• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ເຈີ່ນແມ້ງຕ໋ວນ ເມົາມົວກັບສຽງ ເຊັກໂຊໂຟນ

ຖ້າຫາກໃຜໄດ້ໄປຊົມ ແລະ ໄດ້ຟັງການສະແດງດົນຕີ ເຊັກໂຊໂຟນ ຂອງ ສິລະປິນ ທີ່ລືຊື່ ອັນດັບໜຶ່ງຂອງຫວຽດນາມ ເຈີ່ນແມ້ງຕ໋ວນ ພຽງຄັ້ງດຽວກ່ໍຈະ ຮູ້ວ່າ ລາວຮັກຈົນຫຼົງໄຫຼ, ເພີດເພີນ ແລະ ທຸ້ມເທຈິດວິນຍານໃຫ້ແກ່ດົນຕີ Jazz ກັບສຽງເຊັກໂຊໂຟນທີ່ລາວ ກຳລັງບັນເລງຢູ່ນັ້ນ ເຖິງຂັ້ນໃດ.

 

ສິລະປິນ ເຈີ່ນແມ້ງຕ໋ວນ ເກີດປີ 1969 ຢູ່ຮ່າໂນ້ຍ, ເປັນລູກຜູ້ທີ 8 ໃນຄອບຄົວທີ່ມີມູນເຊື້ອດົນຕີ. ພ່ໍແມ່ ແລະ ເອື້ອຍຂອງລາວລ້ວນແຕ່ ແມ່ນສິລະປິນຂັບ “ກ໋າຍເລືອງ” (ສິລະປະຂັບລຳພື້ນເມືອງຂອງຊາວ ພາກໃຕ້) ທີ່ມີຊື່ສຽງ. ຍ້ອນເຫດນັ້ນ, ຍາມເຍົາໄວຂອງ ເຈີ່ນແມ້ງຕ໋ວນ ແມ່ນວັນເດືອນປີທີ່ຕ້ອງ ຕິດຕ້ອຍຫ້ອຍຕາມພ່ໍແມ່ ແລະ ຄະນະນັກສະແດງໄປທົ່ວທຸກແຫ່ງ.

ຄາວອາຍຸ 10 ປີ, ເຈີ່ນແມ້ງຕ໋ວນ ເລີ່ມສະແດງດ່ຽວ ເຊັກໂຊໂຟນ ເທິງເວທີ. ແຕ່ລາວເວົ້າຢ່າງຈິງໃຈວ່າ: “ເຖິງຈະສະແດງດົນຕີ Jazz ດ້ວຍ ເຊັກໂຊໂຟນແຕ່ເວລາອາຍຸ 8 ປີກ່ໍຕາມ, ແຕ່ຂ້າພະເຈົ້າ ບ່ໍເຂົ້າໃຈດົນຕີ Jazz ແມ່ນຫຍັງແທ້. ຄວາມຮູ້ກ່ຽວກັບດົນຕີ Jazz ຂອງສິລະປິນ ລຸ້ນກ່ອນ ກ່ໍຖືກຈຳກັດ ອັນໄດ້ເຮັດໃຫ້ຂ້າພະເຈົ້າ ຕ້ອງເສຍເວລານານພໍສົມຄວນ ທີ່ບ່ໍອາດຮຽນໄດ້ຫຍັງຕື່ມອີກ. ຈົນມາຮອດປີ 1989, ເມື່ອ ໄດ້ພົບປະກັບຄ້າຍດົນຕີຂອງຝຣັ່ງ, ຂ້າພະເຈົ້າຈຶ່ງຮູ້ວ່າ Jazz ແມ່ນດົນຕີປະເພດສະແດງ ຕາມ ອາລົມຈິດ”.

ກ່ອນຈະໄດ້ກ້າວເຂົ້າສູ່ດົນຕີ Jazz ຈົນກາຍເປັນມືອາຊີບ, ເຈີ່ນ ແມ້ງຕ໋ວນ ເດີມແມ່ນພະນັກງານ ຂອງບໍລິສັດ ທ່ອງທ່ຽວຮ່າໂນ້ຍ. ຈາກນັ້ນ, ລາວຂໍພັກການຍ້ອນ“ເລືອດສິລະປິນກຳເນີດຂຶ້ນ” ແລະ ໄດ້ມາຢູ່ ໂຮງລະຄອນສູນກາງ ໂດຍການເຊັນສັນຍາສະ ແດງເຊັກໂຊໂຟນໄລຍະສັ້ນ. ເມື່ອສິ້ນສຸດສັນຍາ, ລາວອອກໄປ ເຮັດວຽກຕາມສະບາຍ, ຫາລ້ຽງຊີບດ້ວຍຄວາມສາມາດ ແລະ ຫຼົງໄຫຼໄຝ່ຫາຂອງຕົນເອງ. ໄລຍະນີ້, ລາວ ຫຼິ້ນເຊັກໂຊໂຟນທີ່ບາ, ກະລັບ ແລະ ງານດອງຕ່າງໆ… ມີຄັ້ງໜຶ່ງ, ມະຫາວິທະຍາໄລດົນຕີ Berklee ຂອງອາເມລິກາ ສົ່ງຄະນະໄປ ປະເທດຕ່າງໆ ເພື່ອຈັດຕັ້ງການສອບເສງຮັບນັກຮຽນ ໃນນັ້ນມີ ທັງຫວຽດນາມ. ເຈີ່ນ ແມ້ງຕ໋ວນ ກ້າຫານເຂົ້າຮ່ວມ ແລະ ຍາດໄດ້ທຶນສຶກສາ ສຸດທີ່ມີຄ່າ ຢູ່ອາເມລິກາໃນປີ 1994.
ເຈີ່ນແມ້ງຕ໋ວນ ຍາມປັບຕົວເຂົ້າໃນສຽງເຊັກໂຊໂຟນທ່າມກາງ ບັນຍາກາດທີງຽບຂືມຂອງເມືອງເກົ່າໂຮ້ຍອານ. ພາບ: ເອກະສານ

ເຈີ່ນແມ້ງຕ໋ວນ ເລີ່ມເປົ່າເຊັກໂຊໂຟນຕັ້ງແຕ່ຄາວອາຍຸ 8 ປີ. ພາບ: ຫງວຽນລວນ.

ລາວມີຊື່ສຽງດ້ວຍບົດດົນຕີບັນເລງເພງຄວາມຮັກອັນອະມະ ຕະຂອງນັກດົນຕີ ຈີ້ງກົງເຊີນ. ພາບ: ຫງວຽນລວນ.
ດ້ວຍສຽງແກ ເຊັກໂຊໂຟນທີ່ຈັດອັນດັບ, ລາວໄດ້ໄປສະແດງ ແລະ ເຂົ້າຮ່ວມງານມະໂຫລານດົນຕີຈັດຢູ່ 52 ປະເທດ. ພາບ: ຫງວຽນລວນ.
ສິລະປິນ ເຈີ່ນແມ້ງຕ໋ວນ ສະແດງພ້ອມກັບສິລະປິນຄົນໄທ ໃນງານ ລາຕີພົບປະສັງສັນກັບວົງດົນຕີ Unit Asia. ພາບ: ຫງວຽນລວນ.
ຕົ້ນປີ 2013 ນີ້, ລາວໄດກ່ໍຕັ້ງຄ້າຍດົນຕີ Jazz Saigon Big Band ຄ້າຍທຳອິດຢູ່ຫວຽດນາມ. ພາບ: ສາລະບັນ. 
ປີ 1999, ລາວເສັງຈົບ ແລະ ກັບເມືອປະເທດດ້ວຍຄວາມມຸ້ງຫວັງ ທີ່ຈະນຳດົນຕີ Jazz ມາໃຫ້ໝູ່ມະຫາຊົນ ຫວຽດນາມ. ລາວໄດ້ຮັບ ຄຳເຊື້ອເຊີນມາສອນ ເຊັກໂຊໂຟນທີ່ໂຮງຮຽນຊັ້ນສູງວັດທະນະທຳ ສິລະປະ ກອງທັບ. ຈາກນັ້ນ, ລາວຂໍພັກການເພື່ອທຸ້ມເທຈິດໃຈ ເຂົ້າໃນ ການປະດິດແຕ່ງ, ປະສານສຽງ ແລະ ທຳການສະແດງຢູ່ ພາຍໃນ ກ່ໍຄືຕ່າງປະເທດ. ອາລະບັ້ມ ບັນເລງຄັ້ງແລກຂອງລາວໄດ້ປະກົດຕົວຂຶ້ນ ຕາມລຳດັບຄື “ຄຳກ່ອມນ້ອງນ້ອຍ”, “ທະເລ ຮ້ອງຫາ”, “ ຮ້າຈັງ”… ຕ່າງກ່ໍປະສົບຜົນສຳເລັດ ເປັນໜ້າຊື່ນຊົມ. ປີ 2002, ເຈີ່ມແມ້ງຕ໋ວນ ພ້ອມກັບຄອບຄົວຍ້າຍມາຢູ່ນະຄອນໂຮ່ຈີ ມິນ. ນະທີ່ນີ້, ລາວພັດສືບຕ່ໍການສິດສອນທີ່ສະຖາບັນດົນຕີນະ ຄອນໂຮ່ຈີມິນ.

ປີ 2005, ລາວສ້າງຕັ້ງສະໂມສອນ “Jazz Sax n’Art” ທີ່ເມືອງ I ນະຄອນໂຮ່ຈີມິນ ເພື່ອສົມປະສົງກັບຄວາມຫຼົງໄຫຼເມົາມົວ ຂອງ ຕົນ. ນີ້ເປັນບ່ອນໃຫ້ລາວໄດ້ພົບປະກັບເພື່ອນມິດ, ແຟນໆ ດົນຕີ Jazz ແລະ ໄດ້ຝັງຕົວກັບສຽງ ເຊັກໂຊໂຟນຂອງຕົນ. ລາວເລົ່າສູ່ ຟັງວ່າ: “ສຳລັບດົນຕີ Jazz ນັ້ນ, ຍິ່ງໄດ້ຫຼິ້ນ, ໄດ້ຟັງ ກ່ໍຍິ່ງຮູ້ສຶກ ຕິດຕົວຕ້ອງໃຈກວ່າ. ທັງນີ້ກ່ໍເພາະວ່າ, Jazz ແມ່ນດົນຕີປະເພດທີ່ຫຼິ້ນຕາມໃຈ ມັກ, ຮຽກຮ້ອງສິລະປິນຕ້ອງມີຫົວຄິດປະດິດສ້າງສູງ. ຜູ້ຫຼິ້ນຕ້ອງບັນເລງໄປຕາມດົນຕີ, ເມົາກັບຄຸ່ຍ, ຟົດສະໜັ່ນກັບກອງ, ຈູບຈ້າວ ກັບເປຍໂນ ແລະ ຄຶກຄື້ນນຶກນອງກັບເຊັກໂຊໂຟນ… ເຮັດຄືແນວນັ້ນ ຈຶ່ງ ສາມາດສ້າງຜະລິດຕະພັນທີ່ຊືມເລິກຈິດໃຈ ຜູ້ຟັງ”.

ສຳລັບ ເຈີ່ນແມ້ງຕ໋ວນ, ເຄື່ອງດົນຕີປະເພດໃດ ລາວກ່ໍສາມາດ ນຳ ໃຊ້ໄດ້ ແລະ ສົມທົບເຂົ້າກັນເປັນດົນຕີ Jazz. ເຈີ່ນແມ້ງຕ໋ວນ ຮູ້ດີ ວ່າ, ຜູ້ຫຼິ້ນດົນຕີ Jazz ຢູ່ຫວຽດນາມປະຈຸບັນບ່ໍຫຼາຍ ຍ້ອນດົນຕີ ປະເພດນີ້ ຍັງໃໝ່ອ່ຽມ. ມີສິ່ງໃດໜຶ່ງຄືວ່າ ມະລຸກກຸກກິກ ບ່ໍໄປ ຕາມລວງດຽວ, ບ່ໍຄືດົນຕີ Pop ທີ່ອໍລະຊອນອ່ອນຊ້ອຍ ສະນັ້ນ ບາງຄັ້ງຄາວ ມັກກ່ໍຄວາມຮູ້ສຶກວ່າເຂົ້າໃຈຍາກໃຫ້ແກ່ຜູ້ຟັງ. ນີ້ຄື ສາເຫດທີ່ຮຽກຮ້ອງ ຜູ້ຫຼິ້ນJazz ຈຳເປັນຕ້ອງມີຄວາມຮູ້ ພື້ນຖານ ກ່ຽວກັບດົນຕີທຸກປະເພດ, ເມື່ອປະສານສົມທົບເທິງເວທີ ຕ້ອງ ສະແດງ ໃຫ້ໄດ້ທັງມະໂນລົມ, ຈິດໃຈ, ຄວາມ ຫ້າວຫັນໃນຕົວ ຂອງສິລະປິນ ຕາມທ່າເປັນໄປຂອງ ອາລົມຈິດ. ກົງກັນຂ້າມ, ຜູ້ ຟັງກ່ໍຕ້ອງຮູ້ຈັກວິທີການຮອງຮັບການເປີດຕົວ ຢ່າງສຸດໃຈນັ້ນຂອງ ສິລະປິນ.

ບ່ໍພຽງແຕ່ມີຊ່ືສຽງໃນນາມເປັນສິລະປິນສະແດງ ເຊັກໂຊໂຟນ ເທົ່ານັ້ນ, ເຈີ່ນແມ້ງຕ໋ວນຍັງແມ່ນສິລະປິນຜູ້ເກັ່ງກ້າ ສາມາດ ໃນການປະສານສຽງ, ການປະດິດແຕ່ງເພງ ແລະ ນັກຜະລິດ ດົນຕີອີກດ້ວຍ. ພາບ: ເອກະສານ

ລາຕີໜຶ່ງສະແດງພ້ອມກັບເພື່ອນມິດຂອງ ເຈີ່ນແມ້ງຕ໋ວນ ທີ່ສະ ໂມສອນ Jazz Sax n’Art. ພາບ: ຫງວຽນລວນ.

ເຈີ່ນແມ້ງຕ໋ວນ ບັນເລງພ້ອມກັບສຽງແຄນ. ພາບ: ຫງວຽນລວນ.

ດົນຕີ Jaaz ແມ່ນຄວາມຫຼົງໄຫຼເມົາມົວອັນຮ້ອນລະອຸໃນຕົວ ຂອງ ເຈີ່ນແມ້ງຕ໋ວນ. ພາບ: ຫງວຽນລວນ.

ຄະຕິປະຈຳໃຈ ເຈີ່ນແມ້ງຕ໋ວນຄື ການປະດິດສ້າງແມ່ບບໍ່ມີຂອບ ເຂດ. ດ້ວຍເຫດນັ້ນ, ມີຄັ້ງໜຶ່ງລາວໄດ້ທົດລອງການບັນເລງລະ ຫວ່າງ
ເຊັກໂຊໂຟນກັບສຽງລະຄັງ, ສຽງກະລໍເປັນບົດເສບ ຕາມ ດົນຕີ jazz ທີ່ເອກະລັກ ແລະ ແປກໆ. ພາບ: ເອກະສານ.

ສຳລັບເຈີ່ນແມ້ງຕ໋ວນ, ຊີວິດຕ້ອງມີຍາມສະຫງົບ ແລະ ກ່ໍ ມີຍາມ ວຸ້ນວາຍ ປ່າຍປ່ວງ, ຫາກໃຜບືນຂຶ້ນຈາກຄາວທີ່ຫຍຸ້ງຍາກແລ້ວປະ ສົບກັບຜົນສຳເລັດຈຶ່ງຈະຮູ້ຈັກນັບຖືຮັກແພງສິ່ງທີ່ຕົນເອງພວມ ມີ ຢູ່ໃນມື. ພາບ: ຫງວຽນລວນ.
ສິລະປິນ ເຈີ່ນແມ້ງຕ໋ວນ ເຄີຍໄດ້ເດີນທາງໄປສະແດງ ແລະ ເຂົ້າ ຮ່ວມງານເທສະການດົນຕີຢູ່ 52 ປະເທດ. ປີ 1993, ລາວຄວ້າໄດ້ລາງວັນ ສິລະປິນເຊັກໂຊໂຟນດີເດ່ັນຈັດອັນດັບໜຶ່ງຢູ່ຫວຽດນາມທີ່ ງານເທສະການ ດົນຕີປະເພດລູກທົ່ງຫວຽດນາມ ໂດຍກະຊວງວັດ ທະນະທຳ- ຖະແຫຼງຂ່າວ(ປັດຈຸບັນແມ່ນ ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) ຈັດຕັ້ງ. ມາດຽວນີ້, ລາວໄດ້ອັດແຜ່ນຊີດີ 11 ແຜ່ນໃນນັ້ນມີແຜ່ນ ຊີດີທີ່ມີຊື່ສຽງເຊັ່ນ: ເມືອບ້ານ, ເງົາເວລາ, ກ່ອມປ່າ, ເໝືອນດັ່ງໂຕນົກບິນໄປ, Angel Eyes…

ນອກຈາກຄວາມຫຼົງໄຫຼກັບການສະແດງແລ້ວ, ເຈີ່ນແມ້ງຕ໋ວນຍັງ ເປັນທີ່ຮູ້ຈັກກັນດີ ແມ່ນຜູ້ສະສົມ ເຊັກໂຊໂຟນ ມືໃຫຍ່ ຍ້ອນລາວພວມເປັນເຈົ້າ ຂອງໆ ເຊັກໂຊໂຟນຫຼາຍຮ້ອຍໜ່ວຍ ນັບທັງໜ່ວຍ ທີ່ມີອາຍຸ 70-80 ປີຖືກປະດັບເອ້ດ້ວຍລາຍດອກຄວັດສະຫຼັກ ດ້ວຍມືຢ່າງ ແນບນຽນທີ່ສຸດ. ລາວຖືກສູນປື້ມສະຖິຕິ ຫວຽດນາມ ຮັບຮອງວ່າ ແມ່ນຜູ້ມີຊຸດສະສົມເຊັກໂຊໂຟນຫຼາຍກວ່າໝູ່ໝົດ ຢູ່ຫວຽດນາມເປັນຍ້ອນ.

ຕົ້ນປີ 2013 ນີ້, ລາວໄດ້ກ່ໍຕັ້ງຄ້າຍດົນຕີ Jazz Saigon Big Band (ໂດຍການສະແດງດົນຕີ Jazz ດ້ວຍ ເຊັກໂຊໂຟນເປັນວົງ ໃຫຍ່). ວົງດົນຕີ Big Band ສາມາດສະແດງໄດ້ຫຼາກຫຼາຍຮູບ ແບບ ແລະ ມີລັກສະນະມຸ່ງໄປຕ່າງປະເທດ, ເໝາະກັບການສະແດງພົບປະ ແລກປ່ຽນກັບສາກົນ. ດ້ວຍການສ້າງຕັ້ງ ຄ້າຍດົນຕີນີ້, ລາວຢາກເຕົ້າໂຮມບັນດານັກຫຼິ້ນດົນຕີ Jazz ຢູ່ນະຄອນໂຮ່ຈີມິນເພື່ອຈັດຕັ້ງກິດຈະກຳ ຕ່າງໆ ດ້ວຍຂະໜາດໃຫຍ່, ພາໃຫ້ດົນຕີຂອງ ຫວຽດນາມໄປໄກກວ່າອີກ. ຄ້າຍດົນຕີ Saigon Big Band ເຄີຍຈັດການສະແດງ ໃນ ຕອນຄ່ຳວັນເສົາອາທິດທຳອິດຂອງ ເດືອນ ທີ່ໂຮງລະຄອນໃຫຍ່ ນະຄອນໂຮ່ຈີມິນ.

ໃນຍາມຫວ່າງວຽກ, ເຈີ່ນແມ້ງຕ໋ວນ ພ້ອມກັບຄອບຄົວໄປເອົາບູນ ຢູ່ວັດ. ລາວມັກລົມກັບຄູບາອາຈານ ແລະ ກ່ໍມີການຈັດຕັ້ງລາຍການສະແດງ ຢູ່ວັດໂດຍການປະສານສຽງ ເຊັກໂຊໂຟນກັບສຽງ ລະຄັງ, ກະລໍກາຍເປັນບົດບັນເລງຂອງດົນຕີ Jazz ທີ່ເອກະລັກ ແລະ ແວກແນວ.

ເຈີ່ນແມ້ງຕ໋ວນ ໄຝ່ຝັນຢາກຈະສ້າງເປັນດົນຕີ Jazz ທີ່ປ່ຽມລົ້ນໄປ ດ້ວຍສີສັນສະເພາະຂອງຫວຽດນາມ ແຕ່ຍັງມີລັກສະນະຂອງຍຸກ ສະໄໝ. ເຖິງວ່າ, ນີ້ແມ່ນວຽກງານທີ່ຍາກຊາ ແລະ ຮຽກຮ້ອງຕ້ອງມີ ເວລາ. ແຕ່ທັດສະນະຂອງລາວກ່ຽວກັບບັນຫານີ້ແມ່ນ, ສິລະປິນ ຄືກັບຜູ້ໄປຕຶກເບັດ, ມື້ນີ້ອາດຈະຕຶກ ໄດ້ປາ ໂຕໃຫຍ່ ແຕ່ຕະຫຼອດ ເດືອນ, ປີຕ່ໍມານັ້ນ ພັດບ່ໍໄດ້ໂຕໃດໝົດ. ມັນເປັນເລື່ອງທຳມະດາ ວ່າ, ຊີວິດ ມີຍາມ ຈະເລີນ ຮຸ່ງເຮືອງ ແຕ່ບາງຄັ້ງຄາວກ່ໍຖືກຫລົ້ມຈົມ. ພຽງແຕ່ຜູ້ໃດທີ່ບືນຂຶ້ນຈາກຍາມຂັດສົນແລ້ວ ປະສົບ ຜົນສຳເລັດ ຈຶ່ງຈະຮູ້ຮັກແພງນັບຖືສິ່ງທີ່ຕົນເອງ ສ້າງຂຶ້ນໄດ້.
ບົດ: ໂດ້ວັນ - ພາບ: ຫງວຽນລວນ ແລະ ພາບເອກະສານ

bichlien

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top