• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ເຄື່ອງບູຊາທີ່ເກົ່າແກ່ຂອງສາສະໜາກາໂຕລິກ

ພາຍໃນເຮືອນມູນເຊື້ອຂອງສາສະໜາກາໂຕລິກ ທີ່ຕັ້ງຢູ່ ເຮືອນເລກທີ 6, ຖະໜົນ ໂຕນດຶກຖັງ, ເມືອງ 1 ແຫ່ງນະຄອນ ໂຮ່ຈີມິນ, ຄຸນພໍ່ ຫງວຽນຫຶວຈຽດ ໄດ້ນໍາສະເໜີຕໍ່ສາມັນຊົນເພື່ອໃຫ້ຮູ້ຈັກ ຊຸດສະສົມ “ເຄື່ອງບູຊາທີ່ເກົ່າແກ່ ແຕ່ສະໄໝບູຮານຂອງສາສະໜາກາໂຕລິກ” ທີ່ເປັນເອກະລັກສະເພາະ ແລະ ມີຄຸນຄ່າທີ່ສຸດ. ຜ່ານຊຸດສະສົມດັ່ງກ່າວ, ຜູ້ເປັນເຈົ້າຂອງ ຢາກ ຝາກໃຫ້ນັກທ່ອງທ່ຽວຮູ້ທະໜັກເຖິງການປົກປັກຮັກ ສາວັດທະ ນະທຳຂອງສາສະໜາ ກີໂຕ ແລະ ວັດທະນະທຳຊົນເຜົ່າ.
ມາທີ່ນີ້, ໝູ່ສາມັນຊົນ ແລະ ສາສະນິກະຊົນຈະໄດ້ຢ້ຽມຊົມ ເຄື່ອງບູ ຊາຫລາຍກວ່າ 200 ​ເຄື່ອງທີ່ມີ​ຄຸນຄ່າ​ສູງ​ທາງ​ດ້ານ​ເຕັກນິກ​ຂອງ​ຄວາມ​ສວຍ​ງາມ ​ແລະ ເຄີຍໄດ້ຖືກນຳໃຊ້ໃນພິທີການ, ຮີດຄອງ​ປະ​ເພນີ​ຕ່າງໆ​ ຂອງສາສະໜາກາໂຕລິກ.
 
ກ້າວ​ເຂົ້າ​ສູ່​ຫ້ອງ​ວາງສະ​ແດງ, ໝູ່ສາມັນຊົນກ່ອນ​ອື່ນ​ຈະ​ໄດ້ຊື່ນຊົມຮູບປັ້ນ ພະເຢຊູຮັບ​ເຄາະ​ເທິງ​ໄມ້​ກາງ​ເຂນ ສູງ 2 ແມັດ, ມີແຫຼ່ງກໍາເນີດມາ​ຈາກເມືອງ ຫາຍເຫົ້າ, ແຂວງ ນາມດິງ ແຕ່ຕົ້ນສະຕະວັດ ທີ 20. ຮູບປັ້ນດັ່ງກ່າວໂດຍ​ແມ່ນທ່ານ ຟໍຢາວ ນາຍ​ຊ່າງຜູ້ມີຊື່ສຽງທີ່ສຸດໃນການແກະສະຫຼັກຮູບປັ້ນດ້ວຍໄມ້ຂອງ ຫວຽດນາມ ໃນສະໄໝນັ້ນ​ເປັນ​ຜູ້ສ້າງ. ຕາມຄຸນພໍ່ ຫງວຽນຫຶວຈຽດ ​ໃຫ້​ຮູ້​ວ່າ, ບັນດາ ຮູບປັ້ນແກະສະຫຼັກດ້ວຍໄມ້ທີ່ທ່ານ ຟໍຢາວ ແລະ ລູກສິດ ຂອງເພິ່ນສະໜອງ​ໃຫ້ ໄດ້ຖືກນຳໃຊ້ຢ່າງ​ຫລວງຫລາຍໃນໂບດຕ່າງໆຢູ່ ຫວຽດນາມ.

ບໍລິເວັນພາຍ​ໃນ​ຫ້ອງວາງສະແດງຊຸດສະສົມ “ເຄື່ອງບູຊາທີ່ເກົ່າແກ່​ແລະ​ບູຮານ​ນະ​ການຂອງ
ສາສະໜາ ກາໂຕລິກ”ທີ່ເຮືອນມູນເຊື້ອຂອງສາສະໜາ ກາໂຕລິກ ຢູ່ນະຄອນ ໂຮ່ຈີມິນ. ພາບ: ຫງວຽນລວນ 



ຊຸດສະສົມ “ເຄື່ອງບູຊາທີ່ເກົ່າແກ່​ແລະ​ບູຮານ​ນະ​ການຂອງ ສາສະໜາ ກາໂຕລິກ”ສາມາດດຶງດູດ
ນັກທ່ອງທ່ຽວມາຢ້ຽມຊົມນັບເປັນຈຳນວນຫຼວງຫຼາຍ. ພາບ: ຫງວຽນລວນ



ໝູ່ສາມັນຊົນ  ຢ້ຽມຊົມ ເຄື່ອງບູ ຊາຫລາຍກວ່າ 200 ​ເຄື່ອງທີ່ມີ​ຄຸນຄ່າ​ສູງ​ທາງ​ດ້ານ​ເຕັກນິກ​ຂອງ​ຄວາມ​ສວຍ​ງາມ
​ແລະ ເຄີຍໄດ້ຖືກນຳ ໃຊ້ໃນພິທີການ, ຮີດຄອງ​ປະ​ເພນີ​ຕ່າງໆ​ ຂອງສາສະໜາກາໂຕລິກ
ພາບ: ຫງວຽນລວນ



ຄຸນພໍ່ ຫງວຽນຫຶວຈຽດ ກຳລັງແນະນຳ ຊຸດສະສົມ ເຄື່ອງບູຊາທີ່ເກົ່າແກ່​ແລະ​ບູຮານ​ນະ​ການຂອງ
ສາສະໜາ ກາໂຕລິກ
”.  ພາບ: ແທ່ງດາດ

ໃນຈໍານວນ 200 ​ເຄື່ອງ​ບູຊາ​ຂອງ​ສາສະໜາ​ກາ​ໂຕ​ລິກ, ຕູ້ບູຊາທີ່ແກະ ສະຫຼັກດ້ວຍ ໄມ້ລຳແຂງ (Ebony) ແລະ ຝັງມຸກ ​ເປັນ​ເຄື່ອງ​ວັດຖຸ​ບູຊາ​ໜຶ່ງ​ທີ່ຄຸນພໍ່ ຫງວຽນຫຶວຈຽດ ໃຫ້ຄວາມ​ເຄົາລົບນັບຖືທີ່​ສຸດ. ເຈົ້າຂອງຜູ້ທໍາອິດ ຂອງຕູ້ບູຊາໜ່ວຍນີ້ ແມ່ນເຈົ້າແຂວງ​ແຂວງ ບິ່ງເຢືອງ ມີ​ໄວ້​ໃນ​ຄອບ​ຄອງ​ຕັ້ງແຕ່ສະຕະວັດທີ 19. ຫຼັງຈາກເພິ່ນ ເສຍຊີວິດໄປແລ້ວ, ຄອບ ຄົວເພິ່ນ​ໄດ້ມອບໃຫ້ຄຸນພໍ່ ຟາວໂລ ຫງວຽນຊວນດິງຊຶ່ງ​ເປັນ ຄຸນພໍ່ຂອງ ສາສະໜາ ເຂດຖາຍຮວ່າ  ສັງຄະສະມາຄົມ ຈີ້ຮວ່າ ຢູ່ເມືອງ ເຕິນບິ່ງ, ນະຄອນ ໂຮ່ຈີມິນ, ຕໍ່​ຈາກ​ນັ້ນ ຄຸນພໍ່ ຫງວຽນຊວນດິງ ​ໄດ້ມອບຕໍ່ໃຫ້ເຮືອນມູນເຊື້ອຂອງສາສະໜາ ກາໂຕລິກ.
 

ຕາມຄຸນພໍ່ ຫງວຽນຫຶວຈຽດ ແລ້ວ, ຕູ້ບູຊາໜ່ວຍນີ້ ​ແມ່ນ​ວັດຖຸ​ເຄື່ອງ​ທີ່​ມີ​ໜຶ່ງ ບໍ່​ມີ​ສອງຢູ່ ຫວຽດນາມ ແລະ ໂລກນີ້, ​ເພາະ​ມັນ​ຖືກ ອອກແບບຕາມວັດທະນະທຳຂອງ ຫວຽດນາມ ແຕ່ກໍ່ຍັງຝັງ ລວດລາຍ ຮູບພາບທີ່​ລະອຽດຂອງສາສະໜາ ກາໂຕລິກ. ເທິງຕູ້ບູຊາ ໜ່ວຍນີ້ ມີຮູບປັ້ນແມ່ ມາຣີ ກຳລັງອູ້ມ ພະເຢຊູ ເຮັດດ້ວຍດິນເຜົາ ບຽນຮວ່າ. ຮູບປັ້ນໜ່ວຍນີ້ ກໍ່ລຳ້ຄ່າທີ່​ສຸດຍ້ອນເຕົາດິນເຜົາຕ່າງໆທີ່ມີຊື່ສຽງຢູ່ພາກໃຕ້ ໃນສະໄໝນັ້ນ ຄື: ໄກມາຍ, ລາຍທ່ຽວ, ບຽນຮວ່າ ລ້ວນ​ແຕ່​ບໍ່​ທໍາ​ການຜະລິດເຄື່ອງບູຊາຂອງສາສະໜາ ກາໂຕລິກ.
 
ເຄື່ອງບູຊາຈໍານວນ​ບໍ່​ໜ້ອຍໃນຊຸດສະສົມດັ່ງກ່າວ ມີລັກສະນະປະສົມ ປະສານ ລະຫວ່າງວັດທະນະທຳຂອງ​ເບື້ອງຕາເວັນອອກ-ຕາເວັນຕົກ​ເຊັ່ນ:ຮູບປັ້ນ ພະເຢຊູ ນຸ່ງເສື້ອຕາມແບບແຜນຂອງ​ເບື້ອງຕາເວັນອອກ. ຄຽງຄູ່ກັນນັ້ນ ແມ່ນການປະສານສົມທົບລະຫວ່າງ ສາສະໜາພຸດ- ສາສະໜາ ຂົງຈື - ສາສະໜາ ດ້າວ (Taoism) ກັບສາສະໜາ ກາໂຕລິກ.
 
ນອກຈາກ ເຄື່ອງບູຊາທີ່ມີ​ແຫ​ລ່ງກໍາ​ເນີ​ດຈາກພາຍໃນປະ​ເທດ, ນັກທ່ອງທ່ຽວ ຍັງມີຄວາມປະທັບໃຈທີ່​ສຸດເມື່ອໄດ້ຊົມຮູບປັ້ນແມ່ ມາຣີ ທີ່ມີຕົ້ນກຳເນີດມາແຕ່ ອີຕາລີ ໃນສະຕະວັດທີ 19 ແກະສະຫຼັກ ດ້ວຍຫີນອ່ອນ ​ແລະ​ປະກອບ​ດ້ວຍລວດລາຍຕ່າງໆ ຢ່າງປານີດ.

ລຸງ ຫງວຽນຄັກເຕິມ, ສາສະນີກະຊົນຄົນໜຶ່ງຢູ່ເມືອງ ບິ່ງແທກ, ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: “ຊຸດສະສົມປະກອບ​ດ້ວຍ​ວັດຖຸ​ເຄື່ອງ​ທີ່ ມີຄຸນຄ່າທີ່​ສຸດ, ມັນສະແດງໃຫ້ເຫັນຢ່າງຄົບຖ້ວນບັນດາ ເຄື່ອງບູຊາຂອງສາສະໜາ ກາໂຕລິກ ທີ່​ເປັນ​ເອກະລັກ​ສະ​ເພາະຂອງ ວັດທະນະທຳ ຫວຽດນາມ. ຂ້າພະເຈົ້າຮູ້ສຶກ ປະທັບໃຈທີ່ສຸດ​ຕໍ່​ກັບ​ຕູ້ບູຊາ ທີ່ແກະສະຫຼັກດ້ວຍໄມ້ລຳແຂງ ແລະ ຝັງມຸກທີ່ສວຍງາມນັ້ນ”.


ຮູບປັ້ນແມ່ມາຣີ ທີ່ໂບດ ແບ່, ເຂດສາສະໜາ ດ່າງງວ່າຍ, ສະຕະວັດທີ 18. ພາບ: ຫງວຽນລວນ


ຊຸດຮູບປັ້ນ ຄຼິດສະມາດ ທີ່ເຮັດດ້ວຍດິນເຜົາ, ມີຕົ້ນກຳເນີດຈາກ ຝຣັ່ງ, ສະຕະວັດທີ 19. ພາບ: ຫງວຽນລວນ


ຮູບປັ້ນພະ ກີໂຕ ເຮັດດ້ວຍດິນເຜົາຂອງ ທ່ານ ຟໍຈ້ອງ (ຟາດຢ້້ຽມ) ປະຕິບັດເມື່ອປີ 1925. ພາບ: ຫງວຽນລວນ


ຮູບປັ້ນ ແມ່ ມາຣີ ຫຼໍ່ດ້ວຍທອງ, ມີຕົ້ນກຳເນີດຈາກ ຝຣັ່ງ, ສະຕະວັດທີ 19. ພາບ: ຫງວຽນລວນ


ຊຸດເຄື່ອງບູຊາທີ່ໄດ້ເຄືອບສີຄຳ, ໄດ້ຜະລິດໃນໄລຍະ
ທ້າຍສະຕະວັດທີ 19 ຕົ້ນສະຕະວັດທີ 20. ພາບ: ຫງວຽນລວນ



ຮູບປັ້ນ ແມ່ ລາວາງ ທີ່ແກະສະຫລັກດ້ວຍໄມ້. ພາບ: ຫງວຽນລວນ


ແທ່ນທຽນຫຼໍ່ດ້ວຍທອງ, ມີຕົ້ນກຳເນີດຈາກ ເອີຣົບ, ສະຕະວັດທີ 19-20. ພາບ: ຫງວຽນລວນ


ຮູບປັ້ນພະເຢຊູ ແກະສະຫລັກດ້ວຍໄມ້, ຊຸມປີ 70 ຂອງສະຕະວັດທີ 20. ພາບ: ຫງວຽນລວນ


ໄມ້ກາງເຂນໄດ້ຝັງມຸກ. ພາບ: ຫງວຽນລວນ


ເຄື່ອງບູຊາໜ່ວຍໜຶ່ງທີ່ຫຼໍ່ດ້ວຍທອງ, ມີຕົ້ນກຳເນີດຈາກ ຝຣັ່ງ, ຕົ້ນສະຕະວັດທີ 20. ພາບ: ແທ່ງດາດ


ຮູບປັ້ນ ພະເຢຊູ ທີ່ແກະສະຫລັກດ້ວຍໄມ້ ແລະ ເຈ້ຍ. ພາບ: ແທ່ງດາດ


ຮູບປັ້ນແມ່ ມາຣີ ແລະ ພະເຢຊູ ທີ່ແກະສະຫລັກດ້ວຍໄມ້. ພາບ: ແທ່ງດາດ


ຫົວຮູບປັ້ນ ພະເຟໂຣ ທີ່ເຮັດດ້ວຍດິນເຜົາ. ພາບ: ແທ່ງດາດ


ພາບຄວັດສະຫຼັກໂນນພະ ເຢຊູ ທີ່ເຮັດດ້ວຍໄມ້. ພາບ: ແທ່ງດາດ
ບົດ: ແທ່ງດາດ - ພາບ: ຫງວຽນລວນ, ແທ່ງດາດ

ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະໄໝ ລາຊະວົງ ເລ

ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະໄໝ ລາຊະວົງ ເລ

ຫວ່າງ​ມໍ່ໆ ​ມາ​ນີ້, ຫໍພິພິທະ​ພັນ​ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ ​ວັດ​ຖຸ​ບູຮານ ​ແລະ ​ເອກະສານ​ກວ່າ 200 ​ຊຸດ ກ່ຽວ​ກັບ​ ຢາງ ຫວໍເຈື່ອງ ໃນ​ຫົວ​ຂໍ້​: “​ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະ ໄໝ ລາຊະວົງ ເລ”. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ໄດ້​ຊົມ​ໂຮງຮຽນມວຍ​ແຫ່ງ​ທຳ​ອິດ​ຂອງ ກຳແພງ ທັງລອງ ໃນເມື່ອກ່ອນ ດ້ວຍ​ຊຸດສະ​ສົມ​ ສົມບັດ ແຫ່ງ​ຊາດ ແລະ ອາວຸດ ສະໄໝ ລາຊະວົງ ​ເລ.

Top