• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບາກລຽວ


ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢ້ຽມຢາມແລະເຮັດວຽກຢູ່ແຂວງບາກລຽວ
 
      ໃນ​ລະ​ຫວ່າງວັນ​ທີ 20 – 21/2, ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ໄດ້​ລົງ​ຢ​້ຽມ​ຢາມ, ເຮັດ​ວຽກ​ຢູ່​ແຂວງ ບາກ​ລຽວ, ກວດ​ກາ​ສະ​ພາບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ພັດ​ທະ​ນາ​ເສ​ດ​ຖະ​ກິດ, ສັງ​ຄົມ, ວຽກ​ງານກໍ່​ສ້າງ​ພັກ​ໃນ​ບໍ​ລິ​ເວນ​ແຂວງ. ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ບາກ​ລຽວ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ສະ​ເໜີ​ໃຫ້​ແຂວງ ບາກ​ລຽວ ເອົາ​ໃຈ​ໃສ່​ເຖິງ​​ປັບ​ປຸງ​ການ​ວາງ​ແຜນ​ຜັງ, ແຜນ​​ການ​ພັດ​ທະ​ນາ​ຢ່​າງ​ຮອບ​ດ້ານ, ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ,  ທ່າ​ແຮງ​ຂອງ​ແຂວງ​ໃຫ້​ສົມ​ບູນ​ແບບ. ຕາມທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ​ແລ້ວ, ກ່ອນ​ອື່ນ​ໝົດ, ແຂວງ ບາກ​ລຽວ ຕ້ອງ​ພັດ​ທະ​ນາ​ພື້ນ​ຖານ​ເສດ​ຖະ​ກິດ​ກະ​ສິ​ກຳ​ຫັນ​ເປັນ​ສິນ​ຄ້າ​ມີ​ຄຸນ​ນະ​ພາບ​ສູງ. ພ້ອມ​ນັ້ນ, ແຂວງ ບາກ​ລຽວ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ, ຫາ​ປາ​ໄກ​ຝັ່ງ, ສົມ​ທົບ​ກັບ​ການ​ປົກ​ປັກ​ອະ​ທິ​ປະ​ໄຕ​ທະ​ເລ, ໝູ່​ເກາະ, ຄົ້ນ​ຄ້​ວາ​ການ​ພັດ​ທະ​ນາ​ໄຟ​ຟ້າ​ແຮງ​ລົມ, ສ້າງ​ແຫຼ່ງ​ພະ​ລັງ​ງານ​ສະ​ອາດ…
        ກ່ອນ​ໜ້ານັ້ນ, ຕອນ​ບ່າຍ​ວັນ​ທ​ີ 19/2, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ໄດ້​ໄປ​ຢ້ຽມ​ຢາມ​ຮູບ​ແບບ​ການ​ລ້ຽງ​ກຸ້ງ​ໃນ​ຮົ່ມ​ຂອງ​ກຸ່ມ​ບໍ​ລິ​ສັດ ຫວຽດ - ອົດ​ສະ​ຕາ​ລີ, ໂຄງ​ການ​ໂຮງ​ງານ​ໄຟ​ຟ້າ​ແຮງ​ລົມ ບາກ​ລຽວ.
(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top