• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ເຂົ້າໜົມຫວານຕົ້ມ-ເຂົ້າໜົມບົວລອຍ ແລະ ບຸນ ຮ່ານຖືກ ຂອງ ຄົນຫວຽດ

ຄົນຫວຽດນາມ ມີເລື່ອງລາວ ເລົ່າສືບຕໍ່ໆກັນມາວ່າ ເຂົ້າໜົມຫວານຕົ້ມ-ເຂົ້າໜົມບົວລອຍ ມີແຕ່ສະໄໝເຈົ້າຊີວິດຮຸ່ງ ແລະ ຕຳນານ ເຮັດເຂົ້າໜົມຫວານຕົ້ມ-ເຂົ້າໜົມບົວລອຍ ນີ້ແມ່ນ ເຕືອນໃຫ້ ຄົນເຮົາ ຫວນຄິດເຖິງເທບນິຍາຍ “ໄຂ່ຮ້ອຍໜ່ວຍ” ຂອງ ເອົາເກີ (ຖືວ່າ ເປັນປູ່ຍ່າຕາຍາຍ ຂອງຄົນຫວຽດ). 
ບໍ່ຮູ້ແຕ່ເມື່ອໃດ, ເຂົ້າໜົມຫວານຕົ້ມ-ເຂົ້າໜົມບົວລອຍ ໄດ້ກາຍ ເປັນອາຫານ  ທີ່ຂາດບໍ່ໄດ້ ໃນໂອກາດບຸນ ຮ່ານຖືກ ຂອງຄົນ ຫວຽດ ຊຶ່ງໄດ້ຈັດຂຶ້ນ ໃນວັນທີ 3 ເດືອນ 3 ຂອງ ທຸກປີ. ໃນໂອກາດ ນີ້, ຄົນຫວຽດ ເຮັດເຂົ້າໜົມຫວານຕົ້ມ-ເຂົ້າໜົມບົວລອຍ ແລະ ນ້ຳຫວານເຂົ້າໜຽວ ເພື່ອທຳພິທີບູຊາ ພະພຸດທະເຈົ້າ ແລະ ຈາລຶກເຖິງ ບັນພະບຸລຸດ ກ່ໍຄືຜູ້ທີ່ ລ່ວງລັບໄປແລ້ວ ໃນທ້າຍລະດູບານໃໝ່.

ເຖິງວ່າມີວິທີການປຸງແຕ່ງທີ່ງ່າຍ ແຕ່ເພື່ອເຮັດເຂົ້າໜົມຫວານ ຕົ້ມ-ເຂົ້າໜົມບົວລອຍ  ໃຫ້ແຊບ ກໍຕ້ອງເລືອກວັດຖຸດິບ ຢ່າງພິຖີພິຖັນ ເຊ່ັນ ເຂົ້າໜຽວເຮັດເຂົ້າໜົມຫວານຕົ້ມ-ເຂົ້າໜົມບົວລອຍ ຕ້ອງແມ່ນເຂົ້າຫອມມະລີ ແລະ ປະສົມຕາມ ມາດຕາສ່ວນ ເຂົ້າໜຽວ 8 ເຂົ້າ ຈ້າວ 2.

ເຂົ້າໜົມບົວລອຍ ເຮັດຈາກແປ້ງເຂົ້າໜຽວ ປະສົມກັບນ້ຳຄັ້ນໃຫ້ເຂົ້າກັນ ແລ້ວປັ້ນເປັນກ້ອນ, ຂ້າງໃນເປັນນ້ຳຕານກ້ອນ (ເຮັດຈາກ ນ້ຳອ້ອຍ). ຈາກນັ້ນໄດ້ນຳໄປຕົ້ມໃຫ້ສຸກ ແລ້ວເອົາໄປແຊ່ ລົງນ້ຳເຢັນ ແລະ ຕັກໃສ່ຈານແລ້ວໂຮຍໝາກງາສຸກຢູ່ເທິງ.


ວັດຖຸເພື່ອປຸງແຕ່ງ ເຂົ້າໜົມບົວລອຍ ລວມມີ ແປ້ງເຂົ້າໜຽວ ເຂົ້າຈ້າວບົດ, ນ້ຳຕານກ້ອນ, ສ່ວນ ເຂົ້າໜົມຫວານຕົ້ມ ລວມມີ ແປ້ງເຂົ້າໜຽວ ເຂົ້າຈ້າວບົດ, ແປ້ງມັນສະຄູ ແລະ  ໝາກຖົ່ວ ຂຽວ. 


ນ້ຳຕານກ້ອນຖືກຫໍ່ຢູ່ຂ້າງໃນ ຂອງ ເຂົ້າໜົມບົວລອຍ.


ແປ້ງຖົ່ວຂຽວສຸກ ຖືກຫໍ່ ຢູ່ຊ້າງໃນເຂົ້າໜົມຫວານຕົ້ມ. 


ເຂົ້າໜົມບົວລອຍ- ເຂົ້າໜົມຫວານຕົ້ມ ຫຼັງຈາກປັ້ນເປັນເມັດ ແລ້ວ ຈະເອົາໄປຕົ້ມໃສ່ໝໍ້ນ້ຳຮ້ອນ
ຈົນເຂົ້າໜົມຟູຂຶ້ນ ໝາຍ ຄວາມວ່າ ເຂົ້າໜົມສຸກແລ້ວ. 



ເຂົ້າໜົມບົວລອຍ ທີ່ສຸກແລ້ວ ຕັກໃສ່ຈານ...


... ຫຼັງຈາກນັ້ນ ໂຮຍໝາກງາໃສ່ໜ້າ. 


ເຂົ້າໜົມຫວານຕົ້ມ ໄດ້ຕັກໃສ່ຖ້ວຍ ແລະ ຕື່ມອີກນ້ຳຫວານມັນສະຄູໃສ່. 


ບຸນ ຮ່ານຖືກ ແມ່ນໂອກາດເພື່ອໃຫ້ບັນດາສະມາຊິກ ໃນຄອບ ຄົວ ປຸ້ມລຸ້ມກັນ ເຮັດລາຍການອາຫານ
ເຂົ້າໜົມບົວລອຍ- ເຂົ້າ ໜົມຫວານຕົ້ມ.



ເຂົ້າໜົມບົວລອຍ-ເຂົ້າໜົມຫວານຕົ້ມ ຊຶ່ງຊາວຫວຽດນາມ ໃຫ້ການນັບຖື ເອົາຂຶ້ນບູຊາຢູ່ຫໍ. 


ເຂົ້າໜົມບົວລອຍ ຕັກໃສ່ຈານ ແລະ ເຂົ້າໜົມຫວານຕົ້ມ ຕັກໃສ່ຖ້ວຍ. 


ຜູ້ປຸງແຕ່ງສາມາດຕື່ມວັດຖຸປະກອບຕ່າງໆເຊັ່ນ ໝາກເຂົ້າ, ມັນດ້າງ ເພື່ອສ້າງສີສັນງາມໆໃຫ້ແກ່ລາຍການອາຫານ. 

ສ່ວນເຂົ້າໜົມຫວານຕົ້ມ ກໍເຮັດຈາກແປ້ງ ແຕ່ຕ່າງຢູ່່ບ່ອນວ່າ ມີຂະໜາດໃຫຍ່ກວ່າ ແລະ ມີໃນແມ່ນ ໝາກຖົ່ວຂຽວສຸດ ປົນ ກັບ ນ້ຳຕານຊາຍ ແລະ ໝາກພ້າວ ຂຸດເປັນເສັ້ນ. ເຂົ້າໜົມ ຫວານຕົ້ມ ເມື່ອສຸກ ຈະຕັກໃສ່ຖ້ວຍ, ຕື່ມນ້ຳຫວານ ເຮັດຈາກ ແປ້ງ ມັນສະຄູ ເອືອບດອກໄມ້ ໝາກກ້ຽງໃຫຍ່. ແລ້ວແຕ່ ທ້ອງຖິ່ນ ຫຼື ຄວາມນິຍົມມັກ ຜູ້ປຸງແຕ່ງສາມາດໂຮຍໝາກງາ, ໝາກ ຖົ່ວຂຽວ ຫຼື ໝາກພ້າວ ຂຸດໃສ່ເທິງ.  

ປັດຈຸບັນ, ນອກຈາກວິທີເຮັດ ຕາມແບບມູນເຊື້ອ, ການເຮັດ ເຂົ້າ ໜົມບົວລອຍ- ເຂົ້າໜົມຫວານຕົ້ມ ຍັງມີການປ່ຽນແປງ ນ້ອຍ ໜຶ່ງ ເຊັ່ນ ແປ້ງເຮັດ ເຂົ້າໜົມບົວລອຍ ປະສົມກັບນ້ຳ ໝາກນັດ, ນ້ຳໝາກເຂົ້າ ຫຼື ມັນດ້າງ ສຸກບົດ ເພື່ອໃຫ້ເຂົ້າໜົມບົວລອຍ ມີສີ ສັນງາມດີ. ເຂົ້າໜົມຫວານຕົ້ມ ມີໃນໝາກອຶ້ ຫຼື ໝາກຖົ່ວແດງ... ເພື່ອຄວາມນິຍົມມັກ ທີ່ແຕກຕ່າງກັນຂອງລູກຄ້າ. 


ບຸນ ຮ່ານຖືກ ກົງກັບວັນທີ 3 ເດືອນ 3 ຕາມຈັນທະປະຕິທິນ. ຄຳສັບ ຮ່ານຖືກ ມີຄວາມໝາຍວ່າ “ອາຫານເຢັນ”. ວັນບຸນ ມູນ ເຊື້ອ ນີ້ປະກົດມີຢູ່ຕາມແຂວງຕ່າງໆຈຳນວນໜຶ່ງຢູ່ຈີນ, ພາກເໜືອ ຫວຽດນາມ ແລະ ຊາວຈີນ ຈຳນວນໜຶ່ງ ຢູ່ໃນໂລກ.  


ປະຕິບັດ: ເຈິ່ນແທງຢາງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top