• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີຜະລິດຕະພັນສິນໃນນຳ້ມີມູນຄ່າເພີ່ມຂອງຫວຽດນາມເຂົ້າຕະຫຼາດເອີລົບ

ຮ້ານວາງສະແດງສິນໃນນຳ້ຂອງ ຫວຽດນາມ
(ພາບ: TTXVN)
      ແຕ່​ວັນ​ທີ 26 – 28/4, ງານຕະຫຼາດ​ນັດ​ສິນ​ໃນ​ນຳ້​ທົ່ວ​ໂລກ​ປະຈຳ​ປີ 2016 ຖືກ​ຈັດ​ຕັ້ງ​ຢູ່​ສູນ​ວາງສະ​ແດງ​ຢູ່​ນະຄອນຫຼວງ ບຣຸກ​ແຊນ, ປະ​ເທດ ​ແບນ​ຊິກ. ນີ້​ແມ່ນ​ງານ​ຕະຫຼາດນັດ​ສະ​ເພາະ​ຂອງ​ຂະ​​ແໜງ​ສິນ​ໃນ​ນຳ້​ທີ່ມີ​ຂອບ​ຂະໜາດ​ໃຫຍ່​ສຸດ​ຢູ່​ໃນ​​ໂລກ​ດ້ວຍ​ການ​​ເຂົ້າ​ຮ່ວມ​ຂອງ​ລູກ​ຄ້າ ​​ແລະ ນັກ​ສະໜອງ​ນັບ​ພັນ​ຄົນ​ທີ່​ມາ​ຈາກ​ທະວີບ​ຕ່າງໆ. ຫວຽດນາມ ມີ​ວິ​ສາ​ຫະກິດ 24 ​ແຫ່ງ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ, ​ໃນ​ນັ້ນ​ມີ​ວິ​ສາ​ຫະກິດ​ຫຼາ​ຍ​ແຫ່ງ​ຂຶ້ນ​ກັບ​ສະຫະ​ສະມາຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນຳ້ ຫວຽດນາມ (VASEF). ບັນດາ​ວິ​ສາ​ຫະກິດ​ໄດ້​ແນະນຳ​ບັນດາ​ປະ​ເພດ​ສິນຄ້າ​ທີ່​ເປັນ​ມູນ​ເຊື້ອ​ຂອງ ຫວຽດນາມ ຄື: ປາຈາ, ປາ​ບາ​ຊາ, ກຸ້ງ ​ແລະ ບາງ​ຜະລິດ​ຕະພັນ​ສິນ​ໃນ​ນຳ້​ອື່ນໆ​ອີກ. ຈຸດໝາຍ​ຂອງ ຫວຽດນາມ ​ເມື່ອ​ເຂົ້າຮ່ວມ​ງານ​ຕະຫຼາດນັດ​ຄັ້ງ​ນີ້​ແມ່ນ​ເພີ່ມ​ທະວີ​ປະລິມານ​ການ​ສົ່ງ​ອອກ​ສິນ​ໃນ​ນຳ້​ເຂົ້າ​ຕະຫຼາດ​ເອີ​ລົບ, ພິ​ເສດ, ບັນດາ​ຜະລິດ​ຕະພັນ​ມີ​ມູນ​ຄ່າ​ເພີ່​ມ​ເຂົ້າ​ບັນດາຮ້ານ​ຊັບ​ພະ​ສິນຄ້າ​ຕ່າງໆ.
        ການ​ສົ່ງ​ອອກ​ສິນ​ໃນ​ນຳ້​ໃນ 3 ​ເດືອນ​ຕົ້ນ​ປີ 2016 ຂອງ ຫວຽດນາມ ບັນລຸ 1,4 ຕື້ USD, ​ເພີ່ມ​ຂຶ້ນ 9% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ພ້ອມ​ກັບ ອາ​ເມ​ລິ​ກາ, ຍີ່ປຸ່ນ, ອີ​ຢູ ​ແມ່ນ​ຕະຫຼາດ​ສິນ​​ໃນ​ນຳ້​ສຳຄັນ​ທີ່​ສຸດຂອງ ຫວຽດນາມ ດ້ວຍ​ເລື່ອງ​ຈຳໜ່າຍ 18% ປະລິມານ​ສິນ​ໃນ​ນຳ້ສົ່ງ​ອອກຂອງ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top