• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ເຄື່ອງຫາບຫວຽດ

ເຄື່ອງຫາບແມ່ນຜະລິດຕະພັນໜຶຶ່ງ ທີ່ໄດ້ປະດິດສ້າງ ຂຶ້ນໃນຂະບວນວິວັດການອອກແຮງງານ ຂອງຊາວຫວຽດນາມ. ເຄື່ອງຫາບ ບໍ່ພຽງແຕ່ນຳໃຊ້ເຂົ້າໃນການລຳລຽງຂົນສົ່ງ ສິນຄ້າເທົ່ານັ້ນ ຫາກຍັງເປັນອຸປະກອນທີ່ “ຫາບອາລົມຈິດຂອງຊາວຫວຽດ”  ຢູ່ເຂດບ້ານນອກນຳອີກ.
ແຕ່ດົນນານມາແລ້ວ, ເຄື່ອງຫາບ ໄດ້ກາຍເປັນພາຫະນະ ອັນໜຶ່ງທີ່ຊິນເຄີຍ ແລະ ຂາດບ່ໍໄດ້ສຳລັບຊາວນາ ຫວຽດນາມ. ເຄື່ອງຫາບໄດ້ເປັນເພື່ອນຮ່ວມທາງ, ຊ່ວຍ ຊາວຜູ້ອອກແຮງງານໃນການດຳລົງຊີວິດປະຈຳວັນ ນັບແຕ່ນຳໃຊ້ເພື່ອຫາບເຂົ້າ, ຫາບນ້ຳ ຈົນເຖິງນຳໃຊ້ເພື່ອ ຫາບລູກໄປເຮັດນາ. ຊ່ວຍໃຫ້ຊາວນາຂົນສົ່ງສິນຄ້າໄດ້ຢ່າງງ່າຍດາຍ, ສະດວກທີ່ສຸດ.

ບ່ໍມີໃຜຮູ້ຊັດເຈນໄດ້ວ່າ, ເຄື່ອງຫາບນີ້ໄດ້ປະກົດຕົວ ຢູ່ຫວຽດນາມແຕ່ເມື່ອໃດ. ແຕ່ເປັນທີ່ແນ່ໃຈວ່າ ມັນແມ່ນ ຜະລິດຕະພັນໜຶ່ງໄດ້ຮັບການປະດິດສ້າງຂຶ້ນ ຈາກເຂດດິນແດນທີ່ມີໄມ້ໄຜ່ຫຼາຍ. ຊຸດເຄື່ອງຫາບປະກອບດ້ວຍ: ໄມ້ຄານ, ມີກະຕ່າມັດຕິດສາຍເຊືອກທີ່ຝັ້ນເປັນຄູ່ຕັ້ງຂຶ້ນ ເພື່ອຮ້ອຍ ຢູ່ສອງສົ້ນຂອງໄມ້ຄານ. ໄມ້ຄານເຮັດດ້ວຍໄມ້ໄຜ່, ສ່ວນສາຍເຊືອກອາດຈະເຮັດດ້ວຍວັດຖຸໃດກໍ່ໄດ້ ເຊັ່ນວ່າ: ຫວາຍ, ໄມ້ໄຜ່, ສາຍເຫຼັກ… ຫຼື ຝັ້ນດ້ວຍເສັ້ນປໍ, ເສັ້ນປ່ານ...

ອາຊີບຜະລິດໄມ້ຄານຫາບຂອງຄອບຄົວທ່ານ ກູ້ ຢູ່ບ້ານວາກ- ເມືອງແທງອວາຍ-ຮ່າໂນ້ຍ.

ຕົ້ນໄມ້ໄຜ່ແກ່ທີ່ເລືອກມາສ້າງເປັນໄມ້ຄານຫາບທີ່ທົນທານ,  ໜຽວແໜ້ນ.

ການເຫຼົາຕາໄມ້ໄຜ່ໃຫ້ກ້ຽງງາມຊ່ວຍໃຫ້ຜູ້ ຫາບບ່ໍຮູ້ສຶກ ເຈັບບ່າ.

ຍ້ອນ ລຳໄມ້ໄຜ່ມີຄວາມຄົດ ຊື່ ບໍ່ເທົ່າກັນ, ສະນັ້ນ ເວລາເຮັດ ໄມ້ຄານເຂົາເຈົ້າຕ້ອງໄດ້ເບັດໃຫ້ຊື່.

ຢ້າງຄວັນໄຟເພື່ອກັນໂຕປວກໂຕມອດກິນ ແລະ ເຮັດໃຫ້ໄມ້ ຄານເປັນສີດຳເຫຼື້ອມດີ.
ເພື່ອຊອກຮູ້ວິທີການຜະລິດເຄື່ອງຫາບໃຫ້ຈະແຈ້ງຕື່ມ, ພວກ ຂ້າພະເຈົ້າໄດ້ໄປຫາຄອບຄົວທ່ານ ກູ້ ທີ່ບ້ານວາກ-ເມືອງແທງ ອວາຍ, ຮ່າໂນ້ຍ. ຄອບຄົວທ່ານ ກູ້ ເປັນຄອບຄົວໜຶ່ງມີອາຊີບ ການເຮັດໄມ້ຄານມາເປັນເວລາ 40 ກວ່າປີແລ້ວ. ພ່ໍເຖົ້າໃຫ້ ຊາບວ່າ, ການເຮັດໄມ້ຄານຫາບຄິດຄືວ່າງ່າຍດາຍ ແຕ່ທີ່ແທ້ ແມ່ນວຽກໜຶ່ງທີ່ໃຊ້ເວລາຫຼາຍ ແລະ ຕ້ອງຜ່ານຫຼາຍຂັ້ນຕອນ ທີ່ສຸດ. ໄມ້ໄຜ່ທີ່ເຮັດໄມ້ຄານຕ້ອງແມ່ນຕົ້ນໄມ້ໄຜ່ທີ່ ມີອາຍຸແກ່ ແລະ ຊື່. ຈະໄດ້ແຊ່ນ້ຳຢ່າງໜ້ອຍແມ່ນສອງເດືອນ ຈາກນັ້ນ ເອົາໄປຕາກໃຫ້ແຫ້ງ ແລະ ຢ້າງຄວັນໄຟເພື່ອໃຫ້ມີຄວາມທົນທານ. ໄມ້ໄຜ່ ແຕ່ລະລຳຈະຖືກຜ່າເຄິ່ງເປັນສອງແລ້ວຖາກໃຫ້ລຽບ, ເບັດໃຫ້ຊື່ ຈຶ່ງຈະເປັນໄມ້ຄານຫາບໄດ້.

ເບິ່ງເຄື່ອງຫາບແລ້ວ, ໃຜໆກ່ໍສາມາດນຳໃຊ້ ໄດ້ງ່າຍ, ແຕ່ໃນຕົວຈິງ ຜູ້ໃຊ້ຕ້ອງໄດ້ຮຽນຄຸ້ນເຄີຍກັບມັນໄລຍະໜຶ່ງຈຶ່ງ ຈະສາມາດຫາບໄດ້. ເລີ່ມແຕ່ວິທີການຫາບ ວິທີຍ່າງແບບໃດ ໃຫ້ເຢາະຕາມຈັງຫວະຂອງນ້ຳໜັກ ຈົນຮອດ ວິທີການວາງໄມ້ຄານຫາບໃສ່ເທິງບ່າກ່ໍຕ້ອງໃຫ້ຖືກບ່ອນ. ໝາຍຄວາມວ່າ ບ່າຂອງຜູ້ຫາບຕ້ອງວາງໃສ່ເຄີ່ງກາງຂອງໄມ້ຄານຫາບ, ເພື່ອເຮັດໃຫ້ນ້ຳໜັກຂອງເຄື່ອງສອງເບື້ອງສົມດູນ ກັນ , ຜູ້ຫາບຈຶ່ງສາມາດເຄື່ອນຍ້າຍໄດ້ງ່າຍ ແລະ ສະດວກຂຶ້ນ.

ປະຈຸບັນນີ້, ແຂກທີ່ມາທ່ອງທ່ຽວຫວຽດນາມຈະເຫັນ ເຄື່ອງດັ່ງກ່າວໄປພ້ອມໆກັບຊາວຜູ້ອອກແຮງງານຢູ່ທຸກບ່ອນ, ທຸກທີ່ ຢູ່ຕາມຖະໜົນຕ່າງໆ , ຮ້ານຂາຍເຄື່ອງແຄມທາງໃນເມືອງ  ຫຼື ທົ່ງນາຮົ້ວສວນຢູ່ບ້ານນອກ ໄດ້ສ້າງເປັນຮູບພາບ ທີ່ມີສີສັນ ເປັນສັນຍາລັກຂອງຊາວຫວຽດນາມ. ເຄື່ອງຫາບ ໄດ້ກາຍເປັນປະເດັນ ສຳລັບວົງການສິລະປະເພື່ອ ຄົ້ນຄວ້າ.  ມີນັກຖ່າຍຮູບ, ນັກແຕ້ມຫຼາຍຄົນໄດ້ປະສົບຄວາມສຳເລັດ ໃນການນຳໃຊ້ຮູບພາບເຄື່ອງຫາບ ເພື່ອໄປນຳສະເໜີ ກ່ຽວກັບ ປະເທດ ຫວຽດນາມ ຄົນຫວຽດນາມເປັນຄົນທີ່ດຸໝັ່ນ ຂະຫຍັນພຽນໃນການອອກແຮງງານ.

ເຄື່ອງຫາບໄດ້ສະໜິດຕິດພັນກັບຊາວນາ ຫວຽດນາມມາໄດ້ຫລາຍເຊັ່ນຄົນແລ້ວ.

ເຄື່ອງຫາບຊ່ວຍພີ່ນ້ອງປະຊາຊົນຫາບນ້ຳ.

ເຄື່ອງຫາບນຳໃຊ້ໃນງານບຸນຕ່າງໆ.

ເຄື່ອງຫາບຊ່ວຍໃຫ້ຊາວກະສິກອນເກັບກຳ ຜົນລະປູກ.

ເຄື່ອງຫາບຊ່ວຍຊາວນາໃນການຫົດນ້ຳຕົ້ນໄມ້.

ເຄື່ອງຫາບເປັນສິ່ງຕິດຕົວຂອງຊາວນາ ຕາມຖະຫນົນຫົນທາງໃນເມືອງ ເພື່ອຫາລ້ຽງຊີບ.
ປະຕິບັດ:  ເຕີດເຊີນ - ທົງທ້ຽນ
 

bichlien

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top