• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ເຂົ້າຂຽບ ດົງບິ່ງ

ບ້ານ ດົງບິ່ງ (ຕາແສງ ຮວ່າອານ, ເມືອງຟູຮວ່າ) ເປັນໝູ່ບ້ານທີ່ເກົ່າແກ່
ມີອາຍຸກວ່າ 400 ປີ, ອາຊີບເຮັດເຂົ້າຂຽບມູນເຊື້ອຢູ່ບ້ານ ດົງບິ່ງ ກໍໄດ້
ສ້າງຂຶ້ນມາເປັນເວລາສອງ - ສາມຮ້ອຍປີແລ້ວ, ຊື່ສຽງໂດ່ງດັງໄປທົ່ວ ເຂດທະເລພາກກາງຕອນໃຕ້ຍ້ອນມັນມີລົດຊາດຊົດເຕັນໄປດ້ວຍກິ່ນຫອມ ຂອງເຂດຊົນນະບົດ ແລະ ຄວາມຈິງໃຈຂອງຊາວບ້ານຢູ່ທີ່ນີ້.

 

 
ອອກຈາກນະຄອນຕຸຍຮວ່າປະມານ 10 ກິໂລແມັດ, ຖ້າຖາມກ່ຽວກັບໝູ່ບ້ານອາຊີບເຮັດເຂົ້າຂຽບ
ດົງບິ່ງ, ຜູ້ໃດກໍຮູ້ຈັກໝົດ. ພວກຂ້ອຍໄປຫາ ໝູ່ບ້ານແຫ່ງໜຶ່ງທີ່ມີທັດສະນີຍະພາບຢູ່ທີ່ນັ້ນຄ້າຍຄື ຢູ່ເຂດຊົນນະບົດຂອງພາກເໜືອ, ມີຕົ້ນໄມ້ໄຜ່, ຕົ້ນຫູກວາງຢູ່ສາມແຍກ, ເຮືອນຫຼາຍຫຼັງກໍ່ດ້ວຍດິນຈີ່ ຊ້ອນຕົວໃນສວນໝາກໄມ້, ເສັ້ນທາງໃນບ້ານກໍຄັບແຄບແລ່ນລຽບຕາມກຳແພງສອງແຖວທີ່ໜາ ແລະ ສູງກວ່າຫົວຄົນ. ແຕ່ຈຸດແຕກ ຕ່າງກັນແມ່ນກະດົ້ງທີ່ຕາກເຂົ້າຂຽບຫຼາຍແຖວຖືກວາງຢາຍທົ່ວເສັ້ນ ທາງໃນບ້ານ, ແສງແດດເຮັດໃຫ້ເຂົ້າຂຽບແຫ້ງແຕກອອກເກີດເປັນສຽງ ຟັງມ່ວນຫູແທ້ໆ. 

ດົງບິ່ງ ເປັນໝູ່ບ້ານທີ່ເກົ່າແກ່ມີອາຍຸກວ່າ 400 ປີ ແລະ ໄດ້ສ້າງຊື່ສຽງດັງຂຶ້ນໂດຍອາຊີບເຮັດເຂົ້າຂຽບແບບມູນເຊື້ອ

ລາດເຂົ້າຂຽບເປັນຂັ້ນຕອນທີ່ສຳຄັນກວ່າໝູ່ສຳລັບຄຸນນະພາບຂອງເຂົ້າຂຽບ

ບັນດາເສັ້ນທາງເຕັມໄປດ້ວຍກະດົ້ງຕາກເຂົ້າຂຽບ
ພວກຂ້ອຍເຂົ້າໄປຢາມເຮືອນລຸງ ຫງວຽນງອກແອັງ, ຄອບຄົວໜຶ່ງທີ່ເຮັດເຂົ້າຂຽບ ມາເປັນເວລາ 8 ເສັ່ນ
ຄົນ. ຄອບຄົວລາວມີລູກ 5 ຄົນ, ລູກທັງ 5 ຄົນກໍຮູ້ຈັກການເຮັດເຂົ້າຂຽບໝົດ. ລາວໃຫ້ຮູ້ວ່າ “ປະຈຸບັນຢູ່
ດົງບິ່ງ ມີຜູ້ທຳອາຊີບເຮັດເຂົ້າຂຽບປະມານ 130 ຄອບຄົວດ້ວຍ ກຳມະກອນກວ່າ 500 ຄົນ, ໝົດທຸກຄົນ ຍັງຮັກສາໄດ້ບົດຮຽນທີ່ລ້ຳຄ່າຂອງປູ່ຍ່າຕາຍາຍຖ່າຍທອດໃຫ້ໄວ້ເພື່ອເຮັດໃຫ້ເຄື່ອງໝາຍການຄ້າ
ເຂົ້າຂຽບດົງບິ່ງມີຊື່ສຽງຄືປະຈຸບັນ”. ດ້ວຍຄວາມບັງເອີນ, ລູກສາວຫຼ້າຂອງລາວ, ນາງ ຫງວຽນທິງອກ
ເຮືອງ (ອາຍຸ 23 ປີ) ຫາກໍຮຽນຈົບ ສັ້ນສູງໂຮງຮຽນທ່ອງທ່ຽວຍາຈາງ ໄດ້ອາສາພາພວກຂ້ອຍໄປທ່ຽວບ້ານ ດົງບິ່ງເພື່ອຊອກຮູ້ກ່ຽວກັບອາຊີບດັ່ງກ່າວດ້ວຍຄວາມສະໝັກໃຈ.
ຮູ້ແລ້ວວ່າ ເຂົ້າຂຽບ ດົງບິ່ງ ມີກິ່ນຫອມ, ແຊບຍ້ອນເຂົ້າຈ້າວຊະນິດໜຶ່ງທີ່ປູກຢູ່ໃນທົ່ງນາເຂດ “ດິນຈະເລີນ ພັນ, ຝົນຟ້າອາກາດເອື້ອອຳນວຍຄວາມສະດວກ” ຍ້ອນແມ່ນ້ຳດ່າຣັ່ງ ໄດ້ນຳເອົາດິນສັນດອນທີ່ຈະເລີນ ພັນມາໃຫ້ເປັນຫຼາຍເຊັ່ນຄົນ ທີ່ຜ່ານມາ. ແຫຼ່ງນ້ຳທີ່ນຳໃຊ້ເຮັດເຂົ້າຂຽບກໍແມ່ນເອົາມາແແຕ່ສາຍນ້ຳໃຕ້ດິນ ຂອງບ້ານດົງບິ່ງ. ເຂົ້າຈ້າວທີ່ໄດ້ເລືອກເອົາໄປເຮັດເຂົ້າຂຽບ ຕ້ອງແມ່ນເມັດ ໃຫຍ່, ໃໝ່, ສະອາດດີກ່ອນ ທ່ີຈະເອົາໄປບົດແປ້ງເຂົ້າ. ຜູ້ເຮັດ ຕ້ອງການມີຄວາມຄ່ອງແຄວ, ລະອຽດ ແລະ ດ້ວຍຄວາມສຸດອົກສຸດໃຈ ແຕ່ຂັ້ນຕອນບົດແປ້ງເຂົ້າເຖິງການລາດເຂົ້າຂຽບ ແລະ ຕາກເຂົ້າຂຽບ. ຖ້າເຮັດໄດ້ຄືແນວນັ້ນ, ເຂົ້າຂຽບ ຈຶ່ງແຊບ, ຂາວ ແລະ ເຮັດໃຫ້ຜູ້ຮັບ ປະທານຕິດໃຈຕະຫຼອດໄປ. ແຕ່ວ່າ ສິ່ງສຳຄັນທີ່ສຸດແມ່ນຂັ້ນຕອນ ລາດເຂົ້າຂຽບ, ຖ້າເຂົ້າຂຽບບາງໂພດຈະຂາດໃນເວລາຫໍ່ ແນມ, ຖ້າໜາ ໂພດຈະກິນບໍ່ແຊບ. ນາງ ຫງວຽນທິງອກຮ່າ (ອາຍຸ 36 ປີ) ເປັນອາຈານສອນມັດຖະຍົມໃຫ້ຮູ້ວ່າ “ອາຊີບນີ້ ຍາກທີ່ຈະລວຍ ໄດ້, ແຕ່ຍາມໃດ ກໍມີວຽກເຮັດ, ມີເງິນໃຊ້ຈ່າຍ. ເວລາໃດທີ່ບໍ່ມີຊົ່ວໂມງສອນຂ້ອຍກໍເລີຍເຮັດເຂົ້າຂຽບ, ມື້ໜຶ່ງກໍ ຫາໄດ້ແຕ່ 50.000-100.000 ດົ່ງ”.
ຄວາມຈິງ, ໂຮງງານຜະລິດເຂົ້າຂຽບຢູ່ດົງບິ່ງສາມາດຜະລິດໄດ້ປະມານ 2.000 ແຜ່ນຕໍ່ມື້, ໄລຍະບຸນປີໃໝ່ ຜະລິດໄດ້ແຕ່ 2.500-3.000 ແຜ່ນຕໍ່ມື້ ແຕ່ຍັງບໍ່ພໍຂາຍ. ເຂົ້າຂຽບຫຼັງຈາກຕາກແຫ້ງແລ້ວກໍສາມາດຫໍ່ເປັນ
ກັບແລ້ວສົ່ງໄປເລີຍ. ຄອບຄົວແຕ່ລະຄົນມີບ່ອນຈຳໜ່າຍຕ່າງຫາກ, ບາງຄົນສົ່ງໄປຂາຍຢູ່ຍາຈາງ, ມີຄົນພັດຂາຍໃນຕະຫຼາດຢູ່ນະຄອນຕຸຍຮວ່າ, ບາງຄົນສະໜອງໃຫ້ຮ້ານອາຫານຈຳນວນໜຶ່ງ.
ນອກຈາກນັ້ນ, ເຂົ້າຂຽບດົງບິ່ງຍັງມີຮ້ານຈຳໜ່າຍສິນຄ້າຢູ່ຫຼາຍແຂວງຕ່າງໆ ຄື: ແຄງຮວ່າ, ຢາລາຍ,
ບິ່ງດິງ ແລະ ອື່ນໆ…
 

ເຂົ້າຂຽບດົງບິ່ງ ມີກິ່ນຫອມ, ແຊບຍ້ອນເຂົ້າຈ້າວຊະນິດໜຶ່ງ ທີ່ໄດ້ປູກຢູ່ໃນທົ່ງນາເຂດ “ດິນທີ່ຈະເລີນພັນ, ຝົນຟ້າອາກາດເອື້ອອຳນວຍ”


ແປ້ງເຂົ້າໄດ້ບົດອອກມາຈາກເຂົ້າຈ້າວແມ່ນວັດຖຸດິບໄດ້ນຳໃຊ້ເຮັດເຂົ້າຂຽບ

ເຂົ້າຂຽບຫຼັງຈາກລາດແລ້ວຈະໄດ້ເກັບໄວ້ຢູ່ເທິງກະດົ້ງເພື່ອເອົາໄປຕາກແດດ

ເຂົ້າຂຽບດົງບິ່ງຈະແຊບກວ່າຫຼັງຈາກໄດ້ເອົາໄປຕາກແດດ

ຕາກເຂົ້າຂຽບຢູ່ໜ້າບ້ານ

ຢູ່ບ້ານດົງບິ່ງ, ຜູ້ໃດກໍຮູ້ເຮັດເຂົ້າຂຽບໝົດ

ເຂົ້າຂຽບ ອາຫານພິເສດ ແລະ ບັ໋ນເອື໋ອດ
(ອາຫານພື້ນເມືອງຊະນິດໜຶ່ງ) ຂອງບ້ານດົງບິ່ງ

ສຳເລັດການຜະລິດເຂົ້າຂຽບ, ຫໍ່ເຂົ້າຂຽບແບບງ່າຍດາຍ ແຕ່ຫຼັງຈາກໄດ້ກິນມາແລ້ວຍາກທີ່ຈະລືມໄປໄດ້
ແຕ່ວ່າ, ໝູ່ບ້ານອາຊີບເຮັດເຂົ້າຂຽບດົງບິ່ງ ມີການປ່ຽນແປງຢ່າງແທ້ຈິງເມື່ອປີ 2008, ສະມາຄົມຜູ້ຜະລິດ ເຂົ້າຂຽບດົງບິ່ງໄດ້ຮັບການສ້າງຕັ້ງ ຂຶ້ນມາ. ບັນດາຄອບຄົວເຮັດເຂົ້າຂຽບຢູ່ທີ່ນີ້ ມີສາຍເຊື່ອມຕໍ່ຢ່າງ ແໜ້ນແຟ້ນເພື່ອເສີມຂະຫຍາຍບົດບາດເສດຖະກິດສ່ວນລວມ, ຊ່ວຍເຫຼືອໃຫ້ ແກ່ວຽກງານສຳພັດແຫຼ່ງ ຂໍ້ມູນຂ່າວສານຢູ່ຕະຫຼາດເປັນຢ່າງດີ, ກໍຄືການປ່ຽນແປງເຕັກນິກຜະລິດ, ຍົກສູງຄຸນນະພາບຂອງຜະລິດ ຕະພັນ ແລະ ເພີ່ມລາຍຮັບໃຫ້ສູງຂຶ້ນ. ປ່ຽນແທນວິທີຜະລິດແບບຫັດຖະກຳມູນເຊື້ອ, ຄອບຄົວຫຼາຍຄົນ ໄດ້ລົງທຶນຊື້ເຄື່ອງຈັກຜະລິດເຂົ້າຂຽບແບບອັດຕະໂນມັດ ດ້ວຍມູນຄ່າຫຼາຍລ້ານດົ່ງ, ປະກອບສ່ວນ ຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ຄ່າແຮງງານອີກດ້ວຍ. ເຄື່ອງຈັກດັ່ງກ່າວໃຫ້ຜົນການຜະລິດ 10.000 ແຜ່ນ ຕໍ່ມື້, ເພີ່ມທົບ 10 ເທື່ອຖ້າທຽບກັບການຜະລິດຕາມແບບຫັດຖະກຳ, ທັງຫຼຸດຜ່ອນແຫຼ່ງວັດຖຸດິບຄືຖ່ານ, ໄມ້…ເປັນໂຕ່ນໆ ອີກດ້ວຍ. ພິເສດ, ສະມາຄົມຊາວກະສິກອນແຂວງຟູອຽນຍັງຊ່ວຍເຫຼືອທຶນໃຫ້ແກ່ປະຊາຊົນ 100 ຄອບຄົວທີ່ເຂົ້າຮ່ວມໃນການຜະລິດເຂົ້າຂຽບຕາມ ມາດຕະຖານ ແລະ ຊ່ວຍເຫຼືອໃຫ້ໂຮງງານຜະລິດ
ເຂົາຂຽບ 3 ແຫ່ງໃນການລົງທຶນຊື້ເຕັກໂນໂລຢີເຮັດເຂົ້າຂຽບຕາມວິທີຜະລິດໃໝ່.
ປະຈຸບັນ, ເມືອງຟູຮວ່າ ມີແຜນການລົງທຶນເປີດກວ້າງບາງໂຮງງານຜະລິດທີ່ໝູ່ບ້ານອາຊີບເຮັດເຂົ້າຂຽບ ດົງຮວ່າ, ພ້ອມກັນນັ້ນ ຍັງຊ່ວຍເຫຼືອ ໃນການຈົດທະບຽນເຄື່ອງໝາຍ ການຄ້າລວມໝູ່, ຈົດທະບຽນລະຫັດ ສິນຄ້າ, ຈັດຊຸດຮຽນກໍ່ສ້າງອາຊີບຫຼາຍຫ້ອງ, ຍົກສູງຄວາມສາມາດ ໃນການຜະລິດເຮັດທຸລະກິດ, ໄປຢ້ຽມຢາມທັດສະນະຊອກຮູ້ບົດຮຽນ ແລະ ອື່ນໆ ເພື່ອສືບຕໍ່ປົກປັກຮັກສາ ແລະ ຊຸກຍູ້ການພັດທະນາ
ຂອງ ໝູ່ບ້ານອາຊີບມູນເຊື້ອດ່ັງກ່າວ.
ບົດ: ຫງວຽນຫວຸແທ່ງດາດ-ພາບ: ຫງວຽນລວນ

Bài: Nguyễn Vũ Thành Đạt - Ảnh: Nguyễn Luân

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top