• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ເລກວາງລຽມ ເທື່ອທີສອງໄດ້ຄອງຊະນະເລີດໃນລາຍການແຂ່ງຂັນໝາກຮຸກສາກົນ HDBank

ແຊມປ້ຽນ ໝາກຮຸກ ເລກວາງລຽມ ຂອງຫວຽດນາມ ເທື່ອທີສອງໄດ້ຄອງຊະນະເລີດໃນລາຍການແຂ່ງຂັນ ໝາກຮຸກສາກົນ HDBank ຄັ້ງທີ 5 ທີ່ໄຂຂຶ້ນທີ່ນະຄອນ ໂຮ່ຈີມິນ ແຕ່ວັນທີ 16-22 ມີນາ ເໝືອນດັ່ງຄວາມ ປາດຖະໜາຂອງຜູ້ຊົມໝາກຮຸກ ຫວຽດນາມ.
 
ການແຂ່ງຂັນ ໝາກຮຸກສາກົນ HDBank 2015 ​ເຕົ້າ​ໂຮມ​ນັກ​ໝາກຮຸກ 85 ຄົນ​ມາ​ຈາກ​ບັນດາ​ປະ​ເທດ​ໃນ​ໂລກ​ຄື: ອິນ​ເດຍ, ສ.ລັດ​ເຊຍ, ​ເຢຍລະ​ມັນ, ສະ​ວິດ, ຈີນ, ຮຸງ​ກາ​ຣີ, ອິນ​ໂດ​ເນເຊຍ…​ແລະ ​ເຈົ້າພາບ ຫວຽດນາມ. ​ໃນ​ນັ້ນ ມີ​ການ​ເຂົ້າ​ຮ່ວມ​ຂອງ​ແຊ​ມປ້ຽນໝາກຮຸກ ຈີນ Li Chao ​ຄະ​ແນນ elo 2.721 ຄະ​ແນນ, ປະຈຸ​ບັນ​ພວມ​ຢູ່​ອັນ​ດັບ 31 ຂອງ​ໂລກ ​ແລະ ​ເຄີ​ຍຄອງ​ຊະນະ​ເລີດ​ໃນ​ລາຍການ​ແຂ່ງຂັນ​ໝາກຮຸກ ອາຊີ ​ເມື່ອ​ປິ 2013; ​ແຊມ​ປ້ຽນໝາກຮຸກ ສ.​ເລັດ​ເຊຍ Rakhmanov Aleksandr, ມີ​ຄະ​ແນນ elo 2.639 ຄະ​ແນນ. ພິ​ເສດ​ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ແຊມ​ປ້ຽນໝາກຮຸກ ຟີ​ລິບ​ປິ​ນ Torre Eugenio, ​ເກີ​ດ​ເມື່ອ​ປີ 1951 ດ້ວຍ​ຄະ​ແນນ elo 2.449 ​ແລະ ​ເປັນ​ນັກ​ຫຼິ້ນໝາກຮຸກ​ມີ​ອາ​ຍຸ​ຫຼາຍ​ກວ່າ​ໝູ່​ໃນ​ການ​ແຂ່ງຂັນ​ໝາກຮຸກຄັ້ງ​ນີ້. ລາວ​ເປັນ​ແຊມ​ປ້ຽນໝາກຮຸກ​ສາກົນ​ຜູ້​ທຳ​ອິດຂອງ ອາຊີ, ​ເປັນ​ໜຶ່ງ​ໃນ 8 ນັກ​ໝາ​ກຮຸກ​ສຸດ​ທ້າຍຊີງຂັນໝາກ​ຮຸກ​ໂລກ ​ແລະ ​ເຄີຍ​ເປັນ​ປະທານ​ສະຫະພັນ​ໝາກຮຸກ ຟີ​ລິບ​ປິນ ອາຍຸ​ປະຈຳ​ການ​ໜຶ່ງ ຫຼັງ​ຈາກ​ທີ່​ກັບ​ມາ​ແຂ່ງຂັນ​ອີກ.
 
ລຽງ​ຕາມ​ລຳ​ດັບ​ຜູ້​ສາມາດ​ຄອງ​ຊະນະ​ເລີດ​ໃນ​ການ​ແຂ່ງຂັນໝາກ​ຮຸກ​ຄັ້ງນີ້, ທີ​ໜຶ່ງ​ແມ່ນ​ແຊມ​ປ້ຽນໝາກຮຸກ ຈີນ ຫຼີ​ເຈົາ, ທີ​ສອງ​ແມ່ນ​​ແຊມ​ປ້ຽນໝາກ​ຮຸກ ຫວຽດນາມ ​ເລກ​ວາງ​ລຽມ ມີ​ຄະ​ແນນ elo 2.676, ທີ​ສາມ​ແມ່ນ​ແຊມ​ປ້ຽນໝາກຮຸກ ຫງວຽນ​ງອກ​ເຈື່ອງ​ເຊີນ ມີ​ຄະ​ແນນ elo 2.659. ​ໃນ​ລາຍການ​ແຂ່ງຂັນ​ໝາກຮຸກ​ຄັ້ງ​ນີ້, ບັນດາ​ນັກ​ຫຼິ້ນ​ໝາກຮຸກ​ຍິງ ຈະ​ແຂ່ງກັບນັກ​ຫຼິ້ນ​ໝາກຮຸກ​ຊາຍ​ໃນ​ຕາຕະລາງ​ໜຶ່ງ ​ແຕ່ຜົນ​ງານ​ຂອງການ​ແຂ່ງຂັນ​ຈະ​ໄດ້​ໄລ່​ຕ່າງຫາກ.
 
​ເລີ່​ມຕົ້ນ​ດ້ວຍ​ການ​ເອົາ​ຊະນະ​ໃນ 5 ນັດ​ຢ່າງ​ຕໍ່​ເນື່ອງ, ​ແຕ່​ແຊມ​ປ້ຽນໝາກຮຸກ ​ເລກ​ວາງ​ລຽມ ​ເສຍ​ຊະນະ​ໃນ​ນັດ​ທີ 6 ຕໍ່​​ແຊມ​ປ້ຽນໝາກຮຸກ Li chao, ສິ່ງ​ດັ່ງກ່າວ ​ໄດ້ເຮັດ​ໃຫ້ການ​ແຂ່ງຂັນໝາກ​ຮຸກ​ໃນບັນດານັດສຸດ​ທ້າຍ​ ເຄັ່ງ​ຕຶງກວ່າ​ເກົ່າ. ​ໃນ​ນັດ​ສຸຍ​ທ້າຍ, ບັນດາ​ນັກ​ຫຼິ້ນ​ໝາກຮຸກ Li chao, ​ເລກ​ວາງ​ລຽມ ​ແລະ Zhang Zhong (ສິງກະ​ໂປ) ພ້ອມ​ກັນ​ມີ 6,5 ຄະ​ແນນ, ຫງວຽນ​ງອກ​ເຈື່ອງ​ເຊີນ ຢູ່​ອັນ​ດັບ​ທີ 4 ດ້ວຍ 6 ຄະ​ແນນ. ຖ້າ​ນັກ​ຫຼິ້ນ​ໝາກຮຸກ 3 ຄົນ​ທີ່ມີ 6,5 ຄະ​ແນນ​ ​ຊະນະ​ໃນ​ນັດ​ສຸດທ້າຍ​ໝົດ ຈະ​ເຮັດ​ໃຫ້​ຄະ​ແນນ​ຂອງ 3 ຄົນ​ເຫຼົ່າ​ນັ້ນສະ​ເໝີ​ກັນ, ຍາມ​ນັ້ນ ​ແຊມ​ປ້ຽນໝາກຮຸກ Li chao ຈະ​ຄອງ ຊະນະ​ເລີດ​ໃນ​ການ​ແຂ່ງ​ຂັນໝາກ​ຮຸກ​ຄັ້ງ​ນີ້ ຍ້ອນ​ມີ​ຄະ​ແນນ​ສຳຮອງ​ດີກ​ວ່າ​ໝູ່. 

ລາຍການ​ແຂ່ງຂັນ​ໝາກຮຸກ​ສາກົນ HDBank 2015
​ເຕົ້າ​ໂຮ​ມນັກ​ຫຼິ້ນ​ໝາກຮຸກ 85 ຄົນ​ມາ​ຈາກ​ບັນດາ​ປະ​ເທດ​ໃ​ນ​ໂລກ.

ລາຍການ​ແຂ່ງຂັນ​ໝາກຮຸກ​ສາກົນ HDBank 2015 ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ໃນ​ດ້ານ​ວິຊາ​ການ.

ການ​ແຂ່ງຂັນໝາກ​ຮຸກ​ລະຫວ່ງ​ນັກ​ຫຼິ້ນ​ໝາກຮຸກ ຫວຽດນາມ ​ແລະ ສະ​ວິດ.

ນັກ​ຫຼິ້ນ​ໝາກຮຸກ ​ເລກ​ວາງ​ລຽມ ​ໃນ​ການ​ແຂ່ງຂັນ​ກັບ Pascua Haridas ຂອງ ຟີ​ລິບ​ປິນ.

ນັກ​ຫຼິ້ນ​ໝາກຮຸກ ຫງວຽນ​ງອກ​ເຈື່ອງ​ເຊ​ີນ (​ຂວາ) ​ໃນ​ການ​ແຂ່ງຂັນ​ກັບ Zhang Zhong ຂອງ ສິງກະ​​ໂປ.

ນັກ​ຫຼິ້ນ​ໝາກຮຸກ ​ເຢຍລະ​ມັນ ​​ແຂ່ງຂັນ​ໃນ​ນັດ​ໜຶ່ງ.

ນັກ​ຫຼິ້ນ​ໝາກຮຸກ ຈີນ Li chao (​ຊ້າຍ) ​ໃນ​ການ​ແຂ່ງຂັນ​ກັບ​ນັກ​ຫຼິ້ນ​ໝາກຮຸກ ຟີ​ລິບ​ປີນ Gomez John Paul.

ບັນດາ​ນັກ​ຫຼິ້ນ​ໝາກຮຸກ​ຖ່າຍ​ຮູບ​ຮ່ວມ​ກັນພາຍຫຼັງ​ການ​ແຂ່ງຂັນ.

ແຕ່​ຊ້າຍ​ຫາຂວາ: ນັກ​ຫຼິ້ນ​ໝາກຮຸກ Li chao ​ເປັນອັນ​ດັບ 3 ປະ​ເພດ​ໝາກຮຸກ​ຊາຍ.
ນັກ​ຫຼິ້ນໝາກຮຸກ ​ເລ​ກວາງ​ລຽມ ຄອງ​ຊະນະ​ເລີດ​ໃນ​ການ​ແຂ່ງຂັນ​ໝາກຮຸກ​ປະ​ເພດ​ຊ້າຍ.
ນັກ​ຫຼິ້ນ​ໝາກຮຸກ​ຍິງ ​ເລ​ກ່ຽວ​ທຽນ​ກິມ ຄອງຊະນະ​ເລີດ​ໃນ​ການ​ແຂ່ງຂັນ​ໝາກຮຸກ​ປະ​ເທດ​ຍິງ.
ນັກຫຼິ້ນ​ໝາກຮຸກ Zhang Zhong ​​ເປັນຮອງ​ຊະນະ​ເລີດ​ໃນ​ການ​ແຂ່ງຂັນ​ໝາກຮຸກ​ປະ​ເພດ​ຊ້າຍ.

ນັກ​ຫຼິ້ນໝາກຮຸກ ​ເລ​ກວາງ​ລຽມ ຕອບ​ຄຳ​ສຳພາດ​ຂອງ​ໜັງສືພິມ ພາຍຫຼັງ​ການ​ແຂ່ງຂັນ.

ແຕ່​ວ່າ ຫຼັງ​ຈາກ Li chao ​ເສຍ​ຊະນະ​ຕໍ່​ນັກ​ຫຼິ້ນ​ໝາກຮຸກ ຟິລິບ​ປິນ Gomez John Paul, Zhang Zhong ​ເອົາ​ສະ​ເໝີ​ກັບ ຫງວຽນ​ງອກ​ເຈື່ອງ​ເຊີນ ​ແລະ ​ເລກ​ວາງ​ລຽມ ​ເອົາ​ຊະນະ​ນັກ​ຫຼິ້ນ​ໝາກຮຸກຍິງ ​ອິນ​ເດຍ Padmini Rout, ຄະ​ແນນ​ສຸດ​ທ້າຍ​ໃນ 9 ນັດ​ແມ່ນ: ​ເລກ​ວາງ​ລຽມ ມີ 7,5 ຄະ​ແນນ, Zhang Zhong ມີ 7 ຄະ​ແນນ, ນັກ​ຫຼິ້ນ​ໝາກຮຸກ 4 ຄົນ​ມີ​ 6,5 ຄະ​ແນນ​ແມ່ນ Li chao, ຫງວຽນ​ງອກ​ເຈື່ອນ​ເຊີນ, Pascua Haridas ​ແລະ Gomez John Paul. ກ້າ​ຄິດ​ວ່າ ຈະ​ປະສົບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຄອງ​ຊະນະ​ເລີດ ຫຼັງ​ຈາກ​ທີ່​ຖືກ​ເສຍ​ຊະນະ​ຕໍ່​ນັກ​ຫຼິ້ນ​ໝາກຮຸກ Li chao, ​ແ​ຕ່ດ້ວຍ​ປະສົບການ ​ແລະ ຄວາມ​ສາມາດ​ຂອງ​ຕົນ, ເລກ​ວາງ​ລຽມ ​ເອົາ​ຊະນະ 3 ນັດ​ສຸດ​ທ້າຍ​ເພື່ອ​ຄອງ​ຊະນະ​ເລີດ​ເທື່ອ​ທີ 2 ​ໃນ​ລາຍການ​ແຂ່ງຂັນ​ໝາກຮຸກ HDBank 2015. ​ເລກ​ວາງ​ລຽມ ຈະ​ໄດ້​ຮັບ​​ເງິນ​ລາງວັນ​ແມ່ນ 12.000 ​ໂດ​ລາ​ສະຫະລັດ, Zhang Zhong ​ໄດ້ 5.000 ​ໂດ​ລາ​ສະຫະລັດ. ນາງ ​ເລ​ກ່ຽວທຽນ​ກິມ ​ແມ່ນ​ນັກ​ຫຼິ້ນ​ໝາກຮຸກ​ຍິງ ມີ​ຜົນງານ​ການ​ແຂ່ງຂັນ​ດີກ​ວ່າ​ໝູ່ ໃນ​ປະ​ເພດ​ໝາກຮຸກ​ຍິງ ດ້ວຍ 6 ຄະ​ແນນ, ສະ​ນັ້ນ ​ໄດ້​ຮັບ​ເງິນ​ລາງວັນ​ແມ່ນ 3.000 ​ໂດ​ລາ​ສະຫະລັດ.
 
ຕາມ​ການ​ສັງ​ເກດ​ຂອງ​ທ່ານ ​ເລ​ມິນ​ເຈົາ, ຄູ​ຝຶກ​ຂອງ​ທິມໝາກຮຸກ ຫວຽດນາມ, ທຽບ​ກັບ​ເມື່ອ​ກ່ອນ, ປະ​ຈຸ​ບັນ ວິທີ​ການ​ຫຼິ້ນ​ໝາກຮຸກ​ຂອງ ​ເລກ​ວາງ​ລຽມ ຫານ​ກ້າກ​ວ່າ​ເກົ່າ, ​ເປັນ​ເ​ຈົ້າໃນ​ການ​ບຸກ​ໂຈມ​ຈີ​ເພື່ອ​ເອົາ​ຊະນະ. ຍ້ອນ​ການ​ປ່ຽນ​ແປງ​ໃນ​ວິທີ​ການ​ຫຼິ້ນ​ໝາກຮຸກ​ຂອງ​ຕົນ, ​ເລກ​ວາງ​ລຽມ ຈຶ່ງ​ສ້າງ​ຄວາມ​ປະ​ທັບໃຈ​ມາໃຫ້​ແກ່​​ທ່ານຜູ້​ຊົມ​ຫຼາຍຄົ​ນ. ຫຼັງຈາກປີ 2014 ທີ່​ມີ​ຜົນສຳ​ເລັດບໍ່​ຫຼາ​ຍປານ​​ໃດ, ມາ​ເຖິງປີ 2015 ນີ້, ​ເລກ​ວາງ​ລຽມ ​ໄດ້ຄອງ​ຊະນະ​ເລີດ​ສອງ​ເທື່ອໃນ 2 ອາທິດ ​ຜ່ານການ​ຊີງ​ຊະນະ​ເລີດ​ໃນ​ຮອບ​ຄັ​ດ​ເລືອກ​ໝາກຮຸກ​ໂລກ-​ຂົງ​ເຂດ 3.3 ​ແລະ HDBank 2015.
ບົດ​: ຫງວຽນ​ຫວູ​ແທ່ງ​ດາດ - ພາບ: ​ເລ​ມິນ

bichlien

ດິນແດນ ສິລະປະການຕໍ່ສູ້ ໄຕເຊີນ ເຖື້ອງດ້າວ

ດິນແດນ ສິລະປະການຕໍ່ສູ້ ໄຕເຊີນ ເຖື້ອງດ້າວ

ໃນເບື້ອງຕົ້ນ, ໄຕເຊີນ ເຖື້ອງດ້າວ ແມ່ນດິນແດນ ທ່ີສາມອ້າຍນ້ອງລາຊະວົງ ໄຕເຊີນ ເລືອກເປັນບ່ອນເຕົ້າໂຮມ, ສ້າງກໍາລັງ, ຊູຄັນທຸງ ລຸກຂຶ້ນຕໍ່ສູ້. ສະນັ້ນ, ສະຖານທີ່ແຫ່ງນີ້ ບໍ່ພຽງແຕ່ ຮັກສາຮ່ອງຮອຍ ກ່ຽວກັບກອງທັບ “ເສື້ອຜ້າ ທຸງແດງ” ຫຼາຍແຫ່ງເທົ່ານັ້ນ, ແຕ່ຍັງເປັນດິນແດນ ຂອງ ບັນດາ ວິຊາມວຍພື້ນເມືອງ ທີ່ມີຊື່ສຽງ, ພິເສດແມ່ນບັນດາ ວິຊາມວຍ ທີ່ກຳເນີດມາຈາກລາຊະວົງ ໄຕເຊີນ.

Top