• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ເພື່ອນຮ່ວມທາງກັບຊາວກະສິກອນໃນການປູກຕົ້ນກາກາວ

ດ້ວຍຄວາມສຳນຶກວ່າ ເພື່ອໄດ້ມີເຂົ້າໜົມ ໂຊໂກເລດ ແຊບທີ່ສຸດ, ເຮົາຕ້ອງທຳບັນດາຂັ້ນຕອນທຳອິດໃຫ້ດີ, Marc-ຜູ້ອຳນວຍກາຍຂອງບໍລິສັດຜະລິດ ແລະ ການຄ້າ Belvie Chocolate ເປັນເພື່ອນຮ່ວມທາງກັບຊາວກະສິກອນປູກຕົ້ນກາກາວ ເພື່ອຜະລິດອອກຜະລິດຕະພັນ ໂຊໂກເລດ ຫວຽດ.
ນັບມື້ນັບມີຫຼາຍຄົນໃນໂລກໄດ້ຮູ້ເຖິງ ແລະ ມີຄວາມຮັກມັກກັບເຂົ້າໜົມ ໂຊໂກເລດ ໄດ້ຜະລິດຢູ່ ຫວຽດນາມ. ນີ້ແມ່ນຜົນງານຂອງນັກລົງທຶນຫຼາຍຄົນຄືທ່ານ Marc ເມື່ອເຂົາເຈົ້າເປັນຜູ້ລົງທຶນກໍ່ສ້າງບັນດາ ໂຮງງານຜະລິເຂົ້າໜົມ ໂຊໂກເລດ ທີ່ເຂດປູກຕົ້ນກາກາວຫຼາຍແຫ່ງຢູ່ ຫວຽດນາມ.
 
ເມື່ອໄດ້ທ່ານ Marc ພາໄປທ່ຽວບັນດາສວນປູກຕົ້ນກາກາວຢູ່ ຕ່ຽນຢາງ ແລະ ເບັນແຈ, ພວກຂ້າພະເຈົ້າຈຶ່ງເຫັນໄດ້ໝົດການເຮັດວຽກແບບລະອຽດລະອໍ ແລະ ຈິງຈັງຂອງລາວ. ທ່ານ Marc ຢາກເຊັນສັນຍາເກັບຊື້ກາກາວກັບຊາວກະສິກອນແບບໂດຍກົງ ດ້ວຍລາຄາສູງກວ່າ ຢູ່ຕະຫຼາດແຕ່ຄຸນນະພາບຕ້ອງບັນລຸໄດ້ມາດຕະຖານຕາມຄວາມຮຽກຮ້ອງຕ້ອງການຂອງບໍລິສັດ. ລຸງ ເຈິ່ນວັນຍິນ, ບ້ານ ບິ່ງຈຸງ, ຕາແສງ ແທງຍຶດ, ເມືອງ ກໍ່ກົງໄຕ, ແຂວງ ຕຽນຢາງ ໃຫ້ຮູ້ວ່າ: “ກາກາວຫຼັງຈາກທີ່ເກັບມາ ຈະໄດ້ຂ້າມຜ່ານຫຼາຍຂັ້ນຕອນຄື: ບົ່ມ ຕ້ອງຖືກຕາມ ມາດຕະຖານຂອງບໍລິສັດໄດ້ວາງອອກ. ເຂົາເຈົ້າກໍ່ມີເຄື່ອງຈັກ ກວດກາຄຸນນະພາບຂອງກາກາວ, ສະນັ້ນ ຊາວກະສິກອນຕ້ອງປະຕິບັດຖືກຕາມຄຳໝັ້ນສັນຍາໃນດ້ານຄຸນນະພາບ”.



ທ່ານ Marc Vanborren Alfons E ເກີດເມື່ອປີ 1958 ແລະ ຖືສັນຊາດ ແບນຊິກ. 


ໃນໂອກາດມາທ່ອງທ່ຽວ ຫວຽດນາມ ເທື່ອໜຶ່ງຢູ່ທົ່ງພຽງແມ່ນຳ້ຂອງ,
ທ່ານ
Marc ໄດ້ພົບເຫັນສວນປູກຕົ້ນກາກາວຫຼາຍແຫ່ງຂອງ ຊາວກະສິກອນຢູ່ທີ່ນີ້. 



ຊາວກະສິກອນຕ້ອງປູກຕົ້າກາກາວ ຕາມມາດຕະຖານຂອງ Marc Vanborren Alfons
ໄດ້ວາງອອກ ເພື່ອໄດ້ຮັບກາກາວຄຸນນະພາບສູູງ.



ລົດຊາດຂອງເຂົ້າໜົມ ໂຊໂກເລດ ຈະຂຶ້ນກັບເຂດດິນປູກຕົ້ນກາກາວ.


ທ່ານ Marc Vanborren Alfons E ກວດກາຄຸນນະພາບຂອງກາກາວ.


ທ່ານ Marc Vanborren Alfons E ແລກປ່ຽນບົດຮຽນປູກຕົ້ນກາກາວກັບຊາວກະສິກອນ.


ທ່ານ Marc Vanborren Alfons E ແບ່ງປັນບົດຮຽນ
ແລະ  ຈຳແນກປະເພດກາກາວ ທີ່ມີຄຸນນະພາບສູງກັບຊາວກະສິກອນ.



ທ່ານ Marc Vanborren Alfons E ເຊັນສັນຍາເກັບຊື້ໂດຍກົງກັບຊາວກະສິກອນ.
           
ຄອບຄົວລຸງ ເຈິ່ນວັນຍິນ ມີເນື້ອທີ່ປູກຕົ້ນກາກາວທັງໝົດ 6.000 ຕາຕະລາງແມັດ, ບັນລຸໄດ້ກາກາວ 1,8 ໂຕນຕໍ່ປີ. ເພື່ອຜະລິດອອກ ກາກາວທີ່ມີລົດຊາດຖືກໃຈກວ່າໝູ່, ທ່ານ Marc ພ້ອມກັບທ້າວ ຍິນມີການກວດກາ, ໂອ້ລົມກັນກ່ຽວກັບວິທີການບົວລະບັດ, ໄລຍະ ເກັບກ່ຽວ ແລະ ວິທີການປຸງແຕ່ງໃນເບື້ອງຕົ້ນຄືແນວໃດ... ເພາະສະນັ້ນ, ກາກາວຢູ່ໃນສວນຂອງລຸງ ຍິນ ໄດ້ບໍລິສັດ Belvie Chocolate ເກັບຊື້ດ້ວຍລາຄາສູງ ແລະ ລາຄາໝັ້ນຄົງ.
 
ເມື່ອເວົ້າເຖິງກາກາວ ຫວຽດນາມ, ທ່ານ Marc ໃຫ້ຮູ້ວ່າ: “ຖ້າຊາວກະສິກອນປະຕິບັດຕາມວິທີການ ບົວລະບັດ ແລະ ປຸງແຕ່ງ ກາວກາໃນເບື້ອງຕົ້ນ, ກາກາວ ຫວຽດນາມ ຈະມີຄຸນນະພາບຄືກັບບັນດາປະເພດກາກາວທີ່ມີຊື່ສຽງໃນໂລກ. ເຖິງວ່າ ກາກາວປະເພດໜຶ່ງ ໄດ້ປູກຢູ່ ຕ່ຽນຢາງ, ເບັນແຈ, ດົ່ງນາຍ, ບ່າເຣ້ຍ... ກໍ່ຕາມ, ແຕ່ມີລົດຊາດແຕກຕ່າງກັນ”.


ກວດກາຄຸນນະພາບຂອງກາກາວ.


ບົດມຸ່ນເມັດກາກາວ ເພື່ອກວດກາຄຸນນະພາບ.


ກາກາວ ໄດ້ຮັບການຄັດເລືອກຢ່າງລະມັດລະວັງ ກ່ອນທີ່ຈະເອົາໄປຜະລິດເຂົ້າໜົມ ໂຊໂກເລດ.


ກວດກາຄວາມແຫຼກຂອງ ໂຊໂກເລດ.


ທ່ານ Marc Vanborren Alfons E ຢາກເຮັດໃຫ້ເຄື່ອງໝາຍການຄ້າ
Belvie Chocolate ບັນລຸໄດ້ມາດຕະຖານສາກົນ. 

Belvie Chocolate ກໍ່ຄືຫຼາຍບໍລິສັດຕ່າງໆ ພວມພະຍາຍາມເຮັດໃຫ້ໝົດທຸກຄົນໃນໂລກ ຮູ້ເຖິງເຂົ້າໜົມ ໂຊໂກເລດ ທີ່ເຮັດດ້ວຍກາກາວ ຫວຽດນາມ. ດ້ວຍຄວາມມຸ່ງຫວັງດັ່ງກ່າວ, ລາວ ຢາກໃຫ້ຜູ້ຜະລິດ, ຊາວກະສິກອນ ແລະ ລູກຄ້າ ພ້ອມກັນຮ່ວມທາງກັບຕົ້ນກາກາວ.
 
ທ່ານ Marc Vanborren Alfons E ເກີດເມື່ອປີ 1958 ແລະ ຖືສັນຊາດ ແບນຊິກ. ໃນໂອກາດມາທ່ອງທ່ຽວ ຫວຽດນາມ ເທື່ອໜຶ່ງ ຢູ່ທົ່ງພຽງແມ່ນຳ້ຂອງ, ທ່ານ Marc ໄດ້ພົບເຫັນສວນປູກຕົ້ນກາກາວຫຼາຍແຫ່ງຂອງ ຊາວກະສິກອນຢູ່ທີ່ນີ້. ຫຼັງຈາກກັບມາ ແບນຊິກ, ທ່ານ Marc ໄປຄົ້ນຫາຂໍ້ມູນເອກະສາທີ່ໄດ້ຂຽນກ່ຽວກັບກາກາວ ຫວຽດນາມ ແລະ ເຫັນວ່າ ບໍລິສັດຜະລິດ ໂຊໂກເລດ ຢູ່ ຫວຽດນາມ ບໍ່ມີຫຼາຍ. ປີ 2015, ທ່ານ Marc ມາລົງທຶນກໍ່ສ້າງຢູ່ ຫວຽດນາມ ໂຮງງານຜະລິດເຂົ້າໜົມ ໂຊໂກເລດ ແຫ່ງໜຶ່ງຢູ່ຕາແສງ ວິງໂລກ A, ເມືອງ ບິ່ງແຈງ, ນະຄອນ ໂຮ່ຈີມິນ ດ້ວຍເຄື່ອງໝາຍການຄ້າ Belvie Chocolate. ໃນໄລຍະໜຶ່ງ, ເຄື່ອງໝາຍການຄ້າ Belvie Chocolate ໄດ້ຮັບການ ຕີລາຄາສູງໃນດ້ານຄຸນນະພາບຈາກຜູ້ບໍລິໂພກ ເອີຣົບ.
ບົດ: ຫງວຽນແອງ - ພາບ: ທົງຫາຍ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top