• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ເມືອງດານເຝື້ອງ ກ້າວໄປເຖິງເປົ້າໝາຍຫັນເປັນເມືອງຊົນນະບົດ ໃໝ່ແຫ່ງທຳອິດຂອງ ຮ່າໂນ້ຍ

ຜ່ານໄປ 4 ປີ ຫຼັງຈາກຜັນຂະຫຍາຍແຜນການ 02 ຂອງ ຄະນະກຳມະການພັກນະຄອນຫຼວງ ຮ່າໂນ້ຍ ກ່ຽວກັບ ການ “ພັດທະນາກະສິກຳ, ກໍ່ສ້າງເຂດຊົນນະບົດໃໝ່, ຍົກສູງຊີວິດການເປັນຢູ່ຂອງຊາວກະສິກອນ ໄລຍະ 2011-2015 ເທື່ອລະກ້າວ”, ປະຈຸບັນ ດານເຝື້ອງເປັນ ເມືອງທີ່ນຳໜ້າດ້ານຈຳນວນຕາແສງທີ່ບັນລຸມາດຖານຊົນນະບົດໃໝ່ (ໃນອັດຕາ13/15 ຕາແສງ) ແລະ ກຳລັງຈັດຕັ້ງຜັນຂະຫຍາຍຫຼາຍມາດຕາການຕ່າງໆເພື່ອແກ້ໄຂ, ສູ້ຊົນໃຫ້ກາຍເປັນເມືອງຊົນນະບົດໃໝ່ແຫ່ງທຳອິດ ຂອງ ນະຄອນຫຼວງ.

ຕາມທ່ານ ຫງວຽນເຕິດຖັ້ງ, ເລຂາພັກເມືອງ​ເມືອງ ດານເຝື້ອງໃຫ້ຮູ້ວ່າ ​ເລີ່​ມແຕ່ປີ 2011, ບັນດາອົງການຈັດຕັ້ງທີ່​ກ່ຽວຂ້ອງຂອງເມືອງໄດ້​ເລີ່​ມມີການເຄື່ອນໄຫວຕົວຈິງ, ຕິດຕາມຢ່າງ​ໃກ້​ຊິດແຕ່ລະຄຸ້ມຊຸມ​ຊົນ, ຊອກ​ຮູ້ ແລະ ແກ້ໄຂ​ຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງທີ່ເກີດຂຶ້ນຈາກການຜັນຂະຫຍາຍແຜນການ 02ໃຫ້ທັນການ. ການນຳຂັ້ນເມືອງໄດ້ແບ່ງໜ້າທີ່ຮັບຜິດຊອບວຽກງານຕົວຈິງໃຫ້ແຕ່ລະຄະນະກຳມະການ, ຂະແໜງການ, ບຸກຄົນ, ແນະນຳບັນດາຕາແສງ, ຄຸ້ມບ້ານຈັດຕັ້ງ ປະຕິບັດ ໜ້າທີ່ການ. ຂັ້ນເມືອງຍັງມີ​ແຜນນະໂຍບາຍປຸກລະດົມ, ປະຕິບັດ​ການຍ້ອງຍໍ ຕໍ່​ບຸກຄົນ, ການຈັດຕັ້ງທີ່ມີຜົນງານດີ​ເດັ່ນໃຫ້​ທ່ວງທັນກັບ​ເວລາ… ຍ້ອນ​ແນວນັ້ນ, ຄວາມ​ຄືບໜ້າ​ຂອງ​ການສ້າງ​ໃຫ້​ເປັນຊົນນະບົດໃໝ່​ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້​ດີ.  ບັນດາຕາແສງຫຼັງຈາກນະຄອນຮ່າໂນ້ຍຮັບຮອງເປັນ ຕາແສງທີ່ບັນລຸມາດຖານຊົນນະບົດໃໝ່​ແລ້ວ ກໍ່​ໄດ້​ມີ​ຄວາມ​ເປັນ​ເຈົ້າການຖອດຖອນບົດຮຽນເພື່ອສືບຕໍ່ ຍົກສູງຄຸນນະພາບຂອງ​ບັນ​ດາມາດຖານທີ່ບັນລຸໄດ້ນັ້ນ​ ມາປັບປຸງ ແລະ ເຮັດໃຫ້ດີຂຶ້ນຕື່ມ.
 
ມາ​ຮອດປະຈຸບັນ, ທົ່ວເມືອງ ດານເຝື້ອງ ​ໄດ້ຫັນປ່ຽນ ເນື້ອທີ່ດິນ ເຮັດນາຈຳນວນ 950 ​ເຮັດຕາມາປູກຕົ້ນໄມ້ ກິນໝາກທີ່ມີຜົນ​ຕອບ​ແທນ​ທາງດ້ານເສດຖະກິດສູງຄື: ປູກດອກໄມ້, ​ປູກຜັກ, ຕົ້ນໄມ້ກິນໝາກ, ຍົກມູນຄ່າການ ຜະລິດກະສິກຳຂຶ້ນ​ເປັນ 160-250 ລ້ານດົ່ງຕໍ່ແຮັກຕາ. ເມືອງ ດານເຝື້ອງ ຍັງໄດ້ສຸມໃສ່ ພັດທະນາດ້ານການບໍລິການ, ການຄ້າ, ກຸ່ມອຸດສາຫະກຳ ມີວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ຫຼາຍກວ່າ 500 ແຫ່ງ, ມີກຸ່ມອຸດສາຫະກຳ, ຫັດຖະກຳ 6 ແຫ່ງ, ທົ່ວເມືອງ ມີສະຫະກອນກະສິກຳ 21 ​ແຫ່ງ, ມີສະຫະກອນອຸດສາ ຫະກຳ 8 ​ແຫ່ງ, ມີສະຫະກອນຂົນສົ່ງ 1 ​ແຫ່ງ ແລະ ມີ ກອງທຶນສິນເຊື່ອ ປະຊາຊົນ 4 ​ແຫ່ງ, ປະກອບສ່ວນຊ່ວຍ ແກ້ໄຂການສ້າງ ວຽກເຮັດງານທຳ, ​ເພີ່ມລາຍຮັບໃຫ້ຊາວ​ຜູ້​ອອກແຮງງານ ຫຼາຍພັນຄົນຢູ່ທັງພາຍໃນ ແລະ ນອກທ້ອງຖິ່ນຂອງຕົນ.


ມູມໜຶ່ງຂອງເມືອງ ດານເຝື້ອງ ໃນປະຈຸບັນ.

ປະຈຸບັນ, ເມືອງ ດານເຝື້ອງ ມີໂຮງຮຽນທຸກຊັ້ນ 35/48 ແຫ່ງບັນລຸ ມາດຕະຖານແຫ່ງຊາດ.

ການປະຕິບັດກົນໄກປະຕູດຽວຢູ່ຕາແສງ ເຖາະຊວນ, ເມືອງ ດານເຝື້ອງ.

ການກຳນົດສ້າງພື້ນຖານໂຄງລ່າງສັງຄົມ​ເປັນປະຖົມ​ປັດ​ໃຈ​ພື້ນຖານເພື່ອສ້າງຊົນນະບົດໃໝ່, ດານເຝື້ອງ ໄດ້ ສຸມທຸກແຫຼ່ງ ທ່າ​ແຮງກໍ່ສ້າງເສັ້ນທາງ​ໄດ້ 6 ສາຍ​ເຊື່ອມ​ຕໍ່​ລະຫວ່າງຕາແສງ,  22 ກິໂລແມັດເປັນທາງ​ເສັ້ນຫຼັກ​ຂອງບ້ານ,  136 ກິໂລແມັດ​ເປັນທາງຮ່ອມ ແລະ 80 ກິໂລແມັດ​ແມ່ນທາງ​ເຂົ້າທົ່ງນາ. ຂະແໜງໄຟຟ້າກັບບັນດາຕາແສງໃນຂົງເຂດແມ່ນ ໄດ້ລົງທຶນ ກໍ່ສ້າງ​​ຕາ​ຂ່າຍໄຟ ຟ້າແຮງກາງຈຳນວນ 235 ກວ່າກິໂລແມັດ, ໄຟຟ້າແຮງຕ່ຳ 111 ກິໂລແມັດ, ຕິດຕັ້ງຫມ້ໍ​ແປງໄຟຟ້າ 28 ​ແຫ່ງ, ​ເພີ່ມຈຳນວນຫມ້ໍ​ແປງໄຟຟ້າຂຶ້ນເປັນ 225 ​ແຫ່ງ. ຍ້ອນ​ ແນວນັ້ນ, ອັດຕາສ່ວນປະຊາຊົນທີ່ໄດ້ຊົມໃຊ້ໄຟຟ້າບັນ ລຸເຖິງ 99%. ເຄືອຂ່າຍການໄປສະນີ-ໂທລະຄົມມະນາຄົມພັດທະນາຢ່າງ ກວ້າງຂວາງ, ຕອບສະໜອງດ້ານຂໍ້ມູນຂ່າວສານ​ໃຫ້​ແກ່ ປະຊາຊົນໄດ້​ຢ່າງ​ທົ່ວ​ເຖິງ.
 

ທົ່ວເມືອງມີໂຮງຮຽນ 35 ແຫ່ງ​ໃນ​ຈຳ​ນວນ 48 ແຫ່ງບັນລຸ ມາດຕະຖານແຫ່ງຊາດ, ຂັ້ນຕາແສງ​ມີສູນວັດທະນະທຳ 15 ແຫ່ງ, ມີ​ສູນວັດທະນະທຳຂັ້ນບ້ານ 93 ສູນ ແລະ ​ມີ ເດີ່ນກິລາ ຂອງຕາແສງ 15 ເດີ່ນ. ທົ່ວເມືອງ ມີຕະຫຼາດ 7 ແຫ່ງ, 45 ບ້ານ, 13 ຄຸ້ມ ແລະ 21 ກຸ່ມຊຸມ​ຊົນທີ່​ໄດ້​ຮັບ ນາມມະຍົດ​ເປັນ​ກຸ່ມ​ຊຸມ​ຊົນວັດທະນະທຳ;  ມີ​ຈຳ​ນວນ 89% ຂອງ​ຈຳ​ນວນ​ຄອບ​ຄົວບັນ​ລຸມາດຕະຖານຄອບຄົວ ວັດທະນະທຳ ແລະ  ບັນລຸ ໄດ້ 100% ເປັນ​ຕາ​ແສງ​ທີ່​ຄົບ​ເງື່ອນ​ໄຂດ້ານສາທາລະນະສຸກລະດັບຊາດ.
 
ທ່ານ ຈູຝູ໋ໝີ, ຜູ້ອຳນວຍການຂະແນກກະສິກຳ ແລະ ພັດທະນາຊົນນະບົດ ຮ່າໂນ້ຍ ໃຫ້ຮູ້ວ່າ ຍ້ອນ​ມີ​ການ ພັດ ທະນາເສດຖະກິດ ໄປ​ພ້ອມໆກັບ​ການປະຕິບັດແຜນລົບລ້າງຄວາມທຸກຍາກເປັນ​ຢ່າງ​ດີ, ຈຳນວນຄອບ​ຄົວ​ທີ່ທຸກ ຍາກຂອງດານເຝື້ອງ ຈຶ່ງຫຼຸດລົງຫຼາຍ. ໃນປີ 2010, ຈຳນວນຄອບ​ຄົວ​ທີ່ທຸກຍາກແມ່ນ 4.236 ຄອບຄົວ, (ກວມ​ອັດ​ຕາ 12,21%) ມາເຖິງປີ 2014 ​ແມ່ນຍັງເຫຼືອ​ ພຽງ 880 ຄອບຄົວ (ກວມ​ອັດ​ຕາ 2,2%). ອັດຕາສ່ວນ ແຮງງານທີ່ເຄີຍໄດ້ຜ່ານ​ການ​ບຳ​ລຸງສ້າງວິ​ຊາຊີບແມ່ນ​ ຈາກ 35% ໃນປີ 2010 ເພີ່ມຂຶ້ນ​ເປັນ 61% ໃນ ປີ 2014… ໃນໄລຍະ 2011-2015, ເມືອງ ໄດ້ສ້າງວຽກ ເຮັດງານທຳ​ບັນ​ລຸໄດ້​ 1 ໝື່ນຄົນ, ອັດຕາສ່ວນແຮງງານ​ ທີ່ ມີວຽກເຮັດເປັນປະຈຳ ບັນລຸໄດ້ ປະ​ມານ 95%.
 
ຈາກຜົນສຳເລັດຕ່າງໆ​ຂ້າງ​ເທິງ, ເມືອງ ດານເຝື້ອງ ກຳລັງ ຢູ່​ໃນ​ຂະ​ບວນສ້າງ​ສຳນວນ​ເອ​ກະ​ສານ ເພື່ອ​ນຳ​ສະ​ເໜີການຮັບຮອງ ເປັນເມືອງທີ່ບັນລຸມາດຕະຖານຂອງ ຊົນນະບົດໃໝ່ຕາມກຳນົດ. 

ຄອບຄົວອ້າຍ ບຸ່ຍຊວນຕຽບ ຢູ່ຄຸ້ມບ້ານ ຖາບເທື້ອງ (ຊອງເຝື້ອງ, ດານເຝື້ອງ) ​ໄດ້ຕັດສິນໃຈ
ປະການ​ປູກ​ເຂົ້າຫັນ​ມາປູກຕົ້ນໄມ້ກິນໝາກແທນ, ​ແຕ່ລະ​ປີ​ມີລາຍ
ຮັບແຕ່ 300-400 ລ້ານດົ່ງ.


ໝາກຮຸ່ງ ເປັນຕົ້ນໄມ້ທີ່ມີຜົນ​ຕອບ​ແທນທາງດ້ານເສດ ຖະກິດສູງຕໍ່ປະຊາຊົນຕາແສງ ຊອງເຝື້ອງ.

ເມືອງ ​ໄດ້ຫັນປ່ຽນເນື້ອທີ່ດິນເຮັດນາຫັນມາປູກດອກ ໄມ້ຊະນິດຕ່າງໆໄດ້ຫລາຍກວ່າ 950​ ແຮັກຕາ,
ຍົກຜົນການຜະລິດກະສິກຳຂຶ້ນ​​ເຖິງ 160-250 ລ້ານດົ່ງ ຕໍ່​ແຮັກຕາ.


ຜະລິດເຄື່ອງໄມ້ສົ່ງອອກຕາມຂະ​ບວນການແບບໃໝ່, ທັນສະໄໝ.

ປະຈຸບັນ, ທົ່ວເມືອງ ດານເຝື້ອງ ມີງົວປະມານ 1.000 ໂຕ, ໃນນັ້ນ ມີງົວແມ່ນົມ 200 ໂຕ,
ສຸມໃສ່ລ້ຽງ​ຢູ່
ຕາແສງ ເຝືອງດິ່ງ.


ເມືອງ ດານເຝື້ອງ ​ໄດ້ຫັນປ່ຽນເນື້ອທີ່ດິນເຮັດນາຈຳນວນ 950 ​ແຮັກຕາມາປູກຕົ້ນໄມ້ກິນໝາກ
ທີ່ມີຜົນ​ຕອບ​ແທນ ດ້ານເສດຖະກິດສູງຄື: ດອກໄມ້, ຜັກ, ຕົ້ນໄມ້ກິນໝາກ,
ຍົກຜົນຜະລິດກະສິກຳຂຶ້ນ​ເປັນ160-250 ລ້ານດົ່ງຕໍ່ ​ແຮັກຕາ
.

ບົດ: ຮວາງຮ່າ - ພາບ: ຮວາງຮ່າ ແລະ ເອກະສານ

bichlien

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top