• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຕ້ອນຮັບຄະນະຜູ້ແທນຂັ້ນສູງ ພັກ, ລັດ ສປປ.ລາວ

      ຕອນບ່າຍວັນທີ 18 ກໍລະກົດ, ທີ່ ສຳນັກງານສູນກາງພັກ, ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມຸນິດ ຫວຽດນາມ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ພັກ ແລະ ລັດ ສປປ.ລາວ ໂດຍ ທ່ານ ຄຳພັນວິພາວັນ ຮອງປະທານປະເທດ ລາວ ນຳໜ້າ

(ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ຫວຽດນາມ ຕ້ອນຮັບ
ທ່ານ ຄຳພັນວິພາວັນ ຮອງປະທານປະເທດ ລາວ)
      ພວມມີການຢ້ຽມຢາມ ແລະ ເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນການທູດ ຄົບຮອບ 55 ປີ ແລະ ວັນລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 40 ປີ. ຢູ່ທີ່ນິ້, ທ່ານ ຄຳພັນວິພາວັນ ຢືນຢັນວ່າ ລາວຈະພ້ອມກັບ ຫວຽດນາມ ຮັກສາ, ເພີ່ມພູນຄູນສ້າງ, ເສີມຂະຫຍາຍ ແລະ ສືບທອດໃຫ້ຄົນລຸ້ນຫຼັງ ກ່ຽວກັບການພົວພັນສາມັກຄີພິເສດລະຫວ່າງ ລາວ - ຫວຽດນາມ; ສົມທັບກັນຢ່າງແໜ້ນແຟ້ນ ກັບ ຫວຽດນາມເພື່ອປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງພັກ, ສອງປະເທດ ຢ່າງມີປະສິດທິຜົນ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ  ສະເໜີວ່າ ສອງຝ່າຍຕັ້ງໜ້າ, ເປັນເຈົ້າການຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງລະຫວ່າງ ການນຳຂັ້ນສູງ ສອງພັກ, ສອງປະເທດ ຢ່າງມີປະສິດທິຜົນ, ໃນນັ້ນສືບຕໍ່ເພີ່ມທະວີ ແລະ ນຳການພົວພັນດ້ານການເມືອງກ້າວເຂົ້າສູ່ລວງເລິກ, ສົມທົບກັນ ຢ່າງມີປະສິດທິຜົນ ກ່ຽວກັບປ້ອງກັນຊາດປ້ອງກັນຄວາມສາຫງົບ ແລະ ການທູດ, ຊຸກຍູ້ ແລະ ຍົກສູງຄຸນນະພາບການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ການສຶກສາ ແລະ ວິທະຍາສາດ - ເຕັກນິກຢ່າງມີປະສິດທິຜົນ, ຍົກສູງຄຸນນະພາບການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ. ທ່ານ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະເໜີວ່າ ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນເພື່ອຈັດຕັ້ງບັນດາເຄື່ອນໃຫວໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ ໃຫ້ດີ; ໂຄສະນາຢ່າງເລິກເຊິ່ງກວ້າງຂວາງໃນໝູ່ປະຊາຊົນທຸກຊັ້ນວັນນະ, ເປັນຕົ້ນແມ່ນລຸ້ນໝຸ່ນສອງປະເທດ ແລະ ເພື່ອນມິດສາກົນ ເພື່ອເຂົ້າໃຈກ່ຽວກັບການພົວພັນແບບພິເສດ ຫວຽດນາມ - ລາວ ຢ່າງເລິກເຊິ່ງກວ່າອີກ.
(ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top