• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ເຈື່ອງຊາ, ໝູ່ເກາະສະຫງົບສຸກ

ຄຳນຳ : ປີ 1988, ນັບເປັນຄັ້ງທຳອິດ ຂ່າວພາບຫວຽດນາມ ໄດ້ແຕ່ງຕັ້ງ ນັກຂ່າວສອງຄົນຄືທ່ານ ເລຝຶກ ແລະ ຫງວຽນວິງກວາງ ໄປປະຕິບັດງານ ຢູ່ ໝູ່ເກາະ ເຈື່ອງຊາ. ນັບຕັ້ງ ແຕ່ນັ້ນມາ, ນັກຂ່າວຫຼາຍຄົນ ຂອງຂ່າວພາບ ຫວຽດນາມ ໄດ້ໄປຫາ ເຈື່ອງຊາ ເປັນປະຈຳ, ແຕ່ລະຄັ້ງ ພັດມີຫຼາກຫຼາຍ ຄວາມຮູ້ ສຶກນຶກຄິດໃໝ່, ເລື່ອງໃໝ່, ຮູບພາບໃໝ່ ກ່ຽວກັບ ເຂດດິນອັນ ສັກກາລະບູຊາ ທີ່ຕັ້ງຢູ່ບ່ອນ ຮັບພາຍຸ ລົມແດງ ຂອງ ປະເທດຊາດ. ສຳລັບ ນັກຂ່າວ ຜູ້ໜຸ່ມແໜ້ນ ຖາວວີກ່ໍ ເຊັ່ນດຽວກັນ, ການໄປ ເຈື່ອງຊາປີ 2013 ແມ່ນການເດີນທາງ ໄກຄັ້ງແລກ ຂອງນາງ ນັບແຕ່ເວລາ ປະກອບອາຊີບ ເປັນ ນັກຂ່າວ. ເຈື່ອງຊາ ໃນຫ່ວງນຶກ ຂອງ ຖາວວີ ກ່ໍເໝືອນດັ່ງ ໝູ່ບ້ານ ຕ່າງໆ ຫຼາຍແຫ່ງ ຂອງຫວຽດນາມ ລ້ວນແຕ່ມີຄວາມ ສວຍງາມ ແລະ ໃກ້ຊິດ ສະໜິດແໜ້ນ ຈົນຍາກທີ່ຈະຫ່າງ ໄລໄກຈາກໄດ້.
 

ເກາະ ຊິງຕົ່ນ ຂຶ້ນກັບໝູ໋ເກາະເຈື່ອງຊາ ປີ 1988. ພາບ: ວິງກວາງ/VNP

ຢູ່ຂ້າງຫຼັກໝາຍອະທິປະໄຕ ເທິງເກາະ ຊິງຕົ່ນ ປີ 1988. ພາບ: ວິງກວາງ/VNP

ນັກຮົບເທິງເກາະໂກລິນ ຂຶ້ນກັບໝູ່ເກາະ ເຈື່ອງຊາປີ 1988. ພາບ: ວິງກວາງ/VNP

ນັກຂ່າວເລຝຶກ ແລະ ວິງກວາງ(ຊ້າຍ) ທີ່ເຈື່ອງຊາປີ 1988. ພາບ: ເອກະສານ

ຖ້າບ່ໍມີສຽງຄື້ນທະເລ ບາງຄັ້ງຟົດຟ່ີນີ່ນັນ, ບາງຄາວຟົດ ດວດໆ ຢູ່ອ້ອມຂ້າງນັ້ນ ຈະເຮັດໃຫ້ພວກຂ້າພະເຈົ້າ ມີຊີວິດຢູ່ ເກາະ ເຈື່ອງຊາເລີ໋ນ ໃນຕະ ຫຼອດ 5 ມື້ ກໍຄິດຄືວ່າ ກຳລັງຢູ່ໃນ ແຫ່ງໃດແຫ່ງໜຶ່ງ ຂອງດິນຕ່ໍແຜ່ນເທົ່ານັ້ນ. ທັງນີ້ ກ່ໍເພາະ ວ່າ, ຢູ່ເທິງ ເກາະ ທີ່ຖືກອ້ອມຮອບດ້ວຍ ທະເລ ອັນກວ້າງໃຫຍ່ສຸດສາຍຕານີ້ ໄດ້ປະກອບພື້ນຖານວັດຖຸ, ພາຫະນະເຄື່ອງ ໃຊ້ສອຍ ຄົບທຸກຢ່າງ ຄືດ່ັງຢູ່ ເຂດແຄ້ວນແຖບດິນຕ່າງໆ ຂອງປະເທດຊາດ.

ພວກຂ້າພະເຈົ້າ ຄົງແມ່ນຈຳນວນບ່ໍຫຼາຍຄົນ ໂຊກດີທີ່ໄດ້ຢູ່ ເຈື່ອງຊາເລີ໋ນ ດົນປານນັ້ນ ຄື 5 ມື້ 4 ຄືນ. ຍ້ອນເຫດນັ້ນ, ພວກຂ້າພະເຈົ້າຈຶ່ງມີໂອກາດໄດ້ “ຟັງກັບຫູ ດູກັບຕາ” ກ່ຽວກັບຊີວິດຂອງຊາວເກາະ ເຈື່ອງຊາເລີ໋ນ ຢ່າງຈະແຈ້ງ ແລະ ມີຊີວິດຊີວາທີ່ສຸດ. ອາດເວົ້າໄດ້ວ່າ, “ບ້ານນາ”ຢູ່ແຫ່ງ ນີ້ກ່ໍມີ ຄວາມສະຫງົບສຸກ ດັ່ງກັບໝູ່ບ້ານບ່ໍວ່າບ່ອນໃດ ຂອງ ຫວຽດນາມ ຕ່າງແຕ່ວ່າມັນໄດ້ປະກົດຕົວ ຢູ່ລະຫວ່າງກາງ ທະເລ ອັນກວ້າງໃຫຍ່ໄພສານເທົ່ານັ້ນ.

1. ກຳປັ່ນຂອງພວກຂ້າພະເຈົ້າ ເຂົ້າທຽບທ່າເກາະ ເຈື່ອງຊາ ເລີ໋ນ ກົງກັບເວລາ ຕາເວັນໃກ້ຈະລັບຂອບຟ້າ. ອາກາດອົບເອົ້າ ຂອງຊຸມມື້ທຳອິດ ໃນລະດູແລ້ງ ຄ່ອຍໆ ຜ່ອນຄາຍລົງ ປ່ຽນແທນດ້ວຍແມ່ນສາຍລົມເຢັນຈ້ວຍໆ ພາໃຫ້ຄວາມອິດເມື່ອຍ ຂອງໝົດທຸກຄົນ ພາຍຫຼັງສອງມື້ສອງຄືນ ຢູ່ກາງທະເລ ຈືດຫາຍໄປ.

ຄະນະພວກຂ້າພະເຈົ້າ ຂຶ້ນເທິງເກາະ ພໍດີກົງກັບ ເວລາຢູ່ທີ່ນີ້ ພວມ ມີລາຍການຖ່າຍຖອດສົດ ທາງໂທລະພາບ ກັບດິນຕ່ໍ ແຜ່ນ. ທຸກຄົນຕ່າງກ່ໍຮູ້ສຶກ ຕະລຶງ ຕ່ໍເວທີສະແດງອັນໃຫຍ່ ໂຕ ທີ່ໄດ້ສ້າງຂຶ້ນຢ່າງພິຖິພິຖັນ ໂດຍມີການປະກອບ ລະບົບ ແສງສີສຽງ ຢ່າງທັນສະໄໝ. ເຄືອຂ່າຍດອກໄຟຟ້າແລດ ເຮັດ ໃຫ້ຖະໜົນຫົນທາງ ທົ່ວທັງເກາະ ແຈ້ງປະກາຍ ອັນໄດ້ສ້າງ ໃຫ້ ເຈື່ອງຊາເລີ໋ນ ເຫຼື້ອມຍິບຍັບ ບ່ໍຕ່າງຫຍັງກັບນະຄອນໜຶ່ງ ຢູ່ກາງທະເລ.

ການແລກປ່ຽນສິລະປະ ອັນເຕັມໄປດ້ວຍໄມຕີ ລະຫວ່າງ ດິນຕ່ໍແຜ່ນ ກັບໝູ່ເກາະ ທີ່ໄດ້ຈັດຂຶ້ນ
ເທິງເກາະ ເຈື່ອງຊາເລີ໋ນ. ພາບ: ຫວຽດເກື່ອງ/VNP


ໝູ່ບ້ານປະຊາຊົນ ຢູ່ຕາແສງເກາະ ຊິງຕົ່ນ ທຸກວັນນີ້. ພາບ: ເຈີ່ນມິງຫງອກ

ລະບົບໄຟຟ້າ ນຳໃຊ້ແຜ່ນພະລັງງານແສງຕາເວັນຮັບໃຊ້ ຊີວິດປະຈຳວັນ ຂອງ
ຊາວໝູ່ເກາະ ເຈື່ອງຊາ ປັດຈຸບັນ. ພາບ: ຫວຽດເກື່ອງ/VNP


ລະບົບໄຟຟ້າແຮງລົມເທິງເກາະ ຊອງຕື້ໄຕ.
ພາບ: ເຈີ່ນມິງຫງອກ




ສະຖານີ ອຸຕຸນິຍົມອຸທົກກະສາດ ຢູ່ເກາະເຈື່ອງຊາເລີ໋ນ, ບ່ອນທີ່ມີໜ້າທີ່ວັດແທກ ແລະໄຈ້ແຍກຂ້ໍມູນວັດແທກທາງ ອຸຕຸນິຍົມ ອຸທົກກະສາດ
ຮັບໃຊ້ຊີວິດການເປັນຢ່ ູທີ່ໝູ່ເກາະ ເຈື່ອງຊາເລີ໋ນ ປີ 1988. ພາບ: ວິງກວາງ - ຫວຽດເກື່ອງ/VNP

ເມື່ອຍ່າງເລາະ ບົນເສັ້ນທາງ ກ້າວເຂົ້າເຂດຊຸມຊົນ ທີ່ແຈ້ງສະ ຫວ່າງ ຍ້ອນແຖວດອກໄຟແລດນັ້ນ, ພັນຕີ ດິງຈ້ອງຖ໋ຳ ຮອງ ຫົວໜ້າການທະຫານ ຮັບຜິດຊອບພາລະທິການ ເກາະເຈື່ອງ ຊາເລີ໋ນ ໃຫ້ຊາບວ່າ, ໂດຍອາໄສ ລະບົບໄຟຟ້າແຮງລົມ ແລະ ພະລັງງານແສງຕາເວັນ, ຢູ່ເກາະປັດຈຸບັນສາມາດ ຮັບປະກັນ ມີໄຟຟ້າສະຫນອງເກືອບ 24/24 ຊົ່ວໂມງ. ໃນຍາມທີ່ມີລົມພັດມາ ເປັນປົກກະຕິຄື 6 ເດືອນຕົ້ນປີ, ໄຟຟ້າໄດ້ເນັ່ງມາຮອດ ຄອບຄົວປະຊາຊົນ ດ້ວຍກຳລັງແຮງສູງສຸດ 24/24 ຊົ່ວໂມງ.

ແຫຼ່ງໄຟຟ້າທີ່ບ່ໍມີຍາມສິ້ນສຸດນີ້ ໄດ້ປະກອບສ່ວນ ເຮັດໃຫ້ຊີວິດ ການເປັນຢູ່ ຂອງປະຊາຊົນ ໃນເກາະມີການປ່ຽນແປງ ຢ່າງ ໃຫຍ່ຫຼວງ. ມາຢາມຄອບຄົວໃດ ກ່ໍເຫັນມີໂທລະພາບ, ຕູ້ເຢັນ ເຄື່ອງຄອມພິວເຕີ… ເຄື່ອງພາຫະນະໃຊ້ສອຍ ໃນບ້ານບໍ່ ຕ່າງຫຍັງ ກັບຢູ່ໃນດິນຕ່ໍແຜ່ນ. ເຫັນພວກເຮົາມາຢາມ, ທ້າວ ນ້ອຍຈິງຊີ ແລະ ນາງນ້ອຍ ຮົ່ງເຮືອງ ພົນ ລະເມືອງນ້ອຍ ສອງຄົນຂອງເກາະ ໄດ້ດຶງພວກເຮົາເຂົ້າ ມາເບິ່ງແຜ່ນຊີດີ ຕຸກກະຕາ ໂດຍພີ່ນ້ອງຝາກແຕ່ດິນຕ່ໍແຜ່ນມາໃຫ້.

ໃນຕອນຄ່ຳ, ພວກເຮົາພັກຢູ່ເຮືອນຮັບແຂກ ນະຄອນຫຼວງ ຂອງເກາະ. ເຮືອນພັກມີແອ, ໂທລະພາບ ແລະ ເປັນໜ້າ ຊື່ນໃຈກວ່າໝູ່ ແມ່ນໄດ້ອາບນ້ຳຮ້ອນ ແລ້ວເອນກາຍຢູ່ເທິງ ເສື່ອທີ່ນີ້ມນວນ. ຂ້າພະເຈົ້າບ່ໍເຊື່ອໄດ້ວ່າ, ນີ້ຄືແຫ່ງໜຶ່ງ ທີ່ ຕັ້ງຢູ່ໄກຈາກດິນຕ່ໍແຜ່ນ ກວ່າ 250 ໄມ.

2. ວັນທີສອງເທິງເກາະ ເຈື່ອງຊາເລີ໋ນ, ເວລາ 5 ໂມງເຊົ້າ ຖ້າ ຢູ່ດິນຕ່ໍແຜ່ນ ແນ່ນອນຫຼາຍຄົນ ຍັງຢູ່ໃນຜ້າຫົ່ມ ຫຼື ພວມງ້ວງ ນອນຢູ່ ແຕ່ທີ່ນີ້, ທຸກຄົນໄດ້ຕື່ນຫັດກາຍ ແລະ ກະກຽມໃຫ້ ແກ່ວຽກງານໃນມື້ໃໝ່. ແສງອາລຸນຄືດັ່ງໄດ້ເອົາ ເສື້ອເຫຼືອງຜືນ ໜຶ່ງຄຸມໃຫ້ທົ່ວທັງເກາະ, ມັນເຮັດໃຫ້ທຸງຊາດ ອັນໃຫຍ່ຫຼວງ ເຮັດດ້ວຍດິນເຜົາເຄືອບ ຂະໜາດ 310 ຕາແມັດ ເທິງຫຼັງຄາ ຕຶກປະຊຸມ ຢູ່ໃຈກາງເກາະ ຍິ່ງແດງເຂັ້ມຂຶ້ນຕື່ມ. ຈາກທີ່ຕັ້ງ ຂອງທຸງຊາດ, ເບິ່ງອອກໄປໄກ ຈະເຫັນ ເຂດທະເລອັນກວ້າງ ໃຫຍ່ສຸດສາຍຕາ ແລະ ເຂດກາງແຈ້ງ ທີ່ເຕັມໄປດ້ວຍປີກພັດ ລົມ, ລະບົບແຜ່ນຮັບແສງຕາເວັນ ຜະລິດພະລັງແຮງຕາເວັນ, ວັດເຈື່ອງຊາເລີ໋ນ, ເຂດຊຸມຊົນ ແລະ ລະບົບສາຍທາງຖອດ ເບຕົງ ທີ່ໄດ້ສ້າງ ຢ່າງຖາວອນ ມາຮອດແຕ່ລະຮ່ອມຊອຍ ໃນເກາະ.
 

ອະນຸສາວະລີລະນຶກເຖິງ ບັນດາວິລະຊົນ ຜູ້ທີ່ເສຍສະ ຫຼະຊີວິດ ຢູ່ເກາະເຈື່ອງຊາເລີ໋ນ. ພາບ: ເຈີ່ນມິງຫງອກ

ເຮືອນອະນຸສອນທ່ານປະທານໂຮ່ຈີມິນ ຢູ່ເກາະເຈື່ອງ ຊາເລີ໋ນ. ພາບ: ເຈີ່ນມິງຫງອກ.

ການຮັກສາສ້ອມແປງ ເຄືອຂ່າຍໄຟຟ້າ ຢູ່ເກາະເຈື່ອງ ຊາເລີ໋ນ. ພາບ:ເຈີ່ນແທງຢາງ/VNP

ຊາວບ້ານຢູ່ຕາແສງເກາະ ຊິງຕົ່ນ. ພາບ: ເຈີ່ນມິງຫງອກ

«
          - ໝູ່ເກາະເຈື່ອງຊາ ປະກອບດ້ວຍ ເກາະໃຫຍ່ ນ້ອຍ ຈຳນວນ ກວ່າ 100 ໜ່ວຍ ນັບທັງຫາດຫີນ, ຫາດປາກະລັງໃຕ້ດິນ ຖືກ ລ້ອມຮອບດ້ວຍ ເຂດທະເລກວ້າງປະມານ 160.000 - 180.000 ກິໂລແມັດມົນທົນ.
          - ກ່ອນການປະຕິວັດເດືອນສິງຫາ, ເຈື່ອງຊາແມ່ນຫົວໜ່ວຍ ບໍລິຫານໜຶ່ງ ສັງກັດ ແຂວງ ບ່າເຣ້ຍ. ວັນທີ 21 ເດືອນ 12 ປີ 1933, ຜູ້ວ່າການ ລາດຊະການ ພາກໃຕ້ Jean-Félix Krautheimer ໄດ້ເຊັນດຳລັດ ໝາຍເລກ 4762)/CP ຈັດໝູ່ເກາະ ເຈື່ອງຊາ ໃນສັງກັດ ແຂວງບ່າເຣ້ຍ. ມາຮອດ ສະໄໝ ອຳນາດການປົກຄອງໄຊງ່ອນ, ເຈື່ອງຊາ ຂຶ້ນກັບ ແຂວງເຝຶອກຕຸຍ.
          - ພາຍຫຼັງ ຫວຽດນາມໄດ້ຮັບການ ປົດປ່ອຍ ຢ່າງສົມບູນ (1975), ວັນທີ 9/12/1982 ເມືອງເຈື່ອງຊາ ໄດ້ຮັບການ ສ້າງຕັ້ງ ເປັນທາງການ ໃນສັງກັດແຂວງ ດົ່ງນາຍ. ວັນທີ 28/12/1982, ສະພາ ແຫ່ງຊາດ ຊຸດທີ VII ອອກມະຕິໃຫ້ໂຮມ ເມືອງ ເຈື່ອງຊາ ເຂົ້າໃນ ແຂວງຝູແຂ໋ງ. ວັນທີ 1/7/1989, ແຂວງ ຝູແຂ໋ງແຍກອອກ ເປັນ ສອງແຂວງຄື ຝູອຽນ ແລະ ແຂ໋ງຮ່ວາ. ນັບແຕ່ ນັ້ນມາ, ເມືອງເກາະເຈື່ອງຊາ ໃນຂຶ້ນກັບ ແຂວງແຂ໋ງ ຮ່ວາ.
(ຂ້ໍມູນຄັດຈາກໜ້າເວັບຂອງແຂວງແຂ໋ງຮ່ວາ)
                                                            »
ຂ້າພະເຈົ້າໄປຕາມລົດໃຫຍ່ຄັນໜຶ່ງ ສົ່ງສິນຄ້າມາໃຫ້ບັນດາ ຄອບຄົວ ໃນ ເກາະ. ລຽບຕາມທາງ, ເຫັນຜູ້ຄົນພາກັນໄປເອົາ ບູນ. ບັນຍາກາດ ຈັ່ງແມ່ນ ສະຫງົບສຸກ. ວັດເຈື່ອງຊາເລີ໋ນມີ ຄວາມສະຫງ່າເອກອ້າງ ແລະ ຄຶກຂືມ ສົມເປັນເສົາຫຼັກທາງ ຈິດໃຈຢູ່ລະຫວ່າງ ກາງທະເລ. ເຖິງຈະຢູ່ໄກແສນໄກ, ຊາວ ຫວຽດນາມ ຍັງຮັກສາໄວ້ໄດ້ ຄວາມເຊື່ອຖືຂອງຕົນ ແລະ ທຳການ ບຳເພນກຸສົນ ຢ່າງບ່ໍຂາດ.

3. ເຊົ້າມື້ຕ່ໍມາ, ເວລາຫາກໍ່ 5ໂມງ ຂ້າພະເຈົ້າ ຍັງງ້ວງນອນຢູ່ ເທິງຕຽງ ທີ່ອ່ອນນວນຂອງເຮືອນພັກ, ທ້າວນ້ອຍ ຈິງຊີ ໄດ້ມາ ດຶງຂ້າພະເຈົ້າ ອອກ ຈາກຕຽງ ເພື່ອໄປຕາມມັນ ເຂົ້າໂຮງຮຽນ ຮ່ວມການຮຽນມື້ທຳອິດ ໃນລະດູ ແລ້ງຢູ່ເກາະ.

ສຳລັບພວກເດັກນ້ອຍຢູ່ແຫ່ງນີ້, ແຂກຄົນທີ່ມາຈາກດິນຕ່ໍ ແຜ່ນເປັນຜູ້ທີ່ ພວກມັນລໍຄອຍ ແລະ ຢາກໄດ້ຫຼາຍກວ່າໝູ່. ເພາະພວກນ້ອງ ມັກໄດ້ລົມ ໄດ້ເລົ່າເລື່ອງລາວຂອງຕົນ ກ່ໍຄື ຮັບຟັງ ໝົດທຸກອັນທຸກແນວ ຢູ່ດິນຕ່ໍແຜ່ນ. ສະນັ້ນ, ເມື່ອມາ ຮອດເກາະບ່ໍດົນ, ພວກມັນໄດ້ກ້ຽວກອດຂ້າພະເຈົ້າ ກັບທຸກ ຄົນໃນຄະນະ ຢ່າງບໍ່ມີຍາມຫ່າງ.

ຕາມທ້າວນ້ອຍ ຈິງຊີ ໄປເຖິງໂຮງຮຽນ ຕັ້ງຢູ່ໃຕ້ເງົາຮົ່ມຂອງ ຕົ້ນ “ບ່າງວວງ” ( Terminalia catappa) ແລະ “ຟອງບາ” (Heliotropium foertherianum), ຂ້າພະເຈົ້າພານເຫັນ ປ້າຍ ໂຕໜັງສື “ໂຮງຮຽນປະຖົມ ເທສະບານ ເຈື່ອງຊາ”. ຕຶກອາຄານ ສອງຊັ້ນ ມີຄວາມສະອາດງາມຕາ, ປອດໂປ່ງ ແລະ ອົບອຸ່ນ ຍ້ອນສຽງອ່ານ ສຽງຫົວຢອກໄຍກັນຂອງຊຸມເດັກ ນ້ອຍ.

ນະທີ່ນີ້, ນອກຈາກຊົ່ວໂມງຮຽນ ຕາມຫຼັກສູດ, ນາງຄູ ບຸ່ຍທິຍູງ ຄູສອນຜູ້ດຽວ ທັງເປັນຫົວໜ້າ ໂຮງຮຽນຍັງສອນບົດກາບກອນ, ບົດເພງກ່ຽວກັບລຸງໂຮ່, ກ່ຽວກັບ ໝູ່ເກາະທະເລ ກ່ໍຄືເຈື່ອງຊາ ໃຫ້ ລູກສິດຂອງຕົນ ເຊິ່ງແມ່ນແຜ່ນດິນທີ່ພວກ ເດັກນ້ອຍໃຫຍ່ກ້າໜ້າບານໃນແຕ່ລະມື້.

ເລີກຮຽນໃນຕອນບ່າຍ, ພວກນ້ອງນ້ອຍກັບເມືອບ້ານແລ້ວ ຂີ່ລົດຖີບ ໄປທົ່ວທຸກມູມເທິງເກາະ. ສຽງໂຮຮ້ອງແຂ່ງກັນ ສະຫຼັບກັບສຽງຄື້ນທະເລ ເຮັດໃຫ້ບັນຍາກາດນຶກນອງຂຶ້ນ ຢ່າງສະບາຍໃຈ.
 

ຊົ່ວໂມງຮຽນວັນນະຄະດີ ທີ່ໂຮງຮຽນປະຖົມ ເຈື່ອງຊາ, ນາງຄູ ບຸ່ຍທິຍູງ ພວມສຶກສາໃຫ້ເດັກ ມີນ້ຳໃຈຮັກຫອມ ເຂດ ທະເລຂອງຊາດ ໂດ
ຍຜ່ານສຽງເພງ ທີ່ມັກຮ້ອງຕ່ໍໆ ກັນຂອງ ຊຸມເດັກນ້ອຍ. ພາບ: ຫວຽດເກື່ອງ/VNP




ແຕ່ລະປີ, ທີມງານຕ່າງໆ ປະກອບດ້ວຍ ພະນັກງານ ການແພດ ຂອງບັນດາໂຮງໝໍຂະໜາດໃຫຍ່ ໄດ້ຈັດຕັ້ງການ ໄປກວດກາ
ແລະ ເບິ່ງແຍງສຸຂະພາບໃຫ້ແກ່ທະຫານ ແລະ ປະຊາຊົນ ຢູ່ໝູ່ເກາະ ເຈື່ອງຊາ. ພາບ: ຫວຽດເກື່ອງ/VNP


ເສົາອັງແຕນ ຕັ້ງຢູ່ເກາະ ດ໋າໄຕ ຂອງໝູ່ເກາະເຈື່ອງຊາ ໄດ້ຊ່ວຍເຮັດໃຫ້
ການຕິດຕ່ໍສົ່ງຂ່າວລຸລ່ວງ ໂດຍດີ. ພາບ: ເຈີ່ນແທງຢາງ/VNP


ເຄືອຂ່າຍອີນເຕີເນັດ ພ້ອມແລ້ວທີ່ຈະ ໃຫ້ການບໍລິການ ປະຊາຊົນ ແລະ ນັກຮົບເທິງເກາະ. ພາບ: ເຈີ່ນແທງຢາງ/VNP

4. ວັນທີສີ່ຢູ່ເກາະເຈື່ອງຊາເລີ໋ນ. ຍ້ອນບ່ໍທັນລຶ້ງກັບອາກາດ ທີ່ສາຫັດຢູ່ແຫ່ງນີ້, ຂ້າພະເຈົ້າເປັນໄຂ້. ຕາມການແນະນຳ, ຂ້າພະເຈົ້າໄປຫາ ສຸກສາລາ ເພື່ອຂໍຢາ. ເຖິງຈະແມ່ນສຸກ ສາລາກ່ໍຕາມ ແຕ່ຢູ່ນີ້ ມີພາຫະນະ ກວດກາພະຍາດ ຢ່າງຄົບ ຊຸດ. ມີທັງຈັກຖ່າຍເອັກສະເລ, ເຄື່ອງວິເຄາະເລືອດ, ຕູ້ເຄື່ອນ ທີ່ສຳລັບການປິ່ນປົວ ໃຫ້ຊາວປະມົງ ປະສົບເຄາະຮ້າຍ ເມື່ອ ຫາປາ ຢູ່ໃນຂອບເຂດເຈື່ອງຊາ... ພິເສດ, ທາງສຸກສາລາຍັງ ໄດ້ຮັບການ ປະກອບລະບົບບົ່ງມະຕິພະຍາດ ໂດຍ ຜ່ານດາວ ທຽມຂອງໂຮງໝໍເສນາຮັກ 175 ຢູ່ນະຄອນໂຮ່ຈີມິນ. ຍ້ອນມີ ລະບົບເຄື່ອງຈັກນີ້ ບວກກັບການຊ່ວຍເຫຼືອ ແນະນຳຂອງທ່ານ ໝໍ ຢູ່ດິນຕ່ໍແຜ່ນ, ພວກທ່ານໝໍຢູ່ເກາະເຈື່ອງຊາເລີ໋ນ ສາມາດ ປະຕິບັດການຜ່າຕັດດ່ວນຫຼາຍລາຍ ປະສົບຜົນສຳເລັດໂດຍ ບ່ໍຕ້ອງສົ່ງຄົນເຈັບ ມາຢູ່ດິນຕ່ໍແຜ່ນ.

5. ເປັນອັນວ່າ 4 ມື້ເທິງເກາະ ໄດ້ຜ່ານໄປ. ຕາມແຜນການ, ຕອນສວຍ ວັນພະຫັດ ກຳປັ່ນຈະເຂົ້າທຽບທ່າ ເກາະເຈື່ອງ ຊາເລີ໋ນ ເພື່ອສົ່ງພວກເຮົາກັບຄືນດິນຕ່ໍແຜ່ນ. ໂດຍຊາບວ່າ ມື້ນີ້, ຄະນະພວກເຮົາ ຈະລາຈາກເກາະ, ຄູບາ ທິກຢາກເງ້ຍ ເຈົ້າອາວາດວັດເທິງເກາະ ໄດ້ຈັດພາເຂົ້າເຈ ລ້ຽງພວກເຮົາ. ຂ້າພະເຈົ້າ ພ້ອມດ້ວຍໝົດທຸກຄົນ ໃນຄະນະ ຕ່າງກ່ໍປະກອບ ສ່ວນ ເຂົ້າໃນການແຕ່ງກິນ ຜູ້ລະໄມ້ລະມື ໃນຫ້ອງຄົວກິນ ອັນນ້ອຍໆ ຂອງເພິ່ນ. ສຽງຫົວສຽງເວົ້າຢອກໄຍກັນ ຢ່າງນຶກ ນອງ ພາໃຫ້ຂ້າພະເຈົ້າ ຄິດຄຳນຶງເຖິງ ບັນຍາກາດຂອງຄອບ ຄົວໃຫຍ່ ເຄີຍປຸ້ມລຸ້ມກັນໃນແຕ່ລະຄັ້ງເຕົ້າໂຮມ. ງານລ້ຽງ ສຸດທີ່ມ່ວນ ແຕ່ກ່ໍອາບເອ້ໄປດ້ວຍ ຄວາມຮູ້ສຶກອາໄລອາວອນ ຢ່າງບອກບ່ໍຖືກ. ມ່ວນຍ້ອນໄດ້ມາຢາມຄອບຄົວ, ລູກເຕົ້າ ແຕ່ກ່ໍເລີ່ມເຫັນ ນ້ຳຕາຊືມເບົ້າ ເມື່ອຄິດເຖິງ ຂະນະທີ່ຕ້ອງ ໄກຈາກພີ່ນ້ອງ ເພື່ອນມິດກັບເພື່ອເມືອບ້ານ.

ພິທິລະນຶກເຖິງນັກຮົບຜູ້ເສຍສະຫຼະ ຊີວິດເພື່ອອະທິ ປະໄຕ ທາງທະເລ ໝູ່ເກາະຂອງຊາດ. ພາບ: ເຈີ່ນມິງຫງອກ.



ບັນດານັກຮົບ ຜູ້ປະຕິບັດໜ້າທີ່ໃນໝູ່ເກາະ ເຈື່ອງຊາ. ພາບ: ຮ່ວາງຮ່າ/VNP

ພະນັກງານ, ນັກຮົບເກາະເຈື່ອງຊາເລີ໋ນ ມາຮອດຂົວຕ່ໍ່ກຳ່ ປັ່ນ ເພື່ອສັ່ງລາແຂກ ທີ່ໄດ້ມາຢ້ຽມຢາມເກາະ. ພາບ: ຮ່ວາງຮ່າ/VNP
ຂໍລາເຈື່ອງຊາ, ຂໍລາແຜ່ນດິນອັນສັກກາລະບູຊາ ທີ່ຕັ້ງຕົວຢູ່ ບ່ອນຮັບເອົາພາຍຸລົມແດງ ຂອງປະເທດຊາດ. ລາຈາກ ເຈື່ອງຊາ, ໃນໃຈຂອງພວກຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ ໝູ່ເກາະແຫ່ງນີ້ ແນ່ນອນຈະມີອານາຄົດ ອັນສະຫວ່າງສະ ໄຫວ ຢ່າງບ່ໍຕ້ອງສົງໄສ ເພາະຢູ່ທີ່ນັ້ນ ຜູ້ຄົນທັງໝົດຕ່າງກ່ໍ ເຂັ້ມແຂງແຮງກ້າ ພ້ອມພຽງຮຽງໜ້າກັນເພື່ອສ້າງສາເຈື່ອງຊາ ເປັນໝູ່ເກາະທີ່ສະຫງົບສຸກ ແລະ ພັດທະນາຖາວອນ.
“ເມືອງເກາະເຈື່ອງຊາ ຍາມໃດກ່ໍໄດ້ຮັບການເອົາໃຈໃສ່, ລົງທຶນ ແລະ ຊ່ວຍເຫຼືອຢ່າງຫຼວງຫຼາຍຈາກ ພັກ, ລັດ ແລະ ປະຊາຊົນ ທົ່ວປະເທດ ກ່ໍຄືຜູ້ທີ່ຢູ່ອາໄສ ຈາກຕ່າງປະເທດ. ພື້ນຖານວັດຖຸ ເທິງເກາະຫຼາຍແຫ່ງ ຂອງໝູ່ເກາະເຈື່ອງຊາ ຄື ເກາະຊອງຕື້ໄຕ, ຊິງຕົ່ນ, ເຈື່ອງຊາເລີ໋ນ... ໄດ້ຮັບການກ່ໍ ສ້າງຢ່າງຄົບຊຸດ ແລະ ໝັ້ນຄົງ. ຊີວິດຂອງ ປະຊາຊົນ ໄດ້ຍົກ ສູງຂຶ້ນທົບຫຼາຍເທົ່າ ເມື່ອທຽບກັບຊ່ວງກ່ອນ. ດ້ວຍເຫດນັ້ນ, ເຈື່ອງຊາຈະມີການ ພັດທະນາຢ່າງແຂງແຮງ ເພື່ອກາຍເປັນ ກຳແພງອັນແໜ້ນໜາ ໃຫ້ແກ່ປະຊາຊົນອຸ່ນອຽນໃຈ ສ້າງສາຊີວິດ”.
(ພັນເອກ ຟ້າມວັນຮ່ຽນ, ປະທານຄະນະກຳມະການ ປະຊາຊົນ ເທສະບານ ເຈື່ອງຊາ).

ບົດ : ຖາວວີ - ພາບ: VNP

bichlien

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຫ່າງຈາກນະຄອນ ຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 70 ກມ, ແຂວງ ຮ່ວາບິ່ງ ເປັນທ່ີຮູ້ກັນວ່າ ເປັນ “ດິນແດນ ແຫ່ງລຳເລື່ອງປະຫວັດສາດ”, ບ່ອນທີ່ຊາວເຜົ່າ ເມື່ອງ ເຕົ້າໂຮມດຳລົງຊີວິດ. ຜ່ານຫຼາຍຮຸ່ນຄົນ, ຊາວເຜົ່າ ເມື່ອງ ຢູ່ທີ່ນີ້ ໄດ້ສ້າງ ມໍລະດົກ ວັດທະ ນະທຳ ຫຼາຍຢ່າງ ທີ່ເປັນເອກະລັກ, ປະກອບສ່ວນ ເຮັດໃຫ້ ສີສັນ ວັດ ທະນະທຳ ບັນດາເຜົ່າ ຫວຽດນາມ ອຸດົມສົມບູນຍິ່ງຂຶ້ນ. 

Top