• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຈລະຈາລະຫວ່າງສະມາຄົມມິດຕະພາບ2ປະເທດຫວຽດນາມ-ລາວ

(ພາບປະກອບ)
      ວັນ​ທີ 19/11, ຢູ່ ຮ່າ​ໂນ້ຍ, ຄະນະ​ຜູ້​ແທນ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ໂດຍ​ທ່ານ ​ເຈີ່ນ​ວັນ​ຕູ໋ຍ, ຫົວ​ໜ​້າຄະນະ​ວຽກ​ງານ​ສະມາຊິກ​ສະພາ​ແຫ່ງ​ຊາດ, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ປະທານ​ສູນ​ກາງ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ເປັນ​ຫົວໜ້າ​ຄະນະ ​ໄດ້ມີ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ມິດຕະພາບ ລາວ - ຫວຽດນາມ ​ໂດຍ​ທ່ານ ວິ​ໄລ​ວົງ ບຸນ​ດາ​ຄຳ ປະທານ​ກຳມາ​ທິການ​ແຜນການ, ການ​ເງິນ ​ແລະ ການກວດ​ສອບ​ສະພາ​ແຫ່ງຊາດ, ປະທານ​ສູນ​ກາງ​ສະມາຄົມ​ມິດຕະພາບ ລາວ - ຫວຽດນາມ ​ເປັນ​ຫົວ​ໜ້າ​ຄະນະ. 2 ຝ່າຍ​ຖື​ວ່າ ການ​ເຈລະຈາ​ຄັ້ງ​ນີ້ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເພີ​່ມທະວີ​ສາຍ​ພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກ​ຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ​ໂດ​ຍບັນດາ​​ການ​ນຳລຸ້ນຕ່າງໆ​ຂອງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ​ເພີ່ມ​ພູນ​ຄູນ​ສ້າງ. 2 ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ 2 ປະ​ເທດ, ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ມິດຕະພາບ​ລະຫວ່າງ​ປະຊາຊົນ 2 ປະ​ເທດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ຄຽງ​ຂ້າງ​ນັ້ນ 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ສົມທົບ​ກັນ​ຈັດ​ຕັ້ງ​ງານ​ມະ​ໂຫລານ​ມິດຕະພາບປະຊາຊົນ ລາວ - ຫວຽດນາມ ຄັ້ງ​ທີ 4 ປີ 2017 ຢູ່ ລາວ; ສົມທົບ​ກັນ​ພິມ​ຈຳໜ່າຍ​ວາລະສານ​ພິ​ເສດກ່ຽວ​ກັບ​ການ​ພົວພັນ 2 ປະ​ເທດ ​ເພື່ອ​ແນ​ໃສ່​ໂຄສະນາ, ສຶກສາ​ມູນ​ເຊື້ອ​ກ່ຽວ​ກັບ​ການ​ພົວພັນ ຫວຽດນາມ - ລາວ, ບັນດາ​ການ​ເຄື່ອນ​​ໄຫວ​ມິດຕະພາບ​ປະຊາຊົນ 2 ປະ​ເທດ ຄາດ​ວ່າ​ຈະ​ຈຳໜ່າຍ​ໃນ​ເດືອນ 6/2017.
 (ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top