• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ເຊີຍຊົມດອກບົວ12 ປະເພດທີ່ມີຄ່າຢູ່ບຶງນິງຊ໋າ

ພ້ອມໆກັບບຶງບົວໂຮ່ໄຕ, ໃນມໍ່ໆມານີ້ບັນດາຜູ້ຄົນທີ່ຮັກມັກດອກໄມ້ປະເພດນີ້ໄດ້ໄປຮອດໄປເຖິງບຶງບົວ ນິງຊ໋າ ຢູ່ຊານເມືອງນະຄອນ ຮ່າໂນ້ຍ ເພື່ອຍຸທ່າງເຊີຍຊົມ ຄວາມສວຍສົດງົດງາມຂອງດອກບົວ 12 ປະເພດທີ່ແປກໆ ແລະ ປະເສີດຫາຍາກທີ່ສຸດ. 
ຜູ້ທີ່ສ້າງບຶງບົວທີ່ມີຄ່າຫາຍາກແຫ່ງນີ້ຂຶ້ນແມ່ນທ່ານ ຫງວຽນວັນແຮ້ງ ຢູ່ບ້ານ ນິງຊ໋າ, ຕາແສງ ນິງເສີ, ເມືອງ ເຖື່ອງຕີ້ນ, ຮ່າໂນ້ຍ. ທີ່ຜ່ານມາເປັນຜູ້ໜຶ່ງທີ່ມີຊື່ສຽງກ່ຽວກັບຄວາມຫລົງໄຫລນິຍົມຊົມຊອບກັບດອກບົວ, ແຕ່ຈົນມາຮອດປີ 2010, ທ່ານແຮ້ງຈຶ່ງໄດ້ມີໂອກາດພັດທະນາສ້າງສາບຶງບົວເປັນຂອງຕົນເອງຂຶ້ນ ເມື່ອໄດ້ຂໍເຊົ່າຄືນໜອງບຶງເກົ່າຂອງສະຫະກອນຢູ່ຕໍ່ໜ້າເຮືອນຂອງຕົນ.

ໃນເນື້ອທີ່ລວມ 5000 ຕາຕະລາງແມັດຂອງບຶງ, ທ່ານແຮ້ງໄດ້ລົງມືກໍ່ສ້າງ, ສະສົມ ແລະ ຂະຫຍາຍແນວພັນບົວທີ່ມີຄ່າຫລາຍປະເພດ. ດ້ວຍການຊ່ວຍເຫຼືອຢ່າງສຸດອົກສຸດໃຈຂອງເຈົ້າອາວາດວັດ ຮືງຟຸກ(ເມືອງແທງຈີ່), ທ່ານແຮ້ງໄດ້ປະສົບຜົນສຳເລັດໃນການເພາະພັນປະເພດດອກບົວຂາວ, ກີບຄູ່ ແລະ ກີບຄູ່ແຂບສີອິດ ຊຶ່ງເປັນປະເພດດອກບົວທີ່ຍັງບໍ່ມີຫຼາຍໃນທົ່ວປະເທດ.

ທ່ານແຮ້ງໃຫ້ຮູ້ວ່າ, ຢູ່ບ່ອນໃດມີແນວພັນບົວປະເສີດຫາຍາກ ລາວໄດ້ພະຍາຍາມໄປຮອດໄປເຖິງເພື່ອຂໍແບ່ງປັນ ແລະ ຊອກຮູ້ຮໍ່າຮຽນວິທີເພາະປູກເຊັ່ນເຂດ ຮືງອຽນ, ບັກນິງ ຫລື ຫາໝູ່ເພື່ອນຊ່ວຍຊື້ໃຫ້ແນວພັນບົວໃນພະລາຊະວັງເກົ່າເຫວ້, ດອກບົວແດງກີບດຽວຈາກພາກໃຕ້ ແລະ ອື່ນໆ. ທ່ານແຮ້ງໄດ້ເສຍ ສະຫລະເວລາ ແລະ ເຫື່ອແຮງຢ່າງຫຼວງຫຼາຍເພື່ອບົວລະບັດ ແລະ ປົວແປງລະດັບນ້ຳ, ປະລິມານຂີ້ຕົມຢູ່ໃນບຶງຄືນໃໝ່ເພື່ອໃຫ້ພໍເໝາະກັບຕົ້ນບົວແຕ່ລະແນວ. ໃນຕໍ່ໜ້ານີ້, ທ່ານແຮ້ງໄດ້ມີແຜນຈະລົງທຶນຂະຫຍາຍເນື້ອທີ່ບຶງຕື່ມອີກ 10.000 ແມັດມົນທົນ ແລະ ເພາະພັນແນວພັນທີ່ມີຄ່າອີກຫຼາຍ ປະເພດເຊັ່ນດອກບົວກຸງດິ່ງຂາວ, ດອກບົວຍີ່ປຸ່ນ ແລະ ອື່ນໆ.

ກໍ່ຍ້ອນສາມາດຮ້ອນໂຮມໄດ້ຫລາກຫລາຍປະເພດບົວທີ່ແສນປະເສີດ. ເພາະສະນັ້ນ, ບຶງບົວແຫ່ງນີ້ຈຶ່ງໄດ້ດຶງດູດເອົາຜູ້ນິຍົມຊົມຊອບບົວມາທີ່ນີ້ເພື່ອເຊີຍຊົມກໍ່ຄືເພື່ອຕາມລ່າຫາຮູບພາບທີ່ສວຍງາມຄຽງຂ້າງດອກໄມ້ທີ່ແສນສວຍງາມສູງສົ່ງປະເພດນີ້. ຕາມບັນດານັກຖ່າຍຮູບຜູ້ທີ່ມີຄວາມນິຍົມ ແລະ ມີປະສົບການຖ່າຍຮູບກ່ຽວກັບດອກບົວໃຫ້ຮູ້ວ່າ, ດອກບົວງາມທີສຸດແມ່ນຍາມຫາກໍອ້າກີບຈໍ່ດອກ ແລະ ໃນຈຸດເວລານັ້ນ, ຖ້າຫາກວ່າຖ່າຍຮູບສວນແສງຕາເວັນໃນຍາມຮຸ່ງເຊົ້າ ແມ່ນຈະໄດ້ພາບຖ່າຍງາມທີສຸດ.

ຢູ່ບຶງນິງຊ໋າ, ປະເພດດອກບົວທີ່ພິເສດທີສຸດແມ່ນດອກບົວສີຂາວ ແຂບສີບົວ, ກີບຄູ່, ບາງຄັ້ງຄາວ ມີບາງດອກກາຍກໍາມະພັນຈຶ່ງອອກດອກມີທັງສີຂາວ ແລະ ສີບົວໃນດອກດຽວກັນ.


ດອກບົວເບັ່ງບານໃນຍາມຮຸ່ງອາລຸນຂອງທຸກວັນ. 


ຈຸດເວລາທີ່ດອກບົວເບັ່ງບານເຜີຍເກສອນທັງໝົດ…


… ຂະນະທີ່ແສງພະອາທິດຂອງວັນໃໝ່ຫາກໍ່ສາດສ່ອງລົງກີບດອກໄມ້. 


ປະເພດບົວຂາວກີບດ່ຽວ ແຜ່ຂະຫຍາຍ ແລະ ອອກດອກໃນບຶງແມ່ນໃນເດືອນມິຖຸນາຂອງທຸກປີ. 


ດອກບົວຂາວ(ແບກລຽນຮວາ)ນີ້ເປັນປະເພດດອກບົວທີ່ຫາຍາກຢູ່ເຂດພາກເໜືອຫວຽດນາມກຳລັງຢູ່ໃນໄລຍະເບັ່ງບານທີສຸດ. 


ດອກບົວສີບົວທີ່ມັກຈະເຫັນຢູ່ໜອງໂຮ່ໄຕ ເມື່ອນໍາມາປູກຢູ່ບຶງນິງຊ໋າແມ່ນມີກິ່ນຫອມສຸດທີ່ພິເສດ. 


ດອກບົວຮົ່ງກວານເອີມ (ບານຮ້ອຍກີບ) ມີຕົ້ນກຳເນີດຈາກໄທ, ກີບໃຫຍ່ຢູ່ຊັ້ນນອກ... 

...  ທາງໃນແມ່ນມີເຖິງຮ້ອຍກີບນ້ອຍ, ດອກບົວບານຕະຫຼອດສອງອາທິດຈຶ່ງຫ່ຽວ. 


ພາບດອກບົວຮົ່ງກວານເອີມຮ້ອຍກີບ. 


ດອກບົວສີບົວ, ກີບຄູ່. 


ດອກບົວກຸງດິ່ງ, ເປັນປະເພດດອກບົວທີ່ມີຄ່າຫາຍາກ, ມີຂະໜາດນ້ອຍກວ່າປະເພດດອກບົວອື່ນໆ ແລະ ມີແກ່ນຢູ່ກາງ.
ກ່ອນໜ້ານີ້, ດອກບົວປະເພດນີ້ໄດ້ປູກຢູ່ໃນພະລາຊະວັງເຫວ້, ປັດຈຸບັນມັກເຫັນປູກຢູ່ໃນກະໂຖດອກໄມ້ໂຊ. 



ດອກບົວຂາວແຂບສີບົວ, ກີບຄູ່, ເປັນປະເພດດອກບົວທີ່ມີຄ່າຫາຍາກເປັນພິເສດ. ບາງຄັ້ງຄາວ
ມີບາງດອກຖືກກາຍກໍາມະພັນໃຫ້ກຳເນີດສອງສີຄືສີຂາວແລະສີບົວຢູ່ໃນດອກດຽວ. 



ສີສັນ ແລະ ກິ່ນຫອມຂອງດອກບົວໄດ້ດຶງດູດເອົາພວກເຜີ້ງທັງຫລາຍໃນຍາມເຊົ້າຕູ່. 


ຍ້ອນໄດ້ປູກຕາມເງື່ອນໄຂທຳມະຊາດດັ່ງນັ້ນມີບາງກິ່ງຂອງດອກບົວແຜ່ຂະຫຍາຍເປັນຮູບຊົງທີ່ແປກໆ, ຈັບຕາຈັບໃຈບັນດາທ່ານຜູ້ຊົມ. 


ນັກທ່ອງທ່ຽວຜູ້ໜຶ່ງບັນທຶກຮູບດອກບົວໄວ້ໃນກອງຖ່າຍຮູບຂອງຕົນ. 


ພາບໃກ້ຂອງເກສອນດອກບົວສີບົວ, ກີບຄູ່, ເຄີຍໃຊ້ເພື່ອເອືອບຊາ ແລ ະເປັນຢາດີຕໍ່ສຸຂະພາບ. 


ຕາມປົກກະຕິ, ລະດູດອກບົວບານແກ່ຍາວແຕ່ເດືອນພຶດສະພາຮອດເດືອນສິງຫາ. ໃນຊ່ວງເວລານີ້, ເຂດບຶງບົວໄດ້ຕ້ອນຮັບນັກຖ່າຍຮູບອາຊີບ
ແລະ ສະໝັກຫຼິ້ນທີ່ມາຊອກຫາບັນດາຊຸດພາບຖ່າຍທີ່ງາມໆກ່ຽວກັບດອກບົວ. 



ທ່ານຫງວຽນວັນແຮ້ງກັບດອກບົວປະເພດໜຶ່ງທີ່ບໍ່ທັນຮູ້ຕົ້ນກຳເນີດ, ກຳລັງປູກທົດລອງຢູ່ໃນໂຖດອກໄມ້ກ່ອນທີ່ຈະນໍາໄປປູກໃນບຶງ. 


ມາທ່ອງຊົມບຶງບົວນິງຊ໋າ, ນັກທ່ອງທ່ຽວຈະມີຄວາມປະທັບໃຈຫລາຍຍ້ອນໄດ້ເຊີຍຊົມສີສັນ
ແລະ ກິ່ນຫອມຂອງດອກບົວປະເພດຕ່າງໆທີ່ມີຄ່າຫາຍາກ. 

ເມື່ອມາຢ້ຽມຢາມບຶງບົວນິງຊ໋າແຫ່ງນີ້, ບາງເທື່ອບໍ່ແມ່ນຜູ້ໃດກໍ່ສາມາດເຊີຍຊົມໄດ້ຄົບທັງດອກບົວ 12 ປະເພດ ເພາະວ່າມີບາງປະເພດດອກບົວອາດຈະຍັງບໍ່ທັນຮອດຍາມເບັ່ງບານ, ແຕ່ພຽງວັນດຽວທີ່ທ່ານມີໜ້າຢູ່ທີ່ບຶງບົວແຫ່ງນີ້ ແລະໄດ້ສູບດົມກິ່ນຫອມຫວນຂອງດອກບົວທີ່ແສນເຢືອກເຢັນແລ້ວກໍ່ເຮັດໃຫ້ແຂກຄົນທັງຫລາຍຮູ້ສຶກປະທັບໃຈສຸດແສນຍາກທີ່ຈະລືມລົງໄດ້.
ປະຕິບັດ: ເຈີ່ນກົງດາດ

ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະໄໝ ລາຊະວົງ ເລ

ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະໄໝ ລາຊະວົງ ເລ

ຫວ່າງ​ມໍ່ໆ ​ມາ​ນີ້, ຫໍພິພິທະ​ພັນ​ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ ​ວັດ​ຖຸ​ບູຮານ ​ແລະ ​ເອກະສານ​ກວ່າ 200 ​ຊຸດ ກ່ຽວ​ກັບ​ ຢາງ ຫວໍເຈື່ອງ ໃນ​ຫົວ​ຂໍ້​: “​ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະ ໄໝ ລາຊະວົງ ເລ”. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ໄດ້​ຊົມ​ໂຮງຮຽນມວຍ​ແຫ່ງ​ທຳ​ອິດ​ຂອງ ກຳແພງ ທັງລອງ ໃນເມື່ອກ່ອນ ດ້ວຍ​ຊຸດສະ​ສົມ​ ສົມບັດ ແຫ່ງ​ຊາດ ແລະ ອາວຸດ ສະໄໝ ລາຊະວົງ ​ເລ.

Top