• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຊີດຊູ ຄວາມງາມຫວຽດ

ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ​ແລະ ຮັບຫຼຽນໄຊ ແຮງ​ງານ ຊັ້ນ 3 (15/10/1954-15/10/2014), ຂ່າວ​ພາບ​ຫວຽດນາມ(ຂຶ້ນກັບຂ່າວສານຫວຽດນາມ) ໄດ້ ສົມທົບ​ກັບ​ສະມາຄົມຊ່າງພາບ ຫວຽດ ນາມ ຈັດ​ຕັ້ງການ​ປະ​ກາດ ​ແລະ ມອບ​ລາງວັນ​ ໃຫ​້​ແກ່ ​ຜູ້​ຊະນະ​ໃນ​ການ​ປະ​ກວດ​ພາບຖ່າຍ “ປະເທດຊາດ ແລະ ຊາວຫວຽດນາມ” ຄັ້ງ​ທີ 6 ​ໃນ​ວັນ​ທີ 14 ຕຸລາ 2014 ທີ່​ສຳນັກ​ຂ່າວສານຫວຽດນາມ ຢູ່ເຮືອນເລກ 5 ຫຼີ​ເຖື່ອງກຽດ, ​ເມືອງ​ ຮ່ວານ​ກຽມ, ຮ່າ​ໂນ້ຍ.
ລາງວັນທີໜຶ່ງ ໄດ້ມອບໃຫ້ແກ່ນັກຖ່າຍຮູບ ຈິ້ງທົງທ້ຽນ (ຮ່າໂນ້ຍ) ດ້ວຍ ຊຸດພາບຖ່າຍ “ພິທີເກິບສັກຂອງຊາວເຜົ່າ ຢາວ ຕ໋ຽນ”(ຮັບຮອງຜູ້ຊາຍໄດ້ເຕີບໃຫຍ່).

ຄະນະຈັດຕັ້ງກໍ່ໄດ້ມອບ 2 ລາງວັນ ທີສອງ (ພາບດ່ຽວ ແລະ ປະມວນພາບ), 3 ລາງວັນ ທີສາມ (ສອງພາບດ່ຽວ ແລະ ປະມວນພາບໜຶ່ງ), 7 ລາງວັນ ຊົມເຊີຍ (7 ພາບດ່ຽວ) ໃຫ້ແກ່ຜູ້ທີ່ຄອງລາງວັນ ໃນການປະກວດພາບຖ່າຍຄັ້ງນີ້.

ນອກຈາກນັ້ນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງວາລະສານ ແດ໋ບ-ຜະລິດຕະພັນສຳຮອງ ຂອງ ວາລະສານ ຂ່າວພາບຫວຽດນາມ(ຂ່າວສານຫວຽດນາມ) ກໍ່ໄດ້ມອບລາງວັນໃຫ້ແກ່ສອງພາບດ່ຽວ: “ແຕ່ລະຄອບຄົວ ມີພຽງລູກຜູ້ດຽວ” ຂອງນັກຖ່າຍຮູບ ເຈີ່ນຈ້ອງໂດ້, ຮ່າໂນ້ຍ ແລະ “ເດັກນ້ອຍຊາວເຜົ່າມົ້ງຫຼິ້ນ ຕູລູ” ຂອງນັກຖ່າຍຮູບ ຈິ້ງທົງທ້ຽນ, ຮ່າໂນ້ຍ.

ພ້ອມກັບການມອບລາງວັນ, ຂ່າວພາບຫວຽດນາມ ຍັງໃຫ້ການ ວາງສະແດງພາບຖ່າຍ 100 ພາບ ທີ່ດີເດັ່ນທີ່ສຸດ ໃນການປະກວດດັ່ງກ່າວ.
 

ທ່ານ ຫງວຽນດຶກເລີ້ຍ, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານຫວຽດນາມມອບລາງວັນທີໜຶ່ງໃຫ້ແກ່ນັກຖ່າຍຮູບ ຈິ້ງທົງທ້ຽນ.

ທ່ານ ຫວູກວກແຄງ, 
ປະທານສະມາຄົມຊ່າງພາບ ຫວຽດນາມມອບລາງວັນທີສາມໃຫ້ນັກຖ່າຍຮູບ ເຈີ່ນຮຸຍຮຸ່ງ. 


ທ່ານ ຫງວຽນຖັ໋ງ, 
 ຫົວໜ້າຄະນະບັນນາທິການໃຫຍ່ ຂ່າວພາບຫວຽດນາມ
ມອບລາງວັນໃຫ້ແກ່ນັກຖ່າຍຮູບ ໂດ໋ຫືວຕຽນ (ນະຄອນ ໂຮ່ຈີມິນ).

ທ່ານ ເລກວກວີງ, ຜູ້ຕາງໜ້າການຄ້າຂອງວາລະສານ ແດ໋ບ
ມອບລາງວັນຂອງວາລະສານ ແດ໋ບ ໃຫ້ແກ່ນັກຖ່າຍຮູບ ຈິ້ງທົງທ້ຽນ.


ຕັດແຖບຜ້າເປີດງານວາງສະແດງພາບຖ່າຍ “ປະເທດຊາດ ແລະ ຊາວຫວຽດນາມ” ຄັ້ງທີ 6.

ທ່ານ ຫງວຽນຖັ໋ງ,
 ຫົວໜ້າຄະນະບັນນາທິການໃຫຍ່ ຂ່າວພາບຫວຽດນາມ ໄດ້ແນະນຳພາບຖ່າຍຈຳນວນໜຶ່ງ
ກັບທ່ານ ຫງວຽນດຶກເລີ້ຍ, 
ຜູ້ອຳນວຍການໃຫຍ່ສຳນັກຂ່າວສານຫວຽດນາມ 
ແລະ ທ່ານ ເວືອງຢຸຍບຽນ, 
ລັດຖະມົນຕີ ຊ່ວຍວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ


ງານວາງສະແດງໄດ້ດຶງດູດການເຂົ້າຮ່ວມຂອງນັກຖ່າຍຮູບນັບເປັນຈຳນວນຫຼວງຫຼາຍ.
 
«
          “ພວກຂ້າພະເຈົ້າຮູ້ສຶກປະທັບໃຈຕໍ່ ຈຳນວນນັກຖ່າຍຮູບ ແລະ ພາບຖ່າຍ ທີ່ເຂົ້າຮ່ວມການປະກວດປີນີ້ ກໍ່ຄືຄຸນນະພາບ ຂອງພາບຖ່າຍທີ່ເຂົ້າຮ່ວມການປະກວດ”.
(ຜູ້ອຳນວຍການໃຫຍ່ຂ່າວສານຫວຽດນາມ ຫງວຽນດຶກເລີ້ຍ)

                                                            »
ນັກຂ່າວ-ສິລະປິນຊ່າງພາບ ຫວູກວກແຄງ, ປະທານສະມາຄົມຊ່າງພາບ ຫວຽດນາມ ທັງເປັນປະທານຄະນະກວດສອບ ໃຫ້ຮູ້ວ່າ ໃນການປະກວດ ຄັ້ງນີ້, ຄະນະຈັດຕັ້ງ ໄດ້ຮັບພາບຖ່າຍທັງໝົດ 12.387 ພາບ (ໃນນັ້ນມີ 478 ປະມວນພາບ) ຈາກນັກຖ່າຍຮູບ 793 ຄົນ ໃນທົ່ວປະເທດ. ເລື່ອງບັນດາ ພາບຖ່າຍ ດ້ວຍຈຳນວນຫຼວງຫຼາຍ ເຂົ້າຮ່ວມການປະກວດ ໄດ້ສະແດງ ໃຫ້ເຫັນຄວາມດຶງດູດຈັບໃຈ ແລະ ອິດທິພົນຊື່ສຽງຂອງ ການປະກວດ ດັ່ງກ່າວ.

ກ່າວປາໄສທີ່ພິທີປະກວດ ແລະ ມອບລາງວັນນີ້, ທ່ານ ຫງວຽນດຶກເລີ້ຍ, ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານ ຫວຽດ ນາມ ເນັ້ນໜັກວ່າ ການປະກວດພາບຖ່າຍ “ປະເທດຊາດ ແລະ ຊາວຫວຽດນາມ” ໄດ້ຮັບການຈັດຂຶ້ນເປັນ 5 ປີຕໍ່ຄັ້ງໜຶ່ງ, ດຶງດູດການເຂົ້າຮ່ວມຂອງນັກຖ່າຍຮູບໃນ ແລະ ຕ່າງປະເທດ ນັບເປັນຈຳນວນຫຼວງຫຼາຍ.

ການປະກວດດັ່ງກ່າວໄດ້ຮັບການຈັດຕັ້ງ 5 ເທື່ອແລ້ວ, ເນື່ອງໃນໂອກາດສະເຫຼີມສະຫຼອງ 35ປີ, 40ປີ, 45ປີ, 50ປີ ແລະ 55ປິ ແຫ່ງການສ້າງຕັ້ງຂ່າວພາບຫວຽດນາມ ແລະ ໄດ້ກາຍເປັນເຫດການທີ່ໜ້າຄອງຄອຍສຳລັບບັນດານັກຖ່າຍຮູບ ພາຍໃນ ແລະ ຕ່າງປະເທດ. ຜ່ານການປະກວດຄັ້ງຕ່າງໆ, ນັກຖ່າຍຮູບໄດ້ຝາກເຖິງ ບັນດາພາບຖ່າຍ ທີ່ເດ່ັນທີສຸດ ຂອງຕົນ ກ່ຽວກັບທຳມະຊາດ, ປະເທດຊາດ ແລະ ຊາວ ຫວຽດນາມ ຄື: ມໍລະດົກ ຫວຽດນາມ; ປະຊາຄົມບັນດາເຜົ່າ ຫວຽດນາມ; ທຳມະຊາດ, ທັດສະນີຍະພາບ ຫວຽດນາມ ແລະ ບັນດາຜົນງານທີ່ດີເດັ່ນໃນວິວັດການ ປ່ຽນແປງໃໝ່ ຂອງປະເທດຊາດໃນທຸກຂົງເຂດ.

ເຂົ້າຮ່ວມມີທ່ານ ຫງວຽນດຶກເລີ້ຍ, ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານ ຫວຽດນາມ, ທ່ານ ເວືອງຢຸຍບຽນ, ລັດຖະມົນຕີ ຊ່ວຍວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ທ່ານ ຫວູແຄງ, ປະທານສະມາຄົມຊ່າງພາບ ຫວຽດນາມ ແລະ ທ່ານ ຫງວຽນຖັ໋ງ, ຫົວໜ້າຄະນະບັນນາທິການໃຫຍ່ ຂ່າວພາບຫວຽດນາມ. 




























 
ໂດຍ: ຈ້ອງຈິງ

bichlien

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top