• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ເຄື່ອງບູຮານຝຣັ່ງ ໃນກະແສວັດທະນະທຳ ຫວຽດນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນ ການທູດລະຫວ່າງສອງປະເທດຫວຽດນາມ-ຝຣັ່ງຄົບຮອບ 41 ປີ(1973-2014), ຫໍພິພິດທະພັນປະຫວັດສາດ ສົມທົບກັບ ຫໍພິ ພິດທະພັນວິຈິດຕະກຳ ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງງານວາງສະ ແດງເຄື່ອງບູຮານ ຝຣັ່ງຂຶ້ນ, ໂດຍມີວັດຖຸພັນປະມານ  100 ລາຍ ການ ເພື່ອສະແດງໃຫ້ເຫັນສ່ວນຫນຶ່ງຂອງວັດທະນະທຳ ຝຣັ່ງ ທີ່ປະກົດຕົວໃນກະແສວັດທະນະທຳ ຫວຽດນາມ. ງານວາງ ສະແດງຈັດຂຶ້ນຮອດເດືອນ ມີຖຸນາ ປີ 2015 ທີ່ຫໍພິພິດທະພັນ ປະຫວັດສາດ ນະຄອນໂຮ່ຈີມິນ, ເຮືອນເລກ 2 ຖະໜົນ ຫງວຽນບິ໋ງຄຽມ, ຄຸ້ມ 1, ນະຄອນໂຮ່ຈີມິນ. 
ໝູ່ມະຫາຊົນຫລວງຫລາຍເຂົ້າຢ້ຽມຊົມງານວາງສະແດງ ໄດ້ມີ ໂອກາດຊື່ນຊົມກັບ ເຄື່ອງບູຮານທີ່ມີຫຼາກຫຼາຍທັງຮູບແບບ, ປະເພດ ແລະ ຄຸນນະພາບຂອງວັດຖຸພັນ ໂດຍຜ່ານ ການສະສົມຊຸດບູຮານຕ່າງໆເຊັ່ນວ່າ: ຊຸດເຄື່ອງກິນ 26 ເຍື່ອງ ຂອງ ພວກຂຸນນາງຝຣັ່ງ, ໂຖ Bertin ເປັນຄູ່, ຊຸດສະສົມຮູບປັ້ນ ເຈົ້າແມ່ທະເລ, Napoléon Bonaparte…  ແລະ ຊຸດ ຕະກຽງໄຕ້ ດ້ວຍນຳ້ມັນ, ຕີນກະຕຽງ  ພ້ອມກັບເຄື່ອງອຸປະກອນ ເຍືອງແສງທີ່ໄດ້ ກຳເນີດຂຶ້ນກ່ອນນີ້ນັບເປັນຫຼາຍພັນປີ.

ເຄື່ອງບູຮານຝຣັ່ງ ປະມານ 100 ລາຍການໄດ້ວາງ ສະແດງ ຢູ່ຫໍພິພິດທະພັນປະຫວັດສາດນະຄອນໂຮ່ຈີມິນ.


ງານວາງສະແດງໄດ້ດຶງດູດຄວາມສົນໃຈຂອງມວນຊົນ ທັງຢູ່ ພາຍໃນ ແລະ ຕ່າງປະເທດ.


ນັກສຶກສານະຄອນໂຮ່ຈີມິນ ກ່ໍມີຄວາມສົນໃຈທີ່ສຸດ ຕ່ໍ ງານ ວາງສະແດງຄັ້ງນີ້.

ສິ່ງທີ່ສ້າງຄວາມປະທັບໃຈທຳອິດ ໃຫ້ແກ່ມວນຊົນໄດ້ຊົມ ແມ່ນ ຊຸດເຄື່ອງກິນທີ່ມີແຕ່ສະຕະວັດທີ 19 ເຮັດດ້ວຍດິນເຜົາເຄືອບ ສີຂາວ , ຊຶ່ງໄດ້ຖືວ່າ ແມ່ນຜະລິດຕະພັນສະເພາະເພື່ອຮັບໃຊ້ ໃຫ້ພວກຂຸນນາງຝຣັ່ງ. ສິ່ງທີ່ເປັນເອກະລັກຂອງຊຸດເຄື່ອງກິນນີ້ ແມ່ນ ການປະສົມປະສານແບບກົມກືນລະຫວ່າງທີ່ເປັນ ສັນຍາ ລັກຂອງຕາເວັນອອກ ກັບຈຸດເອກະລັກຂອງຕາເວັນຕົກ. ຕົວ ຢ່າງຄື: ຈານສອງໃບທີ່ແຕ້ມຕາມເລື່ອງເກົ່ານິທານເດີມ “ຈຸກເລິມ ເທິດຮ່ຽນ” ນັ້ນ ມີຜູ້ຊາຍ 7 ຄົນ ຕ່າງກ່ໍມີ ການນຸ່ງຖື ແບບຕາເວັນອອກແຕ່ໃບໜ້າພັດແມ່ນ ຄົນເອີຣົບ. ຢູ່ທາງລຸ່ມຂອງຊຸດ ເຄື່ອງກິນແຕ່ລະອັນລ້ວນແຕ່ ມີເຄື່ອງໝາຍຂອງໂຮງງານ Jules Vieillard & Cie (Bordeaux) ປະດິດສ້າງຂຶ້ນໃນສະຕະວັດທີ 19.

ງານວາງສະແດງຍັງນຳສະເໜີໃຫ້ມວນຊົນໄດ້ຊົມ ຄູ່ໂຖ  Bertin  ທີ່ໄດ້ຮັບການຜະລິດຂຶ້ນເມື່ອປີ 1859. ຊຶ່ງແມ່ນສອງ ໂຖໃນຊຸດມີ 4 ຫນ່ວຍທີ່ມີຊື່ຕາມ 4 ລະດູຄື: (ລະດູ ບານໃໝ່, ລະດູແລ້ງ, ລະດູໃບໄມ້ຫຼົ່ນ ແລະ ລະດູ ໜາວ)ໂດຍ ແມ່ນ Antoine Francois Dalacour ປະດິດສ້າງດ້ວຍເຕັກ ນິກການຫລອມໃສ່ເບົ້າເມື່ອປີ 1859. ໂຖຄູ່ນີ້ ມີລວງສູງກວ່າ 1 ແມັດ, ເສັ້ນຜ່າກາງປະມານ 0,6 ແມັດ. ຈາກນັ້ນ, ນັກແກະ ສະຫຼັກ Léopold Joseph Gély ໄດ້ໃຊ້ແປ້ງຫີນກາວ ປະ  ດັບຕົກແຕ່ງລາຍດອກຕ່າງໆ. ພົງສາວະດານຝຣັ່ງ ບັນທຶກ ໄວ້ວ່າ, ຄູ່ໂຖ Bertin ຖືກນຳຖະຫວາຍບັນນາການ ໃຫ້ມະ ຫາກະສັດ Napoléon ຜູ້ທີ 3 (1808-1873). ຈຸດພິເສດ ແມ່ນວົງການຄົ້ນຄວ້າປະຫວັດສາດ ຍັງຊອກບໍ່ຮູ້ເຫດຜົນ, ຍ້ອນ ຫຍັງໂຖຄູ່ນີ້ ຈຶ່ງ “ຊັດເຊ” ມາຮອດຫວຽດນາມ ພາຍຫຼັງການ ຜັນ ຜວນນາໆປະການ ຂອງປະຫວັດສາດ.

ນອກນັ້ນ, ມວນຊົນຍັງໄດ້ຊົມ ຈານດິນເຜົາສີ ທີ່ມີຮູບແຕ້ມ ຂອງ ທ່ານ Fouquier Tinville  ເມື່ອປີ 1793. ໄດ້ ຊາບວ່າ, ທ່ານ Fouquier Tinville ແມ່ນໄອຍະການທີ່ມີ ຊື່ສຽງໂດ່ງດັງ ໃນ ຊ່ວງໄລຍະການປະຕິວັດຝຣັ່ງ (1789- 1799) ວ່າທ່ານໄດ້ອອກ ຄຳຕັດສິນ ແລະ ເອົາຜູ້ທີ່ມີຊື່ສຽງຫຼາຍຄົນຂອງຝຣັ່ງຄາວນັ້ນ ໄປ ປະຫານຊີວິດຄື: ພະລາຊີນີ Marie Antoinette , ນັກເຄມີ ທີ່ຍິ່ງໃຫຍ່Antoine Laurent de Lavoisier, Elisabeth (ນ້ອງສາວເຈົ້າຊີວິດ Louis16), Barry (ເມຍນ້ອຍ ຂອງເຈົ້າຊີວິດ), ນັກກະວີ Barry , ນາຍພົນ Hoch …

ສະເພາະຮູບປັ້ນ Napoléon Bonaparte (1769-1821) ໃນທ່າຄຶງສາຍບັງຫຽນມ້າ ແມ່ນເດັ່ນຊັດຂຶ້ນໃນຊຸດສະສົມຮູບປັ້ນ  ທີ່ເຮັດດ້ວຍທອງແດງ. ທ່າທາງຂອງທ່ານ ແລະ ມ້າ ກໍ່ຄືຊຸດອາ ພອນຂອງ Napoléon Bonaparte ສະແດງໃຫ້ເຫັນຮູບປັ້ນ ຖືກປະດິດສ້າງຂຶ້ນ ໂດຍເອົາແບບຕາມແຜ່ນພາບທີ່ມີຊື່ ດັງ ແຕ້ມຮູບ ບັນຊາການຜູ້ທີໜຶ່ງ ຂ້າມກີ່ວ Srand Saint Bernard  ທີ່ສາຍພູ Alpes (ເພື່ອກ້າວເຂົ້າດິນແດນຂອງ ອີຕາ ລີ)ໂດຍຈິດຕະກອນ  Jacques Louis David ແຕ້ມໃນ ໄລຍະປະມານ ປີ 1800-1803.

ຮູບປັ້ນ Napoleon ດ້ວຍໂລຫະ, ທ້າຍສະຕະວັດທີ 19.


ໝ້ໍນ້ອຍທີ່ມີຝາອັດດ້ວຍດິນເຜົາເຄືອບ, ສະຕະວັດທີ 19.


ເຕົ້ານ້ຳຊາເຮັດດ້ວຍດິນເຜົາເຄືອບ, ສະຕະວັດທີ 19.


ໂຖ Bertin ທີ່ຜະລິດໃນປີ 1859


ຂັນດິນເຜົາເຄືອບ, ສະຕະວັດທີ 19.


ຈານດິນເຜົາສີ ທີ່ແຕ້ມຮູບທ່ານ Fouquier Tinville ໃສ່ເມື່ອ ປີ 1793.


ໂຖໂລຫະ, ທ້າຍສະຕະວັດທີ 19.


ຈານດິນເຜົາເຄືອບ, ສະຕະວັດທີ 19.


ຈານທີ່ມີຮູບຜູ້ຍິງຝຣັ່ງ, ສະຕະວັດທີ 19.


ຕະກຽງໂລຫະ, ສະຕະວັດທີ 19.


ຕະກຽງໃຊ້ນ້ຳມັນ, ສະຕະວັດທີ 19.


ຕະກຽງໂລຫະ, ສະຕະວັດທີ 19.


ສິ່ງທີ່ເປັນເອກະລັກຂອງຊຸດເຄື່ອງກິນນີ້ ແມ່ນ ການປະສົມປະສານແບບກົມກືນລະຫວ່າງທີ່ເປັນສັນຍາລັກ
ຂອງຕາເວັນອອກ ກັບຈຸດເອກະລັກຂອງຕາເວັນຕົກ. 

ເຄື່ອງຂອງບູຮານແຕ່ລະອັນ ຫຼື ຊຸດສະສົມໜຶ່ງໃນງານວາງ ສະແດງ ລ້ວນແຕ່ຕິດພັນກັບສະຖານະການທີ່ປະທັບໃຈ,  ເຊິ່ງ ໄດ້ສ້າງຄວາມຈັບໃຈ ໃຫ້ແກ່ແຂກຄົນທີ່ມາຢ້ຽມຊົມ. ງານວາງ ສະແດງຍັງສ່ອງແສງໃຫ້ເຫັນເຖິງ ວັດທະນະທຳຝຣັ່ງ ສ່ວນໃດ ສ່ວນໜຶ່ງ ທີ່ເຄີຍໄດ້ປະກົດຕົວຢູ່ ໃນກະແສປະຫວັດຄວາມ ເປັນ ມາຂອງວັດທະນະທຳຫວຽດນາມທີ່ຫຼາກຫຼາຍ ແລະ ອຸດົມສົມ ບູນ .
 
ບົດ: ຫງວຽນຫວູ້ແທ່ງດາດ - ພາບ:  ດັ້ງກິມເຟືອງ




 

bichlien

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top