຍແຜ່ພາບພົດຂອງຕົນ. ແລະ ສິ່ງສຳຄັນກວ່ານັ້ນ, ງານມະໂຫລານໄດ້ນຳເອົາລົມຫາຍໃຈອັນໃໝ່ມາໃຫ້ແກ່ເຫວ້, ຫັນປ່ຽນນະຄອນເຫວ້ຈາກ “ນະຄອນແຫ່ງວັງຫ້າມ”, “ນະຄອນ ຂອງຄົນທີ່ມັກນອນໄວ” ກາຍເປັນ “ນະຄອນມະໂຫລານ”, ນະ ຄອນຂອງການພົບປະ ແລະ ເຊື່ອມໂຍງ.



ບັນດາຕົວເລກທີ່ສ້າງຄວາມປະທັບໃຈກ່ຽວກັບງານມະໂຫລານ ເຫວ້ຄັ້ງທີ 9 - 2016:
- ໄດ້ດຳເນີນງານໄປຢ່າງຕໍ່ເນື່ອງເປັນເວລາ 6 ວັນ 6 ຄືນ (ແຕ່ວັນທີ 29 ເມສາ ເຖິງວັນທີ 4 ພຶດສະພາ 2016)  ມີເວທີ ແລະ ສະຖານ ທີ່ຈັດການສະແດງສິລະປະ ທັງຫມົດ 21 ແຫ່ງໃນທົ່ວທຸກພື້ນທີ່ ຂອງ ແຂວງເທື່ອທຽນເຫວ້.
- ມີບັນດານັກສະແດງມືອາຊີບຈຳນວນ 1.200 ຄົນມາຈາກ 30 ຄະນະສິລະປະຂອງ 18 ປະເທດໃນໂລກເຂົ້າຮ່ວມ, ນອກນັ້ນ ຍັງມີ ນັກສະແດງມວນຊົນນັບຫຼາຍໝື່ນຄົນ.
- ລວມທັງໝົດມີ 53 ລາຍການສິລະປະ , ສະແດງ 74 ຄັ້ງ ແລະ ມີ 50 ລາຍການເຄື່ອນໄຫວກິດຈະກຳວັດທະນະທຳວົງຄະນາຍາດ ອື່ນໆ.
- ດຶງດູດຜູ້ຄົນເຂົ້າຊົມປະມານ 1 ລ້ານເທື່ອຄົນ, ບັນດານັກຂ່າວຈຳນວນ 686 ຄົນມາຈາກ 139 ອົງການສຳນັກສື່ຂ່າວໜັງສືພິມ ພາຍໃນ ແລະ ຕ່າງປະເທດມາເຂົ້າຮ່ວມ ແລະ ສົ່ງຂ່າວກ່ຽວກັບ ເຫດການດັ່ງກ່າວ.
 
“ເຂດສັກສິດ” ແຫ່ງການທ່ອງທ່ຽວ

ແຕ່ປີ 2010-2015 ມີຈຳນວນນັກທ່ອງທ່ຽວມາເຫວ້ໄດ້ເພີ່ມ ຂຶ້ນສະເລັ່ຍ 13% ໃນແຕ່ລະປີ. ປີ 2010, ຈຳນວນນັກທ່ອງ ທ່ຽວບັນລຸໄດ້ 1,74 ລ້ານເທື່ອຄົນ, ມາຮອດປີ 2015 ບັນລຸໄດ້ 3.126 ລ້ານເທື່ອຄົນ. ເຫວ້ຈະສູ້ຊົນມາຮອດປີ 2020 ຕ້ອນຮັບໃຫ້ໄດ້ 5,7 ລ້ານເທື່ອຄົນ, ໃນນັ້ນ, ມີ 2 ລ້ານ ເທື່ອຄົນ ແມ່ນແຂກ ສາກົນ.
ເຫວ້ອາດຈະກາຍເປັນ “ເຂດສັກສິດ” ແຫ່ງການທ່ອງທ່ຽວຢູ່ພາກ ກາງຫວຽດນາມເນື່ອງຈາກວ່ານີ້ຄືຖິ່ນກຳເນີດຂອງບົດກະວີ ແລະ ການຂັບລຳທຳເພງ, ເປັນບ່ອນເຕົ້າໂຮມທຸກໆຮູບແບບການທ່ອງ ທ່ຽວທີ່ໂດດເດັ່ນ ແລະ ມີທຸກລະດັບເຊັ່ນ: ຄົ້ນພົບສະຖານທີ່ສຸສານ ຝັງສົບ, ວັງ, ວັດວາ, ແມ່ນ້ຳລຳເຊ, ໝູ່ເກາະທະເລ, ເຂື່ອນ, ພູຜາປ່າດົງ, ບ້ານນອກຊົນນະບົດ… ແລະ ມີຫລາກຫຼາຍໆຮູບແບບວັດທະນະທຳສິລະປະມູນເຊື້ອສີສັນພິເສດອື່ນໆອີກ. 

ໂດຍຕ່າງກັບບັນດາທ້ອງຖິ່ນອື່ນທີ່ໄດ້ຈັດຕັ້ງການທ່ອງທ່ຽວຕາມລະດູ, ເຫວ້ສາມາດຈັດຕັ້ງລາຍການທ່ອງທ່ຽວໄດ້ຕະຫຼອດປີ. ແຕ່ລະ ລະດູຈະນຳມາໃຫ້ແກ່ນັກທ່ອງທ່ຽວຄວາມສຳຜັດຕົວຈິງ ແລະ ການຄົ້ນພົບໜ້າປະທັບໃຈແຕກຕ່າງກັນ.

ໃນລະດູບານໃໝ່, ເຫວ້ມັກຈະເອົາໃຈແຂກທີ່ມາຢາມດ້ວຍຄວາມ ງາມເຈີດຈ້າ, ເຕັມໄປດ້ວຍຄວາມອວດອົງສີສັນຂອງດອກຊ້າງ ນ້າວຢູ່ເຂດລາຊະວັງ ແລະ ຂອງຊັ້ນດິນຂໍສີເຫຼືອງປະກາຍສີເຫລືອງລະຍິບລະຍັບຂອງຫຼັງຄາວັງເກົ່າແກ່ບູຮານອັນເຕັມໄປດ້ວຍໄຄສີຂຽວບວກກັບຄວາມເລິກລັບຂອງສະໄໝແຕ່ກີ້ແຕ່ກ່ອນ. ໃນລະດູແລ້ງ, ເຫວ້ສະຫວ່າງສະໄຫວໄປສີສັນຂອງດອກຝາງ ບານເຮືອງເຮື່ອ, ຄຶກຄື້ນກັບງານບຸນທະເລລັງໂກ, ຄວາມກວ້າງ ໃຫຍ່ໄພສານຂອງອ່າງນ້ຳຕາມຢາງ, ຄວາມສະໜຸກສະໜານກັບນ່ານຟ້າພູແບກມ້າ. ເຫວ້ຍັງເປັນບ່ອນເພີດເພີນຈິດໃຈໃນຍາມ ລະດູຄ້ອຍຄ່ຳຊົມໃບ ໄມ້ຫຼົ່ນ, ຊົມແມ່ນ້ຳເຮືອງທີ່ມີຄວາມງາມດັ່ງ ໃນຝັນ ກັບກະແສ ນ້ຳໄຫຼເຫຼີ່ນເລີ່ລະຫວ່າງພົມຫຍ້າຂຽວທີ່ປົ່ງຂຶ້ນ ຕາມສອງຝັ່ງ. ແລະ ລະດູໜາວ, ເປັນລະດູທີ່ເອົາໃຈຄົນຍາກທີສຸດ ກັບທ້ອງຟ້າ ສີມືດມົວ ແລະ ໜາວເຢັນຈົນຮອດກະດູກ, ແຕ່ເຫວ້ ຍັງຄົງອົບອຸ່ນ ດ້ວຍບັນດາທຳນອງເພງພື້ນເມືອງທີ່ອອນຊອນ ເທິງແມ່ນ້ຳເຮືອງ, ກັບກະແສຄົນລ່ອງຂຶ້ນລ່ອງລົງໃນດົງບາ, ຢາໂຮ້ຍ ແລະ ລວມທັງ ອາຫານລາຍການຕ່າງໆທີ່ແຊບຊ້ອຍ ເຮັດໃຫ້ແຂກທ່ອງທ່ຽວ ຮູ້ສຶກອົບອຸ່ນໃຈເມື່ອມາພັກຜ່ອນໃນດິນແດນເຫວ້ທີ່ຮັກແພງ…

ນັກທ່ອງທ່ຽວຢ້ຽມຢາມສະຖານທີ່ສຸສານຝັງສົບຂ່າຍດິ້ງ. ພາບ: ຫງວຽນຖັ໋ງ/VNP


ທີ່ຝັງສົບຂ່າຍດິ້ງເປັນກິດຈະກຳສະຖາປັດຕະຍະກຳສູງສຸດ ຂອງສິລະປະສະຫຼັກດິນເຜົາຂອງເຫວ້. ພາບ: ເຈີ່ນແທງຢາງ/VNP


ນັກທ່ອງທ່ຽວຢ້ຽມຢາມກຸງເກົ່າເຫວ້. ພາບ: ຫງວຽນຖັ໋ງ/VNP


ນັກທ່ອງທ່ຽວຢ້ຽມຢາມເຂດມິງເລົາທີ່ສູສານຝັງສົບມິງມ້າງ. ພາບ: ເຕິດເຊີນ/VNP


ສະຖານທີ່ວາງສະແດງກື໊ວດິ໊ງ, ວັດຖຸທີ່ມີຄ່າລະດັບຊາດ ຂອງຫວຽດນາມ. ພາບ: ຫງວຽນຖັ໋ງ/VNP


ວັດທຽນມູ້ ຕັ້ງຢູ່ຝັ່ງແມ່ນ້ຳເຮືອງໄດ້ກໍ່ສ້າງຂຶ້ນເມື່ອປີ 1601 ເປັນຈຸດຫນຶ່ງທີ່ບໍ່ຄວນພາດ
ເມື່ອນັກທ່ອງທ່ຽວມາຢ້ຽມຢາມເຂດ ກຸງເກ່ົາເຫວ້.ພາບ: ຫງວຽນຖັ໋ງ/VNP



ນັກທ່ອງທ່ຽວຕ່າງປະເທດຊອກຮູ້ກ່ຽວກັບເຄື່ອງດົນຕີຂອງ ບັນດານັກສິລະປິນວົງດົນຕີໃນລາຊະວັງເຫວ້. ພາບ: ເຈີ່ນແທງຢາງ/VNP


ນັກທ່ອງທ່ຽວສະໜຸກສະໜານກັບບັນຍາກາດຂອງຕະຫຼາດ ນັດຊົນນະບົດໃນຂົວດິນຂໍແທງຕວ່ານ. ພາບ: ເຈີ່ນແທງຢາງ/VNP


ລັງໂກແມ່ນໜຶ່ງໃນຈຳນວນອ່າວທະເລທີ່ມີຄວາມສວຍງາມ ທີສຸດຂອງໂລກ. ພາບ: ເອກະສານ VNP


ແຕ່ລະມື້, ເຂດປູຊະນີຍະສະຖານກຸງເກົ່າເຫວ້ໄດ້ຕ້ອນຮັບນັກ ທ່ອງທ່ຽວມາຢ້ຽມຊົມເປັນຈຳນວນຫຼາຍພັນເທື່ອຄົນ. ພາບ: ເຕິດເຊີນ/VNP
 
ທັງໝົດສິ່ງເຫຼົ່ານັ້ນໄດ້ສ້າງຄວາມປະທັບໃຈສຳລັບແຂກທ່ອງທ່ຽວ ແຕ່ລະຄົນເມື່ອມີໂອກາດໄດ້ມາເຫວ້, ເຮັດໃຫ້ເຫວ້ກາຍເປັນ “ຈຸດນັດໝາຍຂອງພາກກາງຫວຽດນາມ”, ເປັນຈຸດພັກເຊົາທີ່ບໍ່ ອາດພາດໃນການເດີນທາງຄົ້ນພົບຄວາມສວຍງາມອັນຊ້ອນແຝງ ຂອງຫວຽດນາມ.

ໂລກທຳມະຊາດ ແລະ ປະຫວັດສາດໄດ້ດົນບັນດານໃຫ້ເຫວ້ມີ ແຫຼ່ງຊັບສົມບັດທີ່ຍອດຢ້ຽມກ່ຽວກັບດ້ານທັດສະນີຍະພາບ ແລະ ມູນມໍລະດົກ, ອາໄສສິ່ງດັ່ງກ່າວນັ້ນ, ຂະແໜງການທ່ອງທ່ຽວ ຂອງເຫວ້ນັບມື້ນັບມີການພັດທະນາຢ່າງໝັ້ນຄົງ, ໄດ້ຖືກຮັບຮອງ ວ່າເປັນ “ກະດູກສັນຫຼັງ” ຂອງພື້ນຖານເສດຖະກິດທ້ອງຖິ່ນ. ພິເສດ, ນັບຕັ້ງແຕ່ເມື່ອເຂດປູຊະນີຍະສະຖານປະຫວັດສາດກຸງເກົ່າເຫວ້ ໄດ້ຖືກຢູແນັສໂກ (UNESCO) ຮັບຮອງເປັນມໍລະດົກໂລກ, ລາຍ ຮັບຈາກການທ່ອງທ່ຽວໄດ້ເພີ່ມຂຶ້ນຢ່າງເຫັນໄດ້ຊັດເຈນ, ກວມເອົາ 56-57% ຂອງຈີດີປີ (GDP) ຂອງທົ່ວແຂວງ. ປີ 2010, ຍອດລາຍ ຮັບສະເພາະການທ່ອງທ່ຽວບັນລຸໄດ້ 1.338 ຕື້ດົ່ງ ແລະ ໄດ້ຮັບ ເຖິງ 3.000 ຕື້ດົ່ງໃນປີ 2015. 

ບັນດາຕົວເລກດັ່ງກ່າວໄດ້ສະແດງໃຫ້ເຫັນຂະແໜງການທ່ອງທ່ຽວໝັ້ນໝາຍຈະກາຍເປັນບ່ອນອີງໃນຂະບວນວິວັດແຫ່ງການກ້າວຂຶ້ນຂອງເຫວ້. ແຕ່ວ່າ, ທຽບກັບກຳລັງແຮງບົ່ມຊ້ອນທີ່ມີມາກ່ອນແລ້ວ, ກຳລັງຂະຫຍາຍຕົວຂອງຂະແໜງການທ່ອງທ່ຽວຍັງບໍ່ສົມກັບ ຄວາມສາມາດບົ່ມຊ້ອນຂອງຕົນ. ສິ່ງດັ່ງກ່າວຮຽກຮ້ອງເຫວ້ຕ້ອງ ມີນະໂຍບາຍທີ່ເປັນລັກສະນະກ້າວກະໂດດຂັ້ນ ນັບທັງຊັບພະຍາກອນມະນຸດທີ່ມີຄວາມສາມາດກ້າຄິດກ້າທຳ.

ແລະເຫວ້ໄດ້ເລີ່ມຕົ້ນຂະບວນການຫຼິ້ນກັບຄວາມຄາດຄະເນ ແລະ ກັບການຕັດສິນໃຈສູງ, ໃນນັ້ນ, ມີແຜນການລົງທຶນປະມານ 9.000 ຕື້ດົ່ງເພື່ອກໍ່ສ້າງເຫວ້ໃຫ້ກາຍເປັນຕົວເມືອງຂຽວຂອງຫວຽດນາມ, ຫັນເຫວ້ໃຫ້ກາຍເປັນຈຸດທີ່ມາທ່ອງທ່ຽວໃນລະດັບສາກົນ, ປັບປຸງໂຄງປະກອບຂະແໜງການທ່ອງທ່ຽວຄືນໃຫມ່ ແລະ ສ້າງຕັ້ງພະແນກທ່ອງທ່ຽວຂຶ້ນໃໝ່, ຍູ້ແຮງບັນດາການເຄື່ອນໄຫວ…

ບັນດາບາດກ້າວເດີນດັ່ງກ່າວແມ່ນຈຳເປັນຢ່າງແທ້ຈິງເພື່ອຫັນເຫວ້ກາຍເປັນ “ເຂດສັກສິດ” ກ່ຽວກັບການທ່ອງທ່ຽວຂອງພາກກາງ ຫວຽດນາມເໝືອນດັ່ງຄຳເປີດອົກເປີດໃຈຂອງທ່ານ ຫງວຽນວັນກາວ, ປະທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫວ້. ນັ້ນຄືເຫວ້ຢາກຮັບຟັງບັນດາຂໍ້ສະເໜີ ເພື່ອຊ່ວຍໃຫ້ທ່ອງທ່ຽວເຫວ້ພັດທະນາຖືກກັບຄວາມສາມາດ ບົ່ມຊ້ອນ ແລະ ຖານະຂອງຕົນ.



ນອກຈາກຮ່ອງຮອຍປະຫວັດສາດ, ວັດທະນະທຳ ແລະ ທິວທັດທຳ ມະຊາດສວຍງາມດັ່ງໃນຝັນແລ້ວ, ເຫວ້ກໍຍັງເປັນທ້ອງຖິ່ນໜຶ່ງ ດຽວໃນປະເທດທີ່ ມີເຖິງ 4 ມູນມໍລະດົກໄດ້ຮັບການເຊີດຊູຈາກ ໂລກເຊັ່ນ: ມໍລະດົກວັດທະນະທຳໂລກກຸ່ມປູຊະນີຍະສະຖານ ກຸງເກົ່າເຫວ້ (1993), ມູນມໍລະດົກແຜ່ຜາຍປາກຕໍ່ປາກ ແລະ ມູນມໍລະດົກທີ່ບໍ່ແມ່ນວັດຖຸຂອງມວນມະນຸດດົນຕີໃນລາຊະວັງ ເຫວ້ (2003), ມູນມໍລະດົກເອກະສານໂລກ ແມ່ພິມດ້ວຍໄມ້ ລາຊະວົງ ຫງວຽນ (2009). ແລະໃນມໍ່ໆມານີ້ຄືວັນທີ 19 ພຶດສະພາ 2016, ຮູບແບບກາບກອນວັນນະຄະດີຢູ່ເທິງບັນດາ ກິດຈະກຳສະຖາປັດຕະຍະກຳໃນລາຊະວັງເຫວ້ກໍໄດ້ຮັບຮອງວ່າ ເປັນມູນມໍລະດົກເອກະສານໂລກຂຶ້ນກັບໂຄງການຄວາມຊົງຈຳ ພາກພື້ນອາຊີ-ປາຊີຟີກ. 


ບົດ: ແທງຮ່ວາ
ພາບ: ຫງວຽນຖັ໋ງ, ເຕິດເຊີນ, ແທງຢາງ ແລະ ເອກະສານ

ບັນດາ ຂຸມຊັບ ຢູ່ເຂດພູຫີນປູນ ບັກເຊີນ

ບັນດາ “ຂຸມຊັບ” ຢູ່ເຂດພູຫີນປູນ ບັກເຊີນ

ບັນດາຄຸນຄ່າທີ່ເປັນເອກະລັກສະເພາະ ທາງດ້ານບູຮານຄະດີ, ປະຫວັດສາດ, ວັດທະນະທຳ, ພູມສັນຖານ-ທໍລະນີສາດ ຢູ່ ເຂດ ພູຫີນປູນ ບັກເຊີນ ບໍ່ພຽງແຕ່ໄດ້ນັກວິທະຍາສາດຖືວ່າ ແມ່ນ “ຊັບສົມບັດ” ເທົ່ານັ້ນ, ແຕ່ຍັງແມ່ນ “ກຸນແຈ” ເພື່ອໃຫ້ ແຂວງ ລ້າງເຊີນ ພັດທະນາການທ່ອງທ່ຽວ ອ້ອມຂ້າງເຂດສວນສາທາ ລະນະ ທໍລະນີສາດໂລກ ໃນອະນາຄົດອີກດ້ວຍ.

Top