• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບຄະນະຜູ້ແທນພັກປະຊາຊົນປະຕິວັດລາວ

      ຕອນເຊົ້າວັນທີ 21 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຟູ໋ຈ້ອງ, ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ໂດຍທ່ານ ຄຳພັນ ພົມມະທັດ, ເລຂາສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ ເປັນຫົວໜ້າຄະນະ, ພວມມີການຢ້ຽມຢາມ ຫວຽດນາມ.

ທ່ານ ຄຳພັນ ພົມມະທັດ ແລະ ທ່ານ ຫງວຽນຟູ່ຈ້ອງ 
      ທ່ານ ຄຳພັນ ພົມມະທັດ ໄດ້ແຈ້ງໃຫ້ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຮັບຊາບ ກ່ຽວກັບໝາກຜົນແຫ່ງການເຈລະຈາກັບຄະນະຜູ້ແທນຫ້ອງວ່າການສູນກາງພັກກອມມູນິດ ຫວຽດນາມ. ທ່ານ ຄຳພັນ ພົມມະທັດ ຢືນຢັນວ່າ: ຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ຈະສົມທົບກັນຢ່າງແໜ້ນແຟ້ນ ກັບຫ້ອງວ່າການສູນກາງພັກກອມມູນິດ ຫວຽດນາມ ຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງ 2 ພັກ, ຂໍ້ຕົກລົງຮ່ວມມືລະຫວ່າງຫ້ອງວ່າການສູນກາງຂອງ 2 ພັກຢ່າງມີປະສິດທິຜົນ.
        ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ທີ່ມີຕໍ່ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.  ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຫວັງວ່າ ໃນໄລຍະຈະມາເຖິງ, ຫ້ອງວ່າການສູນກາງພັກຂອງ 2 ປະເທດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ວິຊາສະເພາະເພື່ອຜັນຂະຫຍາຍການປະຕິບັດ, ພາລະບົດບາດໜ້າທີ່ໄດ້ຮັບມອບໝາຍເປັນຢ່າງດີ, ການປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງຫ້ອງວ່າການສູນກາງພັກຂອງ 2 ປະເທດ ໄລຍະ 2017 -2020 ແລະ ແຜນການປະຕິບັດແຜນຮ່າງການຮ່ວມມືກ່ຽວກັບເອກະສານ, ສຳເນົາເອກະສານ, ຫໍສະໝຸດໄລຍະ 2 ຢ່າງມີປະສິດທິຜົນ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກຢ່າງມີໄຊ.
 (ແຫຼ່ງຄັດຈາກ VOV)
 

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top