• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືເສດຖະກິດລະຫວ່າງ ຫວຽດນາມ ແລະ ສະໂລວາກີ

      ເນື່ອງໃນໂອກາດນີ້, 2 ຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳຂອງສະໄໝປະຊຸມຄັ້ງທີ 2 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ສະໂລວາກີ ແລະ ເຫັນດີຈັດຕັ້ງສະໄໝປະຊຸມຄັ້ງທີ 3 ຂອງຄະນະກຳມະການຢູ່ ຮ່າໂນ້ຍ ໃນປີ 2019.

ສະໄໝປະຊຸມຄັ້ງທີ 2 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ສະໂລວາກີ  
      ສະໄໝປະຊຸມຄັ້ງທີ 2 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ສະໂລວາກີ ກ່ຽວກັບການຮ່ວມມືເສດຖະກິດຖືກຈັດຕັ້ງຢູ່ນະຄອນຫຼວງ Bratislava, ປະເທດ ສະໂລວາກີ ໃນວັນທີ 20 ມິຖຸນາ. ສະໄໝປະຊຸມໂດຍທ່ານ ຮ່ວາງກວກເວື້ອງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ແລະ ທ່ານ Lukas Parizek, ລັດຖະມົນຕີກະຊວງການຕ່າງປະເທດ ສະໂລວາກີ ເປັນປະທານຮ່ວມ, ເພື່ອແນໃສ່ປຶກສາຫາລືບັນດາມາດຕະການຊຸກຍູ້ການຮ່ວມມື 2 ຝ່າຍໃນຫຼາຍຂົງເຂດ, ພິເສດແມ່ນເສດຖະກິດ, ການຄ້າ ແລະ ການລົງທຶນ. ເນື່ອງໃນໂອກາດນີ້, 2 ຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳຂອງສະໄໝປະຊຸມຄັ້ງທີ 2 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ສະໂລວາກີ ແລະ ເຫັນດີຈັດຕັ້ງສະໄໝປະຊຸມຄັ້ງທີ 3 ຂອງຄະນະກຳມະການຢູ່ ຮ່າໂນ້ຍ ໃນປີ 2019, ໂດຍຍັງບໍ່ທັນມີການກຳນົດເວລາລະອຽດເທື່ອ.
        ເມື່ອຕອບສຳພາດຕໍ່ນັກຂ່າວ VOV ກ່ຽວກັບໝາກຜົນຂອງສະໄໝປະຊຸມ. ທ່ານຮອງລັດຖະມົນຕີ ຮ່ວາງກວກເວື້ອງ ກໍ່ຖືວ່າ ພະລັງງານແມ່ນຂົງເຂດຮ່ວມມືມີແງ່ຫວັງຫຼາຍຢ່າງ:
        “ໜຶ່ງໃນບັນດາຂົງເຂດມີຫຼາຍກາລະໂອກາດ ແລະ ກໍ່ແມ່ນຈຸດພົ້ນເດັ່ນໃນການພົວພັນຮ່ວມມືເສດຖະກິດລະຫວ່າງ 2 ປະເທດນັ້ນແມ່ນພະລັງງານ. ນີ້ແມ່ນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນພັດທະນາ ໃນຂະນະທີ່ບັນດາວິສາຫະກິດ ສະໂລວາກີ ມີທ່າແຮງໃນຂົງເຂດນີ້ ແລະ ໃນເມື່ອ ຫວຽດນາມ ພວມຢູ່ໃນໄລຍະນາຂະແໜງພະລັງງານຕ້ອງພັດທະໄວ ແລະ ຍືນຍົງ”.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top