• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືດ້ານເຕັກໂນໂລຢີສູງ ຫວຽດນາມ - ອິດສະຣາແອນ


ທ່ານ​ພົນ​ໂທ ​ໂຕ​ເລິ​ມ, ລັດຖະມົນຕີ​ກະຊວງ​ຕຳຫຼວດ
(ພາບ: TTXVN)

      ຕອນ​ບ່າຍ​ວັນ​ທີ 22/2, ຢູ່ ຮ່າ​ໂນ້ຍ, ທ່ານ​ພົນ​ໂທ ​ໂຕ​ເລິ​ມ, ລັດຖະມົນຕີ​ກະຊວງ​ຕຳຫຼວດ, ​ໄດ້​ໃຫ້ການ​ຕ້ອນຮັບ ອະດີດ​ລັດຖະມົນຕີ​ກະຊວງ​ຕຳຫຼວດ ອິດສະຣາ​ແອນ Yitzhak Aharonovitch, ປະທານ​ກຸມ​ບໍລິສັດ IMI Systems ຂອງ​ ອິດສະຣາ​ແອນ, ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ກ່າວ​ຄວາມ​ເຫັນ​ທີ່​ການ​ຕ້ອນຮັບ, ທ່ານ​ລັດຖະມົນຕີ ​ໂຕ​ເລິ​ມ ຕີ​ລາຄາ​ສູງ​ເຕັກ​ໂນ​ໂລ​ຢີປ້ອງ​ກັນຊາ​ດຂອງ ອິດສະຣາ​ແອນ, ທ່ານ​ສະ​ເໜີ​ວ່າ, ສອງ​ຝ່າຍ​ຮ່ວມ​ມື​ຕາມ​ທິດ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີສູງ, ຮ່ວມ​ມື​ຄົ້ນ​ຄ້ວາ​ພັດທະນາ, ສືບ​ຕໍ່​ປັບ​ປູ​ງ, ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ພິ​ເສດ​ແມ່ນການ​ກໍ່ສ້າງ​ຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ​ໃນ​ບັນດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ​ເຊິ່ງ ອິດສະຣາ​ແອນ ມີ​ທ່າ​ແຮງ.
ສ່ວນ​ທ່ານ   ອະດີດ​ລັດຖະມົນຕີ​ກະຊວງ​ຕຳຫຼວດ ອິດສະຣາ​ແອນ Yitzhak Aharonovitch ກໍ່​ຢືນຢັນ​ວ່າ, ລັດຖະບານ ອິດສະຣາ​ແອນ ​ແລະ ກຸມ​ບໍລິສັດ IMI Systems ປາຖະໜາ​ຢາກ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ຂົງ​ເຂດ​ເຊິ່ງກຸມ​ບໍລິສັດ​ມີ​ທ່າ​ແຮງ, ປະກອບສ່ວນ​​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ເລິກ​ເຊິ່ງກວ່າ.
(ແຫຼ່ງຄັດຈາກ VOV)
                                                                                            

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top