• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ເລື່ອງລາວຂອງສະແຕມ

ຊຸດສະສົມສະແຕມ 40 ຊຸດຂອງນັກແຕ້ມ ຮວ່າງຖຸຍລ້ຽວ ແລະ ນັກຄົ້ນຄວ້າສະແຕມ ຫວູວັນຕີ ຫາກໍ່ໄດ້ນຳມາແນະນຳໃນງານວາງສະແດງ “ເລື່ອງລາວຂອງສະແຕມ” ທີ່ໄດ້ຈັດຂຶ້ນຢູ່ 45 ຮ່າງບ່າຍ (ຮ່າໂນ້ຍ) ໄດ້ສ້າງຄວາມປະທັບໃຈໃຫ້ແກ່ ຜູ້ຊົມຕໍ່ປະຫວັດສາດ, ວັດທະນະທຳຂອງ ຫວຽດນາມ ຜ່ານສະແຕມຫຼາຍຊຸດທີ່ສວຍງາມ.
ເພື່ອຢາກໃຫ້ໝູ່ສາມັນຊົນມີການສັງເກດໃໝ່ກ່ຽວກັບສະແຕມ, ນັກແຕ້ມ ຮວ່າງຖຸຍລ້ຽວ ໄດ້ສະແດງອອກມາສະແຕມ 40 ຊຸດດ້ວຍຂະໜາດໃຫຍ່. ສະແຕມຈຳນວນນັ້ນ ທັງມີ ລັກສະນະສະໜິດຕິດພັນກັບຊີວິດການເປັນຢູ່ປະຈຳວັນຂອງຊາວ ຫວຽດນາມ, ທັງມີຄວາມສະຫວາດສະເຫວີຍທີ່ເຕັມໄປດ້ວຍລັກສະນະສິລະປະອີກດ້ວຍ.
 
ດ້ວຍຄວາມຮັກມັກກັບສິລະປະແຕ້ມສະແຕມ, ນັກແຕ້ມ ຮວ່າງຖຸຍລ້ຽວ ໄດ້ປະດິດສ້າງຂຶ້ນສະແຕມຫຼາຍຊຸດທີ່ເຕັມ ໄປດ້ວຍລັກສະນະຊົນຊາດຜ່ານເລື່ອງລາວປະຫວັດສາດຕ່າງໆຄື: ຊຸດສະສົມສະແຕມ ເອົາເກີ - ລາກລອງກວັນ, ກຸງເກົ່າ ເຫວ້, ດອກກ້ວຍໄມ້, ລົດສາມລໍ້, ວອກ, ເຕົ່າ ແລະ ອື່ນໆ. 

ງານວາງສະແດງ “ເລື່ອງລາວຂອງສະແຕມ” ໄດ້ດຶງດຸດທ່ານຜູ້ຊົມມາເຂົ້າຮ່ວມນັບເປັນຈຳນວນຫຼວງຫຼາຍ. ພາບ: ແທ່ງຮືງ


ມາຍັງງານວາງສະແດງສະແຕມຄັ້ງນີ້, ທ່ານຜູ້ຊົມບໍ່ພຽງແຕ່ ໄດ້ສັງເກດດ້ວຍຕາຊຸດສະສົມ
ສະແຕມທີ່ມີຄ່າເທົ່ານັ້ນ, ຫາກຍັງມີໂອກາດໄດ້ຊອກຮູ້ກ່ຽວກັບປະຫວັດສາດຜ່ານ

ສະແຕມແຕ່ລະຊຸດ. ພາບ: ແທ່ງຮືງ



ງານວາງສະແດງສະແຕມຄັ້ງນີ້ ໄດ້ສ້າງຫວ່າງເວຫາໃໝ່ ມາໃຫ້ສູ່ທ່ານຜູ້ຊົມ, ມັນມີຄວາມແຕກຕ່າງກັບບັນດາງານ
ວາງສະແດງສະແຕມມູນເຊື້ອໃນເມື່ອກ່ອນ. ພາບ: ແທ່ງຮືງ

ນອກຈາກຊຸດສະສົມສະແຕມຂອງນັກແຕ້ມ ຮວ່າງຖຸຍລ້ຽວ, ຍັງມີຊຸດສະສົມສະແຕມທີ່ມີຄ່າຂອງນັກຄົ້ນຄວ້າສະແຕມ ຫວູວັນຕີ ອີກດ້ວຍ. ໃນຊຸດສະສົມດັ່ງກ່າວ ພົ້ນເດັ່ນແມ່ນ ສະແຕມ 5 ຂຸດໃນຊຸດສະສົມ ໄມ້ໄຜ່ໄມ້ຊອດ ແລະ ຊີວິດການເປັນຢຸ່ ເຄີຍໄດ້ຮັບຫຼຽນທອງ ທີ່ງານປະກວດສະແຕມສາກົນ ຢູ່ນະຄອນຫຼວງ ປັກກິ່ງ (ຈີນ) ເມື່ອປີ 2003 ແລະ ສະແຕມຫຼາຍຊຸດທີ່ມີຄ່າຕ່າງໆ ຄື: ສະຖາປັດ ຕະຍະກຳສິລະປະມູນເຊື້ອ ຫວຽດນາມ.
 
ນັກຄົ້ນຄວ້າສະແຕມ ຫວູວັນຕີ ໃຫ້ຮູ້ວ່າ ລາວມີຄວາມຮັກມັກແລະ ສະສົມສະແຕມຕັ້ງແຕ່ຍາມນ້ອຍ. ຫຼາຍປີທີ່ເຮັດວຽກໃນຂະແໜງການໄປສະນີ ແລະ ບໍລິສັດສະແຕມ ໄດ້ຊ່ວຍເພິ່ນມີຄວາມເຂົ້າໃຈກວ່າກ່ຽວກັບຄຸນຄ່າເລິກເຊິ່ງທີ່ເຕັມໄປດ້ວຍລັກສະນະສິລະປະກຳ ແລະ ຄວາມເປັນມະນຸດຂອງສະແຕມ ຫຼາຍຊຸດ.
 
ບໍ່ພຽງແຕ່ສະສົມສະແຕມເທົ່ານັ້ນ, ເພິ່ນຍັງສະຫງວນຫຼາຍ ເວລາເພື່ອປະກອບສ່ວນເຂົ້າໃນວຽກງານອອກແບບສະແຕມ ໂດຍຈຸດປະສົງຢາກເຮັດໃຫ້ສະແຕມກາຍເປັນຂົວເຊື່ອມຕໍ່ທີ່ນຳຮູບພາບຂອງບ້ານເກີດເມືອງນອນ, ປະເທດຊາດ, ປະຊາຊົນຫວຽດນາມ ມາສູ່ເພື່ອນມິດສາກົນ.

ຮູບພາບຈຳນວນໜຶ່ງກ່ຽວກັບສະແຕມຫຼາຍຊຸດທີ່ໄດ້ວາງ
ໃນງານວາງສະແດງ



ສະແຕມສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ຄົບຮອບ 110 ປີ.


ຊຸດສະສົມສະແຕມສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ ປະຕິວັດເດືອນສິງຫາ. 



ຊຸດສະແຕມເຄື່ອງດົນຕີພື້ນເມື່ອງ ເຄີຍໄດ້ນຳມາວາງສະແດງ
ໃນງານວາງສະແດງສະແຕມສາກົນເມື່ອປີ 1996.



ຊຸດສະແຕມ 4 ລະດູ ໄດ້ສະແດງອອກບັນດາລາຍແຕ້ມ
ວັດທະນະທຳມູນເຊື້ອຂອງ ຫວຽດນາມ.



ຊຸດສະແຕມເຄື່ອງເສບດົນຕີກຸງເກົ່າເຫວ້, ມໍລະດົກ ວັດທະນະທຳບໍ່ມີຮູບຮ່າງ ແລະ ແຜ່ຜາຍປາກຕໍ່ປາກ. 


ສະແຕມກ່ຽວກັບເລື່ອງ ພໍ່ ລາກລອງກວັນ ພາລູກ 50 ຄົນ
ໄປດຳລົງຊີວິດຢູ່ທະເລ. 



ສະແຕມກ່ຽວກັບເລື່ອງ ແມ່ ເອົາເກີ ພາລູກ 50 ຄົນໄປດຳລົງຊີວິດຢູ່ເທິງປາ່.


ຊຸດສະແຕມກ່ຽວກັບ ອາຊຽນ.


ຊຸດສະແຕມກ່ຽວກັບລົດສາມລໍ້ ທີ່ໄດ້ແຕ້ມຕາມສັນຍະລັກຂອງ 3 ນະຄອນ: ຮ່າໂນ້ຍ, ໂຮ່ຈີມິນ ແລະ ຫາຍຟ່ອງ. 


ຊຸດສະແຕມເຈົ້າແມ່ກວນອິມ.


ຊຸດສະແຕມວັງ ຖາຍຮວ່າ ຢູ່ກຸງເກົ່າເຫວ້.
ປະຕິບັດໂດຍ: ຈິ້ງໂປ້, ແຄງລອງ ແລະ ແທ່ງຮືງ
 

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top