• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

“ເຂົ້າປຸ້ນເບັດເສັດ” ໝີຖໍ

“ເຂົ້າປຸ້ນເບັດເສັດ” ເປັນອາຫານເຍື່ອງໜຶ່ງທີ່ຂອງຊາວໝີຖໍ ທີ່ຄົນຫວຽດນາມທົ່ວໄປຮູ້ຈັກດີ. ຊຶ່ງ
ແຕ່ລະຂົງເຂດມີວິທີປຸງແຕ່ງແຕກຕ່າງກັນ, ຕົວຢ່າງຄື ເຫວ້ ມີເຂົ້າປຸ້ນງົວຢໍ່ໝູ, ຮ່າໂນ້ຍມີເຂົ້າປຸ້ນຢໍ່, ເຂົ້າປຸ້ນແກງກະປູ.

 

 
“ເຂົ້າປຸ້ນເບັດເສັດ” ເປັນອາຫານແຊບຊ້ອຍທີ່ລືຊື່ຂອງໝີຖໍ, ແຂວງຕ່ຽນຢາງ, ຕາມການບອກເລົ່າກ່າວຂານຂອງຊາວໝີຖໍ, ການກິນຊີມລົດຊາດ ອາຫານເຍື່ອງນີ້, ຕ້ອງຮູ້ຈັກວິທີປະສົມເຂົ້າປຸ້ນ, ຊີ້ນ, ກຸ້ງ, ຜັກ, ແຈ່ວນ້ຳປາສົ້ມຫວານ ຈະໃຫ້ລົດຊາດແຊບນົວເປັນທີ່ຈັບອົກຈັບໃຈທາງດ້ານ 
 
ກິ່ນຫອມຂອງຊີ້ນໝູສາມຊັ້ນ, ຂອງໝາກຖົ່ວດິນ, ລົດເຂັ້ມຂອງນ້ຳປາ, ລົດສົ້ມຂອງໝາກຂາມ, ລົດຫວານຂອງກຸ້ງສົດ, ລົດເຜັດຂອງໝາກພິກ, ເຍືອກເຢັນຂອງຜັກຫອມ…ເຖິງວ່າເປັນອາຫານພື້ນບ້ານແຕ່“ເຂົ້າປຸ້ນເບັດເສັດ” ຖືເປັນອາຫານພິເສດຂອງເຂດໝີຖໍໂດຍສະເພາະ.
ວັດຖຸດິບ:
- ກະດູກໝູ 2 ກິໂລກຣາມ
- ກະດູກຂ້າງໝູ ½ ກິໂລກຣາມ
- ຊີ້ນໝູສາມຊັ້ນ 250 ກຣາມ
- ໝາກຂາມ
- ຜັກແປ້ນ, ສະຫຼັດ, ຜັກບົ້ງ, ດອກກ້ວຍຊອຍເປັນເສັ້ນ
- ຫອມບົ່ວ, ຜັກທຽມ
- ເກືອ, ນ້ຳຕານ, ແປ້ງນົວ, ນ້ຳປາ
- ຖົ່ວດິນຕຳແຫຼກ
- ເຂົ້າປຸ້ນ
- ປາແດກ     
                                                               
ວິທີປຸງ:
- ຊີ້ນໝູສາມຊັ້ນ, ກະດູກຂ້າງໝູຕັດເປັນຕ່ອນພໍກິນ ແລ້ວໃສ່ໝໍ້ຕົ້ມ ເມື່ອຊີ້ນ ກະດູກຂ້າງສຸກດີແລ້ວ ກໍຕັກຊີ້ນອອກ, ສ່ວນກະດູກຕົ້ນຕໍ່ໄປອີກ ເພື່ອເອົານ້ຳ ແກງ.
- ຊີ້ນໝູສາມຊັ້ນປະໃຫ້ມັນເຢັນ ແລ້ວຊອຍບາງ.
- ກຸ້ງຕົ້ມສຸກ, ແກະເປືອກ.
- ຫອມບົ່ວລ້າງສະອາດ, ຊອຍນ້ອຍໆ.
- ນ້ຳແກງໃສ່ໝາກຂາມ, ປາແດກ ແລະເຄື່ອງປຸງພໍດີກິນ.
- ເວລາຮັບປະທານ, ເອົາເຂົ້າປຸ້ນໃສ່ຖ້ວຍ ແລ້ວເອົາຜັກຫອມ, ຊີ້ນໝູ ສາມຊັ້ນ, ກະດູກຂ້າງໝູ, ກຸ້ງ, ໝາກຖົ່ວດິນ, ຫອມບົ່ວໃສ່ ແລ້ວຕັກນ້ຳ
ແກງໃສ່.
 
ໂດຍ: ຫວິງຮືງ - ພາບ: ກົງດາດ

Bài: Vĩnh Hưng - Ảnh: Công Đạt

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top