• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊີດຊູຊາວໜຸ່ມ ຫວຽດນາມ ທີ່ດີເດັ່ນ ປີ 2016


ທ່ານ​ນາງ ເຈືອງ​ທິ​ມາຍ ມອບ​ໃບ​ຍ້ອງ​ຍໍ​ໃຫ້​ 10 ແບບ​ຢ່າງ​ດີ​ເດັ່ນ​ໄດ້​ຮັບ​ລາງວັນ​ໃນ​ຄັ້ງ​ນີ້
(ພາບ: Nguyn Hin/VOV)
 
​​​          ຕອນ​ຄ່ຳ​ວັນ​ທີ 19/3, ຢ​ູ່​ຮ່າ​ໂນ້ຍ, ສູ​ນ​ກາງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ໄດ້​ສົມ​ທົບ​ກັບ​ກອງ​ທຶນ​ໜູນ​ຊ່ວຍ​ຊາວ​ໜຸ່ມ​ຜູ້ປີ​ຊາ​ສາ​ມາດ ຫວຽດ​ນາມ ຈັດ​ຕັ້ງ​ພິ​ທີ​ມອບ​ລ​າງວັນ​​ໃຫ້​ຊາວ​ໜຸ່ມ ຫວຽດ​ນາມ ດີ​ເດັ່ນ 10 ຄົນ​ໃນປີ 2016 ເຊິ່ງ​ແມ່ນ​ຜູ້​ທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ການ​ຮ່ຳ​ຮຽນ ແລະ ອອກ​ແຮງ​ງານ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາງ ເຈືອງ​ທິ​ມາຍ, ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ​ຖື​ວ່າ: ​ຊາວ​ໜຸ່ມ​ດີ​ເດັ່ນ ຫວຽດ​ນາມ ​ແຕ່​ລະ​ຄົນແມ່ນ​ເລື່ອງ​ລາວ​ໜຶ່ງກ່ຽວ​ກັບ​ຄວາມ​ປະ​ຈັນ​ບານ, ຄວາມ​ຍຶດ​ໝັ້ນ, ​ຄວາມ​ມຸ່ງ​ຫວັງ​ບືນ​ຕົວ​ຂຶ້ນ ແລະ ການ​ອຸ​ທິດ​ສ່ວນ… ທ່ານ​ນາງ ເຈືອງ​ທິ​ມາຍ, ຮ​ຽກ​ຮ້ອງ​ໃຫ້​ສະ​ມາ​ຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ, ເຍົາ​ວະ​ຊົນ ຫວຽດ​ນາມ ​ແຕ່​ລະ​ຄົນຈົ່ງ​ສືບ​ຕໍ່​ເດີນ​ຕາມ​ຄວາມ​ເມົາ​ມົວ​ຂອງ​ຕົນ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​​ເຂົ້າ​ໃນການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ:
        “ສູນ​ກາງ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ, ກອງ​ທຶນ​ໜູນ​ຊ່ວ​ຍ​​ຊາວ​ໜຸ່ມຜູ້​ປີ​ຊາ​ສາ​ມາດ​ ຫວຽດ​ນາມ ສືບ​ຕໍ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ປ່ຽນ​ໃໝ່​ເພື່ອ​ມີ​ບັນ​ດາ​ວິ​ທີ​​ເຮັດ​ຢ່າງມີ​ປະ​ສິດ​ທິ​ຜົນ ແລະ ມີ​ບັນ​ດາ​ຂໍ້​ສະ​ເໜີ​ລະ​ອຽດ​ຕໍ່​ພັກ, ລັດ ກ່ຽວ​ກັບ​ກົນ​ໄກ, ນະ​ໂຍ​ບາຍ​ເພື່ອ​ແນ​ໃສ່​ພົບ​ເຫັນ, ເຊີດ​ຊູ, ເບິ່ງ​ແຍງ​ດູ​ແລ, ໜູນຊ່ວຍ ແລະ ເສີມ​ຂະ​ຫຍາຍ​ຊາວ​ໜຸ່ມຜູ້​ປີ​ຊາ​ສາ​ມາດ​, ​ນັບ​ຖື​ນຳ​ໃຊ້​ຊາວ​ໜຸ່ມຜູ້​ປີຊາ​ສາ​ມາດ​. ຕ້ອງ​ສຸມ​ໃສ່​ຄົ້ນ​ຄ​້​ວາ​ມາດ​ຕະ​ການ​​ບຳ​ລຸງ​ສ້າງ, ພັດ​ທະ​ນາ, ກຳ​ນົດ​ທິດ​​ໃຫ້ບັນ​ດາ​​ຊາວ​ໜຸ່ມຜູ້​ປີ​ຊາ​ສາ​ມາດ​ ພາຍຫຼັງ​​ເຂົາ​ເຈົ້າ​ໄດ້ຮັບ​ການ​ເຊີດ​ຊູ ແລະ ມີ​ວິ​ທີ​ຮ່ວມ​ສຳ​ພັນ, ເສີມ​ຂະ​ຫ​ຍາຍ​ກຳ​ລັງ​ແຮງ​ຂອງ​ບັນ​ດາ​ຜູ້​ຍາ​ດ​ໄດ້​ລາງວັນ, ເພື່ອແຜ່​​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ອັນ​ດີ​ງາມ​ຂອງ ໄວ​ໜຸ່ມ​ດີ​ເດັ່ນ ຫວຽດ​ນາມ ເຖິງ​ສະ​ມາ​ຊິກ​ຊາວ​ໜຸ່ມ, ອະ​ນຸ​ຊົນ, ເຍົາ​ວະ​ຊົນ​ຢ່າງ​​ແຮງ.”
(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top