• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ສ.ອາເມລິກາ

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດ ນາມ ຫາກໍສິ້ນສຸດ ການຢ້ຽມຢາມ ສ.ອາເມລິກາ ຢ່າງເປັນ ທາງການລະຫວ່າງວັນທີ 29-31 ພຶດສະພາ. ການຢ້ຽມຢາມ ດັ່ງກ່າວ ໄດ້ຊຸກຍູ້ການພົວພັນຄູ່ຮ່ວມມື ຮອບດ້ານ ຊຶ່ງໄດ້ສ້າງ ຂຶ້ນໃນເມື່ອປີ 2013, ສືບຕໍ່ພັດທະນາ ຢ່າງມີປະສິດທິຜົນ ແລະ ແທ້ຈິງ ໃນສາມຂົງເຂດການພົວພັນຄື ສອງຝ່າຍ, ພາກພື້ນ ແລະ ສາກົນ. 
ສອງຝ່າຍໄດ້ອອກຖະແຫຼງການຮ່ວມ ວ່າດ້ວຍເພີ່ມທະວີ ການ ພົວພັນຄູ່ຮ່ວມມືຮອບດ້ານ ຕາມທິດຕົວຈິງ, ປະສິດທິພາບ, ໝັ້ນຄົງ, ເພື່ອຜົນປະໂຫຍດຂອງສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກ ພື້ນ ແລະ ໃນໂລກ, ບົນພື້ນຖານປະຕິບັດຕາມກົດບັດ ສະຫະປະຊາດ, ກົດໝາຍສາກົນ, ເຄົາລົບກົນໄກທາງດ້ານການເມືອງ, ເອກະລາດ, ອຳນາດ ອະທິປະໄຕ ແລະ ຜືນແຜ່ນດິນອັນ ຄົບຖ້ວນຂອງກັນ.

ປະທານາທິບໍດີ Donald Trump ຢືນຢັນຈະໄປຢ້ຽມຢາມ ຫວຽດນາມ ເນື່ອງໃນໂອກາດ ເຂົ້າຮ່ວມ ກອງປະຊຸມຂັ້ນສູງ APEC 2017 ຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນຟຸກ ໄດ້ມີບົດກ່າວປາໄສ ສຳຄັນ ຊຶ່ງໄດ້ຕີລາຄາສູງ ທີ່ກອງ ທຶນ ມູນມໍລະດົກ, ຢືນຢັນ ຫວຽດນາມ ແລະ ສ.ອາເມລິກາ ຈະແບ່ງປັນຜົນປະໂຫຍດລວມ ໃນການຮັກສາສັນຕິພາບ, ສະຖຽນລະ ພາບ, ຄວາມສະຫງົບ, ການຮ່ວມມື ແລະ ຄວາມວັດຖະນາຖາວອນ ຢູ່ອາຊີ-ປາຊີຟິກ, ຫວຽດນາມ ຖືສຳຄັນ ແລະ ປາດຖະໜາ ເຮັດໃຫ້ການພົວພັນຮອບດ້ານ ກັບສ.ອາເມລິກາ ຂະຫຍາຍຕົວຍິ່ງຂຶ້ນ.

ປະທານາທິບໍດີ ສ.ອາເມລິກາ Donald Trump ຕ້ອນຮັບທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ ທີ່ ທຳນຽບຂາວ. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ປະທານາທິ ບໍດີ ສ.ອາເມລິກາ Donald Trump ພົບປະກັນທີ່ຫ້ອງຮູບໄຂ່. ພາບ: ຖົ໋ງເຍິດ/VNA
 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບ  ປະທາ ນາທິບໍດີ ສ.ອາເມລິກາ Donald Trump ຢູ່ຫ້ອງຄະນະລັດຖະ ມົນຕີ. ພາບ: ຖົ໋ງເຍິດ/VNA
 
ການຮ່ວມມືດ້ານເສດຖະກິດ ເປັນເນື້ອໃນ ສຳຄັນໃນການຢ້ຽມ ຢາມຄັ້ງນີ້. ສອງຝ່າຍໄດ້ເປັນເອກະສັນກັນ ໃຫ້ບຸລິມະສິດ ການ ຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ ຕາມທິດ ບັນລຸ ປະສິດທິພາບ ແລະ ຕ່າງຝ່າຍຕ່າງ ມີຜົນປະໂຫຍດ, ນີ້ແມ່ນ ຈຸດໃຈກາງ ແລະ ພະລັງແຮງ ຂອງການພົວພັນເວົ້າລວມ, ຖື ສຳຄັນການສ້າງອຳນວຍຄວາມສະດວກ ໃຫ້ແກ່ວິສາຫະກິດ ສອງປະເທດ ໃນການລົງທຶນ, ຮ່ວມມືກັນ. ການຢ້ຽມຢາມຄັ້ງນີ້ ໄດ້ດຳເນີນ ກອງປະຊຸມສົນທະນາ ສອງຄັ້ງ ລະຫວ່າງ ວິສາຫະ ກິດ ຢູ່ນະຄອນຫຼວງ ວໍຊັງຕັນ ແລະ ນະຄອນນິວຢອກ ຊຶ່ງໄດ້ ດຶງດູດນັກລົງທຶນດ້ານການເງິນລາຍໃຫຍ່ຫຼາຍຄົນຂອງ ສ.ອາ ເມລິກາ. ມີຂໍ້ຕົກລົງວ່າ ດ້ວຍເສດຖະກິດລາຍໃຫຍ່ ຫຼາຍຂໍ້ ຊຶ່ງ ວິສາຫະກິດສອງຝ່າຍ ໄດ້ລົງນາມຮ່ວມກັນ ມີມູນຄ່າຫຼາຍກວ່າ 10 ຕື້ ໂດລາສະຫະລັດ, ປະກອບສ່ວນສ້າງວຽກເຮັດງານທຳ ແລະ ການຈະເລີນເຕີບໂຕຢູ່ ທັງ ສອງປະເທດ.

ສອງຝ່າຍໄດ້ເປັນເອກະສັນກັນໃນການຍູ້ແຮງການຮ່ວມມືດ້ານ ການສຶກສາ-ກໍ່ສ້າງ, ສາທາລະນະສຸກ, ຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ, ອາວະກາດ, ປ່ຽນໃໝ່ຄວາມປະດິດຄິດສ້າງ.

ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມງານລ້ຽງ ຈັດໂດຍທ່ານ Rex Tillerson, ລັດຖະມົນຕີກະຊວງ ການຕ່າງ ປະເທດສ.ອາເມລິກາ ເປັນເຈົ້າພາບ. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກ ລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ທ່ານ Robert Lighthizer ຜູ້ຕາງໜ້າຂົງເຂດການຄ້າ ສ.ອາເມລິກາ. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Sonny Perdue, ລັດຖະມົນຕີກະຊວງກະສິກຳສ.ອາເມລິກາ . ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ທ່ານ Wilbur Ross ລັດຖະມົນຕີກະຊວງການຄ້າ ສ.ອາເມລິກາ. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວປາໄສໃນງານ ສຳມະນາ “ກາລະໂອກາດ ແລະ ສິ່ງທ້າທາຍ ຕໍ່ສັນຕິພາບ, ຄວາມສະຫງົບ ຂະຫຍາຍຕົວ
ຢູ່ທະວີບອາຊີ-ປາຊີຟິກ ແລະ ການພົວພັນຄູ່ຮ່ວມ ມືຮອບດ້ານສຳລັບຫວຽດນາມ”. ພາບ: ຖົ໋ງເຍິດ/VNA

 
ກ່ຽວກັບດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສອງຝ່າຍ ເປັນເອກະສັນກັນ ສືບຕໍ່ຜັນຂະຫຍາຍ ບັນດາການເຄື່ອນໄຫວ ແລກປ່ຽນ, ຮ່ວມມືບົນພື້ນຖານ ບັນດາຂໍ້ຕົກລົງທີ່ບັນລຸໄດ້ເຊັ່ນ ບົດບັນທຶກຊ່ວຍຈຳວ່າດ້ວຍ ຊຸກຍູ້ການຮ່ວມມື ດ້ານ ປ້ອງກັນ ຊາດ ສອງຝ່າຍ 2011, ຖະແຫຼງການວິໄສທັດລວມ ວ່າດ້ວຍ ການ ພົວພັນປ້ອງກັນຊາດ 2015.

ກ່ຽວກັບບັນຫາທະເລຕາເວັນອອກ, ການນຳສອງປະເທດ ໄດ້ ເນັ້ນໜັກ ການແກ້ໄຂບັນດາບັນຫາບົນທະເລ ໂດຍສັນຕິວິທີ ໂດຍຜ່ານການເຈລະຈາທາງການທູດ ແລະ ນິຕິກຳ, ບົນພື້ນ ຖານເຄົາລົບກົດໝາຍສາກົນ, ສົນທິສັນຍາ ຂອງ ສະຫະປະຊາ ຊາດວ່າ ດ້ວຍກົດໝາຍທະເລ ປີ1982 ແລະ ຖະແຫຼງການ ກ່ຽວກັບການປະພຶດຂອງຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (DOC) ປີ 2002, ມຸ່ງສູ່ປະມວນກົດລະບຽບການປະພຶດຕໍ່ ຂອງ ຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (COC).

ຕີລາຄາກ່ຽວກັບຜົນການຢ້ຽມຢາມ, ທ່ານ ຮ່າກີມຫງອກ, ຮອງ ລັດຖະມົນຕີກະຊວງການຕ່າງປະເທດໃຫ້ຮູ້ວ່າ ການຢ້ຽມຢາມ ໄດ້ບັນລຸຜົນສຳເລັດຢ່າງຮອບດ້ານ ໃນບັນດາ ຂົງເຂດທີ່ສຳຄັນ ຂອງ ການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງຫວຽດນາມ-ສ. ອາເມລິກາ. 

ທ່ານ ນາຍົກລັດຖະມົນຕີ  ຫງວຽນຊວນຟຸກ ເຂົ້າຮ່ວມກອງ ປະ ຊຸມສົນທະນາໂຕະມົນ ວ່າດ້ວຍການຮ່ວມມື ລົງທຶນ ລະຫວ່າງ ສ.ອາເມລິກາ-ຫວຽດນາມ. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນ ຟຸກ ຕ້ອນຮັບ ທ່ານ Robert H. McCooey, Jr ຮອງປະທານຂັ້ນສູງ ຂອງ ຕະ ຫຼາດຫຼັກຊັບ NASDAQ. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ທ່ານ Christopher J. Nassetta ປະທານທົ່ວໜ່ວຍພິພົບກຸ່ມ ບໍລິ ສັດ Hillton. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ທ່ານ Kevin McAllister, ຮອງປະທານກຸ່ມບໍລິສັດ Boeing. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Steve Bolze, ຮອງປະທານຂັ້ນສູງກຸ່ມບໍລິສັດ General Electric (GE). ພາບ: ຖົ໋ງເຍິດ/VNA
 
ໃນລະຫວ່າງການຢ້ຽມຢາມ ສ.ອາເມລິກາ, ທ່ານ ນາຍົກລັດ ຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະເຈລະຈາກັບ ເລຂາທິ ການໃຫຍ່ສະປະປະຊາຊາດ Antonio Guterres ແລະ ພ້ອມ ກັບທ່ານ ເລຂາທິການໃຫຍ່ ເຂົ້າຮ່ວມ ພິທີສະເຫຼີມສະຫຼອງ 40 ປີ ການພົວພັນລະຫວ່າງ ຫວຽດນາມ-ສະຫະປະຊາຊາດ ຢູ່ນະ ຄອນ ນີວຢອກ. ນີ້ແມ່ນເຫດການສຸດທີ່ມີ ຄວາມໝາຍ, ເປີດ ອອກບາດກ້າວພັດທະນາໃໝ່ ໃນການພົວພັນລະຫວ່າງ ຫວຽດ ນາມ ແລະ ສະຫະປະຊາດ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບ ທ່ານ Antonio Guterres ເລຂາທິການໃຫຍ່ສະຫະປະຊາຊາດ. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວປາໄສ ໃນພິທີ ສະເຫຼີມສະຫຼອງ 40 ປີ ຫວຽດນາມ ເຂົ້າເປັນສະມາຊິກ ສະຫະ ປະຊາຊາດ. ພາບ: ຖົ໋ງເຍິດ/VNA
ປະຕິບັດ: VNA/VNP

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ພາຍຫຼັງກວ່າ 50 ປີແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ, ຫວຽດນາມ ແລະ ອົດສະຕຣາລີ ໄດ້ສ້າງສາຍພົວພັນທີ່ໜັກແໜ້ນ ແລະ ຮອບດ້ານ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ດ້ານຍຸດທະ ສາດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ໃນກອບການຢ້ຽມຢາມ ປະເທດ ອົດສະຕຣາລີ ຢ່າງເປັນທາງການ ຂອງ ທ່ານນາຍົກລັດຖະ ມົນຕີ ຟ້າມມິງຈິ໋ງ ໃນເດືອນ ມີນາ ຜ່ານມາ ຕາມຄຳເຊີນ ຂອງ ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Anthony Albanese, ສອງຝ່າຍໄດ້ປະກາດ ຍົກລະດັບການພົວພັນ ສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

Top